ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ      ເລກທີ 2022/ຫສຍນ.ກນກ

ນະຄອນຫລວງວຽງຈັນ, ວັນທີ 26.11.2018

ແຈ້ງການ

ຮຽນ: ທ່ານ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ນັບຖື

ເລື່ອງ: ຂໍທິດຊີ້ນຳໃນການອອກ ຂໍ້ຕົກລົງວ່າດ້ວຍ ຄ່າກວດສອບຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

 

  • ອີງຕາມ ໜັງສືສະເໜີຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 1870/ກວຕ, ລົງວັນທີ 24 ຕຸລາ 2018;
  • ອີງຕາມ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 23 ພະຈິກ 2018.

    ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກຂໍ້ຕົກລົງວ່າດ້ວຍ ຄ່າກວດສອບຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ. ພ້ອມນັ້ນ, ກໍໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ດຳເນີນການຖອດຖອນບົດຮຽນປະເມີນຜົນໃນໄລຍະໜຶ່ງປີ, ແລ້ວລາຍງານຕໍ່ຂັ້ນເທິງ ເພື່ອໃຫ້ທິດຊີ້ນຳສືບຕໍ່ວຽກງານດັ່ງກ່າວ ຕາມລະບຽບການ”

    ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດເນື້ອໃນຂ້າງເທິງໃຫ້ໄດ້ຮັບຜົນດີ.

ລັດຖະມົນຕີ,

ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການກ່ຽວກັບຂໍທິດຊີ້ນຳໃນການອອກ ຂໍ້ຕົກລົງວ່າດ້ວຍ ຄ່າກວດສອບຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລກທີ 2022/ຫສນຍ.ກນກ, ລົງວັນທີ 26 ພະຈິກ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.