ໃນວັນທີ 12 ກໍລະກົດ 2019 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ແຈ້ງການເລກທີ 1412/ຫອຄ.ກທຄວ ກ່ຽວກັບການຄວັດຕາປະທັບວິສາຫະກິດແບບສະໝັກໃຈ ຫຼື ບໍ່ບັງຄັບ ເຊິ່ງໝາຍຄວາມວ່າ ພາຍຫຼັງທີ່ໄດ້ຂື້ນທະບຽນສ້າງຕັ້ງວິສາຫະກິດແລ້ວ ຈະຄວັດຕາປະທັບວິສາຫະກິດ ຫຼື ບໍ່ຄວັດກາປະທັບກໍໄດ້ ຂື້ນກັບຄວາມຈໍາເປັນ ຫຼື ຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ຕິດພັນກັບການເຄື່ອນໄຫວດໍາເນີນທຸລະກິດຂອງແຕ່ລະວິສາຫະກິດ.

ເພື່ອຈັດຕັ້ງປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກ ແຈ້ງການເລກທີ1659/ຫສນຍ, ລົງວັນທີ 23 ກັນຍາ 2019 ກ່ຽວກັບການຄວັດຕາປະທັບຂອງກະຊວງປ້ອງກັນຄວາມສະຫງົບ ດັ່ງນັ້ນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ແຈ້ງການເລກທີ 2140/ຫອຄ.ກທຄວ, ລົງວັນທີ 3 ຕຸລາ 2019 ປ່ຽນແທນ ແຈ້ງການເລກທີ1412/ຫອຄ.ກທຄວ. ແຈ້ງການດັ່ງກ່າວ ໄດ້ແຈ້ງໃຫ້ປະຊາຊົນ ຫຼື ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຮັບຊາບ ແລະ ຈັດຕັ້ງປະຕິບັດ ດັ່ງລຸ່ມນີ້:

1.       ວິສາຫະກິດສາມາດນໍາເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບ ນໍາຂະແໜງການປ້ອງກັນຄວາມສະຫງົບ ຕາມທີ່ໄດ້ບົ່ງໄດ້ວໃນມາດຕາ 21 ຂອງກົດໝາຍວ່າດ້ວຍວິສາຫະກິດວ່າດ້ວຍວິສາຫະກິດ;

2.       ວິສາຫະກິດ ຈະໄດ້ຮັບຕາປະທັບ ແລະ ໃບອະນຸຍາດນໍາໃຊ້ຕາປະທັບ ພາຍໃນກໍານົດ 5 ວັນລັດຖະການ ນັບແຕ່ວັນທີ່ວິສາຫະກິດນໍາເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.