ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ບັນລຸໄດ້ປະມານ 905 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 435 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 469 ລ້ານໂດລາສະຫະລັດ ຂາດດຸນການຄ້າປະມານ 34 ລ້ານໂດລາສະຫາລັດ.

 

ໝວດສິນຄ້າສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 435 ລ້ານໂດລາສະຫະລັດ ເຊັ່ນ: ແຮ່ທອງ 50 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 38 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 34 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ 24 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ) 16 ລ້ານໂດລາສະຫະລັດ, ຄໍາປະສົມ ແລະ ຄໍາແທ່ງ 29 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 18 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 14 ລ້ານໂດລາສະຫະລັດ, ນໍ້າຕານ 13 ລ້ານໂດລາສະຫະລັດ , ຢາງພາລາ 17 ລ້ານໂດລາສະຫະລັດ ແລະ ງົວ ແລະ ຄວາຍ 14 ລ້ານໂດລາສະຫະລັດ.

ຮູບພາບປະກອບຈາກແຫລ່ງຂ່າວອື່ນ

ໝວດສິນຄ້ານໍາເຂົ້າຫຼັກ

ສິນຄ້ານໍາເຂົ້າຫຼັກຮ່ວມສະເລ່ຍທັງໝົດແມ່ນເປັນເງິນປະມານ 469 ລ້ານໂດລາສະຫະລັດ ເຊັ່ນ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ 37 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 29 ລ້ານໂດລາສະຫະລັດ, ນໍ້າມັນກາຊວນ 39 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 33 ລ້ານໂດລາສະຫະລັດ , ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ (ເຫຼັກກ້າ) 27 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) 17 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ (ແອັດຊັງພິເສດ) 10 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ 10 ລ້ານໂດລາສະຫະລັດ, ພລາສະຕິກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 12 ລ້ານໂດລາສະຫະລັດ, ຊີມັງ 11 ລ້ານໂດລາສະຫະລັດ ແລະ ສັດທີ່ມີຊີວິດ 25 ລ້ານໂດລາສະຫະລັດ.

 

ຮູບພາບປະກອບຈາກອີນເຕີເນັດ

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ສປ ຈີນ 174 ລ້ານໂດລາສະຫະລັດ, ຣຊ ໄທ 117 ລ້ານໂດລາສະຫະລັດ,​ ສສ ຫວຽນນາມ 78 ລ້ານໂດລາສະຫະລັດ, ສະວິດເຊີແລນ 14 ລ້ານໂດລາສະຫະລັດ, ສ ອາເມລິກາ 2 ລ້ານໂດລາສະຫະລັດ ແລະ ເບວຢຽມ 2 ລ້ານໂດລາສະຫະລັດ.

 

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ 254 ລ້ານໂດລາສະຫະລັດ, ສປ ຈີນ 103 ລ້ານໂດລາສະຫະລັດ, ສສ ຫວຽດນາມ 68 ລ້ານໂດລາສະຫະລັດ, ຍີ່ປຸ່ນ 10 ລ້ານໂດລາສະຫະລັດ, ແລະ ສ ເກົາຫຼີ 6 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

 

ແຫຼ່ງຂ້ໍມູນ: ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.