ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ຫ້ອງການກະຊວງ             ເລກທີ 917/ຫກຊ
ນະຄອນຫຼວງວຽງຈັນ, ວັນທີ 26 ເມສາ 2019

ແຈ້ງການ

ເຖິງ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ.

ເລື່ອງ:​ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ.

  • ອີງຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1989/ຫສນຍ.ກຄສ, ລົງວັນທີ 14 ທັນວາ 2017;
  • ອີງຕາມແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 578/ຫສນຍ, ລົງວັນທີ 03 ເມສາ 2019;
  • ອີງຕາມຂໍ້ຕົກລົງວ່າດ້ວຍການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນໄອຊີທີ (ICT) ສະບັບເລກທີ 2118/ປທສ, ລົງວັນທີ 18 ສິງຫາ 2018;
  • ອີງຕາມລະບຽບການກ່ຽວກັບການກວດກາ ແລະ ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນ ຮັບສັນຍານໂທລະພາບຜ່ານດາວທຽມ ສະບັບເລກທີ 0492/ກຄຖ, ລົງວັນທີ 19 ເມສາ 2018;

   ຫ້ອງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດດ້ານການຈຳໜ່າຍ ຫຼື ນຳເຂົ້າຊຸດອຸປະກອນ ຮັບສັນຍານໂທລະພາບຜ່ານດາວທຽມຂອງຕ່າງປະເທດ ດັ່ງນີ້:

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນຈຳໜ່າຍ ຫຼື ນຳເຂົ້າອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມຂອງຕ່າງປະເທດ ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
  2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດເປັນຕົວແທນຢ່າງຖືກຕ້ອງນຳກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ມີຈຸດປະສົງນຳເຂົ້າອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມຂອງຕ່າງປະເທດ ທຸກຄັ້ງກ່ອນນຳເຂົ້າ ຕ້ອງນຳເອົາອຸປະກອນຄົບຊຸດມາຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນໂດຍ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເສຍກ່ອນ.

ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດແຈ້ງການສະບັບນີ້ ຈະຖືກນຳໃຊ້ມາດຕະການເດັດຂາດຕໍ່ຜູ້ລະເມີດ ໂດຍຢຶດເຄື່ອງທີ່ນຳເຂົ້າມາຢ່າງບໍ່ຖືກຕ້ອງ ຕາມລະບຽບການນັ້ນ ໄວ້ເປັນຂອງລັດ ແລະ ປັບໃໝຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຮອງຫົວໜ້າຫ້ອງການ

ວະລະໄຊ ດາລາລອຍ

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ຂື້ນທະບຽນຜູ້ດໍາເນີນທຸລະກິດນໍາເຂົ້າ - ຊຸດອຸປະກອນຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນນຳເຂົ້າອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມຂອງຕ່າງປະເທດ ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019 9999-12-31 ALL
2 ຮຽກຮ້ອງໃຫ້ມີການກວດກາກ່ອນການນໍາເຂົ້າ - ຊຸດອຸປະກອນຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທຸກຄັ້ງກ່ອນນຳເຂົ້າຊຸດອຸປະກອນຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ຕ້ອງນຳເອົາອຸປະກອນຄົບຊຸດມາຜ່ານການກວດກາມາດຕະຖານເຕັກນິກອຸປະກອນ ນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019 9999-12-31 ALL
3 ຮຽກຮ້ອງໃຫ້ມີການຢັ້ງຢືນທາງດ້ານເຕັກນິກ - ຊຸດອຸປະກອນຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທຸກຄັ້ງກ່ອນນຳເຂົ້າຊຸດອຸປະກອນຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ຕ້ອງນຳເອົາອຸປະກອນຄົບຊຸດມາຜ່ານການຢັ້ງຢືນມາດຕະຖານເຕັກນິກອຸປະກອນ ນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.