ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ               ເລກທີ 0636/ອຄ.ກຂອ

      ນະຄອນຫຼວງວຽງຈັນ, ວັນທີ 10 ມິຖຸນາ 2019

ຂໍ້ຕົກລົງ
ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າ ຕາມອະນຸສັນຍາສະບັບປັບປຸງ
ພາຍໃຕ້ເຂດການຄ້າເສລີ ອາຊຽນ - ສປ ຈີນ

- ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ230/ນຍ, ລົງວັນທີ 24 ກໍລະກົດ 2017;

- ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍແຫຼ່ງກໍາເນີດສິນຄ້ານໍາເຂົ້າ ແລະ ສົ່ງອອກ, ສະບັບເລກທີ228/ນຍ, ລົງວັນທີ 22 ເມສາ 2010;     

- ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ  ກ່ຽວກັບ  ເຫັນດີຮັບຮອງເອົາອະນຸສັນຍາ ເພື່ອປັບປຸງຂອບສັນຍາວ່າດ້ວຍການຮ່ວມມືເສດຖະກິດຮອບດ້ານ ແລະ ບາງສັນຍາທີ່ກ່ຽວຂ້ອງພາຍໃຕ້ຂອບສັນຍາ ລະຫວ່າງ ອາຊຽນ ແລະ ສປ ຈີນ ສະບັບເລກທີ 929/ຫສນຍ.ກໝ, ລົງວັນທີ 05 ກໍລະກົດ 2016;

- ອີງຕາມການສະເໜີຂອງ ກົມການນຳເຂົ້າ ແລະ ສົ່ງອອກ.

ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຂໍ້ຕົກລົງ: 

ມາດຕາ 1. ປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າ (Rules of Origin: ROO), ຂັ້ນຕອນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (Operational Certification Procedures: OCP), ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (ຟອມ E) ແລະ ລະບຽບສະເພາະຜະລິດຕະພັນ (Product Specific Rules: PSR) ທີ່ເປັນສາລະບານສິນຄ້າລະບົບເອກະພາບປີ 2017 (HS 2017) ຕາມອະນຸສັນຍາສະບັບປັບປຸງ ພາຍໃຕ້ເຂດການຄ້າເສລີ ອາຊຽນ - ສປ ຈີນ.

ມາດຕາ 2. ມອບໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ ຮັບຜິດຊອບແນະນຳ ແລະ ເຜີຍແຜ່ວິທີຈັດຕັ້ງປະຕິບັດລະອຽດ ກ່ຽວກັບ ລະບຽບດັ່ງກ່າວ ເພື່ອໃຫ້ຂໍ້ຕົກລົງສະບັບນີ້ຖືກປະຕິບັດຢ່າງໄດ້ຮັບຜົນດີ. 

ມາດຕາ 3. ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ສິງຫາ 2019 ເປັນຕົ້ນໄປ.  

  ລັດຖະມົນຕີ
ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Decision on the Proclamation of Rule of Origin in accordance with treaties amended version under ASEAN-China FTA No. 0636/MOIC.DIMEX, dated 11 June 2019 PDF
2 ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສິນຄ້າ ຕາມອະນຸສັນຍາສະບັບປັບປຸງພາຍໃຕ້ເຂດການຄ້າເສລີ ອາຊຽນ - ສປ ຈີນ ເລກທີ 0636/ອຄ.ກຂອ, ລົງວັນທີ 10 ມິຖຸນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.