ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ          ເລກທີ 247/ລບ
ນະຄອນຫຼວງ​ວຽງຈັນ, ວັນທີ 20 ສິງຫາ 2019

ດຳລັດ

ວ່າດ້ວຍ ການສົ່ງເສີມການປູກໄມ້ເປັນສິນຄ້າ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 8 ພະຈິກ 2016;
  • ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007;
  • ອີງຕາມ ໜັງສືສະເໜີ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ສະບັບເລກທີ 0115/ກປ, ລົງວັນທີ 12 ກຸມພາ 2019.

ລັດຖະບານ ອອກດຳລັດ

ໝວດທີ 1

ບົກບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຊຸກຍູ້, ສົ່ງເສີມການລົງທຶນເຂົ້າໃນການປູກໄມ້ເປັນສິນຄ້າ ເພື່ອຮັບປະກັນການສະໜອງວັດຖຸດິບ ເຂົ້າໃນການປຸງແຕ່ງ, ສ້າງລາຍຮັບ ແລະ ຄວາມຕ້ອງການຂອງຕະຫຼາດ ແນໃສ່ເພີ່ມຄວາມປົກຫຸ້ມຂອງປ່າໄມ້ ປະກອບສ່ວນເຂົ້າໃນການພັດທະນາເສກຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2 ການສົ່ງເສີມການປູກໄມ້ເປັນສິນຄ້າ

ການສົ່ງເສີມການປູກໄມ້ເປັນສິນຄ້າ ແມ່ນ ການກຳນົດນະໂຍບາຍ ແລະ ມາດຕະການສົ່ງເສີມ ການປູກໄມ້ທຸກຊະນິດທີ່ຕະຫຼາດຕ້ອງການ ເພື່ອເປັນສິນຄ້າ ຂາຍຢູ່ພາຍໃນ, ປຸງແຕ່ງ ແລະ ສົ່ງອອກ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບ ທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ການປູກໄມ້ ໝາຍເຖິງ ການນຳເອົາແກ່ນໄມ້ໄປຫວ່ານ, ເອົາເບ້ຍໄມ້ ທີ່ໄດ້ຈາກປ່າທຳມະຊາດ ແລະ ເຫງົ້າໄມ້ ຫຼື ເບ້ຍໄມ້ ຈາກສວນກ້າໄປປູກໃສ່ເນື້ອທີ່ດິນ ຂອງບຸກຄົນ, ນິຕິບຸກຄົນ, ລວມໝູ່ ແລະ ທີ່ດິນຂອງລັດ ທີ່ລັດໄດ້ຈັດສັນໃຫ້;
  2. ໄມ້ປູກ ໝາຍເຖິງ ຕົ້ນໄມ້ທຸກຊະນິດທີ່ໄດ້ປູກຂຶ້ນ ແບບເປັນລະບົບ ຫຼື ປູກແບບ ກະແຈກກະຈາຍ;
  3. ການປູກໄມ້ແບບເປັນລະບົບ ໝາຍເຖິງ ການປູກໄມ້ແບບ ເປັນຖັນ, ເປັນແຖວ ມີໄລຍະຫ່າງສະໝ່ຳສະເໝີ ຕາມຄວາມເໝາະສົມ ຂອງແຕ່ລະຊະນິດພັນໄມ້;
  4. ການປູກໄມ້ ແບບກະແຈກກະຈາຍ ໝາຍເຖິງ ການປູກໄມ້ ແບບ ບໍ່ເປັນລະບົບ, ບໍ່ເປັນຖັນ, ບໍ່ເປັນແຖວ ແລະ ມີໄລຍະຫ່າງ ຂອງຖັນ ແລະ ແຖວ ບໍ່ສະໝ່ຳສະເໝີ;
  5. ການເຊົ່າ ຫຼື ສຳປະທານທີ່ດິນຂອງລັດ ເພື່ອປູກໄມ້ ໝາຍເຖິງ ການນຳໃຊ້ທີ່ດິນປ່າໄມ້ທີ່ລັດໄດ້ ອະນຸມັດໃຫ້ດຳເນີນກິດຈະການປູກໄມ້ ຕາມສັນຍາ;
  6. ໄມ້ພື້ນເມືອງ ໝາຍເຖິງ ຊະນິດພັນໄມ້ທີ່ມີຖິ່ນກຳເນີດ ແລະ ຈະເລີນເຕີບໂຕ ໃນແຕ່ລະທ້ອງຖິ່ນຂອງ ສປປ ລາວ.

ມາດຕາ 4 ນະໂຍບາຍຂອງລັດ

ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນໃສ່ການປູກໄມ້ ເພື່ອເປັນສິນຄ້າ ແລະ ເປັນວັດຖຸດິບສະໜອງໃຫ້ແກ່ການປຸງແຕ່ງ ດ້ວຍການວາງນະໂຍບາຍທີ່ເໝາະສົມ ເຊັ່ນ: ນະໂຍບາຍດ້ານກຳມະສິດ, ສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີທີ່ດິນ, ພາສີ, ອາກອນ ກ່ຽວກັບພັນໄມ້, ໄມ້ປູກ, ການໃຫ້ເຊົ່າ ຫຼື ສຳປະທານທີ່ດິນ, ການບໍລິການທາງດ້ານເຕັກນິກວິຊາການ ແລະ ອື່ນໆ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 5 ຫຼັກການກ່ຽວກັບການສົ່ງເສີມການປູກໄມ້ເປັນສິນຄ້າ

ການສົ່ງເສີມການປູກໄມ້ເປັນສິນຄ້າ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຍຸດທະສາດປ່າໄມ້, ແຜນການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ໃນແຕ່ລະໄລຍະ;
  2. ລວມສູນ, ຜ່ານປະຕູດຽວ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
  3. ຮັບປະກັນຜົນປະໂຫຍດ ຂອງລັດ, ການຈັດຕັ້ງ, ບຸກຄົນ.

ມາດຕາ 6 ຂອບເຂດການນຳໃຊ້

ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການປູກໄມ້ເປັນສິນຄ້າ ຢູ່ ສປປ ລາວ.

ໝວດທີ 2

ການຄຸ້ມຄອງ, ການສົ່ງເສີມການປູກໄມ້ ແລະ ພັນທະຂອງຜູ້ປູກໄມ້

ມາດຕາ 7 ການຄຸ້ມຄອງປ່າປູກ ແລະ ໄມ້ປູກ

ການຄຸ້ມຄອງປ່າປູກ ແລະ ໄມ້ປູກ ແມ່ນ ການປົກປັກຮັກສາ ປ່າປູກ, ໄມ້ປູກ, ການຂຶ້ນທະບຽນປ່າປູກ ຫຼື ອອກໃບຢັ້ງຢືນໄມ້ປູກ ເພື່ອຢັ້ງຢືນ ກຳມະສິດ, ແຫຼ່ງທີ່ມາຂອງໄມ້ປູກ, ປະຕິບັດນະໂຍບາຍຂອງລັດຕໍ່ຜູ້ປູກ ຫຼື ຜູ້ລົງທຶນປູກ ໃນການຕັດ, ເຄື່ອນຍ້າຍ, ຊື້ຂາຍ ແລະ ສົ່ງອອກ ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ປູກໄມ້ ແລະ ປົກປັກຮັກສາຕົ້ນໄມ້ທຳມະຊາດ ໃນເນື້ອທີ່ດິນທີ່ຕົນໄດ້ຮັບສິດນຳໃຊ້ຢ່າງຖືກຕ້ອງຕາມກົດໝາຍ ຫຼື ເນື້ອທີ່ດິນທີ່ລັດໄດ້ອະນຸຍາດໃຫ້ເຊົ່າ ຫຼື ສຳປະທານປູກໄມ້ ຕ້ອງໄດ້ຂຶ້ນທະບຽນນຳຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອຢັ້ງຢືນກຳມະສິດ, ແຫຼ່ງທີ່ມາຂອງໄມ້ປູກ ແລະ ອຳນວຍຄວາມສະດວກໃນການຄຸ້ມຄອງ, ປົກປັກຮັກສາ ແລະ ປະຕິບັດນະໂຍບາຍ ສົ່ງເສີມການປູກໄມ້ ແລະ ຟື້ນຟູປ່າໄມ້ ຕາມກົດໝາຍ ພາຍຫຼັງໄດ້ປູກໄມ້ ແລະ ໄດ້ຟື້ນຟູ ແລ້ວສາມປີ ແລະ ມີອັດຕາການລອດຕາຍຂອງໄມ້ປູກໃນເນື້ອທີ່ດັ່ງກ່າວແຕ່ຫົກສິບສ່ວນຮ້ອຍຂຶ້ນໄປ ແລະ ໃຫ້ປະຕິບັດ ດັ່ງນີ້:

  1. ອົງການປົກຄອງບ້ານ ເປັນຜູ້ອອກໃບຢັ້ງຢືນສຳລັບປ່າປູກ ແລະ ປ່າຟື້ນຟູ ທີ່ມີເນື້ອທີ່ຕ່ຳກວ່າ 1.600 ຕາແມັດ ຫຼື ໄມ້ປູກແບບກະແຈກກະຈາຍ;
  2. ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເປັນຜູ້ອອກໃບທະບຽນປ່າປູກ ແລະ ປ່າຟື້ນຟູ ທີ່ມີເນື້ອທີ່ແຕ່ 1.600 ຕາແມັດ ຫາ ຫ້າ ເຮັກຕາ;
  3. ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ເປັນຜູ້ອອກໃບທະບຽນປ່າປູກ ແລະ ປ່າຟື້ນຟູ ທີ່ມີເນື້ອທີ່ຫຼາຍກວ່າ ຫ້າ ເຮັກຕາ ຂຶ້ນໄປ;

ການຕັດ ແລະ ການເຄື່ອນຍ້າຍ ໄມ້ປູກ, ການເກັບຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານຄຸ້ມຄອງປ່າປູກ ຫຼື ໄມ້ປູກ ໃຫ້ປະຕິບັດ ດັ່ງນີ້:

  1. ການຕັດໄມ້ປູກ ທຸກຊະນິດ ເພື່ອເປັນສິນຄ້າ ທີ່ໄດ້ຂຶ້ນທະບຽນປ່າປູກ ຫຼື ຂຶ້ນບັນຊີຢັ້ງຢືນໄມ້ປູກ ເຈົ້າຂອງປ່າປູກ ຫຼື ໄມ້ປູກ ສາມາດຕັດໄດ້ໂດຍບໍ່ຈຳເປັນສຳຫຼວດ ແລະ ຂໍອະນຸຍາດ ຕາມຂັ້ນຕອນທາງດ້ານວິຊາການ ແຕ່ ກ່ອນຈະຕັດນັ້ນ ຕ້ອງນຳເອົາໃບທະບຽນປ່າປູກ ຫຼື ໃບຢັ້ງຢືນໄມ້ປູກ ເພື່ອຢັ້ງຢືນກຳມະສິດ ພ້ອມທັງລາຍງານ ແລະ ແຈ້ງ ສະຖານທີ່, ຊະນິດພັນໄມ້, ຈຳນວນຕົ້ນ ທີ່ຈະຕັດ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເພື່ອລົງກວດກາຕົວຈິງ, ຕິດຕາມ ແລະ ເກັບກຳຂໍ້ມູນ.
  2. ສຳລັບ ການຕັດໄມ້ປູກ ເພື່ອໃຊ້ສອຍໃນຄົວເຮືອນ ແລະ ສາທຳລະນະປະໂຫຍດນັ້ນ ຈະໄດ້ຮັບການຍົກເວັ້ນຄ່າຊັບພະຍາກອນ, ຄ່າບູລະນະ ແລະ ຄ່າພັນທະຕ່າງໆ ແລະ ຕ້ອງໄດ້ລາຍງານຈຳນວນບໍລິມາດໄມ້ ຫຼື ນ້ຳໜັກຂອງໄມ້ ໃຫ້ອົງການປົກຄອງບ້ານ;
  3. ໄມ້ປູກ ທຸກຊະນິດ ທີ່ຕັດ ຕາມທີ່ໄດ້ກຳນົດໄວ້ ໃນ ມາດຕາ 7 ຂໍ້ທີ 1 ສາມາດເຄື່ອນຍ້າຍໄດ້ ໂດຍບໍ່ຈຳເປັນຂໍອະນຸຍາດ ແຕ່ເຈົ້າຂອງໄມ້ປູກ ຕ້ອງລາຍງານບໍລິມາດ ຫຼື ນ້ຳໜັກໄມ້ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ຂັ້ນເມືອງ ເພື່ອເກັບກຳຂໍ້ມູນ;
  4. ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຜູ້ອະນຸຍາດເຄື່ອນຍ້າຍໄມ້ ຜະລິດຕະພັນໄມ້ປູກສຳເລັດຮູບ ເພື່ອສົ່ງອອກ ບົນພື້ນຖານການຢັ້ງຢືນແຫຼ່ງທີ່ມ່ ຈາກຂະແໜງການກະສິກຳ ແລະ ປ່າໄມ້;
  5. ການຊື້ຂາຍ ໄມ້ປູກ ຢູ່ພາຍໃນປະເທດ ແມ່ນປະຕິບັດໄດ້ຢ່າງສະດວກ ໂດຍບໍ່ມີສິ່ງກີດຂວາງໃດໆ;
  6. ໄມ້ປູກ ສາມາດສົ່ງອອກເປັນທ່ອນໄດ້ ແຕ່ຕ້ອງປະຕິບັດຕາມ ກົດໝາຍທີ່ກ່ຽວຂ້ອງ ແລະ ສົນທິສັນຍາ ຫຼື ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  7. ການເກັບຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບ ວຍກງານຄຸ້ມຄອງປ່າປູກ ຫຼື ໄມ້ປູກ ໃຫ້ປະຕິບັດຕາມ ລັດຖະບັນຍັດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ປະກາດໃຊ້ໃນແຕ່ລະໄລຍະ.

ມາດຕາ 8 ການສົ່ງເສີມການປູກໄມ້

ລັດ ສົ່ງເສີມການປູກໄມ້ເປັນສິນຄ້າ ດ້ວຍນະໂຍບາຍ ແລະ ມາດຕະການ ດັ່ງນີ້:

  1. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ລົງທຶນປູກໄມ້ເປັນສິນຄ້າ ໃສ່ເນື້ອທີ່ດິນທີ່ຕົນໄດ້ ຮັບກຳມະສິດນຳໃຊ້ຢ່າງຖືກຕ້ອງຕາມກົດໝາຍ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ ແລະ ໄດ້ຮັບການຄຸ້ມຄອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 7 ຂອງດຳລັດສະບັບນີ້;
  2. ອຳນວຍຄວາມສະດວກໃຫ້ແກ່ຜູ້ປູກ ຫຼື ຜູ້ລົງທຶນປູກ, ສະໜອງຂໍ້ມູນ ຂ່າວສານ ທາງດ້ານການຕະຫຼາດ ສຳລັບຜະລິດຕະພັນໄມ້ປູກ ແລະ ການໃຫ້ຄຳແນະນຳທາງດ້ານເຕັກນິກວິຊາການໃນການປູກ, ການປົກປັກຮັກສາ, ຕັດ, ຂົນສົ່ງ ແລະ ການປຸງແຕ່ງເປັນຜະລິດຕະພັນ;
  3. ຍົກເວັ້ນຄ່າທຳນຽມການນຳໃຊ້ທີ່ດິນສະເພາະປ່າປູກ ທີ່ໄດ້ຮັບການຂຶ້ນທະບຽນຢ່າງຖືກຕ້ອງ. ສຳລັບທີ່ດິນທີ່ລັດອະນຸຍາດໃຫ້ສຳປະທານ ໃຫ້ປະຕິບັດຕາມລັດຖະບັນຍັດ ວ່າດ້ວຍອັດຕາເຊົ່າ ແລະ ຄ່າສຳປະທານທີ່ດິນຂອງລັດ;
  4. ຍົກເວັ້ນຄ່າບູລະນະປ່າໄມ້ ແລະ ຄ່າຊັບພະຍາກອນປ່າໄມ້ ສຳລັບການຕັດໄມ້ຈາກປ່າປູກ ແລະ ໄມ້ປູກແບບກະແຈກກະຈາຍ ເພື່ອເປັນສິນຄ້າ ແຕ່ໃຫ້ເສຍອາກອນລາຍໄດ້; ສ່ວນການຕັດໄມ້ ເພື່ອໃຊ້ສອຍໃນຄອບຄົວ ແລະ ສິ່ງສາທາລະນະປະໂຫຍດນັ້ນ ໃຫ້ຍົກເວັ້ນຄ່າບູລະນະປ່າໄມ້. ຄ່າຊັບພະຍາກອນປ່າໄມ້ ແລະ ອາກອນລາຍໄດ້ທັງ         ໝົດ;
  5. ປ່າປູກ ແລະ ໄມ້ປູກ ທີ່ໄດ້ຮັບການຂຶ້ນທະບຽນ ແລະ ຢັ້ງຢືນຢ່າງຖືກຕ້ອງຕາມລະບຽບການ ສາມາດມອບໂອນ, ສືບທອດ, ເປັນຫຼັກຊັບຄ້ຳປະກັນໄດ້ ແລະ ໄດ້ຮັບການທົດແທນຄ່າເສຍຫາຍ ໃນກໍລະນີລັດຕ້ອງການນຳໃຊ້ທີ່ດິນຕອນດັ່ງກ່າວ ເພື່ອເປົ້າໝາຍອື່ນ;
  6. ຊຸກຍູ້ໃຫ້ມີການສ້າງຕັ້ງກຸ່ມ ຫຼື ສະມາຄົມຜູ້ປູກໄມ້ ແລະ ສະມາຄົມປຸງແຕ່ງໄມ້ປູກ ໂດຍມີສັນຍາຜູກພັນໃນການສະໜອງວັດຖຸດິບ ຢ່າງເປັນລະບົບຕ່ອງໂສ້ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ;
  7. ນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການປູກໄມ້ ນັບແຕ່ຂອດການຄົ້ນຄວ້າປັບປຸງພັນໄມ້, ການກ້າເບ້ຍໄມ້, ການປູກ ແລະ ການປຸງແຕ່ງ ດ້ວຍການຍົກເວັ້ນພາສີນຳເຂົ້າ ເຕັກນິກ-ເຕັກໂນໂລຊີ, ອຸປະກອນກົນຈັກທີ່ທັນສະໄໝ ທີ່ນຳໃຊ້ເຂົ້າໃນການປູກ, ການປຸງແຕ່ງ ຕາມກົດໝາຍ;
  8. ຊຸກຍູ້ທະນາຄານ ປ່ອຍສິນເຊື່ອໄລຍະຍາວ ເພື່ອສົ່ງເສີມການລົງທຶນປູກໄມ້ ດ້ວຍການກຳນົດດອກເບ້ຍ ທີ່ເໝາະສົມ ແລະ ການຍົກເວັ້ນດອກເບ້ຍໃນໄລຍະທີ່ຍັງບໍ່ທັນສາມາດເກັບກູ້ຜົນຜະລິດ;
  9. ຊຸກຍູ້ໃຫ້ປະຊາຊົນ ແລະ ຜູ້ປະກອບການ ລົງທຶນປູກໄມ້ ໃນເຂດທີ່ດິນປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນ ໃນເຂດປ່າຜະລິດ ທີ່ລັດຈັດສັນໃຫ້ ໂດຍມີການແບ່ງປັນຜົນປະໂຫຍດຢ່າງສົມເຫດສົມຜົນລະຫວ່າງລັດ, ຜູ້ປະກອບການ ແລະ ປະຊາຊົນ;
  10. ຊຸກຍູ້, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງສວນກ້າເບ້ຍໄມ້ ເພື່ອສະໜອງໃຫ້ແກ່ການປູກໄມ້ ດ້ວຍການອະນຸຍາດໃຫ້ເຂົ້າເຖິງແຫຼ່ງແກ່ນພັນໄມ້ທຳມະຊາດຢູ່ພາຍໃນ ແລະ ນຳເຂົ້າແນວພັນໄມ້ ຫຼື ເບ້ຍໄມ້ ຊະນິດທີ່ຕະຫຼາດຕ້ອງການ ຫຼື ຊະນິດທີ່ພາຍໃນບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ;
  11. ຊຸກຍູ້ໃຫ້ຜູ້ປະກອບການມີສ່ວນຮ່ວມ ແລະ ດຳເນີນການຄົ້ນຄວ້າ ກ່ຽວກັບການຂະຫຍາຍແນວພັນໄມ້ ແລະ ການຈະເລີນເຕີບໂຕຂອງໄມ້ ໂດຍໃຫ້ບູລິມະສິດຊະນິດພັນໄມ້ພື້ນເມືອງ;
  12. ໄມ້ປູກ ແລະ ຜະລິດຕະພັນໄມ້ປູກ ທີ່ໄດ້ມາດຕະຖານ ຕາມັບນຊີ ທີ່ລັດຖະບານຕົກລົງແຕ່ລະໄລຍະ ສາມາດສົ່ງອອກໄປຕ່າງປະເທດໄດ້.

ມາດຕາ 9 ພັນທະຕໍ່ວຽກງານປູກປ່າ

ພັນທະຕໍ່ວຽກງານປູກປ່າ ມີດັ່ງນີ້:

  1. ຜູ້ປະອກບການ ທີ່ດຳເນີນກິດຈະການປຸງແຕ່ງໄມ້ ຫຼື ມີໂຮງງານປຸງແຕ່ງໄມ້ທີ່ນຳໃຊ້ໄມ້ເປັນວັດຖຸດິບເຂົ້າໃນການປຸງແຕ່ງ ຕ້ອງມີປ່າປູກຂອງຕົນເອງ ເພື່ອຮັບປະກັນການສະໜອງວັດຖຸດິບໃຫ້ຍືນຍົງ;
  2. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລົງທຶນໃສ່ກິດຈະການປູກໄມ້ ຕ້ອງໄດ້ຂຶ້ນທະບຽນປ່າປູກ ຫຼື ຂໍໃບຢັ້ງຢືນໄມ້ປູກ ຕາມທີ່ໄດ້ກຳນົດໃນມາດຕາ 7 ຂອງດຳລັດສະບັບນີ້;
  3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລົງທຶນໃສ່ການປູກໄມ້ ຕ້ອງໄດ້ເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາປ່າປູກຂອງຕົນໃຫ້ໄດ້ຮັບຜົນດີ, ຕ້ອງສ້າງແລວປ້ອງກັນໄຟ, ມີແຜນທີ່ປ່າປູກ ຫຼື ແຜນວາດ ແລະ ແຜນການຂຸດຄົ້ນໃນແຕ່ລະປີ;
  4. ຜູ້ດຳເນີນໂຄງການ ເຂື່ອນໄຟຟ້າພະລັງນ້ຳ, ຂຸດຄົ້ນແຮ່ທາດ, ກໍ່ສ້າງເສັ້ນທາງ, ແລວສາຍສົ່ງໄຟຟ້າ ແລະ ໂຄງການພັດທະນາອື່ນ ທີ່ກະທົບ ແລະ ມີການຫັນປ່ຽນທີ່ດິນປ່າໄມ້ປູກທຸກປະເພດ ລັກສະນະຖາວອນ ຫຼື ຊົ່ວຄາວ ຕ້ອງໄດ້ຮັບຜິດຊອບຈ່າຍຄ່າ ປູກປ່າທົດແທນ ຫຼື ປູກປ່າທົດແທນຄືນດ້ວຍຕົນເອງ;

ໝວດທີ 3

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 10 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດດຳລັດສະບັບນີ້ ເປັນຕົ້ນການປະກອບສ່ວນເຂົ້າໃນການປູກໄມ້, ຟື້ນຟູປ່າໄມ້, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 11 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດດຳລັດສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ ຫຼື ລົງໂທດ ຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

ໝວດທີ 4

ບົດບັນຍັດສຸດທ້າຍ

ມາດຕາ 12 ການຈັດຕັ້ງປະຕິບັດ

ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ປະສານສົມທົບກັບບັນດາກະຊວງ, ອົງການ ອື່ນທີ່ກ່ຽວຂ້ອງ ແລະ ອົງການ ປົກຄອງທ້ອງຖິ່ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 13 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ດຳລັດ ສະບັບນີ້ ປ່ຽນແທນດຳລັດ ວ່າດ້ວຍການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ ສະບັບເລກທີ 96/ນຍ, ລົງວັນທີ 11/6/2003.

ຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ
ນາຍົກລັດຖະມົນຕີ

ທອງລຸນ ສີສຸລິດ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.