ເດືອນ 6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງສປປ ລາວ ບັນລຸໄດ້ 814,99 ລ້ານໂດລາສະຫະລັດ ໃນນັ້ນ, ມູນຄ່າການສົ່ງອອກປະມານ 366,72 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 448,27 ລ້ານໂດລາສະຫະລັດ ຂາດດຸນການຄ້າປະມານ 81,55 ລ້ານໂດລາສະຫາລັດ. ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ.

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກປະກອບມີ ແຮ່ທອງ 48,42 ລ້ານ ໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 35,52 ລ້ານ ໂດລາສະຫະລັດ, ໝາກກ້ວຍ 10,99 ລ້ານ ໂດລາສະຫະລັດ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ 30,94 ລ້ານ ໂດລາສະຫະລັດ, ​ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ 19,95 ລ້ານ ໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ) 22,32 ລ້ານ ໂດລາສະຫະລັດ, ຄໍາປະສົມ ແລະ ຄໍາແທ່ງ 15,61 ລ້ານ ໂດລາສະຫະລັດ, ມັນຕົ້ນ 2,39 ລ້ານ ໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 18,18 ລ້ານ ໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 15,11 ລ້ານ ໂດລາສະຫະລັດ ແລະ ກາເຟ (ບໍ່ທັນປຸງແຕ່ງ) 5,95 ລ້ານໂດລາສະຫະລັດ ແລະ ສິນຄ້າອື່ນໆ

ໝວດສິນຄ້ານໍາເຂົ້າຫຼັກ

ໝວດສິນຄ້ານໍາເຂົ້າຫຼັກປະກອບມີ ພາຫະນະທາງບົກ 31,60 ລ້ານ ໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 19,97 ລ້ານ ໂດລາສະຫະລັດ,​ ນໍ້າມັນກາຊວນ 45,45 ລ້ານ ໂດລາສະຫະລັດ, ອຸປະກອນກົນຈັກ 36,21 ລ້ານ ໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 33,02 ລ້ານ ໂດລາສະຫະລັດ, ເຄື່ອງດື່ມຊະນິດຕ່າງໆ 21,06 ລ້ານ ໂດລາສະຫະລັດ, ຊີ້ນສ່ວນອາໄຫລ່ລົດ 14,79 ລ້ານ ໂດລາສະຫະລັດ, ນໍ້າມັນແອັດຊັງ 11,62 ລ້ານ ໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ 10,12 ລ້ານ ໂດລາສະຫະລັດ, ໄຟຟ້າ 10,18ລ້ານ ໂດລາສະຫະລັດ ແລະ ອື່ນໆ.

10 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

 

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ຣຊ ໄທ 91,24 ລ້ານ ໂດລາສະຫະລັດ,​ ສປ ຈີນ127,48 ລ້ານ ໂດລາສະຫະລັດ, ສສ ຫວຽນນາມ 93,90 ລ້ານ ໂດລາສະຫະລັດ, ອິນເດຍ 8,60 ລ້ານ ໂດລາສະຫະລັດ, ຍີ່ປຸ່ນ 6,92 ລ້ານ ໂດລາສະຫະລັດ, ເຢຍລະມັນ 6,48 ລ້ານ ໂດລາສະຫະລັດ, ສ ອາເມລິກາ 2,50 ລ້ານ ໂດລາສະຫະລັດ, ອັງກິດ 2,17 ລ້ານ ໂດລາສະຫະລັດ,​ ແລະ ສິວິດເຊີແລນ 6,72 ລ້ານ ໂດລາສະຫະລັດ.

10 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ 262,97 ລ້ານ ໂດລາສະຫະລັດ, ສປ ຈີນ 100,95 ລ້ານ ໂດລາສະຫະລັດ, ສສ ຫວຽດນາມ 51,50 ລ້ານ ໂດລາສະຫະລັດ, ຍີ່ປຸ່ນ 5,32 ລ້ານ ໂດລາສະຫະລັດ, ສ ເກົາຫຼີ 5,20 ລ້ານ ໂດລາສະຫະລັດ, ສ ອາເມລິກາ 2,24 ລ້ານ ໂດລາສະຫະລັດ,​ ແລະ ແບນຊິກ 2,02 ລ້ານ ໂດລາສະຫະລັດ, ອິນເດຍ 2,59 ລ້ານໂດລະສະຫະລັດ, ຮົງກົງ ຈີນ 2,73 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.