ຄະນະກຳມະການປະມູນຂາຍໄມ້ຍຶດຂັ້ນແຂວງ (ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ) ສາມາດຢຶດໄມ້ໄດ້ຈຳນວນ 5.179 ທ່ອນ/ຕັບ/ເສັ້ນ, ບໍລິມາດ 528,852 ແມັດກ້ອນ (ຫ້າຮ້ອຍຊາວແປດຈຸດແປດຮ້ອຍສິບສອງ); ຜູ້ທີ່ສົນໃຈໃນການປະມູນ ໃຫ້ເຂົ້າມາພົວພັນຊື້ຊອງປະມູນທີ່ ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (ຂະແໜງການຄ້າພາຍໃນ) ໃນໂມງລັດຖະການ.

ວັນເວລາເປີດຂາຍຊອງປະມູນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ:

  • ກຳນົດວັນເວລາຂາຍຊອງປະມູນ ແມ່ນ 15 ວັນລັດຖະການ (ນັບຕັ້ງແຕ່ວັນທີ 25 ກັນຍາ ຫາ 09 ຕຸລາ 2019)
  • ກຳນົດວັນເວລາມື້ເປີດຊອງປະມູນແມ່ນເວລາ 09:00 ໂມງເຊົ້າ ຂອງວັນທີ 10 ຕຸລາ 2019
  • ສະຖານທີ່ ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ
  • ລາຄາຊອງປະມູນ 1.000.000 ກີບ/ຊອງ (ສຳລັບຄ່າຊອງປະມູນນັ້ນແມ່ນບໍ່ໄດ້ສົ່ງຄືນ)
  • ກະລຸນາຖືຊອງປະມູນໄວ້ກັບຕົນເອງ ຈົນຮອດເວລາ 09:00 ໂມງເຊົ້າຂອງວັນທີ 10 ຕຸລາ 2019, ຈຶ່ງໃຫ້ມາມອບ-ສົ່ງ ນຳຄະນະກຳມະການຮັບຜິດຊອບປະມູນໄມ້ຍຶດ. ຖ້າກາຍຖືວ່າສະຫຼະສິດ.

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດ ແລະ ແຈ້ງການສະບັບເລກທີ 1092/ພອຄ.ຈສ, ລົງວັນທີ 24 ກັນຍາ 2019

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.