ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ອຸດສາຫະກຳ ແລະ ການຄ້າ
ຫ້ອງການ        ເລກທີ 2140/ທອຄ.ກທຄວ
ນະຄອນຫຼວງ​ວຽງຈັນ, ວັນທີ 03 ຕຸລາ 2019

ແຈ້ງການ

ເຖິງ: ປະຊາຊົນບັນດາເຜົ່າ ຫຼື ຜູ້ລົງທຶນ (ພາຍໃນ ແລະ ຕ່າງປະເທດ) ທີ່ຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ

ເລື່ອງ: ການຄວັດຕາປະທັບວິສາຫະກິດ.

  • ອີງຕາມ ກົດໝາຍວ່າດ້ວຍວິສາຫະກິດ, ສະບັບປັບປຸງ - 2013;
  • ອີງຕາມ ຄຳສັ່ງ, ສະບັບເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018, ວ່າດ້ວຍການປັບປຸງ ລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ;
  • ອີງຕາມ ແຈ້ງການ, ສະບັບເລກທີ 1659/ຫສນຍ, ລົງວັນທີ 23 ກັນຍາ 2019, ເລື່ອງ: ທິດຊີ້ນຳ ກ່ຽວກັບການຄວັດຕາປະທັບ ຂອງກະຊວງປ້ອງກັນຄວາມສະຫງົບ.

   ເພື່ອປະກອບສ່ວນສ້າງບັນຍາກາດການເລີ້ມຕົ້ນທຸລະກິດ ໃຫ້ມີຄວາມສະດວກ ວ່ອງໄວ, ຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງມາຍັງປະຊາຊົນບັນດາເຜົ່າ ຫຼື ຜູ້ລົງທຶນ (ພາຍໃນ ແລະ ຕ່າງປະເທດ) ທີ່ຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້:

  1. ວິສາຫະກິດ ສາມາດນຳເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບນຳ ຂະແໜງການປ້ອງກັນຄວາມສະຫງົບ ຕາມທີ່ບົ່ງໄວ້ໃນມາດຕາ 21(ໃໝ່) ຂອງກົດໝາຍວ່າ ດວ້ຍວິສາຫະກິດ - 2013;
  2. ວິສາຫະກິດ ຈະໄດ້ຮັບຕາປະທັບ ແລະ ໃບອະນຸຍາດນຳໃຊ້ຕາປະທັບພາຍໃນກຳນົດ ຫ້າວັນ ລັດຖະການນັບແຕ່ວັນທີ່ວິສາຫະກິດ ນຳເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບ ເປັນຕົ້ນໄປ;
  3. ແຈ້ງການ ສະບັບນີ້ປ່ຽນແທນການແຈ້ງການສະບັບເລກທີ1412/ທອຄ.ກທຄວ, ລົງວັນທີ 12 ກໍລະກົດ 2019, ເລື່ອງ : ການຄວັດຕາປະທັບວິສາຫະກິດແບບສະໝັກໃຈ ຫຼື ແບບບໍ່ບັງຄັບ.

ແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ

ຫົວໜ້າຫ້ອງການ

. ບານສະຕິ ເທບພະວົງ

ບ່ອນນຳສົ່່ງ:

  • ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ;
  • ຫ້ອງການ, ກະຊວງປ້ອງກັນຄວາມສະຫງົບ;
  • ພາກສວ່ນຕ່າງໆທີ່ກ່ຽວຂ້ອງ.

 

# ຫົວຂໍ້ ດາວໂຫຼດ
1 Notification of Enterprise Seal, No 2140 / MOIC.DERM, date 03 October 2019. PDF
2 ແຈ້ງການ ກ່ຽວກັບການຄວັດຕາປະທັບວິສາຫະກິດ ເລກທີ 2140/ຫອຄ.ກທຄວ ລົງວັນທີ 03 ຕຸລາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.