ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ      ເລກທີ 01624/ກພສ
ນະຄອນຫຼວງ​ວຽງຈັນ, ວັນທີ 04 ມີນາ 2019

ແຈ້ງການແນະນຳ

ເຖິງ: ພະແນກອ້ອມຂ້າງພາສີ, ກອງຄຸ້ມຄອງພາສີ I-VII ແລະ ດ່ານພາສີຊາຍແດນ ໃນທົ່ວປະເທດ.

ເລື່ອງ: ການຈັດຕັ້ງປະຕິບັດດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 48/ລບ, ລົງວັນທີ 19 ກຸມພາ 2019.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ສະບັບເລກທີ 57/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມພາສີ.

ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດ ເນື້ອໃນດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 48/ລບ,​ ລົງວັນທີ 19 ກຸມພາ 2019 ວ່າດ້ວຍການລົບລ້າງບາງມາດຂອງມະຕິຕົກລົງຂອງສະພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມິຖຸນາ 1989 ໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ເປັນເອກະພາບໃນທົ່ວປະເທດ.

ຫົວໜ້າກົມພາສີ ອອກແຈ້ງການແນະນຳ ດັ່ງນີ້:

  1. ການຈັດເກັບຄ່າພາສີຂາອອກ ສຳລັບການສົ່ງອອກສິນຄ້າ, ເຄື່ອງຂອງໄປຕ່າງປະເທດ ໃຫ້ຈັດຕັ້ງປະຕິບັດຕາມລັດຖະບັນຍັດປະທານປະເທດ ສະບັບເລກທີ 02/ປປທ, ລົງວັນທີ 27 ເມສາ 2012 ວ່າດ້ວຍລາຍການສິນຄ້າ ແລະ ອັດຕາພາສີຂາອອກ;
  2. ສຳລັບບໍລິສັດໃດ ທີ່ໄດ້ສົ່ງອອກສິນຄ້າ, ເຄື່ອງຂອງ ຊຶ່ງມີລັດຖະການຈາກກົມພາສີ ທີ່ຖືກເສຍຄ່າຊັກພິເສດ ຕາມມາດຕາ 15, 16 ຂອງມະຕິຕົກລົງຂອງສະພາລັດຖະມົນຕີ ວ່າດ້ວຍລະບອບພາສີ-ອາກອນ ສະບັບເລກທີ 47/ປສລ, ລົງວັນທີ 26 ມິຖຸນາ 1989 ແຕ່ຍັງບໍ່ທັນໄດ້ສົ່ງອອກໝົດ ແມ່ນໃຫ້ຍົກເລີກການເກັບຄ່າຊັກພິເສດດັ່ງກ່າວ;
  3. ຂັ້ນຕອນການປະກອບເອກະສານ ແລະ ບ່ອນອີງໃນການສົ່ງອອກ ໃຫ້ປະຕິບັດຕາມກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ຕາມມາດຕາ 59, ລັດຖະບັນຍັດປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 15 ທັນວາ 2015 ແລະ ບົດແນະນຳການຈັດຕັ້ງປະຕິບັດ ສະບັບເລກທີ 0203/ກງ, ລົງວັນທີ 23 ມັງກອນ 2017 ໂດຍສິນຄ້າ, ເຄື່ອງຂອງ ຕ້ອງໄດ້ເສຍຄ່າຊັບພະຍາກອນທຳມະຊາດຕາມອັດຕາທີ່ກຳນົດໄວ້, ມີເອກະສານຢັ້ງຢືນ ແລະ ອະນຸຍາດຈາກຂະແໜງການກ່ຽວຂ້ອງ;
  4. ມອບໃຫ້ຫົວໜ້າກອງຄຸ້ມຄອງພາສີ, ຫົວໜ້າດ່ານພາສີຊາຍແດນ ນຳພາ, ຊີ້ນຳອ້າຍນ້ອງພາສີໃນການກວດກາ ການສົ່ງອອກ ໃຫ້ມີຄວາມຮັດກຸມ ທາງດ້ານຊະນິດ, ຈຳນວນ, ມູນຄ່າ, ນ້ຳໜັກ ພ້ອມທັງອຳນວຍຄວາມສະດວກ ແລະ ນຳໃຊ້ເຄື່ອງມືກວດກາດ້ວຍລະບົບສາຍແສງ, ຊິງຊັ່ງນ້ຳໜັກສະເພາະບັນດາດ່ານ ທີ່ມີອຸປະກອນດັ່ງກ່າວເຂົ້າໃນການກວດກາ;
  5. ມອບໃຫ້ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ ແລະ ດ່ານພາສີຊາຍແດນ ພ້ອມກັນຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ຢ່າງເຂັ້ມງວດ;
  6. ຖ້າພົບຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ໃຫ້ສັງລວມລາຍງານກົມພາສີ ເພື່ອຊອກຫາວິທີແກ້ໄຂຕາມກົດໝາຍ ແລະ ລະບຽບການກຳນົດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 Notification No. 01624/CD, Dated 24 March 2019, on the implementation of decree of Prime Minister No. 48/GL, Dated 19 February 2019. PDF
2 ແຈ້ງການແນະນໍາ ສະບັບເລກທີ 01624/ກພສ, ລົງວັນທີ 24 ມີນາ 2019 ວ່າດ້ວຍ ການຈັດຕັ້ງປະຕິບັດດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 48/ລບ, ລົງວັນທີ 19 ກຸມພາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.