ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ          ເລກທີ 2085/ກວຕ

                             ນະຄອນຫຼວງວຽງຈັນ, ວັນທີ 28 NOV 2018

ຂໍ້ຕົກລົງ
ຂອງ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ວ່າດ້ວຍຄ່າກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ ສປປ ລາວ

- ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ (ສະບັບປັບປຸງ) ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014.
- ອີງຕາມ ກົດໝາຍວ່າດ້ວຍການວັດແທກ (ສະບັບປັບປຸງ) ສະບັບເລກທີ 36/ສພຊ, ລົງວັນທີ 13 ທັນວາ 2013.
- ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 314/ນຍ, ລົງວັນທີ 29 ກັນຍາ 2017.
- ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ສະບັບເລກທີ 0058/ກວຕ, ລົງວັນທີ 11 ມັງກອນ 2018.
- ອີງຕາມ ການຄົ້ນຄວ້າ ສະເໜີຂອງ ກົມມາດຕະຖານ ແລະ ວັດແທກ, ສະບັບເລກທີ 1072/ກວຕ.ກມວ, ລົງວັນທີ 28 ມິຖຸນາ 2018.
- ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 2022/ຫສນຍ.ກນກ, ລົງວັນທີ 26 ພະຈິກ 2018.

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກຂໍ້ຕົກລົງ:
ໝວດທີ I

ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ, ຂອບເຂດ, ຄ່າກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ທີ່ນຳເຂົ້າ, ບໍລິການຈຳໜ່າຍ ຢູ່ ສປປ ລາວ ບົນພື້ນຖານຄວາມຖືກຕ້ອງ ຕາມລະບຽບ, ຫຼັກການ, ກົດໝາຍ ແລະ ມາດຕະຖານແຫ່ງຊາດ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ທັງນີ້ເພື່ອຕອບສະໜອງນະໂຍບາຍການສົ່ງເສີມຜູ້ປະກອບການຜະລິດ, ທຸລະກິດ ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ແລະ ປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ຊົມໃຊ້ຢ່າງປອດໄພ ແລະ ມີຄຸນນະພາບຊຶ່ງທັງໝົດເຫຼົ່ານີ້ກໍ່ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2. ຫຼັກການກຳນົດການກວດສອບ

ຫຼັກການກຳນົດກວດສອບແມ່ນອີງໃສ່ລະບົບການປະຕິບັດການທົດສອບ, ການປະກອບເຄື່ອງຈັກ ແລະ ອຸປະກອນການທົດສອບ, ສິ່ງອຳນວຍຄວາມສະດວກ ແລະ ການປະກອບບຸກຄະລາກອນຊ່ຽວຊານທີ່ສາມາດສະໜອງການທົດສອບ ແລະ ບໍລິການທາງດ້ານເຕັກນິກກວດກາເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ ສປປ ລາວ ຕາມສັນຍາການຮ່ວມມືລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກັບ ບໍລິສັດ ທີເຮັດບີ ກຣຸບ ຈຳກັດຜູ້ດຽວ.

ມາດຕາ 3. ຄ່າກວດສອບ

ຄ່າກວດສອບ ແມ່ນເກັບຈາກການບໍລິການຢູ່ຫ້ອງການກວດກາຄຸນນະພາບສິນຄ້າ ປະຈຳດ່ານຊາຍແດນ ແລະ ຫ້ອງກວດກາຄຸນນະພາບສິນຄ້າຂອງ ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕາມລະບຽບການ.

ມາດຕາ 4.​ຂອບເຂດການນຳໃຊ້

ຂໍ້ກຳນົດສະບັບນີ້ມີຜົນນຳໃຊ້ປະຕິບັດເປັນເອກະພາບສະເພາະໃນວຽກງານການກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກທົ່ວປະເທດ.

ໝວດທີ II
ຄ່າກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ

ມາດຕາ 5. ຄ່າກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ທີ່ນຳເຂົ້າ ຢູ່ ສປປ ລາວ.

ການກວດສອບຄຸນນະພາບ ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ແມ່ນອີງຕາມລາຍການກວດກາເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ມີດັ່ງນີ້:

ລ/ດ

ລາຍການ

ໝວດ

ມູນຄ່າ

1

ຕູ້ເຢັນຕູ້ແຊ່ຕູ້ກະແລມ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

28,000

2.1

ເຕົາໄຟຟ້າ 1,2 ໜ້າ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

4,000

2.2

ເຕົາໄຟຟ້ານ່ຽວນຳ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

2,000

3

ໝໍ້ຕົ້ມນ້ຳໄຟຟ້າບໍ່ແຊ່ໄຟ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,400

4

ໝໍ້ຂົ້ວ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,300

5

ໝໍ້ຫຸງເຂົ້າ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,000

6.1

ເຕົາຂາງເຂົ້າຈີ່

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,000

6.2

ເຕົາປີ້ງ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,200

7

ໝໍ້ຕົ້ມກາເຟ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

7,200

8

ເຄື່ອງປັ່ນ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

2,300

9.1

ເຕົາອົບ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

2,900

9.2

ໝໍ້ອົບ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,800

10

ເຕົາໄມໂກຣເວບ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

8,000

11.1

ໝໍ້ນ້ຳອຸ່ນ <2ລິດ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

8,000

11.2

ໝໍ້ນ້ຳອຸ່ນ 30-180 ລິດ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

16,100

12

ໄດເປົ່າຜົມ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

2,800

13

ໄດລ໊ອນຜົມ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,600

14

ໂທລະພາບ

ເຄື່ອງພາບ ແລະ ສຽງ

28,000

15

ເຄື່ອງຮັບສັນຍານໂທລະພາບ

ເຄື່ອງພາບ ແລະ ສຽງ

2,400

16

ເຄື່ອງສຽງ

ເຄື່ອງພາບ ແລະ ສຽງ

24,000

17

ໂປຣເຈັກເຕີ

ເຄື່ອງພາບ ແລະ ສຽງ

40,000

18.1

ຄອມພິວເຕີ

ເຄື່ອງເຕັກໂນໂລຊີຂໍ້ມູນຂ່າວສານ

40,000

18.2

ຈໍພາບ

ເຄື່ອງເຕັກໂນໂລຊີຂໍ້ມູນຂ່າວສານ

12,000

19

ປຣີນເຕີ

ເຄື່ອງເຕັກໂນໂລຊີຂໍ້ມູນຂ່າວສານ

12,000

20

ຣູເຕີ

ເຄື່ອງເຕັກໂນໂລຊີຂໍ້ມູນຂ່າວສານ

6,400

21

ສະແກນເນີ

ເຄື່ອງເຕັກໂນໂລຊີຂໍ້ມູນຂ່າວສານ

6,400

22

ເຄື່ອງສຳເນົາ

ເຄື່ອງເຕັກໂນໂລຊີຂໍ້ມູນຂ່າວສານ

120,000

23

ສະຫວ່ານໄຟຟ້າ

ເຄື່ອງມືຊ່າງ

6,000

24

ເຄື່ອງເຈຍໄຟຟ້າ

ເຄື່ອງມືຊ່າງ

6,000

25

ຕູ້ຈອດ

ເຄື່ອງມືຊ່າງ

27,500

26

ເຄື່ອງຕັດຫຍ້າແບບໄຟຟ້າ

ເຄື່ອງມືຊ່າງ

25,000

27

ເລື່ອຍໄຟຟ້າ

ເຄື່ອງມືຊ່າງ

20,000

28.1

ປ້ຳນ້ຳ/ປ້ຳລົມ<5ແຮງ

ເຄື່ອງມືຊ່າງ

23,000

28.2

ປ້ຳນ້ຳ/ປ້ຳລົມ>5ແຮງ

ເຄື່ອງມືຊ່າງ

50,000

28.3

ປ້ຳນ້ຳຈຸ່ມ

ເຄື່ອງມືຊ່າງ

8,000

28.4

ປ້ຳນ້ຳInvertor

ເຄື່ອງມືຊ່າງ

80,000

28.5

ມໍເຕີ 1-5 ແຮງມ້າ2ສາຍ

ເຄື່ອງມືຊ່າງ

25,000

28.6

ມໍເຕີ 1-5ແຮງມ້າ3ສາຍ

ເຄື່ອງມືຊ່າງ

20,000

29.1

ເຄື່ອງຈັກຜະລິດໄຟຟ້າ0,6-1kW

ເຄື່ອງມືຊ່າງ

15,000

29.2

ເຄື່ອງຈັກຜະລິດໄຟຟ້າ1-2kW

ເຄື່ອງມືຊ່າງ

20,000

29.3

ເຄື່ອງຈັກຜະລິດໄຟຟ້າ3-5kW

ເຄື່ອງມືຊ່າງ

35,000

30

ເຕົາລີດ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

1,000

31

ໂຕະລີດຜ້າ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

10,000

32

ເຄື່ອງອົບຜ້າ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

20,000

33

ເຄື່ອງຊັກຜ້າ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

55,000

34

ເຄື່ອງປັ່ນຜ້າ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

13,000

35

ພັດລົມ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

5,000

36.1

ເຄື່ອງປັບອາກາດ <= 3600 Btu/h

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

40,000

36.2

ເຄື່ອງປັບອາກາດ > 3600 Btu/h

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

130,000

37

ເຄື່ອງຟອກອາກາດ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

18,000

38

ເຄື່ອງດູດອາກາດ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

4,500

39

ເຕົາປັ່ນຄວາມຮ້ອນ

ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ

6,000

40.1.1

ດອກໄຟເຮືອນ

ເຄື່ອງໄຟຟ້າ

140

40.1.2

ດອກໄຟທາງ

ເຄື່ອງໄຟຟ້າ

1,400

40.1.3

ຫລອດນີອອນ

ເຄື່ອງໄຟຟ້າ

100

40.1.4

ຫລອດ LED

ເຄື່ອງໄຟຟ້າ

340

40.1.5

ດອກໄຟ Halogen

ເຄື່ອງໄຟຟ້າ

500

40.2.1

ໄຟຕັ້ງໂຕະ

ເຄື່ອງໄຟຟ້າ

400

40.2.2

ຊຸດຫລອດໄຟນີອອນ 1 ຫລອດ

ເຄື່ອງໄຟຟ້າ

900

40.2.3

ຊຸດຫລອດໄຟນີອອນ 2 ຫລອດ

ເຄື່ອງໄຟຟ້າ

1,500

40.2.4

ຊຸດຫລອດໄຟນີອອນ 3 ຫລອດ

ເຄື່ອງໄຟຟ້າ

3,600

40.2.5

ຊຸດໄຟ LED ເຮືອນ

ເຄື່ອງໄຟຟ້າ

360

40.2.6

ຊຸດໄຟ LED ທາງ

ເຄື່ອງໄຟຟ້າ

4,200

40.2.7

ຊຸດໄຟ Halogen

ເຄື່ອງໄຟຟ້າ

2,700

40.2.8

ຊຸດໄຟສຸກເສີນ

ເຄື່ອງໄຟຟ້າ

6,300

41.1

ບາລາດຫລອດນີອອນທຳມະດາ

ເຄື່ອງໄຟຟ້າ

100

41.2

ບາລາດຫລອດນີອອນອີເລັກໂທຣນິກ

ເຄື່ອງໄຟຟ້າ

100

42.1

ຫົວດອກໄຟນ້ອຍ

ເຄື່ອງໄຟຟ້າ

100

42.2

ຫົວດອກໄຟໃຫຍ່

ເຄື່ອງໄຟຟ້າ

2,200

43.1

ເຕົາຮັບ 2 P

ເຄື່ອງໄຟຟ້າ

100

43.2

ເຕົາຮັບ 3 P

ເຄື່ອງໄຟຟ້າ

200

44.1

ປັກສຽບ

ເຄື່ອງໄຟຟ້າ

100

44.2.1

ສະວິດ

ເຄື່ອງໄຟຟ້າ

100

44.2.2

ສະວິດປັບໄຟຫລີີ່

ເຄື່ອງໄຟຟ້າ

1,800

45.1

ສາຍຕິດປັກສຽບ <10m

ເຄື່ອງໄຟຟ້າ

270

45.2

ສາຍຕິດປັກສຽບ 50m

ເຄື່ອງໄຟຟ້າ

5,200

46.1.1

ສາຍໄຟ 0,5-4ມ 100m

ສາຍໄຟ

4,000

46.1.2

ສາຍໄຟ 6.16, 100m

ສາຍໄຟ

7,000

46.1.3

ສາຍໄຟ 25.95, 100m

ສາຍໄຟ

25,000

46.2.1

CB-63 1P

ເຄື່ອງໄຟຟ້າ

310

46.2.2

CB-32 2P

ເຄື່ອງໄຟຟ້າ

1,300

46.2.3

CB33-63 2P

ເຄື່ອງໄຟຟ້າ

1,500

46.2.4

CB64-150 2P

ເຄື່ອງໄຟຟ້າ

4,000

46.2.5

CB1-32 3P

ເຄື່ອງໄຟຟ້າ

2,000

46.2.6

CB33-63 3P

ເຄື່ອງໄຟຟ້າ

5,000

46.2.7

CB64-95 3P

ເຄື່ອງໄຟຟ້າ

8,000

46.2.8

CB96-150 3P

ເຄື່ອງໄຟຟ້າ

20,000

46.2.9

CB151-250 3P

ເຄື່ອງໄຟຟ້າ

50,000

47.1

ແບດເຕີຣີໂທລະສັບ

ໝໍ້ໄຟ

800

47.2

ແບດເຕີຣີລົດຈັກ

ໝໍ້ໄຟ

2,500

47.3

ແບດເຕີຣີລົດໃຫຍ່

ໝໍ້ໄຟ

8,000

47.4

ແບດເຕີຣີຂອງເຄື່ອງພະລັງງານແສງແດດ/ລົມ

ໝໍ້ໄຟ

7,000

48.1

ໝໍ້ນັບໄຟ 1P

ເຄື່ອງວັດແທກ

3,000

48.2

ໝໍ້ນັບໄຟ 3P

ເຄື່ອງວັດແທກ

10,000

49.1

ໝໍ້ແປງ 20-500 kVA 3P

ເຄື່ອງໄຟຟ້າ

170,000

49.2

ໝໍ້ແປງ 600-750 kVA 3P

ເຄື່ອງໄຟຟ້າ

260,000

49.3

ໝໍ້ແປງ 1000-2500 kVA 3P

ເຄື່ອງໄຟຟ້າ

520,000

49.4.1

ໝໍ້-ເຄື່ອງຈ່າຍໄຟຕ່ຳກວ່າ 1000W

ເຄື່ອງໄຟຟ້າ

5,000

49.4.2

ໝໍ້-ເຄື່ອງຈ່າຍໄຟ 1100-2000W

ເຄື່ອງໄຟຟ້າ

7,500

49.4.3

ໝໍ້-ເຄື່ອງຈ່າຍໄຟສູງກວ່າ 2000W

ເຄື່ອງໄຟຟ້າ

50,000

ໝວດທີ III
ບົດບັນຍັດສຸດທ້າຍ

ມາດຕາ 6. ການຈັດຕັ້ງປະຕິບັດ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີມອບໃຫ້ ກົມມາດຕະຖານ ແລະ ວັດແທກ, ສົມທົບກັບຂະແໜງການ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ຈັດຕັ້ງປະຕິບັດຂໍ້ກຳນົດສະບັບນີ້ຕາມພາລະບົດບາດຂອງຕົນ. ພາຍຫຼັງການຖອດຖອນບົດຮຽນປະເມີນໃນໄລຍະໜຶ່ງປີ ແລ້ວລາຍງານຕໍ່ຂັ້ນເທິງ ເພື່ອຂໍທິດຊີ້ນຳສືບຕໍ່ຕາມລະບຽບການ.

ມາດຕາ 7. ຜົນສັກສິດ

ຂໍ້ກຳນົດສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ບໍ່ວຽງຄຳ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງວ່າດ້ວຍ ຄ່າກວດສອບຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລກທີ 2085/ກວຕ, ລົງວັນທີ 28 ພະຈິກ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.