ອີງຕາມບົດສະຫຼຸບລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ, ການຄ້າ ແລະ ການລົງທຶນ ຂອງ ສສ ຫວຽດນາມ ໃນເດືອນ 05 ປີ 2019, ການຜະລິດອຸດສາຫະກຳ ໃນທົ່ວປະເທດ ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນ 4,6% ຖ້າສົມທຽບໃສ່ເດືອນກ່ອນ ແລະ ເພີ່ມຂຶ້ນ 10% ຖ້າສົມທຽບໃສ່ກັບໄລຍະດຽວກັນຂອງປີຜ່ານມາ. ໃນນັ້ນ, ຂະແໜງການຂຸດຄົ້ນແຮ່ທາດ ຫຼຸດລົງ 1,5%; ຂະແໜງການປຸງແຕ່ງຜະລິດເພີ່ມຂຶ້ນໄດ້ 11,6%; ຂະແໜງ ຜະລິດ ແລະ ແຈກຍາຍໄຟຟ້າ ເພີ່ມຂຶ້ນ 11%;  ຂະແໜງ ການບໍລິການນໍ້າ ແລະ ກໍາຈັດນໍ້າ ເສຍເພີ່ມຂຶ້ນ 8,4%.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ

 

ສຳລັບມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າໃນ ເດືອນ 05 ປີ 2019, ການສົ່ງອອກສິນຄ້າມີມູນຄ່າປະມານ 21,50 ຕື້ໂດລາສະຫະລັດ, ຫລຸດລົງ 5,2% ຖ້າທຽບໃສ່ເດືອນກ່ອນ.ໃນນັ້ນ, ຂົງເຂດເສດຖະກິດພາຍໃນສົ່ງອອກມີມູນຄ່າ 6,71 ຕື້ໂດລາສະຫະລັດ, ຫລຸດລົງ 3,9%; ຂົງເຂດການລົງທຶນຕ່າງປະເທດ (ລວມທັງການສົ່ງນໍ້າມັນດິບ) 14,79 ຕື້ໂດລາສະຫະລັດ, ຫລຸດລົງ 5,8%. ການນໍາເຂົ້າສິນຄ້າ ມີມູນຄ່າປະມານ 22,8  ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,6%  ເມື່ອສົມທຽບເດືອນກ່ອນ, ໃນນັ້ນ, ຂົງເຂດເສດຖະກິດພາຍໃນນໍາເຂົ້າສິນຄ້າມີມູນຄ່າ 10,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,4%; ຂົງເຂດການລົງທຶນຕ່າງປະເທດນໍາເຂົ້າສິນຄ້າມີມູນຄ່າ 12,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 8,8%. ການນຳເຂົ້າສິນຄ້າ ໃນເດືອນ 05/2019 ເພີ່ມຂຶ້ນຖ້າສົມທຽບໃສ່ເດືອນຜ່ານມາ ເຊັ່ນ: ແຜນແພ ເພີ່ມຂຶ້ນ 11,8%; ເຫລັກທຸກປະເພດ ເພີ່ມຂຶ້ນ 9,4%; ໂທລະສັບ ແລະ ອາໄຫຼ່ ເພີ່ມຂຶ້ນ 7,5%; ເຄື່ອງກົນຈັກ ແລະ ອາໄລ່  ເພີ່ມຂຶ້ນ 6,6% ແລະ  ອື່ນໆ.

ແຫຼ່ງຂໍ້ມູນຂ່າວ: ບົດສະຫຼຸບລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ, ການຄ້າ ແລະ ການລົງທຶນ ຂອງ ສສ ຫວຽດນາມ ໃນເດືອນ 05 ປີ 2019

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.