ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ
ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ

ກະຊວງ​ການ​ເງິນ              ​ເລກທີ: 1462. /ກງ

ນະຄອນຫຼວງວຽງຈັນ, ວັນທີ: 17 ພຶ​ດສະພາ 2019.

ຂໍ້​ຕົກລົງ
ວ່າ​ດ້ວຍ​ການ​ຢຸດຕິ​ດຳ​ເນີນ​ການ​ນຳ​ເຂົ້າ​ເພື່ອ​ສົ່ງ​ອອກ​ຕໍ່ (ສິນຄ້າ​ປະ​ເພດ​ພາຫະນະ) ​ໄປ​ປະ​ເທດ​ທີ​ສາມ

- ອິງ​ຕາມ ດຳລັດ​ວ່າ​ດ້ວຍ​ການຈັດ​ຕັ້ງ ​ແລະ​ ເຄື່ອນ​ໄຫວ​ຂອງ​ກະຊວງ​ການ​ເງິນ ສະບັບ​ເລກ​ທີ 144/ນຍ, ລົງ​ວັນທີ 08 ພຶດສະພາ 2017;
- ອິງ​ຕາມ ​ແຈ້ງ​ການ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ສະບັບ​ເລກທີ 358/ຫສນຍ.ກຄສ, ລົງ​ວັນທີ 13 ມີນາ 2018 ກ່ຽວກັບ​ທິດ​ຊີ້​ນຳ​ກ່ຽວກັບ​ການ​ຂໍອະນຸຍາດ​ນຳ​ເຂົ້າ​ພາຫະນະ​ເພື່ອ​ສົ່ງ​ອອກ​ໄປ​ປະ​ເທ​ດທີ່​ສາມ;
- ອິງ​ຕາມ ບົດ​​ແນະນຳ​ຂອງ​ກະຊວງ​ການ​ເງິນ ສະບັບ​ເລກທີ 1409 /ກງ, ລົງ​ວັນທີ 10 ພຶດສະພາ 2018 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ເພື່ອສົ່ງ​ອອກ​ຕໍ່ສິນຄ້າ​ປະ​ເພດ​ພາຫະນະ;
- ອິງ​ຕາມ ບົດ​ລາຍ​ງານ​ຂອງ​ກົມ​ພາສີ ສະບັບ​ເລກທີ 0326/ກພສ, ລົງ​ວັນທີ 30 ​ເມສາ 2019.

ລັດຖະມົນຕີ​ກະຊວງ​ການ​ເງິນ ຕົກລົງ:

 ມາດຕາ 1: ​ເຫັນ​ດີ​ລົບ​ລ້າງ ບົດ​​ແນະນຳ​ຂອງ​ກະຊວງ​ການ​ເງິນ ສະບັບ​ເລກທີ1409/ກງ, ລົງ​ວັນທີ 10/05/2018 ວ່າດ້ວຍ​ການ​ຄຸ້ມ​ຄອງການ​ນຳ​ເຂົ້າ​ເພື່ອ​ສົ່ງ​ອອກ​ຕໍ່ສິນຄ້າ​ປະ​ເພດ​ພາຫະນະ;

ມາດຕາ 2: ​ໃຫ້​ບັນດາ​ບໍລິສັດ​ທີ່​ດຳ​ເນີນ​ການ​ນຳ​ເຂົ້າ​ເພື່ອ​ສົ່ງ​ອອກ (ຕໍ່ສິນຄ້າ​ປະ​ເພດ​ພາຫະນະ ຄື: ບໍລິສັດ ​ໂຕ​ໂຢຕ້າ​ລາວ​ທານີ ຈຳກັດ, ບໍລິສັດ ລາວ​ໂຕ​ໂຢຕ້າ​ບໍລິການ ຈຳກັດ, ບໍລິສັດ​ ​ໂຕ​ໂຢຕ້າ​ຈຳປາ ຈຳກັດ ​ແລະ ບໍລິສັດ ລາວ​ອິນ​ເຕີ​ເຊັນ​ໂນ​ໂລ​ຈິ​ສຕິກ ຈຳກັດ​ຜູ້ດຽວ ​ແລະ ອື່ນໆ) ຢຸດຕິ​ການ​ດຳ​ເນີນ​ການ​ນຳ​ເຂົ້າ​ເພື່ອ​ສົ່ງຕໍ່ສິນຄ້າ​ປະ​ເພດ​ພາຫະນະ ​ໄປ​ປະ​ເທດ​ທີ່​ສາມ ​ເລີ່​ມ​ແຕ່​ມື້​ລົງ​ລາຍ​ເຊັນ​ຂໍ້ຕົກລົງ​ສະບັບ​ນີ້​ເປັນ​ຕົ້ນ​​ໄປ;

ມາດຕາ 3: ມອບ​ໃຫ້​ກົມ​ພາສີ ສະຫຼຸບ​ສັງ​ລວມການຈັດ​ຕັ້ງ​ປະຕິບັດ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ເພື່ອ​ລາຍ​ງານ​ລັດຖະບານ​ຮັບ​ຊາບຕາມ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ສະບັບ​ເລກທີ 358/ກງ ລົງ​ວັນທີ 13 ມີນາ​ 2018ທີ່​ໄດ້​ກຳນົດ​ລາຍ​ລະອຽດ​ໃນ​ຂໍ້​ທີ່ 4;

ມາດຕາ 4: ມອບ​ໃຫ້​ກົມ​ພາສີ, ກົມ​ສ່ວຍ​ສາ​ອາກອນ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈົ່ງ​ຮັບ​ຮູ້, ​ໃຫ້ການ​ຮ່ວມ​ມື​ ​ແລະ ພ້ອມກັນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ສະບັບ​ນີ້​ຢ່າງ​ເຂັ້ມ​ງວດ;

ມາດຕາ 5: ຕົກລົງ​ສະບັບ​ນີ້ ​ມີ​ຜົນ​ສັກ​ສິດນັບ​ແຕ່​ມື້​ລົງ​ລາຍ​ເຊັນ​ເປັນ​ຕົ້ນ​ໄປ.

ລັດຖະມົນຕີ​ກະຊວງ​ການ​ເງິນ

ສົມດີ ດວງດີ  

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຢຸດຕິດຳເນີນການນຳເຂົ້າເພື່ອສົ່ງອອກຕໍ່ (ສິນຄ້າປະເພດພາຫະນະ) ໄປປະເທດທີ່ສາມ ເລກທີ 1462/ກງ, ລົງວັນທີ 17 ພຶດສະພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.