ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ      ເລກ​ທີ 1179/ກງ
ນະຄອນຫຼວງ​ວຽງຈັນ, ວັນທີ 20 ພຶດສະພາ 2017

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ

  • ອີງ​ຕາມ ກົດໝາຍວ່າ​ດ້ວຍ​ສ່ວຍ​ສາ​ອາກອນ(ສະບັບ​ປັງ​ປຸງ) ​ເລກ​ທີ 70/ສພຊ, ລົງ​ວັນ​ທີ 15 ທັນ​ວາ 2015;
  • ອີງ​ຕາມ​ ກົດໝາຍ​ວ່າ​ດ້ວຍອາກອນ​ມູນ​ຄ່າ​ເພີ່ມ(ສະບັບ​ປັງ​ປຸງ) ​ເລກ​ທີ 52/ສພຊ, ລົງ​ວັນ​ທີ 23 ກໍລະກົດ 2014;
  • ອີງ​ຕາມ ​ແຈ້ງ​ການ​ຂອງ​ກະຊວງ​ການເງິນ ສະບັບ​ເລກ​ທີ 2835/ກງ, ລົງ​ວັນ​ທີ 30 ສິງຫາ 2016 ວ່າ​ດ້ວຍ​ການ​ນໍາ​ໃຊ້​ເຄື່ອງມື​ທັນ​ສະ​ໄໝ ​ເພື່ອ​ບັນທຶກ​ລາຍການ​ສະໜອງ​ສິນຄ້າ​ ​ແລະ ການ​ບໍ​ລິ​ການ ​ແລະ ການ​ເຊື່ອມ​ຕໍ່​ຂໍ້​ມູນ​ທາງ​ເອ​ເລັກ​ໂຕຣນິກ ​ເພື່ອ​ຄຸ້ມ​ຄອງ​ວຽກ​ງານ​ສ່ວຍ​ສາ​ອາກອນ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນອອກຂໍ້ຕົກລົງ

ໝວດ​ທີ 1
ບົດ
ບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້​ຕົກລົງ​ສະບັບ​ນີ້ກໍານົດ​ຫຼັກກາ​ນ, ລະບຽບ​ການ, ວິທີ​ການ ​ແລະ ມາດ​ຕະການ​ກ່ຽວ​ກັບ​ການ​ຄຸ້ມຄອງ ​ແລະ​ ນໍາ​ໃຊ້​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລ​ະ ການ​ບໍລິການ ​ເພື່ອ​ແນ​ໃສ່​ຊຸກຍູ້, ສົ່ງ​ເສີມ​ການ​ນໍາ​ໃຊ້​ເຄື່ອງມື​ບັນທັນ​ສະ​ໄໝ ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ການ​ດໍາ​ເນີນ​ທຸລະ​ກິດ​ໃຫ້​ຫຼາຍ​ຂຶ້ນ, ພ້ອມທັງ ຮັບປະກັນ​ໃຫ້ການ​ບັນ​ທຶກ​ຂໍ້​ມູນ​ການ​ເຄື່ອນ​ໄຫວ​ໄດ້​ຢ່າງ​ຄົບ​ຖ້ວນ ​ແລະ ທັນ​ການ, ສາມາດ​ເຊື່ອມ​ຕໍ່​ເຂົ້າ​ກັບ​ກາ​ນບໍລິຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ​ດ້ວຍ​ລະບົບ​ເອ​ເລັກ​ໂຕຣນິກ, ​ເຮັດ​ໃຫ້ການ​ຈັດ​ກັບ​ລາຍ​ຮັບ​ສ່ວຍ​ສາ​ອາກອນ​ເຂົ້າ​ງົບປະມານ​ມີ​ຄວາມ​ໂປ່​ງ​ໃສ, ຖືກຕ້ອງ ​ແລະ ທ່ວງທັນຕາ​ມກໍານົດ​ເວລາ.

ມາດຕາ 2 ອະທິບາຍຄໍາສັບ

ບັນດາ​ຄໍາ​ສັບ​ຕ່າງໆ​ທີ່​ນໍາ​ໃຊ້​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຄວາມ​ໝາຍ ​ດັ່ງ​ນີ້:

  • ​ເຄື່ອງ​ບັນທຶກ​ເງິນສົດ (CRM) ໝາຍ​ເຖິງ​ເຄື່ອງ​ຈັກ​ທີ່​ມີ​ໜ່ວຍ​ຄວາມ​ຈໍາ​ເພື່ອ​ນໍາ​ໃຊ້​ໃນ​ການ​ບັນທຶກ​ການ​ຂາ​ຍສິນຄ້າ ​ແລະ ການບໍ​ລິ​ການ ​ໂດຍ​ມີ​ການ​ຕິດ​ຕັ້ງ​ໂປ​ຣ​ກຣາມສໍາ​ເລັດ​ຮູບ​ກັບ​​ເຄື່ອງ​ມາ​ຈາກ​ໂຮງງານ​ຜະລິດ ​ແລະ ຖືກອອກ​ແບບ​ມາ​​ໃຫ້​ສະ​ເພາະ​ກັບ​ເງື່ອນ​ໄຂ​ຄວາມ​ຕ້ອງການ​ຂອງ​ຜູ້ນໍາ​ໃຊ້;
  • ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ (POS) ໝາຍ​ເຖິງ​ຄອມ​ພິວ​ເຕີ​ທີ່​ປະຕິບັດ​ງານ​ດ້ວຍ​ໂປ​ຣ​ກຣາມບັນທຶກ​ຂໍ້​ມູນ​ການ​ຂາຍ ​ເຊິ່ງ​ເປັນ​ລະບົບໂປ​ຣ​ກຣາມທີ່​ເຮັດ​ໜ້າ​ທີ່​ຄ້າຍຄື​ກັບ​ເຄື່ອງ​ບັນທຶກເງິນສົດ ​ແຕ່​ສາມາດ​ໃຊ້​ການ​ໄດ້​ສະຫຼັບສັບ​ຊ້ອນ​ຫຼາຍ​ກ່ວາ​ເປັນ​ຕົ້ນ ການ​ບັນທຶກ​ລາຍການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ, ການ​ຕິ​ຕາມ​ການ​ສັ່ງ​ຊື້, ການ​ສະ​ສາງ​ບັດ​ສິນ​ເຊື່ອ ຫຼື ບັດ​ເຕີ​ມເງິນ, ການ​ຄຸ້ມ​ຄອງ​ລະບົບ​ບັນຊີ​ສາງ ​ແລະ ການ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ລະບົບ​ເຄືອ​ຂ່າ​ຍອື່ນ;
  • ​ເຄື່ອງ​ບັນທຶກ​ການ​ຂາຍ​ສິນ​ຄ້າ ​ແລະ ການ​ບໍລິການ ໝາຍ​ເຖິງ​ເຄື່ອງ​ບັນທຶກ​ເງິນສົດ (CRM), ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ (POS) ລະບົບ​ບັນຊີ​ຄອມ​ພີມ​ເຕີ (CAS) ​ແລະ​ ລະບົບ​ຊຸດ​ຄໍາ​ສັ່ງ​ຄຸ້ມ​ຄອງ​ສະ​ເພາະ;
  • ​ເຄື່ອງ​ບັນທຶກເງິນສົດ ຫຼື ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ​ທີ່​ຕັ້ງ​ດ່ຽວ (Stand-Alone CRM/POS machine) ໝາຍ​ເຖີງ​ເຄື່ອງ​ດັ່ງກ່າວ​ທີ່​ໄດ້​ຕັ້ງ​ຢູ່​ໜ່ວຍ​ດຽວ​ຢ່າງ​ເອກະລາດ ​ແລະ ບໍ່​ໄດ້​ເຊື່ອມ​ຕໍ່ກັບ​ລະບົບ ຫຼື ​ເຄື່ອງ​ຈັກ​ອື່ນໆ.
  • ການ​ບັນທຶກ​ການ​ຂາຍ​ສິຄ້າ ​ແລະ ກາ​ນບໍ​ລິ​ການ ໝາຍ​ເຖິງ ການ​ປ້ອນ​ຂໍ້​ມູນ​ກ່ຽວ​ກັບ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ​ເຂົ້າ​ໃນ​ລະບົບ​ໂປຣກຣາມ ທີ່​ຕິດ​ຕັ້ງ​ຢູ່​ກັບ​ເຄື່ອງ ​ແລະ ​ເກັບ​ຮັກສາ​ໄວ້​ໃນ​ເຄື່ອງ​ດັ່ງກ່າວ ຫຼື ໜ່ວຍ​ຖານ​ຂໍ້​ມູນ​ແມ່ (Server) ຫຼື ລະບົບ​ເຊີ​ເວີ​ເມກ (Cloud Server) ​ໂດຍ​ການ​ປ້ອນ​ຂໍ້​ມູນ​ຜ່ານ​ຄີບ​ອດ (Keyboard), ໜ້າ​ຈໍ​ສໍາ​ພັດ,​ໂທລະສັບ​ໜ້າ​ຈໍ​ສໍາ​ພັດ, ​ແທບ​ເລດ (Tablet), ​ເຄື່ອງ​ສະ​ແກນ​ບາ​ໂຄດ ຫຼື ອຸປະກອນ​ອື່ນໆ​ທີ່​ເຮັດ​ໜ້າ​ທີ່​ປ້ອນ​ຂໍ້​ມູນ;
  • ການ​ເຊື່ອມ​ຕໍ່​ຂໍ້​ມູນ​ການ​ຂາຍ​ສິນຄ້າ ​ແລະ ​ບໍລິການ ໝາຍ​ເຖິງ​ການ​ສົ່ງ​ຂໍ້​ມູນ​ແບບ​ອັດຕະ​ໂນ​ມັດ​ຜ່າ​ນ​ເຄື່ອງມື​ເອ​ເລັກ​ໂຕ​ຣນິກ​ເຖິງ​ຖານ​ຂໍ້​ມູນ​ຂອງ​ກົມ​ສ່ວຍ​ສາ​ອາກອນ ຫຼື ລະບົບ​ການ​ບໍລິຫານ​ຂໍ້​ມູນ​ຂ່າ​ນສານ​ສ່ວຍ​ສາ​ອາກອນ;
  • “ລະບົບ​ການ​ບໍລິຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ​ດ້ວຍ​ລະບົບ​ເອ​ເລັກ​ໂຕຣນິກ” ໝາຍ​ເຖິງ​ການ​ຄຸ້ມ​ຄອງ, ຕິດຕາມ​ກວດກາ ຫົວໜ່ວນທຸລະ​ກິດ ​ທີ່​ເປັນ​ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ເປັນ​ຖານ​ອາກອນ ​ໃນ​ແຕ່​ລະ​ໄລຍະ ດ້ວຍ​ເຄື່ອງ​ມືທັນ​ສະ​ໄໝ ​ເພື່ອ​ເປັນ​ພື້ນຖານ​ຄິດ​ໄລ່​ລາຍ​ຮັບ​ສ່ວຍ​ອາກອນ​ໃຫ້​ຖືກຕ້ອງ, ຄົບ​ຖ້ວນ ​ແລະ ທັນ​ເວລາ;
  • ການ​ໝາຍ​ອາກອນ ໝາຍ​ເຖິງ ສິ່ງ​ພີມ​ຕ່າງໆ ຂອງ​ຂະ​ແໜງ​ສ່ວຍ​ສາ​ອາກອນ ​ເຊີ່ງ​ນໍາ​ໃຊ້​ເພື່ອ​ຕີໃສ່​ຊິ້ນສ່ວນ ຫຼື ອຸປະກອນ​ສໍາຄັນ ຂອງ​ເຄື່ອງ​ຕາມ​ທີ່​ກໍານົດ​ໄວ້​ຢູ່​​ໃນ​ເຄື່ອງ​ມື​ການ​ນໍາ​ໃຊ້​ເຄື່ອງ​ແຕ່​ລະ​ຊະນິດ ຊຶ່ງກົມ​ສ່ວຍ​ສາ​ອາກອນ​ເປັນ​ຜູ້​ອອກ​ແບບ ​ແລະ ຈັດ​ພີມ ຕາມ​ລະບຽບ​ການ;
  • ​ເລກ​ປະຈໍາ​ຕົວ​ເຄື່ອງ (Machine Identification Number) ໝາຍ​ເຖິງ ​ເລກ​ໝາຍ​ທີ່​ຂະ​ແໜງ​ສ່ວຍ​ສາ​ອາກອນ​ໄດ​ກໍານົດ​ອອກ​​ໃຫ້ ​ເພື່ອ​ຕິດ​ໃສ່​ເຄື່ອງ ​ແລະ ອຸປະກອນ​ທີ່​ກ່ຽວຂ້ອງ;
  • ​ເລກ​ລະຫັດ​ປະຈໍາ​ເຄື່ອງ ( Identification Serial Number ) ໝາຍ​ເຖິງ​ເລກ​ໝາຍ​ທີ່​ຜະ​ລິດ​ກໍານົດ​ໃຫ້​ກັບ ​ແຕ່ລະ​ເຄື່ອງ;
  • ຜູ້​ສະໜອງ​ເຄື່ອງ​ບັນທຶກ​ສິນ​ຄ້າ ​ແລະ ​ບໍລິການ ໝາຍ​ເຖິງ ຜູ້​ຜະລິດ, ຜູ້ນໍາ​ເຂົ້າ, ຜູ້​ຈໍາໜ່າຍ ​ເຄື່ອງ, ຜູ້​ໃຫ້ການ​ບໍລິການ​ຕິດ​ຕັ້ງ, ບຳລຸງ​ຮັກສາ ​ແລະ ສ້ອມ​ແປງ ທີ່​ພົວພັນ​ໂດຍ​ກົງ​ກັບ​ການ​ນໍາ​ໃຊ້​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ;
  • ຜູ້​ພັດທະນາ ຫຼື ຜູ້​ສະໜອງ​ໂປຣ​ກຣາມ ໝາຍ​ເຖິງ ບຸກຄົນ, ນິຕິບຸກຄົນ ທີ່​ຂຽນ​ໂປ​ຣ​ກຣາມ (Software) ​ໃຫ້​ຜູ້​ຊົມ​ໃຊ້​ສະ​ເພາະ ຫຼື ຂຽນ​ໂປ​ຣກຣາມສໍາ​ເລັດ​ຮູບ​ເພື່ອ​ວາງ​ຂາຍ​ຕາມ​ທ້ອງ​ຕະຫຼາດ;

ມາດຕາ 3 ຂອບເຂດນໍາໃຊ້

ຂໍ້​ຕົກ​ລົງ​ສະບັບ​ນີ້ ນໍາ​ໃຊ້​ກັບ​ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງ ທີ່​ໄດ້​ນໍາ​ໃຊ້​ເຄື່ອງ​ບັນ​ທຶກ​ການ​ຂາຍ​ສິນຄ້າ ​ແລະ ບໍລິການ, ຜູ້​ສະໜອງ​ເຄື່ອງ ​ແລະ ຜູ້ພັດທະນາ​ໂປ​ຣ​ກ​ຣາມທີ່​ນໍາ​ໃຊກັບ​ເຄື່ອງ​ດັ່ງກ່າວ ​ແລະ ຂະ​ແໜ​ງ​ສ່ວຍ​ສາ​ອາກອນ​ແຕ່ລະ​ຂັ້ນ ທີ່​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ ​ແລະ ນໍາ​ໃຊ້​ຂອບ​ເຂດ ສປປ ລາວ.

ໝວດ​ທີ 2
ປະ
ເພດເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ມາດຕາ 4 ປະເພດເຄື່ອງບັນທຶກການຂາຍສິນຄ້າ ແລະການບໍລິການ

​ເຄື່ອງ​ບັນ​ທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ ທີ່​ກໍານົດ​ໃນ​ຂໍ​ຕົກລົງ​ສະບັບ​ນີ້ ປະກອບ​ມີ ​ເຄື່ອງ​ບັນທຶກ​ຢູ່ ຈຸດ​ຂາຍ (POS), ລະບົບ​ບັນຊີ​ຄອມ​ພິວ​ເຕີ (CAS) ລະບົບ​ຊຸດ​ຄໍາ​ສັ່ງ​ຄຸ້ມ​ຄອງ​ສະ​ເພາະ, ​ເຄື່ອງ​ບັນທຶກເງິນສົດ (CRM)  ​ແລະ ​ເຄື່ອງ​ຈັກ​ອື່ນໆ ສໍາລັບ​ພີມ​ໃບ​ເກັບເງິນ, ​ໃບຮັບເງິນ ​ແລະ ​ເອກະສານ​ລາຍ​ງານ​ອື່ນໆ ຕາມ​ລະບຽບ​ການ.

  1. ຄຸນລັກສະນະທົ່ວໄປຂອງເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ
  • ​ເຄື່ອງ​ບັນທຶກເງິນສົດ (CRM) ຕ້ອງ​ເກັບ​ສະ​ສົມ​ຂໍ້​ມູນ​ການ​ຂາຍ​ຕັ້ງ​ແຕ່​ຕົ້ນ ​ໂດຍ​ບໍ່​ໃຫ້​ຕັ້ງ​ຄ່າ​ຄືນ​ໃໝ່​ໂດຍ​ລຳພັງ, ກໍລະນີ ໜ່ວຍ​ຄວາມ​ຈໍາ​ໃກ້​ຈະ​ເຕັມ ຕ້ອງ​ໄດ້​ແຈ້ງ​ຕໍ່ຂະ​ແໜງ​ສ່ວຍ​ສານ​ອາກອນກ່ອນ 30 ວັນ ​ເພື່ອ​ພິຈາລະນາອະນຸຍາດ​ຕັ້ງ​ຄ່າ​ຄືນ​ໃໝ່;
  • ​ເຄື່ອງ​ບັນທຶກເງິນສົດ (CRM) ຕ້ອງ​ມີ​ລະບົບ​ການ​ນັບ​ຈໍານວນ​ຄັ້ງ​ທີ່​​ໄດ້​ຕັ້ງ​ຄ່າ​ຄືນ​ໃໝ່, ​ເຄື່ອງ​ບັນທຶກ​ຢູ່​ຈຸດຂາຍ (POS) ​ແລະ ​ເຄື່ອງ​ຈັກ​ອື່ນໆ ທີ່​ຄ້າຍ​ຄື​ກັນ ຕ້ອງ​ບັນທຶກ​ເລກ​ທີ​ການ​ອອກ​ໃບ​ເກັບເງິນຢ່າງ​ຕໍ່​ເນື່ອງ​ຕາມ​ລຳດັບ ​ແຕ່​ນ້ອຍ​ຫາ​ໃຫຍ່ ​ແລະ ບໍ່​ໃຫ້​ຊ້ຳ​ກັນ;
  • ບໍ່ສາມາດ​ດັດ​ແປງ, ​ແກ້​ໄຂ ​ໃຫ້​ໄປ​ຕາມ​ຈຸດປະສົງ​ໃດ​ໜຶ່ງທີ່​ບໍ່ຖືກຕ້ອງ ​ເຊັ່ນ: ​ດັດ​ແປງ​ໃຫ້​ເປັນ​ການ​ນໍາ​ໃຊ້​ໃນ​ຮູບ​ແບບ​ຝຶກ​ອົບຮົມ, ທົດ​ລອງ​ນໍາ​ໃຊ້;
  • ຕ້ອງ​ສາມາດ​ເຂົ້າ​ເບິ່ງ​ຂໍ້​ມູນ​ການ​ຂາຍ​ປະຈໍາ​ວັນ ​ແລະ ຂໍ້​ມູນ​ສະ​ສົມ​ທີ່​ເກັບ​ຮັກສາ​ໄວ້​ຢູ່​ໃນ​ເຄື່ອງ ຫຼື ຢູ່​ຖານ​ຂໍ້​ມູນ​ແມ່ (Central Server);
  • ຕ້ອງ​ມີ​ໜ່ວຍ​ຄວາມ​ຈໍາ​ຖາວອນ, ລະບົບ​ກູ້​ຂໍ້​ມູນ ​ແລະ ສໍາຮອງ​ຂໍ້​ມູນ;
  • ຕ້ອງ​ສາມາດ​ເກັບ​ຮັກສາ​ຂໍ້​ມູນ​ກ່ຽວ​ກັບ​ການ​ຂາຍ, ສ່ວນ​ຫຼຸດ, ສົ່ງ​ຄືນ ​ແລະ ​ອື່ນໆ;
  • ຕ້ອງ​ສາມາດ​ສະ​​ແດງ​​ໃຫ້​ເຫັນ​ລາຍການຂາຍ​ຖືກ ອມພ, ຖືກຍົກ​ເວັ້ນ ​ແລະ ອັດຕາ​ສ່ວນ​ສ່ວນ​ຮ້ອຍ ​ໂດຍ​ແຍກ​ອອກ​ຈາກ​ກັນ​ຍ່າງ​ຈະ​ແຈ້ງ;
  • ຕ້ອງ​ສາມາດ​ສ້າງ​ເອກະສານ​ລາຍ​ງານ​ການ​ຂາຍ ຫຼື ​ເອກະສານ​ລາຍ​ງານ​ລາຍ​ຮັບ​ຕາມ​ລະບຽບການ​ການ​ກໍານົດ;
  1. ເງື່ອນໄຂສະເພາະສໍາລັບເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ
    1. ເງື່ອນໄຂສໍາລັບເຄື່ອງບັນທຶກຢູ່ຈຸດຂາຍ (POS)

ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ (POS) ປະກອບ​ມີ: ໜ້າ​ຈໍ, ​ເຄື່ອງ​ພີມຕິດ​ມາ​ນໍາ​ເຄື່ອງ ຫຼື ​ແຍກ, ຄີບອດ (key board) ​ແລະ/ຫຼື ອຸປະກອນ​ສະ​​ແກນ​ບາໂຄດ (Barcode Scanner) ​ແລະ ​ໂປຣ​ກຣາມການ​ຂາຍ (POS) ​ແລ່​ນ​ໃນ​ລະບົບ​ປະຕິບັດ​ການ​ຂອງ​ມັນ​ເອງ ​ເຊິ່ງ​ເປັນ​ຄອ​ມພິວ​ເຕີ​ຕັ້ງ​ດ່ຽວ (​ປ້ອນ​ຂໍ້​ມູນ​ຢູ່​ຈຸດ​ດຽວ) ​ແລະ ຄອມ​ພິວ​ເຕີ​ທີ່​ຕິດ​ຕັ້ງ​ລະບົບ​ເຄືອ​ຂ່າຍ (ສາມາດ​ປ້ອນ​ຂໍ້​ມູນ​ຢູ່​ຫຼາຍ​ຈຸດ) ​ໂດຍ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ວຍ​ລະບົບໂປ​ຣ​ກຣາມ.

ຄຸນ​ລັກສະນະ​ພື້ນຖານ​ຂອງ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ (POS) ມີ​ດັ່ງ​ນີ້;

  • ສາມາດ​ປ້ອນ​ຂໍ້​ມູນ ​ແລະ ສັ່ງ​ພີ​ມອອກ​ຈາກ​ທາງ​ເຄື່ອງ​ພີມ (Printer) ​ເປັນ​ພາສາ​ລາວ​ໄດ້;
  • ຕ້ອງ​ມີ​ລະບົບ​ປະຕິບັດ​ງານ​ຮອງ​ຮັບ​ລະບົບ POS ​ໄດ້​ເຊັ່ນ Window XP, Window 7 ຫຼື ສູງ​ກ່ວາ ​ແລະ Android;
  • ​ສາມາດ​ພີມ​ໃບ​ເກັບເງິນຮູບ​ແບບຕ່າງໆ ​ແລະ ​ໃບ​ລາຍ​ງານ​ລາຍ​ຮັບຕາມ​ລະບຽບ​ກົດໝາຍ​ກໍານົດ​ໄວ້;
  • ຕ້ອງ​ມີ​ບ່ອນ​ເຊື່ອມ​ຕໍ່ສໍາລັບ​ອຸປະກອນ​ທີ່​ນໍາ​ໃຊ້​ຫົວຕໍ່ USB (USB Port) ຢ່າງ​ໜ້ອຍ 2 ຈຸດ​ຂື້ນ​ໄປ;
  • ການ​ເຊື່ອມ​ຕໍ່ລະຫວ່າງ​ຄອມ​ພີວ​ເຕີ​ທີ່​ນໍາ​ໃຊ້​ໂປຣ​ກຣາມ POS, ​ເຄື່ອງ​ພີ​ມ ​ແລະ ອຸປະກອນ​ອື່ນໆ ​ແມ່ນ​ອະນຸຍາດ​ໃຫ້​ໄດ້​ແຕ່​ສາຍຕໍ່ ​ແບບ Parallel, ​ແບບ Serial ​ແລະ USB;
  • ຄອມ​ພີວ​ເຕີ, ​ເຄື່ອງພີມ ​ແລະ ອຸປະກອນ​ອື່ນໆ ຕ້ອງ​ມີ​ເລກ​ລະຫັດ​ເຄື່ອງ (Identical Serial Number);
  • ສາມາດ​ເຊື່ອມຕໍ່​ເຂົ້າ​ກັບ​ລະບົບ​ການ​ບໍ​ລິ​ຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ​ໄດ້. ກໍ​ລະ​ນີຄອມພີ​ວ​ເຕີ​ນໍາ​ໃຊ້​ລະບົບ​ປະຕິບັດ​ງານ​ຜ່ານ​ເຄື່ອຂ່າຍ​ທີ່​ນໍາ​ໃຊ້​ຢູ່​ຫຼາຍ​ຈຸດ, ບໍລິຫານ​ລະບົບ (Administrator) ຕ້ອງ​ອຳນວຍ​ຄວາມ​ສະດວກ​ໃນ​ການ​ຕິດ​ຕັ້ງ​ໂປຣ​ກຣາມ ການ​ເຊື່ອມ​ຕໍ່​ເຂົ້າ​ໃນ​ລະບົບ​ບໍລິຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ;
  • ກໍລະນີ ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ​ທີ່​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ຖານ​ຂໍ້​ມູນ​ແມ່ (Central Server) ຕ້ອງ​ຮັບປະກັນ​​ໃຫ້​ຂໍ້​ມູນ ການ​ຂາຍ​ທີ່​ບັນທຶກ​ຢູ່​ແຕ່ລະ​ຈຸດ​ຖືກ​ໂອນ​ໄປ​ຖານ​ຂໍ້​ມູນ​ດັ່ງກ່າວ​ຢ່າງ​ອັດຕະ​ໂນ​ມັດ ພ້ວມທັງ​ເກັບ​ຮັກສາ​ໄວ້​ຕາມ​ກໍານົດ​ເວລາ​ທີ່​ລະບຽບ​ກົດໝາຍ​ກໍານົດ​ໄວ້.
    1. ເຄື່ອງບັນທຶກເງິນສົດ (Cash Register Machine)

ເຄື່ອງ​ບັນທຶກເງິນສົດ ປະກອບ​ມີ: ລີ້ນຊັກ​ເກັບເງິນ, ໜ້າ​ຈໍ​ສະ​ແດງ​ຜົນ,​ ​ເຄື່ອງພີມ ​ແລະ ​ໂປຣ​ກຣາມພື້ນຖານທີ່​ຜູ້ຜະລິດ ຫຼື ຜູ້​ສະໜອງ​ໄດ້​ຕິດ​ຕັ້ງ​ໄວ້​ກັບ​ຕົວ​ເຄື່ອງ; ​ເຄື່ອງ​ດັ່ງກ່າວ​ສາມາດ​ບັນ​ທຶກ​ລາຍການ​ສິນຄ້າ, ລາຄາ ​ແລະ ມີ​ຊຸດ​ຄໍາ​ສັ່ງ​ເພື່ອ​ຄິດ​ໄລ່​ລາຄາ​ລວມ, ຈໍານວນເງິນອາກອນ​ມູນ​ຄ່າ​ເພີ່ມ, ສັ່ງ​ພີ​ມ​ໃບ​ເກັບເງິນ ​ແລະ ສ້າງ​ລາຍ​ງານ​ການ​ຂາຍ​ເປັນ​ແຕ່ລະ​ໄລຍະ​ໄດ້.

ຄຸນ​ລັກສະນະ​ພື້ນ​ຖານ ຂອງ​ເຄື່ອງ​ບັນທຶກເງິນສົດຢ່າງ​ໜ້ອຍ ຕ້ອງ​ມີ​ດັ່ງ​ນີ້:

  • ສາມາດ​ປ້ອນ​ຂໍ້​ມູນ​ເປັນ​ພາສາ​ລາວ ​ແລະ ສັ່ງ​ພີ​ມ​ເປັນ​ພາສາ​ລາວ​ໄດ້;
  • ສາມາດ​ພີ​ມ​ໃບ​ເກັບເງິນ ຕາມ​ລະບຽບການ​ກໍານົດ;
  • ມີ​ໜ່ວຍ​ຄວາມ​ຈໍາ​ພາຍ​ໃນ​ທີ່​ສາມາດ​ເກັບ​ຂໍ້​ມູນ​ການ​ຂາຍ​ໄດ້​ຢ່າງ​ໜ້ອຍ 4G ຂື້ນ​ໄປ;
  • ສາມາດ​ຄິດ​ໄລ່​ລາຄາ​ລວມ ​ແລະ ​ແຍກ​ໃຫ້​ເຫັນ​ອາກອນ​ມູນ​ຄ່າ​ເພີ່ມ;
  • ສາມາດ​ສ້າງ​ເອກະສານ​ລາຍ​ງານ​ຕ່າງໆ​ ຕາມ​ລະບຽບ​ການ​ກໍານົດ;
  • ສາມາດ​ບັນທຶກ​ລາຍການ​ສິນຄ້າ ຫຼື ການ​ບໍລິການ​ຢ່າງ​ໜ້ອຍ 100 ຊະນິດ​ຂື້ນ​ໄປ;
  • ສາມາດ​ເຊື່ອມ​ຕໍ່​ເຂົ້າ​ກັບ​ລະບົບ​ການບໍລິຫານ​ຂໍ້​ມູນ​ຂ່າວສານ ສ່ວຍ​ສາ​ອາກອນ;
    1.  ເຄື່ອງຈັກອື່ນໆ

ເຄື່ອງ​ຈັກ​ອື່ນໆ ​ແມ່ນ​ເຄື່ອງ​ຈັກ​ເອ​ເລັກ​ໂຕຣນິກ ທີ່​ສາມາ​ດບັນທຶກ​ການ​ຂາຍ​ສິຄ້າ ​ແລະ ​ການ​ບໍລິການ, ນໍາ​ໃຊ້​ໃນ​ການ​ເຮັດ​ທຸລະ​ກໍາ​ທາງ​ດ້ານ​ການເງິນ ​ເຊັ່ນ;​ ​ເຄື່ອງ​ຮູດບັດ​ວີຊ່າ, ບັດ​ສິນ​ເຊື່ອ, ບັດ​ເຕີມເງິນ, ​ເຄື່ອງພີມ​ໃບ​ເກັບເງິນ​ແບບ​ເຄື່ອງ​ທີ່, ​ເຄື່ອງ​ບັນຊາ​ໜ້າ​ຈໍ​ສໍາ​ພັດ (Smart Tab) ​ແລະ ອຸປະກອນ​ອື່ນໆ​ຕາມ​ທີ່​ກົດໝາຍ​ອະນຸຍາດ ​ເຊີ່ງ​ຄຸນ​ລັກສະນະ​ພື້ນ​ຖານ​ຂອງ​ເຄື່ອງ​ແຕ່​ລະ​ຊະນິກກໍ່ຈະ​ແຕກ​ຕ່າງ​ກັນ​ໄປ ຕາມ​ການ​ກໍານົດ​ໃນ​ແຕ່ລະ​ໄລຍະ.

ໝວດ​ທີ 3
ເງື່ອນໄຂ ແລະ ຂັ້ນຕອນການສະເໜີໃບຢັ້ງຢືນຮັບຮອງ ມາດຕະຖານເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ມາດຕາ 5 ເງື່ອນໄຂການສະເໜີຜູ້ສະໜອງເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ບຸກຄົນ, ນິຕິບຸກຄົນ ທີ່​ຕ້ອງການ​ດໍາ​ເນີນ​ທຸລະ​ກິດ​ສະໜອງ​ເຄື່ອງ​ບັນທຶກເງິນສົດ ​ແລະ ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ ຕ້ອງ​ມີ​ເງື່ອນ​ໄຂ ດັ່ງ​ຕໍ່​ໄປ​ນີ້:

1. ​ໃບ​ທະບຽນວິ​ສາ​ຫະກິດ ​ແລະ/ຫຼື ​ເອກະສານ​ຢັ້ງ​ຢື​ນທີ່ຢູ່​ຕາມ​ກົດໝາຍ;

2. ​ໃບ​ທະບຽນອາກອນ ຫຼື ​ໃບ​ຢັ້ງ​ຢື​ນ​ເລກ​ປະຈໍາ​ຕົວ​ຜູ້​ເສຍ​ອາກອນ;

3. ​ໃບ​ຢັ້ງ​ຢື​ນການ​ປະຕິບັດ​ພັນທະ​ຂອງ​ສົກ​ປີຜ່ານມາ (ສໍາລັບ​ຫົວໜ່ວຍ​ທຸລະ​ກິດ​ທີ່​ເຄື່ອນ​ໄຫວ​ແລ້ວ).

ມາດຕາ 6 ເອກະສາແລະ ຂັ້ນຕອນການຂໍໃບຢັ້ງຢືນຮັບຮອງມາດຕະຖານເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ກ. ເອກະສານປະກອນໃນການຂໍໃບຢັ້ງຢືນຮັບຮອງມາດຕະຖານ ມີດັ່ງນີ້:

1. ​ໃບ​ຄໍາ​ຮ້ອງ (ຂຽນ ຫຼື ພີມ​ຂໍ້ຄວາມ​​ໃສ່​ຕາມ​ແບບ​ພີ​ມທີ່​ກົມ​ສ່ວຍ​ສາ​ອາກອນ​ກໍານົດ);

2. ຄູ່​ມື​ການ​ນໍາ​ໃຊ້​ເຄື່ອງ ​ແລະ ອຸປະກອນ​ຕ່າງໆ​ທີ່​ຈະ​ສະ​ເໜີ​ຮັບຮອງ​ມາດຕະຖານ;

3. ​ໃບ​ຢັ້ງ​ຢືນ​ໂປຣ​ກຣາມບັນຊີ (ຖ້າ​ເຄື່ອງ​ບັນທຶກ​ຢູ່​ຈຸດ​ຂາຍ​ເຊື່ອມ​ຕໍ່ກັບໂປ​ຣ​ກຣາມບັນຊີ);

4. ​ໃບ​ລາຍ​ງານ​ຫຍໍ້​ກ່ຽວກັບ​ຄຸນ​ລັກສະນະ​ຂອງ​ເຄື່ອງ ​ແລະ ອຸປະກອນ;

5. ​ແບບ​ຕົວຢ່າງ ​ໃບ​ເກັບເງິນ, ບົດ​ສະຫຼຸບ​ປະຈໍາ​ວັນ ​ແລະ ​ເອກະສານ​ລາຍ​ງານ​ຮັບ​ປະຈໍາ​ເດື​ອນ;

ຂ. ຂັ້ນຕອນ ພິຈາລະນາອອກໃບຢັ້ງຢືນຮັບຮອງມາດຕະຖານ

           ການ​ອອກ​ໃບຢັ້ງຢືນຮັບຮອງ​ມາດຕະຖານ ມີ​ຂັ້ນ​ຕອນ​ຈັດ​ຕັ້ງ​ປະຕິບັດ ດັ່ງ​ນີ້:

1. ຜູ້​ດໍາ​ເນີນ​ທຸລະ​ກິດ​ຍື່ນ​ສໍານວນ​ຄໍາ​ຮ້ອງ​ເຖິງກົມ​ສ່ວຍ​ສາ​ອາກອນ;

2. ກົມ​ສ່ວຍ​ສາ​ອາກອນ​ກວດກາ​ຄວາມ​ຖືກຕ້ອງ​ຂອງ​ສໍານວນ​ຄໍາ​ຮ້ອງ;

3. ຖ້າ​ເອກະສານ​ບໍ່ຖືກຕ້ອງ ຫຼື ບໍ່ຄົບ​ຖ້ວນ​ຈະ​ໄດ້​ສົ່ງ​ກັບ​ພາຍ​ໃນ​ກໍານົດ 2 ວັນ​ລັດຖະການ;

  1. ​ ຖ້າ​ເອກະສານ​ຖືກຕ້ອງ ​ແລະ ຄົບ​ຖ້ວນ ຈະ​ໄດ້​ອອກ​ແຈ້ງ​ການ​ເຊີນ​ໃຫ້​ຜູ້​ດໍາ​ເນີນ​ທຸລະ​ກິດ​ເຂົ້າ​ມາ​ນໍາ​ສະ​ເໜີ​ກ່ຽວ​ກັບ​ລະບົບ​ການ​ເຮັດ​ວຽກ​ຂອງ​ເຄື່ອງ ຫຼື​ໂປຣ​ກຣາມ;

5. ຄະນະ​ກໍາມະການ​ຮັບຮອງ​ມາດຕະຖານ​ທີ່​ຖືກ​ແຕ່ງ​ຕັ້ງ​ຈາກ ທ່ານ ລັດຖະມົນຕີ​ກະຊວງ​ການເງິນ ຈະ​ໄດ້​ຮັບ​ຟັງ​ການສະ​ເໜີ​ກ່ຽວ​ກັບ​ການ​ນ້ຳ​ໃຊ້​ໂປຣ​ກຣາມ ​ແລະ ການ​ເຮັດ​ວຽກຂອງ​ເຄື່ອງ​ຈາກ​ຜູ້​ດໍາ​ເນີນ​ທຸລະ​ກິດ ຫຼື ​ເຈົ້າ​ຂອງ​​ໂປຣ​ກຣາມ;

6. ຄະນະ​ກໍາມະການ​ດໍາ​ເນີນ​ການ​ພິຈາລະນາ​ການ​ອອກ​ໃບຢັ້ງຢືນຮັບຮອງ​ມາດຕະຖານ. ຖ້າວ່າ​ເງື່ອນ​ໄຂ​ຕ່າງໆທີ່​ກໍານົດ​ຂ້າງ​​ເທິງ​ນັ້ນ​ຄົບ​ຖ້ວນ, ກົມ​ສ່ວຍ​ສາ​ອາກອນ​ຈະ​ອອກ​ໃບຢັ້ງຢືນຮັບຮອງ​ມາດຕະຖານ​ພາຍ​ໃນ​ກໍານົດ 5 ວັນລັດຖະການ. ກໍລະນີ ເງື່ອນໄຂ່ບໍ່ຄົບຖ້ວນ ກົມສ່ວຍສາອາກອນຈະອອກແຈ້ງການໃຫ້ຜູ້ນໍາເນີນທຸລະກິດຊາບກ່ຽວກັບບັນຫາທີ່ບໍ່ທັນຄົບຖ້ວນຕາມເງື່ອນໄຂດັ່ງກ່າວນັ້ນ ພາຍໃນກໍານົດ 2 ວັນລັດຖະການ.

ໝວດທີ 4
ເງື່ອນໄຂ ແລະ ຂັ້ນຕອນການອະນຸຍາດ, ເງື່ອນໄຂ ແລະ ກວດກາເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ມາດຕາ 7 ເງື່ອນໄຂການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງ ທີ່ຕ້ອງການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຕ້ອງປະຕິບັດເງື່ອນໄຂ ດັ່ງຕໍ່ໄປນີ້;

1. ໄດ້ສ້າງຕັ້ງວິສາຫະກິດ ຕາມລະບຽບກົດໝາຍຂອງ ສປປ ລາວ ຊື່ງມີເອກະສານຢັ້ງຢືນຢ່າງຖືກຕ້ອງເຊັ່ນ: ມີເບີທະບຽນວິສາຫະກິດ, ໃບທະບຽນສໍາປະທານ, ໃບອະນຸຍາດລົງທຶນ ແລະ ອື່ນໆ ຕາມທີ່ກົດໝາຍກໍານົດໄວ້;

     2. ມີເບີທະບຽນອາກອນ ຫຼື ໃບຢັ້ງຢືນເລກປະຈໍາຕົວຜູ້ເສຍອາກອນ ຢ່າງຖືກຕ້ອງຕາມລະບຽນການ;

     3. ມີໃບອະນຸຍາດຮັບຮອງມາດຕະຖານ ໂດຍອອກໃຫ້ໂດຍກົມສ່ວຍສາອາກອນ;

     4. ສັນຍາຜູກພັນກ່ຽວກັບໂປຣກຣາມ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ລະຫວ່າງຜູ້ສະໜອງ ແລະ ຜູ້ນໍາໃຊ້;

          5. ມີເບີຢັ້ງຢືນການປະຕິບັດພັນທະຂອງສົກປີຜ່ານມາ (ສໍາລັບຫົວໜ່ວຍທຸລະກິດທີ່ເຄື່ຶອນໄຫວແລ້ວ).

ມາດຕາ 8 ຂັ້ນຕອນການຂໍອະນຸຍາດການນໍາໃຊ້ ແລະ ກວດກາເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ກ. ເອກະສານປະກອບໃນການຂໍອະນຸຍາດໃຊ້ເຄື່ອງ ມີດັ່ງນີ້:

1. ໃບຄໍາຮ້ອງຂໍອະນຸຍາດນໍາໃຊ້ (ຂຽນ ຫຼື ພີມຂໍ້ຄວາມໃສ່ ຕາມແບບພີມຕາມທີ່ກົມສ່ວຍສາອາກອນກໍານົດ);

2. ເຄື່ອງມືການນໍາໃຊ້ເຄື່ຶອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ແລະ ອຸປະກອນຕ່າງໆ;

3. ໃບລາຍງານກ່ຽວກັບເຄື່ອງ: ປະເພດ, ຊະນິດ, ຍີ່ຫໍ້, ຮຸ່ນ, ເລກລະຫັດປະຈໍາເຄື່ອງ ແລະ ຄຸນລັກສະນະອື່ນໆ;

4. ແຜ່ນວາດການຕິດຕັ້ງເຄື່ອງ ແລະ ການເຊື່ອມຕໍ່ເຄື່ອງເຂົ້າກັບອຸປະກອນອື່ນໆ (ຖ້າມີ) ແລະ ການເຊື່ອມຕໍ່ກັບລະບົບການບໍລິຫານຂໍ້ມູນຂ່າວສານສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ;

5. ແຜນວາດຂັ້ນຕອນການບັນທຶກລາຍການຂາຍສິນຄ້າ ແລະ ການບໍລິການ;

6. ແບບຕົວຢ່າງໃບເກັບເງິນນ ແລະ ເອກະສານລາຍງານລາຍຮັບ.

     ຂ. ຂັ້ນຕອນ ພິຈາລະນາອອກໃບອະນຸຍາດນໍາໃຊ້ ແລະ ກວດກາເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

          ການອອກອະນຸຍາດນໍາໃຊ້ ມີຂັ້ນຕອນ ດັ່ງນີ:

          1. ຜູ້ດໍາເນີນທຸລະກິດຍື່ນສໍານວນຄໍາຮ້ອງ ເຖິງຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ;

          2. ຖ້າເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຈະໄດ້ສົ່ງກັບພາຍໃນກໍານົດ 2 ວັນລັດຖະການ;

          3. ຖ້າເອກະສານຖືກຕ້ອງ ແລະ ຄົບຖ້ວນ ຂະແໜງສ່ວຍສາອາກອນຂັ້ນກ່ຽວຂ້ອງຈະພິຈາລະນາການອອກອະນຸຍາດພາຍໃນກໍານົດ 5 ວັນລັດຖະການ;

          4. ຂະແໜງການສ່ວຍສາອາກອນຂັ້ນກ່ຽວຂ້ອງກວດກາເນື້ອໃນລາຍລະອຽດຂອງສໍານວນຄໍາຮ້ອງ ເປັນຕົ້ນ ຄຸນລັກສະນະຂອງເຄື່ອງ, ກວດກາແບບໃບເກັບເງິນນ, ແບບພີມເອກະສານລາຍງານການຂາຍ ແລະ ເອກະສານທີ່ກ່ຽວຂ້ອງອື່ນໆ;

          5. ຂະແໜງສ່ວຍສາອາກອນທີ່ກ່ຽວຂ້ອງ ອອກໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ແລະ ໃບເກັບເງິນນດ້ວຍເຄື່ອງພີມດັ່ງກ່າວ (ໃບອະນຸຍາດມີອາຍຸນໍາໃຊ້ 1 ປີ ເຊີ່ງກໍານົດຕາມປີສາກົນ);

          6. ຜູ້ສະໜອງເຄື່ອງດໍາເນີນການຕິດຕັ້ງ ແລະ ທົດລອງນໍາໃຊ້, ຫຼັງຈາກນັ້ນໃຫ້ສົ່ງຜົນລາຍງານໃຫ້ຂະແໜງ ສ່ວຍສາອາກອນ ບ່ອນທີ່ຜູ້ນໍາໃຊ້ຂື້ນກັບ ພາຍໃນ 24 ຊົ່ວໂມງ;

          7. ຂະແໜງສ່ວຍສາອາກອນ ລົງຕິດກາໝາຍອາກອນ ແລະ ເຊື່ອມຕໍ່ກັບລະບົບການບໍລິຫານຂໍ້ມູນຂ່າວສານສ່ວຍສາອາກອນ ດ້ວຍລະບົບເອເລັກໂຕຣນິກ;

          8. ຜູ້ດໍາເນີນທຸລະກິດ ອອກແຈ້ງການກ່ຽວກັບການນໍາໃຊ້ໃບເກັບເງິນນສະເພາະ ອອກທາງສື່ມວນຊົນ, ລົງທາງເວັບໄຊທ໌ ຂອງກົມສ່ວຍສາອາກອນ ກະຊວງການເງິນນ, ຕິດແບບຢ່າງໃບເກັບເງິນນໄວັບ່ອນເປີດເຜີຍ ແລະ ຂໍ້ຂື້ນທະບຽນການນໍາໃຊ້ໃບເກັບເງິນນ ຕາມລະບຽບການ.

ໝວດທີ 5
ການປ່ຽນແປງສະຖານທີ່ ແລະ ການຢຸດເຊົາ ການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ມາດຕາ 9 ການປ່ຽນແປງສະຖານທີ່ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະການບໍລິການ

ຜູ້ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ທີ່ຕ້ອງການຍົກຍ້າຍບ່ອນນໍາໃຊ້ເຄື່ອງ ຈາກສະຖານທີ່ໜຶ່ງໄປອີກສະຖານທີ່ອື່ນທີ່ເປັນຂອງວິສາຫະກິດດຽວກັນ ຕ້ອງໄດ້ແຈ້ງໃຫ້ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນໄດ້ຮັບໃບອະນຸຍາດ ຮັບຊາບລ່ວງໜ້າກ່ອນ ພາຍໃນກໍານົດເວລາ 5 ວັນ ເພື່ອງລົງກວດກາ ແລະ ອອກເອກະສານຢັ້ງຢືນ. ຈາກນັ້ນ ຈື່ງສະເໜີຕໍ່ຂະແໜງສ່ວຍສາອາກອນ ບ່ອນທີ່ຕົນຈະນໍາໃຊ້ເຄື່ອງເພື່ອຮັບອະນຸຍາດ ຕາມລະບຽບການ.

ກໍລະນີມີຈຸດປະສົງນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ແບບເຄື່ອນທີ່ເຊັ່ນ ການຂາຍສິນຄ້າ ແລະ ການບໍລິການຢູ່ເທດສະການ ຫຼື ງານບຸນປະເພນີ, ການໂຄສະນາຂາຍສິນຄ້າ ແລະ ອື່ນໆ ຕ້ອງໄດ້ຂໍອະນຸຍາດນໍາໃຊ້ເປັນອັນສະເພາະຕ່າງຫາກ ຕາມລະບຽບການ.

ມາດຕາ  10 ການຢຸດເຊົານໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ຜູ້ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ທີ່ຕ້ອງການຢຸດເຊົາການນໍາໃຊ້ຊົ່ຄາວ ຫຼື ເປັນການຖາວອນ ຕ້ອງສະເໜີຫາຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ ເພື່ອລົງກວດກາ, ເກັບກໍາຂໍ້ມູນທີ່ເກັບຮັກສາຢູ່ໃນເຄື່ອງ ຫຼື ຢູ່ຖານຂໍ້ມູນແມ່ ແລະ ອອກໃບຢັ້ງຢືນການຖອດຖອນເຄື່ອງດັ່ງກ່າວອອກຈາກການນໍາໃຊ້.

ກໍລະນີ ຕ້ອງການເອົາເຄື່ອງທີ່ຖືກຖອດຖອນອອກໄປນັ້ນ ໄປນໍາໃຊ້ຢູ່ຫົວໜ່ວຍທຸລະກິດອື່ນ, ຜູ້ນໍາໃຊ້ລາຍໃໝ່ຕ້ອງໄດ້ສະເໜີຫາຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບເພື່ອຂໍອະນຸຍາດນໍາໃຊ້ ຕາມລະບຽບການ.

ໝວດທີ 6
ການແບ່ງຂັ້ນຄຸ້ມຄອງ ການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ມາດຕາ 11 ການແບ່ງຂັ້ນອອກໃບອະນຸຍາດ, ຕິດກາໝາຍອາກອນ ແລະ ເຊື່ອມຕໍ່ເຂົ້າກັບລະບົບການບໍລິຫານຂໍ້ມູນຂ່າວສານສ່ວຍສາອາກອນດ້ວຍລະບົບເອເລັກໂຕຣນິກ

ກ. ການອອກໃບອະນຸຍາດນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

1. ກົມສ່ວຍສາອາກອນ ອອກໃບອະນຸຍາດນໍາໃຊ້, ໃຫ້ຫົວໜ່ວຍທຸລະກິດ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງກົມສ່ວຍສາອາກອນ;

2. ພະແນກສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງວຽງຈັນ ອອກໃບອະນຸຍາດໃຫ້ຫົວໜ່ວຍທຸລະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຂວງ, ນະຄອນຫຼວງວຽງຈັນ ແລະ ບັນດາເມືອງທີ່ຂື້ນກັບຕົນ.

ຂ. ການແບ່ງຂັ້ນຕິດກາໝາຍອາກອນ

1. ກົມສ່ວຍສາອາກອນຕີກາໝາຍອາກອນໃຫ້ຫົວໜ່ວຍທຸລະກິດ ຢູ່ພາຍໃຕ້ການຄຸ້ມຄອງຂອງກົມສ່ວຍສາອາກອນ;

2. ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງວຽງຈັນ ຕິດກາໝາຍອາກອນໃຫ້ຫົວໜ່ວຍທຸລະກິດທີ່ຂື້ນກັບຕົນ;

3. ສ່ວຍສາອາກອນປະຈໍາເມືອງ ຕິດກາໝາຍອາກອນໃຫ້ຫົວໜ່ວຍທຸລະກິດທີ່ຂື້ນກັບຕົນ;

ຄ. ການເຊື່ອມຕໍ່ເຂົ້າກັບລະບົບການບໍລິຫານຂໍ້ມູນຂ່າວສານສ່ວຍສາອາກອນ

ການເຊື່ອມຕໍ່ເຂົ້າກັບລະບົບການບໍລິຫານຂໍ້ມູນຂ່າວສານສ່ວຍສາອາກອນ ດ້ວຍລະບົບເອເລັກໂຕຣນິກ ແມ່ນກົມສ່ວຍສາອາກອນເປັນຜູ້ຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ.

ມາດຕາ 12 ການແບ່ງຂັ້ນດໍາເນີນການກວດກາການນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

1. ກົມສ່ວຍສາອາກອນມີສິດກວດກາການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິຄ້າ ແລະ ການບໍລິການ ໃນຂອບເຂດທົ່ວປະເທດ;

2. ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງວຽງຈັນ ມີສິດກວດກາການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການໃນຂັ້ນຂອງຕົວເອງຄຸ້ມຄອງ ແລະ ເມືອງທີ່ຂື້ນກັບ;

3. ສ່ວຍສາອາກອນປະຈໍາເມືອງ ມີສິດກວດກາການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການຢູ່ໃນເມືອງຂອງຕົນ.

ໝວດທີ 7
ຄວາມຮັບຜິດຊອບຂອງພາກສ່ວນຕ່າງໆ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ມາດຕາ 13 ຄວາມຮັບຜິດຊອບຂອງຜູ້ສະໜອງໂປຣກຣາມ ແລະ ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ບຸກຄົນ, ນິຕິບຸກຄົນທີ່ດໍາເນີນທຸລະກິດກ່ຽວກັບການສະໜອງເຄື່ອງຈັກ, ອຸປະກອນ, ໂປຣກຣາມ, ການຕິດຕັ້ງ, ບຳລຸງຮັກສາ ແລະ ສ້ອມແປງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ໃຫ້ແກ່ຜູ້ນໍາໃຊ້ຕ້ອງ:

1. ໄດ້ຮັບການອະນຸຍາດດໍາເນີນທຸລະກິດ ຢ່າງຖືກຕ້ອງ, ມີໃບທະບຽນວິສາຫະກິດ ແລະ ເລກປະຈໍາຕົວເສຍອາກອນ;

2. ຈັດຕັ້ງການບັນທຶກບັນຊີ, ນໍາໃຊ້ໃບເກັບເງິນນ, ດໍາເນີນການແຈ້ງເສຍອາກອນຢ່າງປົກກະຕິ ແລະ ປະຕິບັດລະບຽບການຕ່າງໆຂອງລັດວາງອອກ ຢ່ງຖືກຕ້ອງ ແລະ ເຂັ້ມງວດ;

3. ມອບສໍາເນົາຄູ່ມືການນໍາໃຊ້ໂປຣກຣາມ, ປື້ມຄູ່ມືການນໍາໃຊ້ເຄື່ອງ ແລະ ອຸປະກອນຕ່າງໆ ໃຫ້ກົມສ່ວຍສາອາກອນ;

4. ມີສັນຍາຜູກພັນກັບຜູ້ນໍາໃຊ້ເຄື່ອງ ໂດຍມີການລະບຸກ່ຽວກັບ ການເເນະນໍາ, ຝຶກອົບຮົມ, ການປັງປຸງແກ້ໄຂໂປຣກຣາມ, ການເປີດເຜີຍຂໍ້ມູນໃຫ້ກົມສ່ວຍສາອາກອນ ແລະ ດ້ານອື່ນໆ ທີ່ໄດ້ຕົກລົງກັນໃນເວລາຊື້-ຂາຍ;

5. ດໍາເນີນການປັບປຸງແກ້ໄຂໂປຣກຣາມໃຫ້ຖືກຕ້ອງຕາມມາດຕະຖານທີ່ກະຊວງການເງິນນກໍານົດ;

6. ມີໃບຢັ້ງຢືນຮັບຮອງມາດຕະຖານຈາກກົມສ່ວຍສາອາກອນ ຈຶ່ງສາມາດຕິດຕັ້ງໂປຣກຣາມໃຫ້ຜູ້ນໍາໃຊ້. ກໍລະນີ ບໍ່ແມ່ນຜູ້ພັດທະນາໂປຣກຣາມໂດຍກົງ, ຜູ້ເປັນຕົວແທນຈໍາໜ່າຍ ຫຼື ຜູ້ທີ່ໄດ້ຮັບມອບສິດ ສາມາດສະເໜີຂໍໃບຢັ້ງຢືນແທນໄດ້;

7.​​ ອໍານວຍຄວາມສະດວກໃນການເຊື່ອມຕໍ່ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງລູກຄ້າ ເຂົ້າກັບລະບົບການບໍລິຫານຂໍ້ມູນມູນຂ່າວສານສ່ວຍສາອາກອນ. ຜູ້ສະໜອງ, ຜູ້ພັດທະນາໂປຣກຣາມ ຫຼື ຜູ້ທີ່ໄດ້ຮັບມອບສິດ (ຢູ່ພາຍໃນ ຫຼື ຕ່າງປະເທດ) ຕ້ອງສະໜອງພາບສະແດງໂຄງສ້າງລະບົບຖານຂໍ້ມູນ ຫຼື ການໃຫ້ຂໍ້ມູນຂອງລະບົບ (System flow) , ຂະບວນການເຮັດວຽກຂອງເຄື່ອຂາຍ (Process flow), ລະບົບການອອກໃບເກັບເງິນນ ແລະ ເລກລະຫັດປະຈໍາເຄື່ອງ (ຖ້າເປັນຄອມພິວເຕີ ແມ່ນເອົາທັງສອງ Hard disk ແລະ CPU) ເມື່ອມີການສະເໜີຢ່າງເປັນທາງການ;

8. ລາຍງານໃຫ້ແກ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບ ຢ່າງທັນການເມື່ອພົບເຫັນກາໝາຍອາກອນຖືກຈີກຂາດ, ຖືກທຳລາຍ ແລະ ຂໍ້ມູນຖືກດັດແກ້ ຫຼື ຜິດປົກກະຕິ ຈາກສະພາບເດີມ;

9. ປະຕິບັດລະບຽບກົດໝາຍອື່ນໆທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ມາດຕາ 14 ຄວາມຮັບຜິດຊອບ ຂອງຜູ້ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້ານ ແລະ ການບໍລິການ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດໃຫ້ນໍາໃຊ້ຕ້ອງ:

1. ຕິດ​ໃບ​ອະນຸຍາດ​ນໍາ​ໃຊ້ ​ໄວ້​ຢູ່​ບ່ອນ​ເປີດ​ເຜີຍ ​ໃນ​ສະຖານ​ທີ່​ດໍາ​ເນີນ​ທຸລະ​ກິ​ດ ຊື່​ງສາມາດ​ເຮັດ​ໃຫ້​ບຸກຄົນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ ​ແລະ ຊັດ​ເຈນ;

2. ມີ​ສັນຍາ​ຜູກ​ພັນ​ກັບ​ຜູ້​ສະໜອງ ​ໂດຍ​ມີ​ການ​ລະບຸ​ກ່ຽວກັບ​ການ​​ແນະນໍາ, ​ຝຶກ​ອົບຮົມ, ການ​ປັງ​ປຸງ​ແກ້​ໄຂ​ແກ້​ໄຂ​ໂປຣກຣາມ, ການ​ເປີດ​ເຜີຍ​ຂໍ້​ມູນ​ໃຫ້​ກົມ​ສ່ວຍ​ສາ​ອາກອນ ​ແລະ ດ້ານ​ອື່ນໆ ທີ່​ໄດ້​ຕົກລົງ​ກັນ​ໃນ​ເວລາ​ຊື້-​ຂາຍ;

3. ປະສານ​ສົມທົບ​ກັບ​ຜູ້​ສະໜອງ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ສ່ວຍ​ສາ​ອາກອນ ຕິດ​ກາ​ໝາຍ​ອາກອນ ​ໃສ່​ອຸປະກອນ​ຂອງ​ເຄື່ອງ ຕາມ​ທີ່​ກໍານົດ​ໄວ້ ​ໃນ​ຄູ່​ມື​ການ​ນໍາ​ໃຊ້ ຂອງ​ເຄື່ອງ​ແຕ່​ລະ​ຊະນິດ; ​ໃນ​ກໍລະນີ ພົບ​ເຫັນ​ກາ​ໝາຍ​ອາກອນ​ຖືກຈີກ​ຂາດ ຫຼື ບໍ່​ສາມາ​ດອ່ານ​ຂໍ້ຄວາມ​ໄດ້​ຢ່າງ​ຊັດ​ເຈນ ຕ້ອງ​ໄດ້​ສະ​ເໜີ​ຫາ​ຂະ​ແໜງ​ສ່ວຍ​ສາ​ອາກອນ​ບ່ອນ​ທີ່​ຕົນ​ຂື້ນ​ກັບ​ຮັບ​ຊາບ ພາຍ​ໃນ 48 ຊົ່ວ​ໂມງ;

4. ສະໜອງ​ຂໍ້​ມູນ​ທີ່​ເກັບ​ຮັກສາ​ໄວ້​ຢູ່​ໃນ​ເຄື່ອງ ຫຼື ອຸປະກອນ​ສະ​ເພາະ ຫຼື ຖານ​ຂໍ້​ມູນ​ແມ່ (central server), ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຂົ້າ​ຫາ​ລະບົບ​ຖານ​ຂໍ້​ມູນ ​ໃນ​ເວລາ​ມີ​ການ​ຮ້ອງ​ຂໍ​ຢ່າງ​ເປັນ​ທາງ​ການ;

5. ບັນທຶກ​ຂໍ້​ມູນ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ, ພ້ອມທັງ​ອອກ​ເບີ​ເກັບເງິນທີ່​ຖືກຕ້ອງ ທຸກ​ຄັ້ງ ​ເມື່ອ​ມີ​ການ​ຂາຍ​ສິນຄ້າ ​ແລະ ບໍ​ລິ​ການ;

6. ສະຫຼຸບ​ລາຍ​ຮັບ​ໃນ​ແຕ່​ລະ​ວັນ ຊ້າ​ສຸດ​ບໍ່​ໃຫ້​ກາຍ​ເວລາ 24 ​ໂມງ 00 ນາທີ ຂອງ​ມື້​ເຮັດ​ວຽກ;

7. ສະຫຼຸບ​ລາຍ​ຮັບ​ປະຈໍາ​ເດືອ​ນຊ້າ​ສຸດ​ບໍ່​ໃຫ້​ກາຍ 24 ​ໂມງ 00 ນາທີ ຂອງ​ມື້​ເຮັດ​ວຽກ​ໃນ​ທ້າຍ​ເດື​ອນ ​ແລະ ສົ່ງ​ບົດ​ລາຍ​ງານ​ດັ່ງກ່າວ​ໃຫ້​ຂະ​ແໜງ​ສ່ວຍ​ສາ​ອາກອນ​ບ່ອນ​ທີ່​ຕົນ​ຂື້ນ​ກັບ ກ່ອນ​ວັນ​ທີ່ 15 ຂອງ​ເດືອ​ນຖັດ​ໄປ;

8. ​ແຈ້ງ​ເສຍ ​ແລະ ສໍາ​ລະອາ​ກອນ​ປະ​ເພດ​ຕ່າງໆ​ໃຫ້​ຖືກຕ້ອງ, ຄົບ​ຖ້ວນ ​ແລະ ທ່ວງທັນ​ເວລາ​ ຕາມ​ທີ່​ກໍານົດ​ໄວ້;

9. ​ແຈ້ງ​ໃຫ້​ຜູ້​ສະໜອງ​ເຄື່ອງ ຮັບ​ຊາບ​ພາຍ​ໃນ​ 1 ຊົ່ວ​ໂມງ ຖ້າ​ເກີດ​ມີ​ຄວາມ​ຂັດຂ້ອງ​ທາງ​ດ້ານ​ເຕັກນິກ ຫຼື ຄວາມ​ບໍ່​ຖືກຕ້ອງ​ຂອງ​ການ​ໃຊ້​ງານຊຸດ​ຄໍາ​ສັ່ງ;

10. ລາຍ​ງານ​ຢ່າງ​ເປັນ​ລາຍ​ລັກ​ອັກສອນ ​ໃຫ້​ຂະ​ແໜງ​ສ່ວຍ​ສາ​ອາກອນ ບ່ອນ​ທີ່​ຕົນ​ຂື້ນ​ກັບ​ຮັບ​ຊາບ ພາຍ​ໃບ 24 ຊົ່ວ​ໂມງ ​ໃນ​ເວລາ​ດໍາ​ເນີນ​ບຳລຸງ​ຮັກສາ, ສ້ອມ​ແປງ, ປ່ຽນຖ່າຍ, ຖອດ​ຖອນ ຫຼື ຢຸດຕິ​ການ​ໃຊ້​ງານ​ເຄື່ອງ ​ຫຼື ອຸປະກອນ​ຕ່າງໆ; ຖ້າ​ມີ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ​ໃນ​ໄລຍະ​ດັ່ງກ່າວ ຕ້ອງ​ໄດ້​ອອກ​ໃບ​ເກັບເງິນທີ່​ຂຽນ​ດ້ວຍ​ມື ​ແລ​ະ ບັນທຶກ​ບັນຊີ​ຕາມ​ລະບຽບການ;

11. ສະ​ເໜີ​ຫາ​ຂະ​ແໜງ​ສ່ວຍ​ສາ​ອາກອນ​ບ່ອນ​ທີ່​ຕົນ​ຂື້ນ​ກັບ ​ໃນ​ກໍລະ​ນີ ຕ້ອງ​ຍົກຍ້າຍ ຫຼື ປ່ຽນ​ແປງ​ສະຖານ​ທີ່​ນໍາ​ໃຊ້​ເຄື່ອງ ຫຼື ອຸປະກອນ​ຕ່າງໆ;

12. ສະ​ເໜີ​ຫາ​ຂະ​ແໜງ​ສ່ວຍ​ສາ​ອາກອນ ຂັ້ນ​ສູງ​ກ່ວາ ​ເມື່ອ​ເຫັນ​ວ່າ​ຕົນ​ເອງ​ບໍ່​ໄດ້​ຮັບ​ຄວາມ​ເປັນ​ທຳ​ຈາກ​ການ​ປະຕິບັດ ຂອງ​ເຈົ້າ​ໜ້າ​ທີ່​ສ່ວຍ​ສາ​ອາກອນ ​ໃນ​ເວລາ​ພິຈາລະນາ​ການ​ອອກ​ໃບ​ອະນຸຍາດ ຫຼື ການ​ດໍາ​ເນີນ​ການ​ກວດກາ​ການ​ນໍາ​ໃຊ້;

13. ​ເຫັນ​ດີ​ປະຕິບັດ​ມາດ​ຕະການ​ຢ່າງ​​ເຂັ້ມ​ງວ​ດ ​ໃນ​ກໍ​ລະ​ນີ ມີ​ການ​ກະທຳ​ຜິດ ຫຼື ລະ​ເມີດ​ຂໍ້​ກໍານົດ ​ແລະ ບົດ​ບັນຍັດ ທີ່​ໄດ້​ລະ​ບຸ​ໄວ້​ຢູ່​ໃນ​ຂໍ້​ຕົກລົງ​ສະບັບ​ນີ້.

ໝວດ​ທີ 8
ຂໍ້
ຫ້າມສໍາລັບພະນັກງານຂອງລັດ ແລະ ຜູ້ດໍາເນີນທຸລະກິ

ມາດຕາ 15 ຂໍ້ຫ້າມສໍາລັບພະນັກງານສ່ວຍສາອາກອນ ແລະ ເຈົ້າໜ້າທີ່ຂອງລັດ

ໃນ​ເວລາ​ດໍາ​ເນີນ​ການ​ພິຈາລະນາ​ການ​ອອກ​ໃບຢັ້ງຢືນຮັບຮອງ​ມາດຕະຖານ, ​ໃບ​ອະນຸຍາດ​ນໍາ​ໃຊ້​ເຄື່ອງ ​ແລະ ​ເວລາ​ລົງ​ກວດກາ​ການ​ນໍາ​ໃຊ້, ຫ້າມ​ພະນັກງານ​ສ່ວຍ​ສາ​ອາກອນ ​ແລະ ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ກະທຳ​ການ ດັ່ງ​ຕໍ່​ໄປ​ນີ້:

1. ກົດ​ໜ່ວງ, ຖ່ວງ​ດຶງ​ເອກະສານ ​ແລະ ຮຽກຮ້ອງ​ເອົາ​ຄ່າ​ຕອບ​ແທນ;

2. ສວຍ​ໃຊ້​ຕຳ​ແໜ່​ງ ​ແລະ ໜ້າ​ທີ່​ຮັບຜິ​ດຊອບຮັບ​ເອົາສິນບົນ;

3. ສົມຮູ້​ຮ່ວມ​ຄິດ​ກັບ​ຜູ້ນໍາ​ໃຊ້​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ບໍ​ລິ​ການ ປິດ​ບັງ, ​ເຊື່ອງອຳ ​ແລະ ຫຼົບ​ຫຼີກ​ການ​ປະຕິບັດ​ພັນທະ​ຕໍ່​ລັດ;

4. ​ເປີດ​ເຜີຍ​ຂໍ້​ມູນ ຫຼື ນໍາ​ໃຊ້​ລະຫັດ​ຜ່ານ​ເຂົ້າ​ຫາ​ຖານ​ຂໍ້​ມູນ​ຂອງ​ຜູ້ນໍາ​ໃຊ້ ​ໃນ​ທາງ​ທີ່​ຜິດ​ກົດ​ໝາຍ;

5. ​ເມີນ​ເສີຍ, ປະລະ​ໜ້າ​ທີ່ ​ແລະ ບໍ່​ເຂັ້ມ​ງວດ​ຕໍ່ການ​ປະຕິບັດ​ລະບຽບ​ກົດໝາຍ​ວາງ​ອອກ;

6. ​ແນະນໍາ, ອະທິບາຍ ​ແລະ ​ເຕັກ​ເຕື້ອນຜູ້​ດໍາ​ເນີນ​ທຸລະ​ກິດ ​ໃນ​ທາງ​ທີ່​ຜິດ​ລະບຽບກົດໝາຍ;

7. ກະທໍາການ​ອື່ນໆ ທີ່​ເປັນ​ການລະ​ເມີດ​ລະບຽບກົດໝາຍ.

ມາດຕາ 16 ຂໍ້ຫ້າມສໍາລັບຜູ້ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ຫ້າມ​ຜູ້​ດໍາ​ເນີນ​ທຸລະ​ກິດ ຫຼື ຜູ້ນໍາ​ໃຊ້​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ​ກະທຳ​ການ ດັ່ງ​ຕໍ່​ໄປ​ນີ້:

1. ນໍາ​ໃຊ້​ເຄື່ອງ ​ໂດຍ​ບໍ່​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ຂະ​ແໜງ​ສວຍ​ສາ​ອາກອນ​ບ່ອນ​ທີ່​ຕົນ​ຂື້ນ​ກັບ;

2. ຕິດ​ຕັ້ງ​ໂປຣກຣາມຈາກ​ຜູ້​ສະໜອງ​ພາຍ​ໃນ ຫຼື ຕ່າງປະ​ເທດ ທີ່​ບໍ່ມີ​ໃບຢັ້ງຢືນຮັບຮອງ​ມາດຕະຖານ ຈາກ​ກົມ​ສ່ວຍ​ສາ​ອາກອນ ກະ​ຊວງ​ການເງິນ;

3. ຍື່ນ​ໃບ​ສະ​ເໜີ​ຂໍ​ຕໍ່​ໃບ​ອະນຸຍາດ​ນໍາ​ໃຊ້​ເຄື່ອງ​ຊັກ​ຊ້າ;

4. ​ເອົາ​ໃບ​ອະນຸຍາດ​ນໍາ​ໃຊ້​ໃຫ້​ຜູ້​ອື່ນ​ນໍາ​ໃຊ້;

5. ບໍ່​ສະໜອງ​ຂໍ້​ມູນ​ການ​ຊື້-ຂາຍ​ຕົວ​ຈິງ​ທີ່​ເກັບ​ຮັກສາ​ໄວ້​ຢູ່​ໃນ​ເຄື່ອງ;

6. ຂັດຂວາງ​ການ​ປະຕິບັດ​ໜ້າ​ທີ່ ຫຼື ກະທຳ​ການ​ທີ່​ມີ​ລັກສະນະ​ບໍ່​​ໃຫ້ການ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ສ່ວຍ​ສາ​ອາກອນ​ໃນ​ເວລາ​ດໍາ​ເນີ​ນການ​ກວດກາ ​ແລະ ​ເກັບ​ກໍາ​ຂໍ້​ມູນ;

7. ປະຕິ​ເສດ ຫຼື ບໍ່ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່​ສ່ວຍ​ສາ​ອາກອນ ​ເຂົ້າ​ຫາ​ລະບົບ​ຖານ​ຂໍ້​ມູນ​ທີ່​ເກັບ​ຮັກສາ​ໄວ້​ຢູ່​ໃນ​ເຄື່ອງ ຫຼື ອຸປະກອນ​ສະ​ເພະ ຫຼື ຖານ​ຂໍ້​ມູນ​ແມ່ ​ໃນ​ເວລາ​ມີ​ການ​ຮ້ອງ​ຂໍ​ເປັນ​ທາງ​ການ;

8. ຢຸດ​ເຊົາ ຫຼື ຍົກຍ້າຍ​ສະຖານ​ທີ່​ຕິດ​ຕັ້ງ​ເຄື່ອງ ​ແລະ ອຸປະກອນ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ຂະ​ແໜງ​ສ່ວຍ​ສາ​ອາກອນ​ບ່ອນ​ທີ່​ຕົນ​ຂື້ນ​ກັບ;

9. ບັນທຶກ​ຂໍ້​ມູນ​ຊັກ​ຊ້າ ຫຼື ບັນທຶກ​ບໍ່​ຖືກຕ້ອງ ຕາມ​ຂໍ້​ມູນ​ການ​ຊື້​-ຂາຍ​ຕົວ​ຈິງ;

10. ບໍ່ອອກ​ໃບ​ເກັບເງິນ​ໃນ​ເວລາ​ຂາຍ​ສິນຄ້າ ​ແລະ ການ​ບໍ​ລິ​ການ ຫຼື ປອມ​ແປງ​ໃບ​ເກັບເງິນ;

11. ບໍ່ສ້າງ​ໃບ​ລາຍ​ງານ​ລາຍ​ຮັບ​ປະຈໍາ​ວັນ ​ແລະ ປະຈໍາ​ເດືອນຕາມ​ກໍານົດ​ເວລາ;

12. ສົ່ງ​ໃບ​ລາຍ​ງານ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ​ປະຈໍາ​ເດືອນບໍ່​ທັນ​ກໍານົດ​ເວລາ​ກໍານົດ​ໄວ້;

13. ​ເອົາ​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ ທີ່​ໄດ້​ເຊື່ອມ​ຕໍ່ກັບ​ລະບົບ​ການ​ບໍລິຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ​ແລ້ວ ​ໄປ​ນໍາ​ໃຊ້​ເພື່ອ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ​ແບບ​ເຄື່ອງ​ທີ່;

14. ກະທໍາການ​ໃນ​ລັກສະນະ ທີ່​ເປັນ​ການລະ​ເມີດ​ຂໍ້​ຕົກລົງ​ສະບັບ​ນີ້.

ໝວດ​ທີ 9
ນະ
ໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 17 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງຕ່າງໆ ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ສະບັບ​ນີ້​ໄດ້​ດີ ຈະ​ໄດ້:

1. ຮັບ​ການ​ພິຈາລະນາ ຄົ້ນ​ຄ້ວາຕໍ່​ໃບ​ອະນຸຍາດ ​ແລະ ຄວາມ​ສະດວກ​ດ້ານ​ຕ່າງໆ ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ ຕາມ​ລະບຽບກົດໝາຍ​ລະບົບ​ໄວ້;

2. ຮັບ​ການ​ອະນຸຍາດ​ໃຫ້​ລົງ​ເປັນ​ລາຍ​ຈ່າຍ​ດ້ານ​ສ່ວຍ​ສາ​ອາກອນ ສໍາລັບ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຕິດ​ຕັ້ງ, ບຳລຸງ​ຮັກສາ ​ແລະ ສ້ອມ​ແປງ​ເຄື່ອງບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ;

3. ຮັບ​ການ​ຍ້ອງຍໍ, ຊົມ​ເຊີຍ ​ແລະ ຜົນ​ປະ​ໂຫຍ​ດດ້ານ​ຕ່າງໆ ຕອບ​ແທນ​ຈາກ​ລັດຖະບານ ຕາມ​ລະບຽບການ​ກໍານົດ​ໄວ້ ​ແລ ຕາມ​ຄວາມ​ເໝາະ​ສົມ ​ໃນ​ແຕ່​ລະ​ໄລຍະ.

ມາດຕາ 18 ມາດຕະການຕໍ່ຜູ້ລະເມີດ

ກ. ສໍາລັບພະນັກງານສ່ວຍສາອາກອນ ແລະ ເຈົ້າໜ້າທີ່ຂອງລັດ

ຖ້າ​ພະນັກງານ​ ​ແລະ ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ກະທຳ​ການລະ​ເມີດ​ຂໍ້​ຕົກລົງ​ສະບັບ​ນີ້ ​ແມ່ນ​ປະຕິບັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ພະນັກງານ-ລັດຖະກອນ ​ແລະ ນິຕິ​ກໍາ​ກ່ຽວຂ້ອງ ທີ່​ວ່າງ​ອອກ​ໃນ​ແຕ່ລະ​ໄລຍະ ຢ່າງ​ເຂັ້ມ​ງວດ.

ຂ. ສໍາລັບຜູ້ສະໜອງ ແລະ ຜູ້ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ

ຖ້າ​ຜູ້​ສະໜອງ ​​ແລະ ຜູ້ນໍາ​ໃຊ້ ລະ​ເມີດ​ຂໍ້​ກໍານົດ ​ແລະ ບົດ​ບັນຍັດ​ທີ່​ລະບຸ​ໄວ້​ຢູ່​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ ​ແມ່ນ​ຈະ​ຖືກປະຕິບັດ​ຕາມ​ມາດ​ຕະການ ຕາມ​ແຕ່​ລະ​ກໍ​ລະ​ນີ ດັ່ງ​ນີ້:

1. ກໍລະນີ ຕິດ​ຕັ້ງ​ໂປຣກຣາມ ຫຼື ຈໍາໜ່າຍ​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ ​ໂດຍ​ບໍ່​ມີ​ການ​ຢັ້ງຢືນ​ຮັບຮອງ​ມາດຕະຖານ​ຈາກ​ກົມ​ສ່ວຍ​ສາ​ອາກອນ ຈະ​ຖືກປັບ​ໃໝ 10.000.000 ກີບ/​ເຄື່ອງ, ພ້ວມດຽວກັນ​ນັ້ນ ກໍ່ຈະ​ໄດ້​ເຮັດ​ບົດ​ບັນທຶກ ຫຼື ​ແຈ້ງ​ການ​ໃຫ້​ມາ​ຂໍອະ​ນຸຍາດ​ອອກ​ໃບຢັ້ງຢືນດັ່ງກ່າວ ຕາມ​ລະບຽບການ.

2. ກໍລະນີ ນໍາ​ໃຊ້​ເຄື່ອງ​ບັນທຶກ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ ​ໂດຍ​ບໍ່​ໄດ້​ຮັບ​ໃບ​ອະນຸຍາດ, ຖ້າ​ກວດກາ​ນ​ເຫັນ:

  • ຄັ້ງ​ທີ່​ໜຶ່ງ ຖືກສຶກສາ​ອົບຮົມ ​ແລະ ສ້າງ​ບົດ​ບັນທຶກ​ໃຫ້​ມາ​ຂໍ​ອະນຸຍາດ​ນໍາ​ໃຊ້ ຕາມ​ລະບຽບການ;
  • ຄັ້ງ​ທີ່​ສອງ ຖືກປັບ​ໃໝ 10.000.000 ກີບ.

ໃນ​ເມື່ອ ບໍ່ຕໍ່​ໃບ​ອະນຸຍາດ ຖືກປັບ​ໃໝ 1.000.000 ກີບ ​ໃນ​ເວລາ​ກໍານົດ​ການ​ກວດກາ​ນ ​ແລະ ຈະ​ຖືກປັບ​ໃໝ 100% ຂອງ​ຄ່າ​ທຳນຽມ​ການ​ອອກ​ໃບ​ອະນຸຍາດ.

​3. ກໍລະນີ ລະ​ເມີດ​ລະບຽບການ​ນໍາ​​ໃຊ້ ທີ່​ໄດ້​ກໍາ​ນົດ​ໄວ້​ຢູ່​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ ​ເປັນ​ຕົ້ນ ບໍ່​ບັນທຶກລາຍການຂາຍ​ລົງ​ເຄື່ອງ, ບັນທຶກ​ບໍ່ຄົບ​ຖ້ວນ (ບໍ່ຖືກກັບ​ຕົວ​ຈິງ), ບັນທຶກ​ບໍ່​ຖືກ​ເວລາ (ຊັກຊ້າ), ບໍ່ອອກ​ໃບ​ເກັບເງິນ,  ອອກ​ໃບ​ເກັບເງິນບໍ່ຖືກ​ເວລາ, ບໍ່ສ້າງ​ໃບ​ລາຍ​ງານລາຍ​ຮັບ​ປະຈໍາ​ວັນ ຫຼື ປະຈໍາ​ເດື​ອນ, ຈີກ​ກາ​ໝາຍອາກອນ​ອອກ, ຢຸດ​ເຊົາ ຫຼື ຍົກຍ້າຍ​ສະຖານ​ທີ່​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ, ​ໃຫ້​ຜູ້​ອື່ນ​ນໍາ​ໃຊ້​ໃບ​ອະນຸຍາ​ດ, ຖອດ​ຫົວ​ເຊື່ອມ​ຕໍ່, ​ໃຊ້ຊຸດ​ຄໍາ​ສັ່ງ​ເພື່ອ​ສະກັດ​ກັ້ນ ຫຼື ກີດຂວາງ​ການ​ເຊື່ອມ​ຕໍ່ລະບົບ​ບໍລິຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ, ຖ້າ​ກວດກາ​ເຫັນ​ການ​ກະທຳ​ໃດ​ໜຶ່ງ (ຊ້ຳ​ກັນ) :

  • ຄັ້ງ​ທີໜຶ່ງ ຖືກສຶກສາ​ອົບຮົມ ​ແລະ ປັບ​ໃໝ 1.000.000 ກີບ;
  • ຄັ້ງທີ​ສອງ ຖືກປັບ​ໃໝ 5.000.000 ກີບ;
  • ຄັ້ງ​ທີສາມ​ຂື້ນ​ໄປ ຖືກປັບ​ໃໝ 10.000.000 ກີບ ​ແລະ ​ແຈ້ງ​ອອກ​ທາງ​ສື່​ມວນ​ຊົນ.

4. ກໍລະນີ ​ແກ່ຍາວ​ເວລາ​ໃນ​ການ​ສະໜອງ​ຂໍ້​ມູນ​ການ​ຂາຍ​ສິນຄ້າ ​ແລະ ການ​ບໍລິການ ​ໃຫ້​ແກ່​ຂະ​ແໜງ​ສ່ວຍ​ສາ​ອາກອນ ​ເມື່ອ​ມີ​ການ​ຮ້ອງ​ຂໍ, ບໍ່ສະໜອງ​ລະຫັດ​ຜ່ານ ຫຼື ບໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ເບິ່ງ​ຂໍ້​ມູນ​ທີ່​ໄດ້​ເກັບ​ຮັກສາ​ໄວ້​ຢູ່​ໃນ​ເຄື່ອງ ຫຼື ຢູ່​ຖານ​ຂໍ້​ມູນ​ແມ່, ບໍ່​ມາ​ຂໍ​ໃບຢັ້ງຢືນຮັບຮອງ​ຕາມ​ມາ​ດຕະຖານ​ນໍາ​ກົມ​ສ່ວຍ​ສາ​ອາກອນ ​ພາຍຫຼັງ​ທີ່​ໄດ້​ມີ​ບົດ​ບັນທຶກ ຫຼື ​ແຈ້ງ​ການ​ເປັນ​ລາຍ​ລັກ​ອັກສອນ​ແລ້ວ, ບໍ່ຊຳລະເງິນຄ່າ​ປັບ​ໃໝ​ຕາມ​ຂໍ້​ທີ 1 ຫາ​ຂໍ້​ທີ 3 ຂ້າງ​ເທິງ, ບໍ່ອຳນວຍ​ຄວາມ​ສະດວກ​ໃນ​ການ​ເຊື່ອມ​ຕໍ່ລະບົບ​ບໍລິຫານ​ຂໍ້​ມູນ​ຂ່າວສານ​ສ່ວຍ​ສາ​ອາກອນ ​ແລະ ພຶດຕິ​ກໍາ​ອື່ນໆ​ທີ່​ມີ​ລັກສະນະ​ບ່າຍ​ບ່ຽງ ຫຼື ບໍ່​ໃຫ້ການ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ​ສ່ວຍ​ສາ​ອາກອນ ຈະ​ຖືກປະຕິບັດ​ຕາມ​ຂັ້ນ​ຕອນ ດັ່ງ​ນີ້:

  • ຂັ້ນ​ຕອນ​ທີ​ໜຶ່ງ ຖືກສຶກສາ​ອົບ​ຮົມ ​ແລະ ສ້າງ​ບົດ​ບັນທຶກ​ເປັນ​ລາຍ​ລັກ​ອັກສອນ;
  • ຂັ້ນ​ຕອນ​ທີ​ສອງ ສ້າງ​ບົນ​ບັນທຶກ ​ແລະ ອອກ​ແຈ້ງ​ການ​ກ່າວ​ເຕືອນກ່ຽວກັບ​ການຈະ​ນໍາ​ໃຊ້​ມາດ​ຕະການ​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ຕົ້ນ ສະ​ເໜີ​ພາກສ່ວນ​ກ່ຽວຂ້ອງ​ເພື່ອ​ບໍ່ອຳນວຍ​ຄວາມ​ສະດວກ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ, ການຈະ​ຖອນ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິ​ດ​ເປັນ​ການ​ຊົ່ວຄາວ ​ແລະ ມາດ​ຕະການ​ອື່ນໆ ຕາມ​ລະບຽບ​ກົດ​ໝາຍ​ກໍານົດ​ໄວ້;
  • ຂັ້ນ​ຕອນ​ທີ​ສາມ ສະ​ເໜີ​ພາກສ່ວນ​ກ່ຽວຂ້ອງ​ຖອນ​ໃບ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ, ​ໃບ​ທະບຽນວິ​ສາ​ຫະກິດ, ​ໃບ​ອະນຸຍາດ​ສໍາ​ປະທານ ​ແລະ ປະ​ກອບ​ສໍານວນ​ເອກະສານ​ສົ່ງ​ໃຫ້​ແກ່​ເຈົ້າ​ໜ້າທີ່​ສໍາ​ຫຼວດ, ​ໄອ​ຍະ​ການ​ປະຊາຊົນ ​ເພື່ອ​ດໍາ​ເນີນ​ຄະດີ ຕາມ​ລະບຽບກົດໝາຍ.

5. ກໍລະນີ ການລະ​ເມີດ ຫຼື ການ​ກະທຳ​ຜິດ​ທີ່​ກ່າ​ວມາ​ຂ້າງ​ເທິງ​ນັ້ນ ຫາກ​ພົວພັນ​ກັບ​ການ​ນໍາ​ໃຊ້​ໃບ​ເກັບເງິນ ຫຼື ການແຈ້ງເສີຍອາກອນປະເພດຕ່າງໆແມ່ນຈະຖືກປະຕິບັດມາດຕະການຕ່າງໆຕາມດໍາລັດວ່າດ້ວຍໃບເກັບເງິນນ ກົດໝາຍວ່າດ້ວຍອາກອນມູນຄ່າເພື່ມ, ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງຕື່ມອີກ;

6. ກໍລະນີ ເຄື່ອງບັນທຶກເງິນນສົດ ແລະ ເຄື່ອງບັນທຶກຢູ່ຈຸດຂາຍທີ່ບໍ່ໄດ້ມາດຕະຖານຕາມທີ່ໄດ້ກໍານົດຢູ່ມາດຕາ 4 ຂ້າງເທິງນັ້ນ ແມ່ນຫ້າມຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍໃນທ້ອງຕະຫຼາດເດັດຂາດ, ຖ້າມີການກວດກາພົບເຫັນ ແມ່ນຈະໄດ້ຖືກຮິບເປັນຂອງລັດ.

ໝວດທີ 10
ບົດບັນຍັດສຸດທ້າຍ

ມາດຕາ 19 ການຈັດຕັ້ງປະຕິບັດ

ມອບໃຫ້ກົມສ່ວຍສາອາກອນ ສົມທົບກັບບັນດາກົມທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ ເພຶ່ອຈັດຕັ້ງໂຄສະນາ, ເຜີຍແຜ່, ແນະນໍາ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ໃຫ້ໄດ້ຮັບຜົນດີ; ອອກແຈ້ງການໃຫ້ຜູ້ດໍາເນີນທຸລະກິດ, ພະນັກງານຂອງລັດ ແຕ່ລະຂັ້ນ ຕະຫຼອດຮອດປະຊາຊົນທົ່ວໄປ ໃຫ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ.

ກໍລະນີ ເຄື່ອງບັນທຶກເງິນນສົດທີ່ບໍ່ໄດ້ມາດຕະຖານຕາມມາດຕາ 4 ຂ້າງເທິງ ເຊິ່ງໄດ້ຊື້ເຂົ້າມາ ຫຼື ໄດ້ນໍາໃຊ້ ກ່ອນມືຂໍ້ຕົກລົງສະບັບນີ້ປະກາດໃຊ້ ແມ່ນໃຫ້ຜູ້ດໍາເນີນທຸລະກິດສະເໜີຫາຂະແໜງສ່ວຍສາອາກອນລົງກວດກາຕົວຈິງ ແລະ ພິຈາລະນາອອກໃບອະນຸຍາດນໍາໃຊ້ສະເພາະ. ສໍາລັບເຄື່ອງບັນທຶກຢູ່ຈຸດຂາຍຕັ້ງດ່ຽວ ຫຼື ມີການເຊື່ອມໂຍງເຂົ້າກັບລະບົບໂປຣກຣາມບັນຊີ ເຊິ່ງບໍ່ໄດ້ມາດຕະຖານຕາມທີ່ກໍານົດໄວ້ ແມ່ນໃຫ້ເວລາປັບປຸງແກ້ໄຂໃຫ້ສໍາເລັດ ພາຍໃນກໍານົດ 3 ເດືອນ, ຖ້າກາຍກໍານົດດັ່ງກ່າວ ຕ້ອງໄດ້ລາຍງານ ຢ່າງເປັນລາຍລັກອັກສອນ ໃຫ້ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂື້ນກັບຮັບຊາບ ຢ່າງທັນການ.

ມາດຕາ 20 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ນັບແຕ່ມື້ໄດ້ລົງລາຍເຊັນເປັນຕົ້ນໄປ ແລະ ຈັດຕັ້ງປະຕິບັດ ພາຍຫຼັງໄດ້ພີມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ເລກທີ 1179/ກງ, ລົງວັນທີ 20 ເມສາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.