ໃນວັນທີ 13 ມິຖຸນາ 2019, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດໂຕເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ ຂຶ້ນຢ່າງເປັນທາງການ ທີ່ໂຮງແຮມດອນຈັນພາເລດ,ນະຄອນຫຼວງວຽງຈັນ. ຊຶ່ງພິທີດັ່ງກ່າວໄດ້ຮັບກຽດເປັນປະທານເປີດໂດຍ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຢາຊູຊີ ເນກີຊີ (Yasushi Negishi), ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳ ສປປ ລາວ. ຈຸດປະສົງໃນການສ້າງຖານຂໍ້ມູນນິຕິກຳນີ້ແມ່ນເພື່ອ ເກັບກຳ-ສັງລວມ ບັນດາຂໍ້ມູນການຂຶ້ນທະບຽນວິສາຫະກິດ ໃຫ້ເປັນລະບົບຄົບຊຸດ ແລະ ມີປະສິດທິພາບ ແລະ ເພື່ອສ້າງເປັນຖານຂໍ້ມູນທາງເອເລັກໂຕຣນິກ ໃຫ້ທຸກຄົນສາມາດເຂົ້າເຖິງໄດ້ຢ່າງສະດວກງ່າຍດາຍ.

ທ່ານ ພັນທອງ ພິດທຸມມາ (ດ້ານຊ້າຍ) ແລະ ທ່ານ ຢາຊູຊີ ເນກີຊີ (ດ້ານຂວາ)

 

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ມຸ່ງໝັ້ນ/ໃຫ້ຄໍາໝັ້ນສັນຍາວ່າຈະແບ່ງປັນຂໍ້ມູນການຂຶ້ນທະບຽນວິສາຫະກິດ ກັບ ບັນດາຂະແໜງການ /ກົມອື່ນໆ ຂອງ​ພາກ​ລັ​ດ. ຖານຂໍ້ມູນ ຖວຊ ຈະສາມາດເຂົ້າເຖິງໄດ້ທາງເອເລັກໂທນິກ ຜ່ານລະບົບການເຊື່ອມຕໍ່ເວັບໄຊ້ ແບບອິນເຕີເຟດ. ລາຍ​ການ​ເຊື່ອມ​ຕໍ່ຖານຂໍ້ມູນຄື: ຄົ້ນຫາລາຍລະອຽດຂອງຫົວໜ່ວຍທຸລະກິດ ໂດຍນໍາໃຊ້ເລກທະບຽນ, ຄົ້ນຫາຊື່ຂອງ​ຜູ້​ຖື​ທະ​ບຽນ​ວິ​ສາ​ຫະ​ກິດ ( ລາວ ຫຼື ອັງກິດ), ຄົ້ນຫາຊື່ຂອງວິສາຫະກິດ (ລາວ ຫຼື ອັງກິດ), ລາຍຊື່ວິສາຫະກິດທີ່ຈົດທະບຽນຕັ້ງແຕ່ວັນທີ່ໄດ້ກໍານົດ, ລາຍຊື່ວິສາຫະກິດ ໃນແຂວງ, ລາຍຊື່ວິສາຫະກິດ ໃນເມືອງ, ລາຍຊື່ວິສາຫະກິດ ໃນບ້ານ.

ໜ້າຫຼັກຂອງເວັບໄຊຖານຂໍ້ມູນວິສາຫະກິດແຫ່ງຊາດ

 

ປະຈຸບັນ ຖານຂໍ້ມູນດັ່ງກ່າວແມ່ນເປີດໃຊ້ໃຫ້ພຽງແຕ່ໜ່ວຍງານຂອງລັດ, ຂຶ້ນກັບການລົງນາມ MOU (ບົດບັນທຶກຄວາມເຂົ້າໃຈ). ຖ້າທ່ານເປັນຕົວແທນຂອງກົມທີ່ສັງກັດລັດ ທີ່ມີຄວາມສົນໃຈ ທີ່ຈະເຊື່ອມຕໍ່ກັບ ຖານຂໍ້ມູນ ຖວ​ຊ ນີ້, ກະລຸນາຕິດຕໍ່ມາຍັງທີມງານຂອງ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດ ສາຫະກໍາ ແລະ ການຄ້າ,​ ນະຄອນຫຼວງວຽງຈັນ ເພື່ອປຶກສາຫາລືກ່ຽວກັບຄວາມຕ້ອງການດັ່ງກ່າວ.

ຕິດຕໍ່ພົວພັນໂດຍກົງ:

ໂທ : 020 55616270, 020 58589001, 020 54566669

ເວັບໄຊ: http://www.ned.gov.la

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.