ໃນວັນທີ 15 ສິງຫາ 2019 ທີ່ ໂຮງແຮມ ຄຮາວພາຊາ, ນະຄອນຫຼວງວຽງຈັນ ກຄອຄ ໄດ້ຈັດກອງປະຊຸມເພື່ອລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນດຳເນີນວຽກງານອຳນວຍຄວາມສະດວກທາງການຄ້າ ຂອງ ສປປ ລາວ 2017-2022 ໄລຍະ 6 ເດືອນ ຕົ້ນປີ 2019  ໃຫ້ກຽດເປັນປະທານ ໂດຍ ທ່ານ ບຸນມີ ມະນີວົງ, ຮອງ ລມຕ ກະຊວງ ອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມ ໄດ້ສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 02/ນຍ ແລະ ແຜນຍູຸດທະສາດ ອໍານວຍຄວາມສະດວກທາງການຄ້າ ຂອງ ສປປ ລາວ ໄລຍະປີ 2017-2022 ພ້ອມທັງປຶກສາຫາລືຮ່າງຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ - ສົົ່ງອອກ, ການຜ່ານແດນ, ການນໍາເຂົ້າເພືີ່ອສົົ່ງອອກຕໍໍ່ ແລະ ການເຄືີ່ອນຍ້າຍສິນຄ້າພາຍໃນ ຢູ່ ສປປ ລາວ.

ການຈັດຕັ້ງປະຕິບັດ ແຜນດຳເນີນວຽກງານ ອຳນວຍຄວາມສະດວກທາງດ້ານການຄ້າ:

 ໃນ 7 ຍຸດທະສາດ ປະກອບມີ 28 ກິດຈະກໍາຫຼັກ ຄື: 1)ປັບປຸງກົນໄກການຈັດຕັ້ງເພື່ອເຮັດໃຫ້ການປະສານງານລະຫວ່າງຂະແໜງການການກ່ຽວຂ້ອງໃຫ້ມີປະສິດທິຜົນ 3 ກິດຈະກໍາ (ສໍາເລັດ 1 ກໍາລັງດໍາເນີນງານ 2), 2)ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຈັດ ຕັ້ງຂັ້ນທ້ອງຖິ່ນເພື່ອເພີ່ມທະວີການປະສານງານ, ການຕິດຕາມກວດກາ ແລະ ການຈັດຕັ້ງປະຕິບັດບັນດາມາດຕະການ ວຽກງານ ອຄ 2 ກິດຈະກໍາ (ສໍາເລັດ 1 ກໍາລັງດໍາເນີນງານ 1), 3)ມາດຕະການບູລິມະສິດເພື່ອປັບປຸງມາດຖານການບໍລິການ ການສ້າງຄວາມງ່າຍດາຍຕໍ່ກັບຂັ້ນຕອນທີ່ດ່ານຊາຍແດນ ເຊັ່ນ: ການຂະຫຍາຍເວລາໃຫ້ບໍລິການ, ກວດກາຈຸດດຽວ, ຊຳລະເງິນບ່ອນດຽວ, ແລະ ສ້າງຕັ້ງລະບົບແຈ້ງພາສີປະຕູດຽວ 6 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 5 ບໍ່ທັນດໍາເນີນງານ 1), 4)ລົບລ້າງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ທີ່ບໍ່ຈໍາເປັນ 2 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 2), 5)ການເຊື່ອມໂຍງກັບພາກພື້ນ-ສາກົນ ແລະ ຮ່ວມມືກັບປະເທດທີ່ມີຊາຍແດນຕິດຈອດກັນ 3 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 2 ລ່າຊ້າ 1), 6)ການຮ່ວມມືປະສານງານກັບພາກທຸລະກິດ 3 ກິດຈະກໍາ (ສໍາເລັດ 0 ກໍາລັງດໍາເນີນງານ 3), ແລະ 7)ການຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກຢ່າງເຕັມສ່ວນ 9 ກິດຈະກໍາ (ສໍາເລັດ 4 ກໍາລັງດໍາເນີນງານ 5).

ວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ:

ການປະເມີນຜົນກະທົບຂອງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs) ສາມາດສັງລວມການຈັດປະເພດ NTMs ໄດ້ທັງໝົດ 314 ມາດຕະການ ຈາກຫຼາຍກວ່າ 100 ນິຕິກໍາ ທີ່ 13 ກະຊວງ ເປັນຜູ້ວາງອອກ. ໃນນີ້ ມາດຕະການທີ່ຮຽກຮ້ອງໃຫ້ມີການອອກອະນຸຍາດນໍາເຂົ້າ ແລະ ສົ່ງອອກສິນຄ້າ ມີ 101 ມາດຕະການ ກວມເອົາ 32% ຂອງມາດຕະການທັງໝົດ. ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ທຸລະກິດ ໃນການຈັດກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ຢ່າງເປັນປົກກະຕິ ພາຍໃນໜ່ວຍງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTM-WG) ໂດຍສະເພາະການປັບປຸງບັນດາລະບຽບ ການ, ຂັ້ນຕອນ, ເວລາ ແລະ ເອກະສານປະກອບ ໃຫ້ກະທັດ ແລະ ວ່ອງໄວຂຶ້ນ.

ວຽກງານແກ້ໄຂບັນຫາພາກທຸລະກິດ:

ນອກຈາກນັ້ນ, ກອງເລຂາ ອຄ ​ຍັງມີບົດບາດ​ສໍາຄັນ ​ໃນ​ການ​ເຮັດ​ໃຫ້ຂັ້ນ​ຕອນ​ການ​ຄ້າມີຄວາມກະທັດຮັດ, ງ່າຍດາຍ, ໂປ່ງໃສ, ສະດວກວ່ອງໄວ ແລະ ກົມກຽວກັນ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງພາກທຸລະກິດ ຜ່ານການສະເໜີ ບັນຫາຫຍຸ້ງຍາກທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ ແລະ ຜ່ານແດນໃນ​ໄລຍະ 6 ເດືອນຜ່ານມາ, ​ພາກ​ທຸ​ລະ​ກິດ ໄດ້ສະເໜີ ທັງ​ໝົດ 02 ບັນຫາຄື: 1)ການສົ່ງອອກເຫຼັກເສດ ໄປຕ່າງປະເທດ ຢູ່ບາງແຂວງມີຄວາມຫຍຸ້ງຍາກ (ແຂວງ ບໍລິຄໍາໄຊ ແລະ ຄໍາມ່ວນ) ເນື່ອງຈາກມີແຈ້ງການ ເລກທີ 0339/ອຄ.ຄພນ, ລົງວັນທີ 11 ມີນາ 2008 ທີ່ກໍານົດຫ້າມການສົ່ງອອກເຫຼັກເສດໄປຕ່າງປະເທດ ເຮັດໃຫ້ມີຄວາມສັບສົນໃນການຈັດຕັ້ງປະຕິບັດ, 2)ປັບປຸງການເກັບຄ່າກວດສອບຄຸນນະພາບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ຢູ່ ສປປ ລາວ (ປະຈຸບັນ, ທົດລອງຢູ່ດ່ານຂົວມິດຕະພາບ 1) ເຊັ່ນ: ຕູ້ເຢັນ, ເຄື່ອງປັບອາກາດ, ປ້ານໍ້າ, ໝໍ້ແປງ, ລໍາໂພງ ແລະ ອື່ນໆ ທີ່ມີຄ່າໃຊ້ຈ່າຍສູງຫຼາຍ ໃຫ້ແກ່ພາກທຸລະກິດ ຊຶ່ງບໍລິສັດ ຍັງຄ້າງຊໍາລະຄ່າດັ່ງກ່າວຢູ່.

ການປັບປຸງຕົວຊີ້ວັດການຄ້າຕ່າງປະເທດ:

    ອີງຕາມບົດລາຍງານການຈັດອັນດັບຄວາມສະດວກໃນການດໍາເນີນທຸລະກິດ ( Ease of Doing Business: EDB ) ຂອງທະນາຄານໂລກ ທີ່ເຜີຍແຜ່ລ່າສຸດ (ວັນທີ 30 ກໍລະກົດ 2019) ເຫັນວ່າ: ຕົວຊີ້ວັດທີ 8 “ການຄ້າຕ່າງປະເທດ”, ສປປ ລາວ ແມ່ນຖືກຈັດຢູ່ໃນອັນດັບທີ 76 ໃນປີ 2019, ຊຶ່ງດີຂຶ້ນ 48 ອັນດັບຈາກ 124 ໃນປີ 2018 ແລະ 63 ອັນດັບຈາກ 139 ໃນປີ 2017. ເຊິ່ງສາມາດສາມາດບັນລຸໄດ້ 38.7% (ເປົ້າໝາຍແມ່ນ 50%). ສົມທຽບ ກັບ ປະເທດອາຊຽນ, ສປປ ລາວ ຈັດຢູ່ໃນອັນດັບທີ 04 (ຮອງຈາກປະເທດສິງກະໂປ, ມາເລເຊຍ ແລະ ໄທ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.