ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມສ່ວຍສາອາກອນ        ເລກທີ 2607/ກງ.ກສອ
ນະຄອນຫຼວງວຽງຈັນ, ວັນທີ 25 JUN 2019

ເຖິງ: ຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.
ເລື່ອງ: ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກ່ຽວກບັ ແຮ່ທາດສົ່ງອອກ

- ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
- ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ;
- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 2834/ກງ,​ ລົງວັນທີ 22 ສິງຫາ 2017, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມສ່ວຍສາອາກອນ.

ເພື່ອເປັນສ້າງເງື່ອນໄຂ ອຳນວຍຄວາມສະດວກໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ຈັດຕັ້ງປະຕິບັດການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

ຫົວໜ້າກົມສ່ວຍສາອາກອນ ອອກແຈ້ງການ:

  1. ມອບໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ບັງຄັບໃຊ້ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018 ໃນການຄຸ້ມຄອງເກັບອາກອນມູນຄ່າເພີ່ມ ຈາກການສົ່ງອອກແຮ່ທາດ ໄປຕ່າງປະເທດໃນອັດຕາ 0% ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 17 ຂໍ້ 2 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມຢ່າງເຂັ້ມງວດ;
  2. ໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ເກັບກຳ ແລະ ສະຫຼຸບສັງລວມ ຂໍ້ມູນການສົ່ງອອກແຮ່ທາດເປັນແຕ່ລະວິສາຫະກິດ ຕາມເອກະສານອະນຸຍາດສົ່ງອອກແຮ່ຂອງພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງທີ່ວິສາຫະກິດໄດ້ເສຍຄ່າຊັບພະຍາກອນທຳມະຊາດແລ້ວ ສົ່ງໃຫ້ກົມສ່ວຍສາອາກອນ ທຸກໆ 03 ເດືອນ ເພື່ອເປັນຂໍ້ມູນສົ່ງໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ ບ່ອນທີມີວິສາຫະກິດຂຶ້ນກັບການຄຸ້ມຄອງ ເພື່ອເກັບອາກອນປະເພດຕ່າງໆໃຫ້ຖືກຕ້ອງຄົບຖ້ວນ ຕາມລະບຽບກົດໝາຍ;
  3. ມອບໃຫ້ ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ຈັດຕັັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ, ໃນການຈັດຕັ້ງປະຕິບັດ ຫາກພົບຄວາມຫຍຸ້ງຍາກ ໃຫ້ລາຍງານກົມສ່ວຍສາອາກອນ ເພື່ອຫາວິທີແກ້ໄຂໃຫ້ທັນການ;
  4. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ

ຫົວໜ້າກົມສ່ວຍສາອາກອນ
ພູທະນູເພັດ ໄຊສົມບັດ

 

# ຫົວຂໍ້ ດາວໂຫຼດ
1 Notification on the Implementation of Law on Value Added Tax concerning the Export of Mineral No. 2607/MoF.TD, dated 25 June 2019 PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ກ່ຽວກັບ ແຮ່ທາດສົ່ງອອກ ເລກທີ 2607/ກງ.ກສອ, ລົງວັນທີ 25 ມິຖຸນາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.