ໃນຕອນເຊົ້າວັນທີ 21 ພຶດສະພາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອປັບປຸງລະບົບຂໍ້ມູນຂ່າວສານ (ICT) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ Wang Qihui ທີ່ປຶກສາເສດຖະກິດການຄ້າ ປະຈຳສະຖານທູດຈີນ ປະຈຳລາວ, ທ່ານ ສຸບັນ ວິຈິດຕາ ຮອງຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ, ມີຮອງຫົວໜ້າຫ້ອງການ, ບັນດາຄະນະກົມ, ສະຖາບັນ ອ້ອມຂ້າງກະຊວງ, ບໍລິສັດ ຈົງຫຸຍຈ້ຽນ ເຕັກໂນໂລຊີ ຈຳກັດຜູ້ດຽວ, ບໍລິສັດ ວິສະວະກຳ ເຕັກໂນໂລຊີຫຸ້ນສ່ວນຈຳກັດ ແຫ່ງ ສະຖາບັນອອກແບບ ແລະ ຄົ້ນຄວ່າ ຂະແໜງການໄອທີ ເລກທີ 11, ຕ່າງໜ້າຈາກກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ທ່ານ Yuan Shiwei ປະທານ ບໍລິສັດ ເຕັກໂນໂລຊີ ຫຸ້ນສ່ວນຈຳກັດ ແຫ່ງ ສະຖາບັນອອກແບບ ແລະ ຄົ້ນຄວ່າ ຂະແໜງການໄອທີ ເລກທີ 11 ແລະ ທ່ານ Xie Zhaokai ຮອງຜູ້ອຳນວຍການ ບໍລິສັດ ຈົງຫຸຍຈ້ຽນ ເຕັກໂນໂລຊີ ຈຳກັດຜູ້ດຽວ ໄດ້ຮ່ວມກັນໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມກັນປະສານງານ ຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານ, ນຳໃຊ້ເຕັກນິກວິຊາການທີ່ມີຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໂຄງການ, ນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ປອດໄພ, ແລະ ຈະຮ່ວມກັນຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມກຳນົດເວລາ.

ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ດ້ານຊ້າຍ)
ທ່ານ Wang Qihui ທີ່ປຶກສາເສດຖະກິດການຄ້າ ປະຈຳສະຖານທູດຈີນ ປະຈຳລາວ (ດ້ານຂວາ)

 

ທ່ານ ຄຳສອນວັນ ພຸດດາວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ຂຶ້ນກ່າວຄຳຂອບໃຈຢ່າງສູງ ມາຍັງ ລັດຖະບານ ສປ.ຈີນ ກໍ່ຄື ກະຊວງການຄ້າ ສປ.ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການປັບປຸງວຽກງານ ICT ຂອງກະຊວງ ອຄ ຂອງ ສປປ ລາວ. ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈ ມາຍັງ ທີ່ປຶກສາການຄ້າ ສປ.ຈີນ ປະຈຳລາວ, ບໍລິສັດວິສະວະກໍາເຕັກໂນໂລຊີ ຫຸ້ນສ່ວນຈໍາກັດ ແຫ່ງສະຖານບັນອອກແບບ ແລະ ຄົ້ນຄວ້າ ຂະແໜງການໄອທີ ເລກທີ 11 ແລະ ບໍລິສັດ CHINA ICONIC TECHNOLOGY CO.,LTD ທີ່ໄດ້ອຳນວຍຄວາມສະດວກໃນການປະສານສົມທົບ ແລະ ຮ່ວມມືຢ່າງໃກ້, ແລະ ທ່ານຍັງເຊື່ອໝັ້ນວ່າໂຄງການດັ່ງກ່າວ ຈະຊ່ວຍຊຸກຍູ້ການເຕີບໂຕຂອງເສດຖະກິດ ຂອງປະເທດ ເວົ້າລວມ ແລະ ແນ່ນອນ ເວົ້າສະເພາະ ທົ່ວຂົງເຂດຂະແໜງອຸດສາຫະກໍາ ແລະ ການຄ້າ ກໍຈະໄດ້ປະໂຫຍດ ແລະ ໄດ້ນໍາໃຊ້ ໂຄງລ່າງພື້ນຖານລະບົບ ICT ທີ່ຈະສ້າງ ແລະ ປັບປຸງໃໝ່ນີ້ເຂົ້າໃນວຽກງານຕົວຈິງ, ເປັນຕົ້ນ ການປະສານງານ ແລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ວ່ອງໄວຂຶ້ນ, ການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ໃຫ້ທັນກັບຍຸກສະໄໝ, ທັງເປັນການສ້າງປັດໄຈພື້ນຖານໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເທື່ອລະກ້າວ ແລະ ເຮັດໃຫ້ຍຸດທະສາດ ພັດທະນາ ICT ຂອງ ກະຊວງ ທີ່ວາງໄວ້ ໃຫ້ປະກົດຜົນເປັນຈິງ.

ໂຄງການນີ້ ມີໄລຍະເວລາ ເລີ່ມແຕ່ເດືອນ ພຶດສະພາ 2019 ຮອດທ້າຍປີ 2020 ແນໃສ່ປັບປຸງພື້ນຖານໂຄງລ່າງ ICT ຂອງ ກະຊວງ ໄປ​ສູ່​ບາດກ້າວ​ໃຫມ່ ​ຕາມທິດການຫັນເປັນທັນສະໄໝ ທີ່​ຈະ​ຊ່ວຍ​ເພີ່ມ​ທະວີ ສິ່ງອຳນວຍຄວາມສະດວກ ​ແລະ ​ເສີມ​ຂະຫຍາຍ​ບົດບາດ ຂອງ ​ວຽກງານ​ຂະ​ແຫນງ ອຸດສາຫະກຳ ​ແລະ ການ​ຄ້າ ໃນຍຸກໂລກາວິວັດ ໃຫ້ມີຄວາມກ້າວໜ້າ ທັນສະໄໝ ສາມາດຕອບ ສະໜອງ ດ້ານພື້ນຖານໂຄງລ່າງ ໃຫ້ແກ່ລະບົບການບໍລິການຕ່າງໆ ທີ່ມີຢູ່ໃນປະຈຸບັນ ແລະ ຈະເກີດຂຶ້ນໃນອະນາຄົດ.

ແຫຼ່ງຂ່າວ ແລະ ພາບ: ສຸນສະຖິຕິ ແລະ ຂໍ້ມູນຂ່າວສານ, ກົມແຜນການ ແລະ ການຮ່ວມມື

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.