ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 48/ນຍ, ລົງວັນທີ 26 ກໍລະກົດ 2018 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຊີ້ນໍາລວມ ອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະ ຂໍ້ຕົກລົງ ສະບັບເລກທີ 589/ຂບຊ, ລົງວັນທີ 28 ສີງຫາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມອຳນວຍຄວາມສະດວກທາງດ້ານການຄ້າແຂວງບໍລິຄຳໄຊ ແລະ ໄດ້ຜ່ານນໍາສະເໜີຮ່າງຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າແຂວງບໍລິຄໍາໄຊ. ໂດຍມີຜູ້ເຂົ້າຮ່ວມຈາກຫ້ອງວ່າການແຂວງ, ພະແນກແຜນການ ແລະ ການລົງທຶນ, ກອງກວດກາພາສີແຂວງ, ສ່ວຍສາອາກອນປະຈໍາແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກສາທາລະນະສຸກ, ພະແນກວິທະຍາສາດ ແລະ ເຕັດໂນໂລຊີ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກໄປສະນີໂທລະຄົມມະນາຄົມ ແລະ ສື່ສານ, ພະແນກການຕ່າງປະເທດ, ພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ກອງບັນຊາການ ປກສ ແຂວງ ແລະ ສະພາການຄ້າອຸດສາຫະກຳແຂວງ.

ທ່ານ ບຸນເສັງ ປະທໍາມະວົງ ໄດ້ກ່າວວ່າ “ວຽກງານອໍານວຍຄວາມສະດວກທາງທາງດ້ານການຄ້າເປັນວຽກໜຶ່ງທີ່ມີຄວາມສໍາຄັນເພື່ອເປັນອິກໜຶ່ງທ່າແຮງໃນການຂັບເຄື່ອນ, ກະຕຸກຊຸກຍູ້ເສດຖະກິດ ພາຍໃນໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແນ່ໃສ່ຫຼຸດຜ່ອນຂັ້ນຕອນ ແລະ ສີ່ງກີດຂວາງທາງດ້ານການຄ້າ”

ທ່ານ ບຸນເສັງ ປະທໍາມະວົງ, ຮອງເຈົ້າແຂວງໆ ບໍລິຄຳໄຊ, ຫົວໜ້າຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແຂວງບໍລິຄໍາໄຊ 

 

ພາລະບົດບາດ ແລະ ໜ້າທີ່ຂອງຄະນະກຳມະການຊີ້ນໍາລວມ ອຳນວຍຄວາມສະດວກທາງດ້ານການຄ້າແມ່ນແກ້ໄຂບັນຫາທີ່ຍັງຄົງຄ້າງທີ່ເປັນສີ່ງກີດຂວາງທາງດ້ານການຄ້າ ເຊັ່ນ: ການສົ່ງອອກບາງສິນຄ້າໃນການຈັດຕັ້ງປະຕິບັດຕົວຈິງແມ່ນຍັງບໍ່ມີຄວາມເປັນເອກະພາບ ແລະ ບໍ່ສອດຄ່ອງກັບບັນດານິຕິກຳ ສາເຫດເນື່ອງມາຈາກການສ້າງຂັ້ນຂອດ ແລະ ສ້າງນິຕິກຳທີ່ຊັບຊ້ອນ ເຊິ່ງມັນເປັນສິ່ງກີດຂວາງທາງດ້ານການຄ້າ, ເຮັດໃຫ້ການສົ່ງອອກສິນຄ້າບໍ່ຄ່ອງຕົວ. ສະນັ້ນ, ຄະນະດັ່ງກ່າວຕ້ອງມີການປະສານສົບທົບກັນກັບຂະແໜງການທີ່ກ່ຽວຂ້ອງຢ່າງເປັນປົກກະຕິ ແລະ ກົມກຽວ ໂດຍໃຫ້ມີການວິເຄາະວິໄຈ ລະອຽດກ່ຽວກັບ ບັນຫາການນໍາເຂົ້າ - ສົ່ງອອກ ສິນຄ້າປະເພດຕ່າງໆ ແລະ ແກ້ໄຂຖືກຕ້ອງ, ຖືກເປົ້າໝາຍໃຫ້ວ່ອງໄວ ແລະ ເປັນໄປຕາມທິດທາງດຽວກັນເພື່ອເຮັດໃຫ້ວຽກງານອໍານວຍຄວາມສະດວກດ້ານຄ້າປະກົດຜົນເປັນຈິງຢ່າງມີປະສິດຕິພາບ ແລະ ຖຶກຕ້ອງຕາມລະບຽບຫຼັກການ.

ນອກຈາກນັ້ນ, ແຂວງບໍລິຄຳໄຊກໍເປັນແຂວງນຶ່ງທີ່ມີສິນຄ້າທີ່ເປັນທ່າແຮງເຊັ່ນ: ມັນຕົ້ນ, ຢາງພາລາ, ເຂົ້າ, ໄມ້ເກດ ແລະ ສາລີ. ຖ້າບັນດາຂະແໜງການມີການປະສານງານຢ່າງກົມກຽວ, ບັນຫາການນຳເຂົ້າ-ສົ່ງອອກສິນຄ້າປະເພດຕ່າງໆກໍຈະຖືກແກ້ໄຂ ແລະ ເຮັດໃຫ້ການສົ່ງອອກສິນຄ້າເພີ່ມຂຶ້ນຢ່າງແນ່ນອນ.

ແຫຼ່ງຂໍ້ມູນຂ່າວ ແລະ ພາບ: ພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄໍາໄຊ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.