ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ      ເລກທີ 00989/ກພສ
ນະຄອນຫຼວງ​ວຽງຈັນ, ວັນທີ 01 ມີນາ 2018

ແຈ້ງການເພີ່ມເຕີມ

ເຖິງ: - ກອງຄຸ້ມຄອງພາສີ ທົ່ວປະເທດ

  • ດ່ານພາສີສາກົນໃນຂອບເຂດທົ່ວປະເທດ
  • ບັນດາຜູ້ປະກອບການນຳເຂົ້າ-ສົ່ງອອກ ພາຫະນະ

ເລື່ອງ: ການກຳນົດ ລະຫັດສິນຄ້າຄວບຄຸມລາຄາ (TSC) ສຳລັບການທົດລອງນຳໃຊ້ໂມດູນຖານລາຄາສິນຄ້າໃນລະບົບອາຊີກູດາ.

  • ອີງຕາມ ກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;
  • ອີງຕາມ ແຈ້ງການແນະນຳ ຂອງກົມພາສີ ເລກທີ 06001/ກພສ, ລົງວັນທີ 12 ກັນຍາ 2017 ກ່ຽວກັບການຄຸ້ມຄອງນຳໃຊ້ຖານຂໍ້ມູນລາຄາສິນຄ້າໃນລະບົບອາຊີກູດາ;
  • ອີງຕາມ ແຈ້ງການ ຂອງກົມພາສີ ສະບັບເລກທີ 00785/ກພສ, ລົງວັນທີ 13/02/2018 ກ່ຽວກັບການກຳນົດລະຫັດສິນຄ້າຄວບຄຸມລາຄາ (TSC) ສຳລັບການທົດລອງນຳໃຊ້ໂມດູນຖານລາຄາສິນຄ້າໃນລະບົບອາຊີກູດາ.

ກົມພາສີ ຂໍແຈ້ງມາຍັງທ່ານຊາບວ່າ ຜ່ານການຈັດຕັ້ງປະຕິບັດການທົດລອງນຳໃຊ້ໂມດູນຖານລາຄາສິນຄ້າ (Valuation Module) ໃນລະບົບອາຊີກູດາ ເຫັນວ່າ ຂໍ້ມູນທີ່ໄດ້ລະບຸຢູ່ໃນແຈ້ງການ ສະບັບເລກທີ 00785/ກພສ, ລົງວັນທີ 13/02/2018 ມີຂໍ້ມູນບາງອັນບໍ່ຄົບຖ້ວນ ເຊັ່ນວ່າ: ປະເທດສົ່ງອອກ, ຖ້າວາປະເທດຜະລິດ ແລະ ປະເທດສົ່ງອອກອັນດຽວກັນ ແມ່ນນຳໃຊ້ລະຫັດ TSC ອັນດຽວກັນ ຕາມທີ່ກຳນົດໃນຕາຕະລາງນີ້ໄດ້, ກໍລະນີ ບໍ່ຄືກັນ ຕ້ອງໄດ້ກຳນົດ TSC ໃໝ່ ລົງໃນລະບົບ, ສະນັ້ນ ຈຶ່ງໄດ້ເພີ່ມບາງຂໍ້ມູນໃສ່ຕື່ມອີກ ເພື່ອໃຫ້ຂໍ້ມູນດັ່ງກ່າວຄົບຖ້ວນ ໃນການນຳໃຊ້ລະຫັດສິນຄ້າຄວບຄຸມລາຄາ (Tariff Specific Code-TSC) ດັ່ງນີ້:

  1. ສິນຄ້າປະເພດ ລົດຈິບ ຄວາມແຮງເກີນ 4.000 CC ແຕ່ບໍ່ເກີນ 5.000 CC, ຈັກກາຊວນ, ແມ່ນມີລະຫັດ TSC ຄືດັ່ງລຸ່ມນີ້:

ລ/ດ

ລະຫັດສິນຄ້າ (HS Code)

ລະຫັດ TSC

ລາຍລະອຽດສິນຄ້າ

ປະເພດ

ຍີ່ຫໍ້

ລຸ້ນ

ປະເທດຜະລິດ

ປະເທດສົ່ງອອກ

ປີຜະລິດ

1

87033355.02

0151

ລົດຈິບ

TOYOTA

LAND CRUISER GXR 4500 CC A/T

ຍີ່ປຸ່ນ

ຍີ່ປຸ່ນ

2016

2

87033355.02

0152

ລົດຈິບ

TOYOTA

LAND CRUISER 70L 4WD HZJ78L-RJMRS 4500 CC A/T

ຍີ່ປຸ່ນ

ຍີ່ປຸ່ນ

2017

3

87033355.02

0153

ລົດຈິບ

TOYOTA

LAND CRUISER 200L VX-R 4500 CC A/T

ຍີ່ປຸ່ນ

ຍີ່ປຸ່ນ

2017

4

87033355.02

6001

ລົດຈິບ

LAND ROVER

SPORT HSE 4400 CC 16MY A/T

ອັງກິດ

ອັງກິດ

2016

5

87033355.02

6002

ລົດຈິບ

LAND ROVER

SPORT HSE DYNAMIC 4400 CC 16MY A/T

ອັງກິດ

ອັງກິດ

2016

6

87033355.02

6003

ລົດຈິບ

LAND ROVER

SPORT A/B 4400 CC 16MY A/T

ອັງກິດ

ອັງກິດ

2016

7

87033355.02

6004

ລົດຈິບ

LAND ROVER

SPORT DYNAMIC A/B 4400 CC 16MY A/T

ອັງກິດ

ອັງກິດ

2016

8

87033355.02

6005

ລົດຈິບ

LAND ROVER

A/B 4400 CC 16.5MY SWB A/T

ອັງກິດ

ອັງກິດ

2016

9

87033355.02

6006

ລົດຈິບ

LAND ROVER

A/B 4400 CC 16.5MY LWB A/T

ອັງກິດ

ອັງກິດ

2016

10

87033355.02

6007

ລົດຈິບ

LAND ROVER

A/B 4400 CC SDV8 LWB A/T

ອັງກິດ

ອັງກິດ

2016

11

87033355.02

6008

ລົດຈິບ

LAND ROVER

SV A/B 4400 CC 16.5MY LWB A/T

ອັງກິດ

ອັງກິດ

2016

12

87033355.02

6009

ລົດຈິບ

LAND ROVER

VOGUE 4400 CC 16.5MY LWB A/T

ອັງກິດ

ອັງກິດ

2016

13

87033355.02

6010

ລົດຈິບ

LAND ROVER

SPORT 4400 CC SD V8 4WD HSE A/T

ອັງກິດ

ອັງກິດ

2017

14

87033355.02

6011

ລົດຈິບ

LAND ROVER

SPORT 4400 CC SD V8 4WD HSE W/DYNAMIC A/T

ອັງກິດ

ອັງກິດ

2017

15

87033355.02

6012

ລົດຈິບ

LAND ROVER

SPORT A/B 4400 CC SD V8 W/DYNAMIC A/T

ອັງກິດ

ອັງກິດ

2017

  1. ສິນຄ້າປະເພດ ລົດຈິບ ຄວາມແຮງເກີນ 4.000 CC ແຕ່ບໍ່ເກີນ 5.000 CC, ຈັກແອັດຊັງ, ແມ່ນມີລະຫັດ TSC ຄືດັ່ງລຸ່ມນີ້:

ລ/ດ

ລະຫັດສິນຄ້າ (HS Code)

ລະຫັດ TSC

ລາຍລະອຽດສິນຄ້າ

ປະເພດ

ຍີ່ຫໍ້

ລຸ້ນ

ປະເທດຜະລິດ

ປະເທດສົ່ງອອກ

ປີຜະລິດ

3

87032451.02

6013

ລົດຈິບ

LAND ROVER

SV A/B 5000CC V8 S/C 4WD LWB A/T

ອັງກິດ

ອັງກິດ

2017

4

87032451.02

6014

ລົດຈິບ

LAND ROVER

SV A/B DYNAMIC 5000CC V8 S/C 4WD A/T

ອັງກິດ

ອັງກິດ

2017

5

87032451.02

6015

ລົດຈິບ

LAND ROVER

SPORT HSE 5000CC V8 S/C 4WD A/T

ອັງກິດ

ອັງກິດ

2017

6

87032451.02

6016

ລົດຈິບ

LAND ROVER

SPORT HSE W/DYNAMIC 5000CC V8 S/C 4WD A/T

ອັງກິດ

ອັງກິດ

2017

1

87032451.02

0708

ລົດຈິບ

LEXUS

LX450D 4500 CC A/T

ຍີ່ປຸ່ນ

ຍີ່ປຸ່ນ

2016

2

87032451.02

0709

ລົດຈິບ

LEXUS

GX460 4600 CC A/T

ຍີ່ປຸ່ນ

ຍີ່ປຸ່ນ

2017

  1. ໃນການແຈ້ງພາສີນຳເຂົ້າສິນຄ້າຕາມລາຍການຂ້າງເທິງ ຜູ້ແຈ້ງພາສີຕ້ອງປ້ອນລະຫັດສິນຄ້າ HS Code 10 ຕົວເລກໃສ່ຫ້ອງ 33 ດ້ານຊ້າຍ ແລະ ປ້ອນລະຫັດ tsc 4 ຕົວເລກ ໃສ່ຫ້ອງ 33 ດ້ານຂວາ ຂອງໃບແຈ້ງພາສີເປັນລາຍລະອຽດ.
  2. ໃນກໍລະນີມີການນຳເຂົ້າສິນຄ້າລຸ້ນໃໝ່ ເຊິ່ງບໍ່ທັນມີລະຫັດ TSC ໃຫ້ຜູ້ນຳເຂົ້າສະເໜີກົມພາສີ ພ້ອມທັງສະໜອງເອກະສານຫຼັກຖານຕ່າງໆທີ່ກ່ຽວຂ້ອງກັບການຢັ້ງຢືນຄວາມຖືກຕ້ອງຂອງລາຄາຊື້ຂາຍຕົວຈິງ ເຊັ່ນ: ໃບອິນວອຍ, ສັນຍາຊື້-ຂາຍ, ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ, ໃບຢັ້ງຢືນການຊຳລະສະສາງຜ່ານລະບົບທະນາຄານ ແລະ ອື່ນໆ ເພື່ອໃຫ້ກົມພາສີພິຈາລະນາສ້າງຖານຂໍ້ມູນລາຄາ ແລະ ອອກລະຫັດ TSC ເປັນບ່ອນອີງໃນການແຈ້ງພາສີ.
  3. ການດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ ແມ່ນໃຫ້ປະຕິບັດຕາມບົດແນະນຳຂອງກົມພາສີ ເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 ກ່ຽວກັບການແຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ.
  4. ມອບໃຫ້ ດ່ານພາສີຊາຍແດນ ທົ່ວປະເທດເປັນເຈົ້າການກວດກາການນຳໃຊ້ລະຫັດ TSC ເຂົ້າໃນການແຈ້ງພາສີໃຫ້ຖືກຕ້ອງ ແລະ ເປັນເອກະພາບກັນ, ແຈ້ງການສະບັບນີ້ ປ່ຽນແທນ ແຈ້ງການ ສະບັບເລກທີ 00785/ກພສ, ລົງວັນທີ 13/02/2018 ແລະ ມີຜົນສັກສິດ 01 ເດືອນ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ດັ່ງນັ້ນ, ຈຶ່ງແຈ້ງເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມຢ່າງເຂັ້ມງວດ.

ຊທ. ຫົວໜ້າກົມພາສີ

ວົງຄຳແຫງ ວົງທະຈັກ

 

# ຫົວຂໍ້ ດາວໂຫຼດ
1 Notification on the Identification of Tariff Specific Code (TSC) for Valuation Module in ASYCUDA System No. 00989/CD, dated 01 March 2019 PDF
2 ແຈ້ງການເພີ່ມເຕີມ ກ່ຽວກັບ ການກຳນົດ ລະຫັດສິນຄ້າຄວບຄຸມລາຄາ (TSC) ສຳລັບການທົດລອງນຳໃຊ້ໂມດູນລາຄາສິນຄ້າໃນລະບົບອາຊີກູດາ ເລກທີ 00989/ກພສ, ລົງວັນທີ 01 ມີນາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.