ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ອຸດສາຫະກຳ ແລະ ການຄ້າ      ເລກທີ 0930/ອຄ.ກອຫ​
ນະຄອນຫຼວງ​ວຽງຈັນ, ວັນທີ 31 ກໍລະກົດ 2019

ຄຳສັ່ງ

ວ່າດ້ວຍການໂຈະ ການອະນຸຍາດດຳເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ສິ່ງເສດເຫຼືອຢາງປລາສະຕິກ ເປັນວັດຖຸດິບ

  • ອີງຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ສະບັບເລກທີ 048/ສພຊ, ລົງວັນທີ 27 ທັນວາ 2013.
  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 230/ນຍ, ລົງວັນທີ 24 ກໍລະກົດ 2017.

ເພື່ອເຮັດໃຫ້ການຄຸ້ມຄອງ, ການປັບປຸງ ແລະ ດັດສົມໂຮງງານອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ໃຫ້ໄດ້ມາດຕະຖານເຕັກນິກ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແລະ ສອດຄ່ອງກັບແນວທາງຂອງລັດຖະບານກ່ຽວກັບການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ເປັນໄປຕາມທິດສີຂຽວ ແລະ ຍືນຍົງ.

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ອອກຄຳສັ່ງ ດັ່ງນີ້:

  1. ໃຫ້ໂຈະການອະນຸຍາດດຳເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ສິ່ງເສດເຫຼືອຢາງປລາສຕິກເປັນວັດຖຸດິບ ຈົນກວ່າຈະມີຄຳສັ່ງສະບັບໃໝ່ ຫຼື ນິຕິກຳອື່ນ ປ່ຽນແທນຄຳສັ່ງສະບັບນີ້.
  2. ວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ ແລະ ໃບອະນຸຍາດປຸກສ້າງໂຮງງານແລ້ວ ແມ່ນໃຫ້ສືບຕໍ່ດຳເນີນການປຸກສ້າງ ແລະ ຂໍໃບຢັ້ງຢືນດຳເນີນກິດຈະການໂຮງງານ ຕາມທີ່ກຳນົດໃນກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ. ພາຍຫຼັງໄດ້ຮັບໃບຢັ້ງຢືນດຳເນີນກິດຈະການໂຮງງານແລ້ວ ຈຶ່ງສາມາດດຳເນີນການຜະລິດໄດ້.
  3. ວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ ແຕ່ຍັງບໍ່ໄດ້ຮັບໃບອະນຸຍາດປຸກສ້າງໂຮງງານ ແມ່ນໃຫ້ຢຸດຕິທັນທີ ຈົນກວ່າຈະມີຄຳສັ່ງສະບັບໃໝ່ ຫຼື ນິຕິກຳອື່ນປ່ຽນແທນຄຳສັ່ງສະບັບນີ້.
  4. ໂຮງງານອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ສິ່ງເສດເຫຼືອປລາສະຕິກເປັນວັດຖຸດິບ ທີ່ໄດ້ຮັບໃບຢັ້ງຢືນດຳເນີນກິດຈະການໂຮງງານ ແລະ ດຳເນີນການຜະລິດແລ້ວ ແມ່ນເຫັນດີໃຫ້ສືບຕໍ່ດຳເນີນ ແຕ່ມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ສົມທົບພາກສ່ວນກ່ຽວຂ້ອງ ລົງເກັບກຳຂໍ້ມູນ ແລະ ຕິດຕາມກວດກາ. ຖ້າໂຮງງານໃດຫາກບໍ່ໄດ້ມາດຕະຖານເຕັກນິກໂຮງງານ ຕາມທີ່ກຳນົດໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ ເປັນຕົ້ນ ທີ່ຕັ້ງໂຮງງານ, ເຕັກນິກ ແລະ ເຕັກໂນໂລຊີການຜະລິດ, ສາງເກັບມ້ຽນວັດຖຸດິບ, ອາຄານໂຮງງານ, ຄວາມປອດໄພ, ສຸຂານາໄມ ແລະ ສິ່ງແວດລ້ອມໂຮງງານ ແມ່ນໃຫ້ໂຈະການຜະລິດ ແລະ ຖອນໃບຢັ້ງຢືນດຳເນີນກິດຈະການໂຮງງານ. ພາຍຫຼັງໄດ້ປັບປຸງໄດ້ຕາມມາດຕະຖານເຕັກນິກໂຮງງານແລ້ວ ຈຶ່ງສາມາດສະເໜີອອກໃບຢັ້ງຢືນດຳເນີນກິດຈະການໂຮງງານຄືນໃໝ່, ຫຼັງຈາກໄດ້ຮັບໃບຢັ້ງຢືນດຳເນີນກິດຈະການໂຮງງານແລ້ວ ຈຶ່ງສາມາດດຳເນີນການຜະລິດໄດ້.
  5. ໂຮງງານທີ່ດຳເນີນການຜະລິດ ໂດຍບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ເປັນຕົ້ນ ບໍ່ມີໃບອະນຸຍາດໃດໜຶ່ງ ຄື: ໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດ, ໃບອະນຸຍາດປຸກສ້າງໂຮງງານ, ໃບຢັ້ງຢືນດຳເນີນກິດຈະການໂຮງງານ ແມ່ນໃຫ້ຢຸດເຊົາໂດຍທັນທີ ແລະ ດຳເນີນມາດຕະການ ຕາມທີ່ໄດ້ກຳນົດ ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
  6. ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ເຜີຍແຜ່ ຕໍ່ຂະແໜງການອື່ນ ແລະ ນັກທຸລະກິດ ພາຍໃນແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ນະຄອນ ຂອງຕົນ ໃຫ້ຮັບຊາບຢ່າງທົ່ວເຖິງ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດ ຄຳສ່ັງສະບັບນີ້ ໃຫ້ມີປະສິດທິຜົນສູງ.
  7. ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ປະຕິບັດຄຳສັ່ວສະບັບນີ້ ຢ່າງເຂັ້ມງວດ.
  8. ຄຳສັ່ງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ລັດຖະມົນຕີ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 An order to do not permit a new business on the processing of plastic waste plants, No. 0903 / MOIC.DoIH, dated 31 July 2019 PDF
2 ຄໍາສັ່ງ ວ່າດ້ວຍ ການໂຈະການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫລືອຢາງປາສະຕິກ ເປັນວັດຖຸດິບ ເລກທີ 0930/ອຄ.ກອຫ, ລົງວັນທີ 31 ກໍລະກົດ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.