ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມສ່ວຍສາອາກອນ      ເລກທີ 2798/ກງ.ກສອ
ນະຄອນຫຼວງ​ວຽງຈັນ, ວັນທີ 08 ມິຖຸນາ 2019

ເຖິງ: ທ່ານຫົວໜ້າສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ

ເລື່ອງ: ການເກັບອາກອນມູນຄ່າເພີ່ມ ຈາກການສະໜອງການບໍລິການຂົນສົ່ງ.

  • ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
  • ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 26 ມິຖຸນາ 2018;
  • ອີງຕາມ ຂໍ້ຕົກລົງລັດຖະມົນຕີກະຊວງການເງິນ ສະບັບເລກທີ 2834/ນຍ, ລົງວັນທີ 22 ສິງຫາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມສ່ວຍສາອາກອນ.

ເພື່ອເຮັດໃຫ້ການຄຸ້ມຄອງເກັບອາກອນມູນຄ່າເພີ່ມ ຈາກການສະໜອງການບໍລິການຂົນສົ່ງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ.

ກົມສ່ວຍສາອາກອນ ອອກແຈ້ງການ ດັ່ງນີ້:

  1. ໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ບັງຄັບໃຊ້ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ) ເລກທີ 48/ສພຊ, ລັງວັນທີ 20 ມິຖຸນາ 2018 ຢ່າງເຂັ້ມງວດ ແລະ ໃຫ້ຢຸດຕິການເກັບອາກອນມູນຄ່າເພີ່ມ ແບບເປັນຖ້ຽວ ຈາການສະໜອງການບໍລິການຂົນສົ່ງ ຕາມແຈ້ງການ ຫຼື ຄຳແນະນຳທີ່ບັນດາແຂວງ, ນະຄອນຫຼວງ ໄດ້ອອກໃນເມື່ອກ່ອນ.
  2. ໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ ຊີ້ນຳສ່ວຍສາອາກອນປະຈຳເມືອງ, ເທດສະບານ ແລະ ນະຄອນ ໃນຂອບເຂດທົ່ວປະເທດ ດຳເນີນການຄິດໄລ່ ແລະ ຈັດເກັບອາກອນມູນຄ່າເພີ່ມ ຈາກການສະໜອງການບໍລິການຂົນສົ່ງ ຕາມທີ່ໄດ້ກຳນົດຢູ່ໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 26 ມິຖຸນາ 2018 ດັ່ງນີ້:

ສຳລັບ ຜູ້ດຳເນີນກິດຈະການຂົນສົ່ງທີ່ຢູ່ໃນລະບົບອາກອນມູນຄ່າເພີ່ມ ຂອງ ສປປ ລາວ ແລະ ຜູ້ທີ່ບໍ່ມີພູມລຳເນົາ:

  • ການສະໜອງການບໍລິການຂົນສົ່ງ ທີ່ເກີດຂຶ້ນຢູ່ໃນດິນແດນ ຂອງ ສປປ ລາວ ທັງໝົ້ດ ໃນຂອບເຂດທົ່ວປະເທດ ໃຫ້ຄິດໄລ່ເກັບ ອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 11, 13 ຂໍ້ 2, 15, 17 ຂໍ້ 1, 18, 19, 31 ແລະ 32 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;
  • ການສະໜອງການບໍລິການຂົນສົ່ງຜ່ານແດນສາກົນ ແມ່ນຖືກຍົກເວັ້ນອາກອນມູນຄ່າເພີ່ມ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 12 ຂໍ້ 2.10 ຂອງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ. ສຳລັບຄວາມໝາຍການຂົນສົ່ງຜ່ານແດນສາກົນ ແມ່ນການຂົນສົ່ງຜູ້ໂດຍສານ ຫຼື ການຂົນສົ່ງສິນຄ້າ ຜ່ານດິນແດນຂອງ ສປປ ລາວ, ໂດຍ ຈຸດເລີ່ມຕົ້ນຂົນສົ່ງຕົ້ນທາງຢູ່ປະເທດໜຶ່ງ ແລະ ຈຸດປາຍທາງຂົນສົ່ງຢູ່ອີກປະເທດໜຶ່ງ, ຖ້າກໍລະນີຫາກ ສປປ ລາວ ບໍ່ມີລະບົບຄ່ຽນຖ່າຍສິນຄ້າ ຫຼື ມີລະບົບຄ່ຽນຖ່າຍສິນຄ້າ ຢູ່ໃນ ດິນແດນຂອງ ສປປ ລາວ ແມ່ນຖືເປັນການຂົນສົ່ງຜ່ານແດນສາກົນ ຖືກຍົກເວັ້ນ ອາກອນມູນຄ່າເພີ່ມ.

ສຳລັບການສະໜອງບໍລິການຂົນສົ່ງຂອງຜູ້ທີ່ບໍ່ມີພູມລຳເນົາ ແລະ ບໍ່ໄດ້ສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ ມີການສະໜອງບໍລິການຂົນສົ່ງສິນຄ້າເກີດຂຶ້ນຢູ່ໃນດິນແດນ ສປປ ລາວ ແມ່ນ ຖືກເສຍອາກອນມູນຄ່າເພີ່ມຂອງ ສປປ ລາວ ໂດຍໃຫ້ຜູ້ຊື້ການບໍລິການຂົນສົ່ງຈາກຜູ້ທີ່ບໍ່ມີພູມລຳເນົາ ເປັນຜູ້ຄິດໄລ່ຫັກ ອາກອນມູນຄ່າເພີ່ມ ລວມທັງຄິດໄລ່ເກັບອາກອນກຳໄລແບບບັງຄັບ (ເປັນຖ້ຽວ) ໄວ້ກ່ອນຈະເບີກຈ່າຍເງິນໃຫ້ແກ່ຜູ້ສະໜອງທີ່ບໍ່ມີພູມລຳເນົາ ຕາມທີ່ໄດ້ກຳນົດໄວ້ຢູ່ໃນ ມາດຕາ 10, ແລະ ມາດຕາ 15 ຂອງກົດໝາຍອາກອນມູນຄ່າເພີ່ມ ແລະ ຕາມທີ່ກຳນົດໄວ້ໃນ ມາດຕາ 32, 33 ແລະ ມາດຕາ 39 ຂອງກົດໝາຍວ່າດ້ວຍສ່ວຍສາອາກອນ ແລ້ວເຮັດບັນຊີແຈ້ງມອບພາຍໃນກຳນົດ 10 ວັນ;

  1. ສ່ວຍສາອາກອນ ປະຈຳແຂວງ, ນະຄອນຫຼວງ, ສ່ວຍສາອາກອນ ປະຈຳເມືອງ, ເທດສະບານ, ນະຄອນ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້, ໃຫ້ການຮ່ວມມື ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.
  2. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຫົວໜ້າກົມສ່ວຍສາອາກອນ

ພູທະນູເພັດ ໄຊສົມບັດ

 

# ຫົວຂໍ້ ດາວໂຫຼດ
1 Notification on collection of VAT from Transportation service sector No.2798/MOF.TD, dated 8 July 2019 PDF
2 ແຈ້ງການກ່ຽວກັບ ການເກັບອາກອນມູນຄ່າເພີ່ມຈາກຂະແໜງການບໍລິການຂົນສົ່ງ ສະບັບເລກທີ 2798/ກງ.ກສອ, ລົງວັນທີ 8 ກໍລະກົດ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.