ໃນລະ​ຫວ່າງວັນ​ທີ 22-24 ຕຸ​ລາ 2019 ທີ່ ໂຮງ​ແຮມ ເອ​ຣາ​ວັນ ຣີ​ເວີ​ໄຊ໌ ນະ​ຄອນ​ປາກ​ເຊ, ແຂວງ​ຈຳ​ປາ​ສັກ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະ​ກຳ ແລະ ການຄ້າ ໄດ້ຈັດ​ກ​ອງ​ປະ​ຊຸມ​ຝຶກອົບຮົມເພື່ອສ້າງເປັນຄູຝຶກໃນການຈັດຕັ້ງປະຕິບັດລະບົບການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ​ເຜີຍ​ແຜ່​ວຽກ​ງານການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ​ຂອງ​ອາ​ຊຽນ ໃຫ້​ແກ່ຫ້ອງ​ການ​ຄຸ້ມ​ຄອງ ແລະ ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ ສຳ​ລັບ 8 ​ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ຂອງ ສ​ປ​ປ​ ລາວ ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສຸລິຍົນທ່ານ ສຸ​ລິ​ຍົນ ພິ​ລາວົງ ຫົວ​ໜ້າ​ກົ​ມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ທ່ານ ສົມ​ບັດ ແສນ​ພັນ​ຊ່ອງ ຫົວ​ໜ້າ​ພະແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ ແຂວງ​ຈຳ​ປາ​ສັກ.  ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳ​ນວນ 69 ທ່ານ. ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ງົບ​ປະ​ມານ​ຈາກ ໂຄງ​ການ GIZ Related.

 

 

ໂດຍອີງຕາມຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ, ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ທີ່​ພັກ​ດັນ​ໃຫ້​ທຸກ​ພາກ​ສ່ວນ​ຕ້ອງປະ​ຕິ​ຮູບ​ການ​ດຳ​ເນີນ​ເອ​ກະ​ສານໃຫ້​ມີ​ຄວາມ​ກະ​ທັດ​ຮັດ, ວ່ອງ​ໄວ ແລະ ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ພາກ​ທຸ​ລະ​ກິດ. ດັ່ງ​ນັ້ນ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ພັດ​ທະ​ນາ​ລະ​ບົບ e-CO ຂຶ້ນ ເພື່ອ​ເປັນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຜູ້​ປະ​ກອບ​ການ ໃນ​ການຫຼຸດ​ຜ່ອນ​ເວ​ລາ, ຂັ້ນ​ຕອນ ແລະ ຄ່າ​ໃຊ້​ຈ່າຍ. ພ້ອມ​ກັນ​ນັ້ນ, ລະ​ບົບ​ດັ່ງ​ກ່າວ​ຍັງ​ຈະ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ການ​ເກັບ​ກຳ​ສະ​ຖິ​ຕິ​ຂອງ​ພາກ​ລັດ​ອີກ​ດ້ວຍ.

 

           

ລະ​ບົບ e-CO ເປັນ​ລະ​ບົບ​ທີ່​ອຳ​ນວຍ​ຄວາມ​ຄວາມ​ສະ​ດວກ​ໃຫ້​ແກ່​ຜູ້​ປະ​ກອບ​ການ​ໃນ​ການ​ຂໍ​ໃບຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ (Certificate of Origin: CO), ຊຶ່ງ​ຜູ້​ປະ​ກອບ​ການສາ​ມາດ​ຍື່ນ​ເອ​ກະ​ສານ​ປະ​ກອບ​​ຂໍ CO ຜ່ານ​ທາງ​ລະ​ບົບ​ດັ່ງ​ກ່າວ ແລະ ສາ​ມາດ​ຮັບ​ເອ​ກະ​ສານ​ທີ່​ຫ້ອງ​ການ​ເຈົ້າ​ໜ້າ​ທີ່ອອ​ກ CO ພາຍ​ໃນ 01 ວັນ​ລັດ​ຖະ​ການ. ເມື່ອ​ທຽບ​ໃສ່​ການ​​ຂໍ​ອອກ CO ແບບ​ປົກ​ກະ​ຕິ​ແລ້ວ ຖື​ວ່າ​ມີ​ຄວາມ​ວ່ອງ​ໄວ​ກວ່າຫຼາຍ, ເພາະ​ຜູ້​ປະ​ກອບ​ການ​ຕ້ອງ​ມາ​ຍື່ນ​ ແລະ ຮັບເອ​ກະ​ສານນຳ​ຫ້ອ​ງ​ການ​ເຈົ້າ​ໜ້າ​ທີ່​ອອກ CO ພາຍ​ໃນ 02 ວັນ​ລັດ​ຖະ​ການ. ຈຶ່ງ​ສາ​ມາດ​ເວົ້າ​ໄດ້​ວ່າ ລະ​ບົບ e-CO ສາ​ມາດ​ເຮັດ​ໄດ້​​ເກືອບທຸກ​ໜ້າ​ວຽກ​ໃນ​ການ​ອອກ CO ເຊັ່ນ: ການ​ຕື່ມ​ລາຍ​ລະ​ອຽດ​ລົງ​ໃນ​ແບບ​ຟອມ, ການ​ອັບ​ໂຫຼດ​ເອ​ກະ​ສານ​ປະ​ກອບ ແລະ ການ​ດັດ​ແກ້​ຂໍ້​ມູນ​ຕ່າງໆຜ່ານ​ລະ​ບົບ. ນອກ​ຈາກ​ນັ້ນ, ຜູ້​ປະ​ກອບ​ການ​ສາ​ມາດ​ຕິດ​ຕາມ​ສະ​ຖາ​ນະ​ຂອງ​ເອ​ກະ​ສານ​ຂອງ​ຕົນ​ເອງ​ໄດ້​ຕະຫຼອດ​ເວ​ລາ ແລະ ຍັງ​ເປັນ​ຖານ​ຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ​ໃຫ້​ທັງ​ເຈົ້າ​ໜ້າ​ທີ່ ແລະ ຜູ້​ປະ​ກອບ​ການ ໂດຍ​ສະ​ເພາະ​ແມ່ນ​ສະ​ຖິ​ຕິ​ການ​ສົ່ງ​ອອກ. ຊຶ່ງ​ຂໍ້​ມູນ​ທຸກ​ຢ່າງ​ທີ່​ໄດ້​ບັນ​ທຶກ​ລົງ​ໃນ​ລະ​ບົບ ​ແມ່ນ​ຈະ​ຖືກ​ເກັບ​ຮັກ​ສາ​ໄວ້​ເປັນ​ຢ່າງ​ດີ ແລະ ສາ​ມາດ​ເຂົ້າ​ເບິ່ງ​ໄດ້​ທຸກ​ເວ​ລາ​ທີ່​ຕ້ອງ​ການ.

 

ການ​​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ​​ພາຍ​ໃຕ້​ໂຄງ​ການ​ທົດ​ລອງ​ທີ II ຂອງ​​ອາ​ຊຽນ ແມ່ນການຈັດຕັ້ງ​ປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງຜູ້ຜະລິດ ແລະ ສົ່ງອອກດ້ວຍຕົນເອງ ໂດຍອີງໃສ່ລະບຽບການ ແລະ ອາຍຸຂອງໂຄງການທີ່ໄດ້ກຳນົດໄວ້.  ໝາຍຄວາມວ່າ ​ຜູ້​ໄດ້​ຮັບ​ສິດ​ໃນ​ການ​ອອກ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ ​ຈະສາມາດ​ອອກ​ໃບ Invoice Declaration ດ້ວຍ​ຕົນ​ເອງ ແທນ​ໃບ​ຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ Form D ທີ່​ອອກ​ໂດຍຫ້ອງ​ການ​ເຈົ້າ​ໜ້າ​ທີ່​ອອກ CO. ຈຸດ​ປະ​ສົງຂອງ​ການຢັ້ງ​ຢືນ​ແຫຼ່ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ​ແມ່ນ ເພື່ອ​ການ​ອຳ​ນວຍ​ຄວາມ​ສະດ​ວກ​ໃນ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ​ດ້ວຍ​ກັນ​, ເພື່ອ​ສົ່ງ​ເສີມ​ການ​ເຄື່ອນ​ຍ້າຍ​ສິນ​ຄ້າ​ຢູ່​ພາກ​ພື້ນ, ພ້ອມ​ທັງ​ເປັນ​ການຫຼຸດ​ຜ່ອນ​ຕົ້ນ​ທຶນ ແລະ ເວ​ລາຂອງ​ຜູ້​ປະກອບ​ການ. ປະ​ຈຸ​ບັນໂຄງ​ການ​ດັ່ງ​ກ່າວ​ມີ​ຈຳ​ນວນ 05 ປະ​ເທດ​​ເຂົ້າ​ຮ່ວມ​ຄື: ສ​ປ​ປ​ ລາວ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ສ​ສ ຫວຽດ​ນາມ.

 

 

ໃນ​ການ​ຝຶກ​ອົບ​ຮົມຄັ້ງ​ນີ້​ຈະ​ໄດ້​ເນັ້ນ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ຮູ້​ຂັ້ນ​ຕອນ​ຕ່າງໆ​ໃນການ​ອອກ CO ​ຜ່ານ​ທາງ​ລະ​ບົບ​ e-CO ແລະ ການ​ຢັ້ງ​ຢືນ​ແຫຼ່​ງ​ກຳ​ເນີດ​ສິນ​ຄ້າ​ດ້ວຍ​ຕົນ​ເອງ​ຂອງ​ອາ​ຊຽນ. ພາຍຫຼັງທີ່​ສຳ​ເລັດ​ກອງ​ປະ​ຊຸ​ມ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ບັນ​ດານັກ​ສຳ​ມະ​ນາ​ກອນກໍ່​ຈະ​ໄດ້​ນຳ​ເອົາ​ເນື້ອ​ໃນ​ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້ ນຳ​ໄປ​ເຜີຍ​ແຜ່ ແລະ ຝຶກ​ໃຫ້​ແກ່ເຈົ້າ​ໜ້າ​ທີ່ ແລະ ຜູ້​​ປະ​ກອບ​ການ​ພາຍ​ໃນ​ແຂວງ​ຂອງ​ຕົນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.