ບຸກຄົນ, ນິຕິບຸກຄົນ ທີ່ສົນໃຈຈະດໍາເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ ຕ້ອງມີເງືອນໄຂ ແລະ ປະກອບເອກະສານ ຕາມທີ່ໄດ້ກໍານົດໃນຂໍ້ຕົກລົງ 461/ທຫລ.

ຜູ້ທີ່ມີເງື່ອນໄຂໃນການຂໍອະນຸຍາດດໍາເນີນທຸລະກິດ:

  1. ໄດ້ຮັບການຂື້ນທະບຽນວິສາຫະກິດ;
  2. ທຶນຈົດທະບຽນຕໍ່າສຸດ 20 ຕື້ (ຊາວຕື້) ກີບ;
  3. ມີແຜນດໍາເນີນທຸລະກິດ ທີ່ມີປະສິດທິຜົນ;
  4. ມີສະຖານທີ່ຕັ້ງສໍານັກງານ ແລະ ຮັບປະກັນຄວາມປອດໄພໃນການບໍລິການ;
  5. ບໍ່ເຄີຍຖືກສານຕັດສິນລົງໂທດໃນສະຖານຍັກຍອກຊັບ ລື ສໍ້ໂກງຊັບ;
  6. ບໍ່ເຄີຍຖືກຖອນໃບອະນຸຍາດດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ມາກ່ອນ.

 

ຂັ້ນຕອນການປະກອບເອກະສານ


ຂັ້ນຕອນ 1: ຜູ້ທີ່ມີຈຸດປະສງຕ້ອງການດໍາເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກ ຄໍາ ຕ້ອງໄດ້ຍື່ນສໍານວນຄໍາຮ້ອງສະເໜີ ຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ນໍາກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ ພາຍຫຼັງທີ່ໄດ້ຂື້ນທະບຽນວິສາຫະກິດ ເຊິ່ງປະກອບມີບັນດາເອກະສານ ດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ (ຊຸດໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ ຈໍານວນ 200,000 ກີບ ຕໍ່ຊຸດ);
  2. ຊີວະປະຫວັດຂອງຜູ້ອໍານວຍການ ຫຼື ຜູ້ຖືຮຸ້ນ;
  3. ແຜນການດໍາເນີນທຸລະກິດ (ບົດວິພາກເສດພຖະກິດ);
  4. ໃບຢັ້ງຢືນຖານະການເງິນ ແລະ ໃບລາຍງານບັນຊີສໍາຮອງ;
  5. ສໍາເນົາໃບທະບຽນວິສາຫະກິດ;
  6. ໂຄງຮ່າງການຈັດຕັ້ງ ແລະ ກົດລະບຽບຂອງບໍລິສັດ;
  7. ແຜນວາດທີ່ຕັ້ງສໍານັກງານ ທີ່ໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານ;
  8. ໃບຢັ້ງຢືນທີ່ຢູ່;
  9. ໃບແຈ້ງໂທດ;
  10. ສໍາເນົາບັດປະຈໍາຕົວ (ສໍາລັບຄົນລາວ);
  11. ສໍາເນົາໜັງສືຜ່ານແດນ (ສໍາລັບນັກລົງທຶນຕ່າງປະເທດ);
  12. ໃບມອບສິດ (ກໍລະນີຜູ້ສະເໜີບໍ່ມາດ້ວຍຕົນເອງ);
  13. ຮູບຖ່າຍຂອງຜູ້ສະເໜີ ຂະໜາດ 3x4 ຈໍານວນ 3 ໃບ (ບໍ່ເກີນ 90 ວັນ)

ຂັ້ນຕອນ 2: ພາຍຫຼັງຜູ້ປະກອບການປະກອບເອກະສານ (ຕາມຂັ້ນຕອນ 1 ) ຄົບຖ້ວນແລ້ວ ແມ່ນໃຫ້ໄປຍື່ນຄໍາຮ້ອງ ຢູ່ກົມນະໂຍບາຍເງິນຕາ, ທະ ນາຄານແຫ່ງ ສປປ ລາວ.

ຂັ້ນຕອນ 3: ພະນັກງານ ຫຼື ວິຊາການປະການ ຈະດໍາເນີນການກວດກາເອກະສານຢ່າງລະອຽດ ຖ້າເອກະສານຄົບຖ້ວນຕາມຂັ້ນຕອນ 1 ແມ່ນຈະຮັບເອກະສານພ້ອມບັນທຶກເລກທີ່ຂາເຂົ້າ ແລະ ແຈ້ງເລກທີ່ຂາເຂົ້າເອກະສານໃຫ້ຜູ້ປະກອບການເພື່ອຕິດຕາມ. ຖ້າເອກະສານບໍ່ຄົບຕາມຂັ້ນຕອນ 1  ພະນັກງານຈະບໍ່ຮັບເອກະສານ ແລະ ແນະນໍາໃຫ້ຜູ້ປະກອບການໄປປະກອບເອກະສານໃຫ້ຄົບຖ້ວນ.

ຂັ້ນຕອນ 4: ທະນາຄານແຫ່ງ ສປປ ລາວ ຈະຄົ້ນຄວ້າ ພິຈາລະນາ ແລະ ແຈ້ງຕອບຜົນການສະເໜີຂໍອະນຸຍາດດໍາເນີນທຸລະກິດນໍາເຂົ້າ-ສົ່ງອອກ ຄໍາ ພາຍໃນ 30 ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບສໍານວນຄໍາຮ້ອງຖືກຕ້ອງ ແລະ ຄົບຖ້ວນເປັນຕົ້ນໄປ. ພາຍຫຼັງຄົ້ນຄວ້າພິຈາລະນາ ແລະ ອອກໃບອະນຸຍາດດໍາເນີນທຸລະກິດໃຫ້ຜູ້ປະກອບການ

ຂັ້ນຕອນ 5: ຜູ້ປະກອບການມາຮັບເອົາໃບອະນຸຍາດດໍາເນີນທຸລະກິດນໍາກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປ ລາວ. ຜູ້ປະກອບການຕ້ອງໄດ້ ຈ່າຍຄ່າທໍານຽມ 0,01% ຂອງທຶນຈົດທະບຽນ ແຕ່ສູງສຸດບໍ່ເກີນ 5,000,000 ກີບ (ຫ້າລ້ານກີບ). ພາຍຫຼັງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດ ແມ່ນສາມາດດໍາເນີນກິດຈະໄດ້ນັບແຕ່ມື້ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດ.

ລາຍລະອຽດສາມາດຕິດຕໍ່ສອບຖາມໄດ້ທີ່: ທະນາຄານແຫ່ງ ສປປ ລາວ, ຖະໜົນຢອນເນ, ນະຄອນຫຼວງວຽງຈັນ ຕູ້ໄປສະນີ 19, ໂທລະພິມ 4304 BNL.VTE.LS ໂທລະສັບ: 231109, 213110, ອີເມວ: [email protected] , https://www.bol.gov.la/

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.