ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອະກະພາບ ວັດທະນະຖາວອນ

ແຂວງສະຫວັນນະເຂດ
ເຈົ້າຂວງ          ເລກທີ 1608/ຈຂ.ສຂ
ລົງວັນທີ 25 ກັນຍາ 2019

ຄຳສັ່ງ

ວ່າດ້ວຍການຍຸບເລີກຈຸດກວດກາ ຂອງເຈົ້າໜ້າທີ່ລັດພາຍໃນແຂວງ ສະຫວັນນະເຂດ

ເຖິງ: ບັນດາ ທ່ານເຈົ້າເມືອງ, ເຈົ້ານະຄອນ ໄກສອນ ພົມວິຫານ, ຫົວໜ້າກອງບັນຊາການ ປກຊ - ປກສ ແຂວງ, ຫົວໜ້າພະແນກ, ອົງການຈັດຕັ້ງລັດທຸກຂັ້ນໃນທົ່ວແຂວງ ສະຫວັນນະເຂດ.

  • ອີງຕາມ ກົດໝາຍວ່າດ້ວຍການປັກຄອງທ້ອງຖິ່ນ ແຫ່ງ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ໝ%ດທີ 4 ມາດຕາ 20.
  • ອຮງຕາມ ຄຳສັ່ງຂອງທ່ານນຳຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ການກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ.
  • ອີງຕາມ ບົດບັນທຶກກອງປະຊຸມອົງການປົກຄອງແຂວງ ປະຈຳເດືອນ ສິງຫາ 2019, ສະບັບເລກທີ 1442/ຈຂ.ສຂ, ລົງວັນທີ 30 ສິງຫາ 2019.

ເພື່ອເປັນການເພີ່ມທະວີໃນການຈັດຕັ້ງປະຕິບັດ ນະໂຍບາຍສາມເປີດຂອງລັດຖະບານໃຫ້ເປັນຮູບປະທຳ ແນໃສ່ສ້າງຄວາມເຊື້ອໝັ້ນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ດ້ວຍການແກ້ໄຂຂັ້ນຕອນຕ່າງໆ ທີ່ເປັນການກີດຂວາງ ແລະ ກົດໜ່ວງທ່ວງດຶງ, ສົ່ງເສີມການຜະລິດໃຫ້ຂະຫຍາຍຕົວ ແລະ ກາຍເປັນກຳລັງແຮງປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຂວງ. ຄຽງຄູ່ກັນນັ້ນ ກໍ່ເປັນການຈຳກັດສ່ອງຫວ່າງໃນການສວຍໃຊ້ໜ້າທີ່ຕຳແໜ່ງເຄື່ອນໄຫວລະເມີດລະບຽບ, ກົດໝາຍຂອງເຈົ້າໜ້າທີ່ລັດ ທັງເປັນການບຸກທະລຸດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ.

ເຈົ້າແຂວງສະຫວັນນະເຂດ ອອກຄຳສັ່ງ:

  1. ໃຫ້ຍຸບເລີກຈຸດກວດກາຂອງເຈົ້າໜ້າທີ່ຕຳຫຼວດຕາມສາຍທາງເລກ 9 ແລະ ສາຍທາງເລກທີ 13 ຄື: ຈຸດກວດກາເຊບັ້ງໄຟ (ເມືອງ ສອງຄອນ), ຈຸດກວດກາສາລາກາບບ່າງ (ເມືອງ ພິນ) ແລະ ຈຸດກວດກາ ບ້ານໂນນສັນ (ເມືອງ ໄຊບູລີ) ລວມທັງຈຸດກວດກາອື່ນໆ ຂອງເຈົ້າໜ້າທີ່ລັດລະຫວ່າງສາຍມາງເມືອງຕໍ່ເມືອງໃນຂອບເຂດທົ່ວແຂວງສະຫວັນນະເຂດ, ສຳລັບສິ່ງປຸກສ້າງໃນ 3 ຈຸດດັ່ງກ່າວແມ່ນມອບໃຫ້ກອງບັນຊາການ ປກສ ແຂວງນຳໃຊ້ເພື່ອຈຸດປະສົງອື່ນທີ່ເຫັນວ່າເໝາະສົມ.
  2. ໃຫ້ຍຸບເລີກຄະນະກຳມະການ ທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງສະບັບເລກທີ ໌523/ຈຂ.ສຂ, ລົງວັນທີ 26 ພຶດສະພາ 2019, ທີ່ປະຈຳຢູ່ຈຸດປະສານງານ ບ້ານດົງສະຫວັນ (ເມືອງ ເຊໂປນ). ສຳລັບຈຸດດດັ່ງກ່າວມອບໃຫ້ເຈົ້າໜ້ທີ່ ຕມ ກອງບັນຊາການ ປກສ ແຂວງ ແລະ ເຈົ້າໜ້າທີ່ ພາສີ ກອງຄຸ້ມຄອງພາສີ VI ນຳໃຊ້ເພື່ອປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດທີ່ໄດ້ກຳນົດໄວ້ໃນລະບຽບ, ກົດໝາຍ.
  3. ສຳລັບຈຸດປະສານງານຂອງເຈົ້າໜ້າທີ່ ພາສີ ແລະເຈົ້າໜ້າທີ່ ປ່າໄມ້ ທີ່ໄດ້ສ້າງຕັ້ງຜ່ານມາຢູ່ບັນດາເມືອງ ແມ່ນອະນຸຍາດໃຫ້ກວດສະເພາະຍານພາຫະນະທີ່ມີເປົ້າໝາຍລະເມີດຕໍ່ລະບຽບກົດໝາຍ ຕາມຂໍ້ມູນແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ເທົ່ານັ້ນ. ບໍ່ອະນຸຍາດໃຫ້ກວດກາທົ່ວໄປໂດຍບໍ່ມີເປົ້າໝາຍ. ສຳລັບເຈົ້າໜ້າທີ່ອື່ນຂອງລັດ ຖ້າມີຄວາມຈຳເປັນໃນການກວດກາຕາມວິຊາສະເພາະ ຕ້ອງໄດ້ຮັບອະນຸຍາດຈາກການນຳແຂວງຈຶ່ງສາມາດປະຕິບັດໄດ້.
  4. ການກວດກາຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນແຂວງຕາມຈຸດຕ່າງໆ, ອະນຸຍາດໃຫ້ກວດສະເພາະຍານພາຫະນະທີ່ລະເມີດກົດຈະລາຈອນທີ່ປະກົດເຊິ່ງໜ້າ ຫຼື ກວດຕາມຂໍ້ມູນແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ ທີ່ມີການລະເມີດລະບຽບ, ກົດໝາຍ ແລະ ກວດຕາມຄຳສັ່ງຂອງຂັ້ນເທິງ ໂດຍມີການກຳນົດເວລາທີ່ແນ່ນອນ. ສ່ວນເຈົ້າໜ້າທີ່ຕຳຫຼວດຈະລາຈອນເມືອງ, ນະຄອນໄກສອນພົມວິຫານ (ຫ້າມຕັ້ງຈຸດກວດກາຕາມສາຍທາງຫຼວງແຫ່ງຊາດ ແລະ ທາງຫຼວງຂອງແຂວງ, ຍົກເວັ້ນກໍລະນີມີຄຳສັ່ງຈາກຂັ້ນເທິງ).
  5. ມອບໃຫ້ບັນດາເມືອງ, ນະຄອນໄກສອນ ພົມວິຫານ, ກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະແນກການກົມກອງອ້ອມຂ້າງແຂວງ ນຳເອົາເນື້ອໃນຈິດໃຈຂອງຄຳສັ່ງສະບັບນີ້ ໄປຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມໃຫ້ແກ່ເຈົ້າໜ້າທີ່, ພະນັກງານໃນຂອບເຂດຕົນຮັບຜິດຊອບ ໃຫ້ຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ.
  6. ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ, ບຸກຄົນ, ນິຕິບຸກຄົນ ຊ່ວຍຕິດຕາມ, ກວດກາ ແລະ ສະໜອງຂໍ້ມູນໃຫ້ແກ່ອົງການປົກຄອງແຂວງ.
  7. ມອບໃຫ້ອົງການກວດກາລັກແຂວງ ເປັນເຈົ້າການໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ ຢ່າງທົ່ວເຖິງ ແລະ ພ້ອມທັງລາຍງານໃຫ້ການນຳແຂວງຮັບໍາບເປັນແຕ່ລະໄລຍະ.
  8. ການປະຕິບັດຄຳສັ່ງສະບັບນີ້ ແມ່ນເປັນສ່ວນໜຶ່ງຂອງການຕີລາຄາ ແລະ ປະເມີນຜົນໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານນຳພາ-ຄຸ້ມຄອງແຕ່ລະຂັ້ນ, ກໍລະນີເຈົ້າໜ້າທີ່ ຫຼື ພະນັກງານ ຂອງພາກສ່ວນຂະແໜງການ ມີການລະເມີດ ແມ່ນຈະໄດ້ດຳເນີນມາດຕະການທາງວິໄນຕາມຂັ້ນຕອນຂອງລະບຽບ, ກົດໝາຍຢ່າງເຂັ້ມງວດ.
  9. ຄຳສັ່ງສະບັບນີ້ ປ່ຽນແທນຄຳສັ່ງສະບັບເລກທີ 1892/ຈຂ.ສຂ, ລົງວັນທີ 12 ທັນວາ 2016 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ເຈົ້າແຂວງສະຫວັນນະເຂດ

ສັນຕິພາບ ພົມວິຫານ

 

# ຫົວຂໍ້ ດາວໂຫຼດ
1 Order on termination of the roadside checkpoints in Savannakhet province No. 1608/GP.SVK, dated 25 September 2019. PDF
2 ຄໍາສັ່ງ ວ່າດ້ວຍການຍຸບເລີກຈຸດກວດກາຂອງເຈົ້າໜ້າທີລັດພາຍໃນແຂວງ ສະຫວັນນະເຂດ ເລກທີ 1608/ຈຂ.ສຂ, ລົງວັນທີ 25 ກັນຍາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.