ວັນ MSES ສາກົນ ແມ່ນວັນທີ່ອົງການສະຫະປະຊາຊາດ ປະກາດກໍານົດເອົາວັນທີ 27 ມິຖຸນາ ຂອງທຸກປີ ເປັນ MSES ສາກົນ ເຊິ່ງໄດ້ລະບຸໃນຍັດຕິສະບັບເລກທີ 71/279, ລົງເດືອນ ເມສາ 2017. ຈຸດປະສົງ ເພື່ອເຮັດໃຫ້ທຸກພາກສ່ວນ ທີ່ກ່ຽວຂ້ອງ ແລະ ທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສໍາຄັນຂອງ MSES ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ໂດຍສ້າງວຽກເຮັດງານທໍາ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊຸມຊົນ ຢູ່ໃນທຸກຂົງເຂດທົ່ວໂລກ.

ທ່ານ ບຸນເຖິງ ດວງສະຫວັນ, ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ກ່າວຈຸດປະສົງໃນການຈັດງານສະເຫຼີມສະຫຼອງວັນ MSES ສາກົນ ໃນ ສປປ ລາວ ແມ່ນເນັ້ນສອງກິດຈະກໍາຫຼັກ ເຊິ່ງກິດຈະກໍາທີ່ໜຶ່ງ ແມ່ນການເຜີຍແຜ່ສອງເນື້ອໃນສໍາຄັນ ຄື: 1) ຄວາມສໍາຄັນ ແລະ ການກຽມຄວາມພ້ອມນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ MSES ໃນຍຸກດີຈີຕອນ ແລະ 2) ໂອກາດ ແລະ ສິ່ງທ້າທາຍໃນການນໍາໃຊ້ການຄ້າທາງເອເລັກໂຕຼນິກ (​​E-commerce) ເຂົ້າໃນການດໍາເນີນທຸລະກິດຂອງ MSES. ກິດຈະກໍາທີ່ສອງ ແມ່ນການຈັດວາງສະແດງຂໍ້ມູນຂ່າວສານຂອງພາກລັດ ແລະ ຜະລິດຕະພັນຂອງຫົວໝ່ວຍທຸລະກິດ.

ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວທີ່ປະຊຸມວ່າ: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ ກວມເອົາເຖິງ 99.8% ຂອງຫົວໜ່ວຍທຸລະກິດທັງໝົດ. MSME ໃນ ສປປ ລາວ ໄດ້ສ້າງວຽກເຮັດງານທໍາເຖິງ 82% ຂອງຈໍານວນແຮງງານທັງໝົດໃນຂະແໜງເສດຖະກິດ. ໂດຍເຫັນໄດ້ເຖິງຄວາມໝາຍສຳຄັນດັ່ງກ່າວ ພັກ ແລະ ລັດຖະ ບານແຫ່ງສປປ ລາວ ຈິ່ງໄດ້ຖືເອົາວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນວາລະແຫ່ງຊາດ ຊຶ່ງໄດ້ລະບຸໃນມະຕິ 4 ສະໄໝທີ X ຂອງສູນກາງພັກ ກ່ຽວກັບ ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ແລະ ມະຕິ 7 ສະໄໝທີ X ໂດຍສະເພາະແມ່ນມະຕິ 057/ຄບສພ ກ່ຽວກັບ ການຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສ້າງຖານລາຍຮັບໃໝ່.

ທີ່ຜ່ານມາ ພາກລັດໄດ້ເອົາໃຈໃສ ຜັນຂະຫຍາຍ 07 ຂົງເຂດ ນະໂຍບາຍທີ່ນອນໃນແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ຄື: ການເພີ່ມຜະລິດຕະພາບ ເຕັກໂນໂລຊີ ແລະ ນະວັດຕະກຳ; ການເຂົ້າເຖິງແຫລ່ງທຶນ; ການເຂົ້າເຖິງການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ; ການເຂົ້າເຖິງຕະຫລາດ ແລະ ຂະຫຍາຍຕະຫລາດ;​ ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃໝ່;​ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍແກ່ການສ້າງ ແລະ ດຳເນີນທຸລະກິດ; ແລະ ການສ້າງນະໂຍບາຍພາສີອາກອນ ແລະ ດ້ານການເງິນ.

ງານສະເຫລີມສະຫລອງ ວັນ MSME ສາກົນ ໃນ ສປປ ລາວ ມື້ນີ້ ຖືວ່າເປັນຂີດໝາຍອັນສໍາຄັນ ໃນການເຕົ້າໂຮມຄວາມສາມັກຄີ ຮ່ວມແຮງ ຮ່ວມໃຈ ຂອງທຸກພາກສ່ວນ ເຂົ້າໃນການຊຸກຍູ້ສົ່ງເສີມ MSME ຂອງ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສອບສ່ວນເຂົ້າໃນການບັນລຸເປົ້າໝາຍພັດທະນາແບບຍືນຍົງ ກໍຄື ເປົ້າໝາຍນຳພາປະເທດຊາດໃຫ້ຫລຸດພົ້ນອອກຈາກຄວາມເປັນປະເທດດ້ອຍພັດທະນາ ໂດຍການຫັນດີຈີຕອນ ຫຼື ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການບໍລິຫານ, ການຜະລິດ, ແລະ ການຕະຫຼາດ ໃຫ້ຫຼາຍຂື້ນ.​

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.