ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ
ສັ​
ຕິພາບ  ເອກະລາດ  ປະຊາທິປະໄຕ  ເອກະພາບ  ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ              ເລກທີ 0623 /ອຄ.ກ​ຂອ
ນະຄອນຫຼວງວຽງຈັນ, ວັນທີ 05 ມິຖຸນາ 2019

ຂໍ້ຕົກລົງ
ວ່າດ້ວຍສິດທາງການຄ້າຂອງຜູ້​ຄ້າຕ່າງປະເທດ

  • ອີງຕາມດຳລັດ​ ວ່າ​ດ້ວຍ​ການຈັດ​ຕັ້ງ​ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ສະບັບ​ເລກທີ 230/ນຍ, ລົງ​ວັນ​ທີ 24 ກໍລະກົດ 2017.
  • ອີງຕາມດຳ​ລັດ ​ວ່າ​ດ້ວຍ​ການ​ນຳ​ເຂົ້າ ​ແລະ ກາ​ນສົ່ງ​ອອກ​ສິນຄ້າ, ສະບັບ​ເລກ​ທີ 114/ລບ, ລົງ​ວັນ​ທີ 06 ເມສາ 2011.
  • ອີງ​ຕາມ​ການ​ສະ​ເໜີ​ຂອງ​ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ສະ​ບັບ​ເລກ​ທີ 2349/ກຂອ.ສລ, ລົງ​ວັນ​ທີ 27 ພຶດສະພາ 2019.

ລັດຖະມົນຕີ​ ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ອອກ​ຂໍ້​ຕົກລົງ:

ໝວດ​ທີ I
ບົດບັນຍັດ​ທົ່ວ​ໄປ

ມາດຕາ 1 ຈຸດປະສົງ

ຂໍ້​ຕົກລົງສະບັບນີ້ ກຳນົດ​​ຫຼັກການ, ລະບຽບ​ການ ​ແລະ ມາດ​ຕະການ ກ່ຽວ​ກັບການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ຂອງຜູ້ຄ້າ​ຕ່າງປະເທດ ​ເພື່ອ​​ເປີດກວ້າງ ແລະ ສ້າງເງື່ອນໄຂເອື້ອອຳນວຍ​​ໃຫ້​ແກ່​ການນໍາ​ເຂົ້າ ​ແລະ ການ​ສົ່ງ​ອອກສິນຄ້າ ​ແນໃສ່ຊຸກຍູ້ສົ່ງ​ເສີມ​ການ​ຄ້າ ແລະ ການຜະລິດພາຍໃນ ໃຫ້​​ມີຄວາມເຂັ້ມແຂງ ສາ​ມາດເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ປະກອບສ່ວນແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ມາດຕາ 2  ສິດທາງການຄ້າຂອງຜູ້​ຄ້າ​ຕ່າງປະ​ເທດ

ສິດທາງການຄ້າຂອງຜູ້​ຄ້າ​ຕ່າງປະ​ເທດ ແມ່ນ ສິດ​ໃນການນຳເຂົ້າ ແລະ ສົ່ງອອກສິນຄ້າ ຂອງຜູ້ຄ້າຕ່າງ ປະເທດ ທີ່ບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ ຕາມເງື່ອນໄຂທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 3 ການອະທິບາຍ​ຄຳ​ສັບ

ຄຳ​ສັບ​ທີ່​ນຳ​ໃຊ້​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຄວາມ​ໝາຍ​ດັ່ງ​ນີ້:

  1. ຜູ້ຄ້າ​ຕ່າງປະ​ເທດ (Foreign Traders) ໝາຍເຖິງ ບຸກຄົນ ຫຼື  ນິຕິບຸກຄົນ ທີ່ເຄື່ອນ​ໄຫວ​ທຸ​ລະ​ກິດຢູ່ຕ່າງປະເທດ ຊຶ່ງບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ.
  2. ຜູ້​ຄ້າ​ພາຍ​ໃນ (Domestic Traders) ໝາຍ​ເຖິງ ບຸກຄົນ ຫຼື ນິຕິບຸກຄົນ ລວມທັງຄົນລາວ ແລະ  ຄົນຕ່າງປະເທດ ທີ່ເຄື່ອນໄຫວທຸລະກິດ ແລະ ມີ​ສິດຈຳໜ່າຍ​ສິນ​ຄ້າ ​ຢູ່ ສປປ ລາວ.
  3. ໃບຢັ້ງຢືນສິດທາງ​ການ​ຄ້າ ໝາຍເຖິງ ເອກະສານຢັ້ງ​ຢືນ​ສິດ​ໃນ​ການ​ເຄື່ອນ​ໄຫວທາງການ​ຄ້າຂອງຜູ້ຄ້າຕ່າງປະເທດ.

ມາດຕາ ຂອບ​ເຂດ​ການ​ນຳ​​ໃຊ້

ຂໍ້​ຕົກລົງ​ສະບັບ​ນີ້ ນໍາໃຊ້ສໍາລັບຜູ້ຄ້າຕ່າງປະເທດ ທີ່ໄດ້ຮັບການຢັ້ງຢືນສິດທາງການຄ້າ ຢູ່ ສປປ ລາວ.

ໝວດ​ທີ II
​ການອອກໃບຢັ້ງຢືນສິດ​ທາງ​ການຄ້າຂອງຜູ້ຄ້າຕ່າງປະເທດ

ມາດຕາ 5 ການອອກໃບຢັ້ງຢືນສິດ​ທາງ​ການຄ້າຂອງຜູ້ຄ້າຕ່າງປະເທດ

ການ​ອອກ​ໃບ​ຢັ້ງ​ຢືນ​ສິດ​ທາງ​ການ​ຄ້າ​ ແມ່ນ ການ​​​ໃຫ້ສິດແກ່​ຜູ້ຄ້າຕ່າງປະເທດ ດຳເນີນການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍ​ສອດ​ຄ່ອງກັບ​ກົດໝາຍ ແລະ ລະ​ບຽບ​ການ​ກ່ຽວ​ຂ້ອງ ຂອງ ສປປ ລາວ.

ມາດຕາ 6  ເງື່ອນໄຂ​​ການອອກໃບຢັ້ງຢືນສິດທາງ​ການຄ້າ​ຂອງ​ຜູ້​ຄ້າ​ຕ່າງ​ປະ​ເທດ

ການ​ອອກໃບຢັ້ງຢືນສິດ​ທາງ​ການຄ້າຂອງຜູ້ຄ້າຕ່າງປະເທດ ຕ້ອງ​​ມີ​ເງື່ອນ​ໄຂ​ ດັ່ງນີ້:

  1. ບຸກຄົນ ຫຼື ນິຕິບຸກຄົນ ທີ່ເຄື່ອນ​ໄຫວ​ທຸ​ລະ​ກິດ ໂດຍສອດຄ່ອງກັບກົດໝາຍຂອງປະເທດຜູ້ຄ້າຕ່າງປະເທດ;
  2. ບໍ່ເຄີຍ​ມີປະ​ຫວັດການກະທຳຜິດ ຫຼື ບໍ່ຢູ່ໃນຂັ້ນຕອນການດຳເນີນຄະດີໃດໜຶ່ງ ທີ່​ຕິດ​ພັນ​ກັບ​ການ​ຄ້າ ແລະ ການ​ເງິນ;
  3. ເປັນຜູ້ຄ້າຕ່າງປະເທດ ຈາກບັນດາປະເທດສະມາຊິກຂອງອົງການການຄ້າໂລກ.

ມາດຕາ 7 ເອກະສານປະກອບສະເໜີຂໍໃບຢັ້ງຢືນສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ

ການຂໍໃບຢັ້ງຢືນສິດ​ທາງ​ການຄ້າຂອງຜູ້ຄ້າຕ່າງປະເທດ ຕ້ອງປະກອບເອກະສານ ດັ່ງນີ້:

  1. ໜັງສະເໜີ ຕາມແບບພິມທີ່ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍານົດໄວ້ (ແບບພິມ 1);
  2. ສຳເນົາໜັງສືຜ່ານແດນ (Passport) ຫຼື ໃບທະບຽນ​ວິ​ສາ​ຫະກິດ ຂອງຜູ້ຄ້າຕ່າງປະເທດຢູ່ປະເທດຂອງຜູ້ກ່ຽວ;
  3. ເອກະສານຢັ້ງຢືນທີ່ຢູ່ ຫຼື ທີ່​ຕັ້ງ​ຂອ​ງ​ວິ​ສາ​ຫະ​ກິດຢູ່ປະເທດຂອງຜູ້ຄ້າຕ່າງປະເທດ;
  4. ໃບ​ແຈ້ງ​ໂທດ ຫຼື ເອກະສານຢັ້ງຢືນປະ​ຫວັດທີ່ບໍ່ເຄີຍມີການກະທຳຜິດໃດໜຶ່ງ;
  5. ໃບມອບສິດ ໃນກໍລະນີຜູ້ຄ້າຕ່າງປະເທດບໍ່ສາມາດຍື່ນເອກະສານໄດ້ດ້ວຍຕົນເອງ.

ເອກະສານປະກອບສະເໜີຂໍໃບຢັ້ງຢືນສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ ຕ້ອງ​​ໄດ້​ປະກອບ ມີ ສະບັບ ພາສາ​ລາວ ແລະ ພາສາອັງກິດ ໂດຍ​ຜ່ານ​ການຢັ້ງຢືນຈາກສະຖານທູດ​, ຫ້ອງ​ການຜູ້​ຕາງໜ້າ ສປປ ​ລາວ ຢູ່ປະເທດຜູ້ຄ້າຕ່າງປະເທດ ຫຼື ສະຖານທູດ​, ຫ້ອງ​ການຜູ້​ຕາງໜ້າຂອງປະ​ເທດຜູ້ຄ້າຕ່າງປະເທດ ປະຈຳຢູ່ ສປປ ລາວ.

ມາດຕາ 8 ຂັ້ນຕອນການສະເໜີຂໍ​ໃບ​ຢັ້ງ​ຢືນສິດ​ທາງ​ການຄ້າ

ຜູ້​ຄ້າ​ຕ່າງ​ປະ​ເທດ​ທີ່​ມີ​ຈຸດ​ປະ​ສົງ​ຂໍ​ໃບ​ຢັ້ງ​ຢືນ​ສິດ​ທາງ​ການ​ຄ້າ ​ຕ້ອງ​ປະ​ກອບ​ເອກະສານຕາມທີ່ໄດ້ກຳ​ນົດ  ໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ສະເໜີ​ຕໍ່ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ມາດຕາ 9 ການພິຈາລະນາອອກ​ໃບ​ຢັ້ງ​ຢືນສິດ​ທາງ​ການຄ້າ

ພາຍຫຼັງ​ທີ່ໄດ້​ຮັບ​ເອ​ກະ​ສານ​ຄົບຖ້ວນ ແລະ ຖືກຕ້ອງຕາມທີ່ໄດ້ກຳ​ນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ​ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ຕ້ອງກວດກາ​ເນື້ອ​ໃນເອກະສານ​ ແລະ ອອກ​ໃບ​ຢັ້ງ​ຢືນ​ສິ​ດ​ທາງ​ການ​ຄ້າໃຫ້ຜູ້ຄ້າຕ່າງປະເທດ ຢ່າງຊ້າ​ບໍ່​ໃຫ້​ເກີນ ຊາວ​ວັນ ລັດຖະການ ນັບແຕ່ມື້ຮັບເອກະສານເປັນຕົ້ນໄປ.

ໃນກໍລະນີບໍ່​ສາ​ມາດ​ອອກໃບ​ຢັ້ງ​ຢືນ​ສິ​ດ​ທາງ​ການ​ຄ້າໃຫ້ແກ່ຜູ້ຄ້າຕ່າງປະເທດ ຕ້ອງແຈ້ງເຫດ​ຜົນຢ່າງເປັນລາຍລັກອັກສອນ ພາຍໃນ ສິບ​ຫ້າວັນ ລັດຖະການ ນັບແຕ່ວັນຮັບເອກະສານເປັນຕົ້ນໄປ.

ມາດຕາ 10 ການດັດແກ້​​ເນື້ອ​ໃນ, ການຕໍ່ອາຍຸ ​ແລະ ການ​ອອກ​ໃບຢັ້ງຢືນສິດທາງການຄ້າຂອງຜູ້ຄ້າຕ່າງປະເທດຄືນໃໝ່

ໃບຢັ້ງຢືນສິດ​ທາງ​ການຄ້າຂອງ​ຜູ້​ຄ້າ​ຕ່າງປະ​ເທດ ມີ​ອາຍຸການນຳໃຊ້ ສາມປີ ​ແລະ ສາມາດ​ຕໍ່​ໄດ້.

ຜູ້ຄ້າຕ່າງປະເທດທີ່ໄດ້ຮັບໃບຢັ້ງຢືນສິດທາງ​ການ​ຄ້າ ຫາກຕ້ອງການດັດແກ້ເນື້ອໃນ, ຕໍ່ອາຍຸ ຫຼື ອອກໃບຢັ້ງຢືນສິດທາງດ້ານການຄ້າຄືນໃໝ່ ​ຕ້ອງຍື່ນໃບສະເໜີ ແລະ ເອກະສານປະກອບຕາມແບບພິມທີ່ກຳ​ນົດ​ໄວ້ (ແບບພິມ 2) ຕໍ່ກົມການ​ນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອ​ພິ​ຈາ​ລ​ະ​ນ​າອອກ​ໃບ​ຢັ້ງຢືນ​ສິດທາ​ງການຄ້າໃໝ່.

ສຳ​ລັບອາຍຸການນຳ​ໃຊ້ຂອງໃບຢັ້ງຢືນສິດທາງ​ການ​ຄ້າສະບັບໃໝ່ ແມ່ນ ໃຫ້ຖືເອົາຕາມ​ອາ​ຍຸທີ່ຍັງ​ເຫຼືອ​ໃນໃບຢັ້ງຢືນສິດທາງ​ການ​ຄ້າສະບັບເກົ່າ.

ມາດຕາ 11  ການຍົກເລີກ ຫຼື ລົບລ້າງໃບ​ຢັ້ງຢືນສິດທາງ​ການຄ້າ​ຂອງຜູ້ຄ້າຕ່າງປະເທດ

ໃບ​ຢັ້ງຢືນສິດທາງ​ການຄ້າຂອງຜູ້ຄ້າຕ່າງປະເທດ ຈະຖືກຍົກເລີກ ຫຼື ລົບລ້າງ​ ໃນ​ກໍລະນີ​ດັ່ງນີ້:

  1. ຜູ້ຄ້າຕ່າງປະເທດບໍ່ປະຕິບັດຕາມມາດຕາ 15 ຂອງຂໍ້ຕົກລົງສະບັບນີ້;
  2. ຜູ້​ຄ້າຕ່າງປະ​ເທດ ສະ​ເໜີ​ຍົກເລີກ ຫລື ລົບ​ລ້າງ​​ໃບຢັ້ງຢືນຂອງຕົນເອງ ກ່ອນ​ມື້​ໝົດ​ອາຍຸ;
  3. ໃບຢັ້ງຢືນສິດທາງການຄ້າໝົດອາຍຸ ແລະ ບໍ່ໄດ້ຮັບການຕໍ່ອາຍຸ.

ໝວດທີ III
ການ​ນໍາ​ເຂົ້າ​ ແລະ ສົ່ງ​ອອກສິນຄ້າ ຂອງຜູ້ຄ້າຕ່າງປະເທດ

ມາດຕາ 12 ເງື່ອນໄຂການນໍາ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າຂອງຜູ້ຄ້າຕ່າງປະເທດ

ການນຳເຂົ້າ ແລະ ສົ່ງອອກສິນຄ້າ ຂອງຜູ້ຄ້າຕ່າງປະເທດ  ຕ້ອງມີເງື່ອນໄຂດັ່ງລຸ່ມນີ້:

  1. ມີໃບຢັ້ງຢືນສິດ​ທາງ​ການ​ຄ້າຂອງຜູ້ຄ້າຕ່າງປະເທດ;
  2. ນຳເຂົ້າ ແລະ ສົ່ງອອກສິນຄ້າແຕ່ລະຄັ້ງ ຕ້ອງຜ່ານດ່ານພາສີສາກົນ;
  3. ວາງເງິນຄ້ຳປະກັນ ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການທີ່​ກ່ຽວ​ຂ້ອງຂອງພາສີ.

ມາດຕາ 13 ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຜູ້ຄ້າຕ່າງປະເທດ

ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຜູ້ຄ້າຕ່າງປະເທດ ຕ້ອງປະຕິບັດຕາມຂັ້ນຕອນ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ດັ່ງນີ້:

  1. ການນຳເຂົ້າ ຫຼື ສົ່ງອອກສິນຄ້າທົ່ວໄປ ແມ່ນ ສາມາດດຳເນີນຂະບວນການແຈ້ງພາສີຢູ່ດ່ານໄດ້ເລີຍ.
  2. ການນຳເຂົ້າ ຫຼື ສົ່ງອອກສິນຄ້າຄຸ້ມຄອງ ຜູ້ຄ້າຕ່າງປະເທດຕ້ອງໄດ້ຂໍອະນຸຍາດຈາກ​ຂະ​ແໜງ​ການ​ກ່ຽວ​ຂ້ອງກ່ອນດຳເນີນການແຈ້ງພາສີຢູ່ດ່ານ;
  3. ການນຳເຂົ້າ ຫຼື ສົ່ງອອກສິນຄ້າ ທີ່ຮຽກຮ້ອງໃຫ້ມີການຢັ້ງຢືນ ດ້ານມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຫຼື ລະບຽບການທາງດ້ານເຕັກນິກ ແມ່ນໃຫ້ພົວພັນນຳຂະແໜງການກ່ຽວຂ້ອງ;

ໝວດ​ທີ IV
ສິດ ​ແລະ ພັນທະ​ຂອງຜູ້ຄ້າຕ່າງປະເທດທີ່ໄດ້ຮັບການຢັ້ງຢືນສິດທາງ​ການຄ້າ​

ມາດຕາ 14 ສິດຂອງຜູ້ຄ້າຕ່າງປະເທດທີ່ໄດ້ຮັບການຢັ້ງຢືນສິດທາງ​ການຄ້າ​

ຜູ້​ຄ້າ​ຕ່າງ​ປະ​ເທດທີ່ໄດ້ຮັບການຢັ້ງຢືນສິດທາງ​ການຄ້າ​ ມີສິດດັ່ງນີ້:

  1. ນຳ​ເຂົ້າ ແລະ ສົ່ງ​ອອກສິນຄ້າ ​ຕາມ​ທີ່​​ກຳ​ນົດໃນ​ໃບ​ຢັ້ງຢືນສິດທາງ​ການຄ້າ;
  2. ສະເໜີໂຈະຊົ່ວຄາວ, ຕໍ່ອາຍຸ, ດັດແກ້ເນື້ອໃນ, ຍົກເລີກ ຫຼື ລົບລ້າງໃບຢັ້ງຢືນສິດທາງການຄ້າ;
  3. ຊື້-ຂາຍນຳຜູ້ຄ້າພາຍໃນເທົ່ານັ້ນ ສຳລັບສິນຄ້ານຳເຂົ້າ ແລະ ສົ່ງອອກ.

ມາດຕາ 15 ພັນທະຂອງຜູ້​ຄ້າ​ຕ່າງ​ປະ​ເທດທີ່ໄດ້ຮັບ​ການຢັ້ງຢືນສິດທາງ​ການຄ້າ

ຜູ້​ຄ້າ​ຕ່າງ​ປະ​ເທດທີ່ໄດ້ຮັບການຢັ້ງຢືນສິດທາງ​ການຄ້າ​ ມີ​ພັນທະ​ດັ່ງ​ນີ້:

  1. ແຈ້ງເສຍພາສີ, ອາ​ກອນ ແລະ ພັນທະອື່ນໆ ຕາມທີ່ກຳ​ນົດ​ໄວ້ໃນກົດໝາຍ ແລະ ລະບຽບການ​;
  2. ເກັບຮັກສາເອກະສານ​ທຸກໆ​ຄັ້ງທີ່​ມີການນຳເຂົ້າ ແລະ ສົ່ງອອກສິນຄ້າຕົວຈິງ ພາຍໃນກຳນົດເວລາ ສາມປີ ນັບແຕ່ວັນລົງວັນທີໃນໃບແຈ້ງພາສີເປັນລາຍລະອຽດ ຫຼື ນັບແຕ່ວັນໄດ້ເອົາສິນຄ້າອອກຈາກສາງ ຫຼື ດ່ານພາສີເປັນຕົ້ນໄປ;
  3. ລາຍງານ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ ປະຈຳເດືອນ, ງວດ, ແລະ ປີ ໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ;
  4. ແຈ້ງໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ແລະ ຂະແໜງການທີ່ກ່ຽວຂ້ອງຊາບ ໃນກໍລະນີທີ່ມີການໂຈະຊົ່​ວ​ຄາວ, ຕໍ່ອາຍຸ, ດັດແກ້ເນື້ອໃນ, ຍົກເລີກ ຫຼື ລົບລ້າງໃບຢັ້ງຢືນສິດທາງການຄ້າ;
  5. ປະ​ຕິ​ບັດ​ພັນທະອື່ນໆ ຕາມກົດໝາຍ ແລະ ​ລະບຽບ​ການ​ ​ຂອງ ສປປ ລາວ.

ໝວດ​ທີ V
ຂໍ້ຫ້າມ

ມາດຕາ 16 ຂໍ້​ຫ້າມສໍາລັບ​ຜູ້ຄ້າຕ່າງປະເທດທີ່ໄດ້ຮັບການຢັ້ງ​ຢືນສິດທາງ​ການຄ້າ​

ຫ້າມຜູ້​ຄ້າ​ຕ່າງ​ປະ​ເທດທີ່ໄດ້ຮັບການຢັ້ງຢືນສິດທາງ​ການຄ້າ ມີ​ພຶດຕິ​ກຳດັ່ງນີ້:

  1. ນຳ​ເຂົ້າ ຫຼື ສົ່ງ​ອອກ​ສິນ​ຄ້າ ໂດຍບໍ່ມີໃບຢັ້ງຢືນສິດທາງດ້ານການຄ້າ;
  2. ນຳ​ເຂົ້າ ຫຼື ສົ່ງ​ອອກ​ສິນ​ຄ້າ ບໍ່ຖືກຕ້ອງຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
  3. ເອົາໃບຢັ້ງຢືນສິດທາງດ້ານການຄ້າຂອງຕົນ ໃຫ້ບຸກຄົນອື່ນນຳໃຊ້;
  4. ເກັບຊື້ ຫຼື ຂາຍສິນຄ້ານຳປະຊາຊົນລາວໂດຍກົງ ຫລື ຜູ້ຄ້າພາຍໃນທີ່ບໍ່ໄດ້ຮັບສິດຈໍາໜ່າຍສິນຄ້າ;
  5. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ມາດຕາ 17    ຂໍ້​ຫ້າມ​ສໍາລັບ​ເຈົ້າ​ໜ້​າ​ທີ່ ແລະ ພະນັກງານ

ຫ້າມພະນັກງານ​ລັດຖະກອນ ​ມີພຶດຕິກຳ ດັ່ງນີ້:

  1. ​ກົດໜ່ວງຖ່ວງດຶງ ຫຼື ແກ່ຍາວເວລາໃນການພິຈາລະນາອອກໃບຢັ້ງຢືນສິດທາງການຄ້າ;
  2. ຂັດຂວາງການນຳເຂົ້າ ແລະ ການສົ່ງອອກສິນຄ້າຂອງຜູ້ຄ້າຕ່າງປະເທດທີ່ໄດ້ຮັບການຢັ້ງຢືນສິດທາງການຄ້າ; 
  3. ສວຍໃຊ້ອຳນາດ, ຕຳແໜ່ງ ຫຼື ໜ້າທີ່ ເພື່ອຮຽກຮ້ອງເອົາຜົນປະໂຫຍດ;
  4. ປະລະໜ້າທີ່, ຂາດຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງ;
  5. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມແປງ;
  6. ປິດບັງ, ປົກປ້ອງ ແລະ ໃຫ້ຄວາມຮ່ວມມືແກ່ຜູ້ກະທຳຄວາມຜິດ;
  7. ເປີດເຜີຍຄວາມລັບທຸລະກິດໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ຄ້າຕ່າງປະເທດທີ່ກ່ຽວຂ້ອງ;
  8. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.                     

ໝວດ​ທີ VI
ອົງການ​​ຄຸ້ມ​ຄອງວຽກ​ງານສິດ​ທາງ​ກາ​ນຄ້າຂອງຜູ້ຄ້າຕ່າງປະເທດ

ມາດຕາ 18 ອົງການ​ຄຸ້ມ​ຄອງ​ວຽກງານສິດ​ທາງ​ກາ​ນຄ້າຂອງຜູ້ຄ້າຕ່າງປະເທດ

​ກະ​ຊວງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຄຸ້ມ​ຄອງ​ວຽກ​ງານສິດ​ທາງ​ການຄ້າຂອງຜູ້ຄ້າຕ່າງປະເທດ ຢ່າ​ງ ລວມສູນ ​ແລະ ​ເປັນ​ເອກະ​ພາບ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍມອບໃຫ້ກົມ​ການນໍາ​ເຂົ້າ ແລະ ສົ່ງອອກ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ຂໍ້​ຕົກ​ລົງ​ສະ​ບັບ​ນີ້.

ມາດຕາ 19 ສິດ ​ແລະ ໜ້າ​ທີ່ ຂອງກົມການນໍາເຂົ້າ ແລະ ສົ່ງອອກ

ກົມການນໍາເຂົ້າ ແລະ ສົ່ງອອກ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາ, ສ້າງນະໂຍບາຍ, ກົດໝາຍ ແລະ ລະບຽບການ ກ່ຽວກັບການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຜູ້ຄ້າຕ່າງປະເທດ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະ​ນາ, ເຜີຍແຜ່, ແນະນຳການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແລະ ລະບຽບການອື່ນທີ່ກ່ຽວຂ້ອງໃຫ້ສັງຄົມຢ່າງທົ່ວເຖິງ;
  3. ພິຈາລະນາການ​​ອອກ, ຕໍ່ອາຍຸ ແລະ ດັດ​ແກ້ເນື້ອໃນໃບຢັ້ງຢືນສິດທາງການຄ້າ​;
  4. ສັ່ງໂຈະ, ຍົກເລີກ, ລົບລ້າງ, ຕໍ່ອາຍຸ ຫຼື ຢຸດເຊົາ ການເຄື່ອນໄຫວນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງຜູ້ຄ້າຕ່າງປະເທດ, ອອກຄືນໃໝ່​ ແລະ ດັດ​ແກ້ເນື້ອໃນຂອງໃບ​ຢັ້ງຢືນ​ສິດທາງ​ການຄ້າ;
  5. ​ເຜີຍແຜ່ໃຫ້ມວນຊົນຮັບຊາບ ໂດຍຜ່ານ​ສື່ຕ່າງໆ ຂອງ ສປປ ລາວ ຫຼັງ​ຈາກອອກ​ອະ​ນຸ​ຍາດ, ໂຈະຊົ່ວຄາວ ຫຼື ລົບລ້າງໃບຢັ້ງຢືນສິດ​ທາງ​ການ​ຄ້າ;
  6. ຄຸ້ມຄອງ ແລະ ຕິດຕາມ, ກວດກາການເຄື່ອນໄຫວການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຜູ້​ຄ້າ​ຕ່າງ​ປະ​ເທດທີ່ໄດ້ຮັບສິດທາງດ້ານການຄ້າ;
  7. ສະຫຼຸບ ແລະ ລາຍງານການເຄື່ອນໄຫວນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຜູ້​ຄ້າ​ຕ່າງ​ປະ​ເທດ ເພື່ອລາຍງານໃຫ້ຄະນະນຳກະຊວງຮັບຊາບ ປະຈຳງວດ ແລະ ປະຈຳປີ;
  8. ປະຕິບັດ​ໜ້າ​ທີ່​ອື່ນໆ ​ຕາມທີ່​ໄດ້​ກຳ​ນົດ​ໄວ້​ຢູ່​ໃນ​ກົດໝາຍ ແລະ ລະບຽບ​ການ​.

ໝວດ​ທີ VII
ນະ​ໂຍບ​າຍຕໍ່​ຜູ້​ມີ​ຜົນງານ ​ແລະ ມາດ​ຕະການ​ຕໍ່ຜູ້​ລະ​ເມີດ

 

ມາດຕາ 20 ນະໂຍບາຍຕໍ່ຜູ້ມີຜົນງານ

ຜູ້ຄ້າຕ່າງປະເທດທີ່ໄດ້ຮັບການຢັ້ງຢືນ, ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ​ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້​ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍຊົມເຊີຍ ຫຼື ນະໂຍບາຍອື່ນຕາມກົດໝາຍ ແລະ ລະບຽບການ.

ມາດຕາ 21 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດຂໍ້​ຕົກ​ລົງສະບັບນີ້ ຈະຖືກປະຕິບັດມາດຕະການກ່າວຕັກເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມ​ແຕ່​ລະກໍລະນີ ເບົາ ຫຼື ໜັກ.

ໝວດ​ທີ VIII
ບົດ​ບັນຍັດ​ສຸດ​ທ້າຍ

ມາດຕາ 22 ການຈັດ​ຕັ້ງ​ປະ​ຕິ​ບັດ

ມອບ​ໃຫ້ ​ກົມ​ການ​ນຳ​ເຂົ້າ ແລະ ​ສົ່ງ​ອອກ, ກະຊວງ​ອຸດສາຫະກໍາ ​ແລະ ກາ​ນຄ້າ ​ເປັນ​ເຈົ້າ​ການ​ປະສານ​ສົມ​ທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ຕົກລົງ​ສະບັບ​ນີ້​ຢ່າງເຂັ້ມງວດ ​ແລະ ໃຫ້ມີ​ປະສິດທິ​ຜົນສູງ.

ມາດຕາ 23 ຜົນ​ສັກສິດ

ຂໍ້​ຕົກລົງ​ສະບັບ​ນີ້ ມີ​ຜົນ​ສັກສິດນັບແຕ່ວັນລົງ​ລາຍ​ເຊັນ​ ​ແລະ ພາຍຫຼັງໄດ້ພິມ​ລົງໃນ​​ຈົດໝາຍ​ເຫດ​ທາງ​ລັດຖະການ ສິບຫ້າວັນ.

ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Trading Rights No.0623/MOIC.DIMEX, dated 05 June 2019 PDF
2 ຂໍ້ຕົກລົງ ວ່າດ້ວຍສິດທາງການຄ້າຂອງຜູ້ຄ້າຕ່າງປະເທດ ເລກທີ 0623/ອຄ.ກຂອ, ລົງວັນທີ 05 ມິຖຸນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.