ໃນວັນທີ 24 ມິຖຸນາ 2019, ໄດ້ມີການຈັດງານພິທີເປີດນຳໃຊ້ລະບົບແຈ້ງພາສີປະຕູດຽວ LNSW ຂຶ້ນຢ່າງເປັນທາງການ ທີ່ສາງ CY ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ (ທ່ານາແລ້ງ), ນະຄອນຫຼວງວຽງຈັນ. ຊຶ່ງພິທີດັ່ງກ່າວໄດ້ຮັບກຽດກ່າວເປີດໂດຍ ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ ກະຊວງການເງິນ. ຈຸດປະສົງໃນການສ້າງລະບົບນີ້ແມ່ນເພື່ອ ເພື່ອໃຫ້ບັນດາຂະແໜງການລັດທີ່ກ່ຽວຂ້ອງກັບການຄຸ້ມຄອງການນໍາເຂົ້າ-ສົ່ງອອກ ສິນຄ້າ ໃຊ້ຮ່ວມກັນ. ເປັນລະບົບເອເລັກໂຕຣນິກ ທີ່ໃຊ້ສໍາລັບການແລກປ່ຽນຂໍ້ມູນ ແລະ ເອກະສານຕ່າງໆ ຜ່ານລະບົບດຽວ, ຢູ່ບ່ອນດຽວ ແນໃສ່ຕັດຮອນຂັ້ນຕອນທີ່ບໍ່ຈໍາເປັນ, ຫຼຸດຜ່ອນເອກະສານທີ່ເປັນເຈ້ຍ, ຫຼຸດຜ່ອນ ເວລາ ແລະ ຄ່າໃຊ້ຈ່າຍຂອງຜູ້ປະກອບການ ພ້ອມດຽວກັນນັ້ນ ເພື່ອແລກປ່ຽນຂໍ້ມູນໃນການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ໃຫ້ມີຄວາມວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ, ເຮັດໃຫ້ການປະສານງານລະຫວ່າງຂະແໜງການຂອງລັດ ມີປະສິດທິຜົນສູງຂຶ້ນ.

ການພັດທະນາລະບົບແຈ້ງພາສີປະຕູດຽວ ແມ່ນໜຶ່ງໃນແຜນງານຍຸດທະສາດການຫັນພາສີເປັນທັນສະໄໝ ແນໃສ່ຍົກສູງປະສິດທິພາບການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ, ການຈັດເກັບລາຍຮັບງົບ ປະມານ ລວມທັງການຄຸ້ມຄອງການຈັດເກັບຄ່າທໍານຽມຕ່າງໆ ແບບລວມສູນຜ່ານລະບົບ ທະນາຄານ ທີ່ເຊື່ອມໂຍງ ເຂົ້າກັບລະບົບແຈ້ງພາສີປະຕູດຽວ. ການພັດທະນາລະບົບແຈ້ງພາສີປະຕູດຽວ ເປັນການຫັນໄປສູ່ຄວາມເປັນມາດຕະຖານສາກົນ ແລະ ການເຊື່ອມກັບພາກພື້ນ ໂດຍສະເພາະການເຊື່ອມໂຍງ ເຂົ້າກັບລະບົບແຈ້ງພາສີປະຕູດຽວອາຊຽນ.

ປະຈຸບັນ, ໄດ້ມີການນຳໃຊ້ລະບົບແຈ້ງພາສີປະຕູດຽວ ໃນການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ), ຜູ້ປະກອບການຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW). ໃນອະນາຄົດ, ສຳລັບສິນຄ້າປະເພດອື່ນທີ່ຂໍອະນຸຍາດນຳເຂົ້າ-ສົ່ງອອກ ທີ່ຍັງບໍ່ທັນນຳໃຊ້ລະບົບແຈ້ງພາສີປະຕູດຽວແມ່ນຍັງຢູ່ໃນຂັ້ນຕອນການຄົ້ນຄ້ວາລະບຽບການ ແລະ ກົນໄກການອອກອະນຸຍາດ.  

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.