ອີງຕາມ ຄໍາສັ່ງ ວ່າດ້ວຍການໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫລືອຢາງປລາສະຕິກ ເປັນວັດຖຸດິບ ເລກທີ 0903/ອຄ.ກອຫ ວັນທີ 31 ກໍລະກົດ 2019.  ກະຊວງອຸດສາຫະກໍາ ແລະ ການຄ້າ ສັ່ງໂຈະການອອກອະນຸຍາດດໍາເນີນທຸລະກິດໃໝ່ກ່ຽວກັບ ໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫລືອປລາສະຕິກ ເປັນວັດຖຸດິບ.

ສໍາລັບວິສາຫະກິດ/ໂຮງງານ ທີ່ໄດ້ຮັບໃບທະບຽນວິສາຫະກິດ, ໃບອະນຸຍາດລົງທຶນ ຫລື ໃບອະນຸຍາດດໍາເນີນທຸລະກິດ ແຕ່ຍັງບໍ່ໄດ້ຮັບໃບອະນຸຍາດປຸກສ້າງໂຮງງານ ແມ່ນໃຫ້ຢຸດຕິທັນທີ ຈົນກ່ວາຈະມີຄໍາສັ່ງສະບັບໃໝ່ ຫຼື ນິຕິກໍາອື່ນປ່ຽນແທນຄໍາສັ່ງສະບັບນີ້.

ໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫຼືອປລາສະຕິກ ເປັນວັດຖຸດິບ ທີ່ໄດ້ປະກອບເອກະສານຄົບຖ້ວນແລ້ວ ແມ່ນເຫັນດີໃຫ້ສຶບຕໍ່ດໍາເນີນ ແຕ່ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມກວດກາ ຖ້າພົບເຫັນໂຮງງານໃດບໍ່ປະຕິບັດຕາມທີ່ໄດ້ກໍານົດໃນກົດໝາຍ ແລະ ລະບຽບການກ່ຽວຂ້ອງ ແມ່ນໃຫ້ໂຈະການຜະລິດ ແລະ ຖອນໃບຢັ້ງຢືນດໍາເນີນກິດຈະການໂຮງງານ.

# ຫົວຂໍ້ ດາວໂຫຼດ
1 ກະຊວງອຸດສາຫະກໍາ ແລະ ການຄ້າ: ສັ່ງໂຈະ ການອະນຸຍາດດໍາເນີນທຸລະກິດໃໝ່ ກ່ຽວກັບໂຮງງານອຸດສາຫະກໍາປຸງແຕ່ງ ທີ່ນໍາໃຊ້ສິ່ງເສດເຫລືອຢາງປາສະຕິກ ເປັນວັດຖຸດິບ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.