ອີງຕາມ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນຈຳໜ່າຍ ຫຼື ນຳເຂົ້າອຸປະກອນDTH ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງ ປທສ.

ກ່ອນນຳເຂົ້າ ແລະ ຈຳໜ່າຍ ອຸປະກອນ DTH, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດເປັນຕົວແທນຢ່າງຖືກຕ້ອງນຳກະຊວງ ປທສ ມີຈຸດປະສົງນຳເຂົ້າອຸປະກອນ DTH ຕ້ອງນຳເອົາອຸປະກອນຄົບຊຸດມາພ້ອມດ້ວຍຄູ່ມືນຳໃຊ້ມາຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກຈາກ ກະຊວງ ປທສ. ຖ້າບໍ່ມີໃບຢັ້ງຢືນມາດຕະຖານເຕັກນິກ ແມ່ນບໍ່ສາມາດໄປຂໍອະນຸຍາດນຳເຂົ້ານຳ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: https://www.satshop.tv

 

ພາຍຫຼັງໄດ້ຮັບໃບຢັ້ງຢືນມາດຕະຖານເຕັກນິກ, ຕ້ອງໄດ້ຂໍອະນຸຍາດນຳເຂົ້າ ຈາກ ກະຊວງ ຖະແຫລງຂ່າວ ແລະ ວັດທະນະທໍາ (ກົມສື່ມວນຊົນ), ສໍາລັບຕ່າງແຂວງ ແມ່ນໃຫ້ໄປຂໍອະນຸຍາດນຳເຂົ້າຈາກພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງ. ອຸປະກອນຮັບສັນຍານດາວທຽມ ແມ່ນຢູ່ພາຍໃຕ້ການຄຸ້ມຄອງ ແລະ ກວດກາຂອງກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ (ກົມສື່ມວນຊົນ) ເພື່ອສະດວກໃນການຕິດຕາມ ຄຸ້ມຄອງ ເພື່ອຄວາມໝັ້ນຄົງຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ໃນກໍລະນີບໍ່ມີໃບອະນຸຍາດນຳເຂົ້າຂອງ ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຫຼື ຂອງ ພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງ, ອຸປະກອນດັ່ງກ່າວຈະໄດ້ຖືກກັກໄວ້ດ່ານຊົ່ວຄາວ ຈົນກ່ວາຈະໄດ້ອະນຸຍາດຢ່າງຖືກຕ້ອງ ຂອງ ກະຊວງ ຫລື ພະແນກຖະແຫລງຂ່າວ ແລະ ວັດທະນະທຳແຂວງ ເສຍກ່ອນ ຈຶ່ງນຳເຂົ້າ ສປປ ລາວ.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາພົວພັນທີ່:

ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ໂທ: 021215877
ອີເມລ: [email protected]
ເວັບໄຊ: https://www.mpt.gov.la?r=site/index

ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ໂທ: 021 212412
ເວັບໄຊ: http://www.micat.gov.la/

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.