ອີງຕາມບົດລາຍງານຂອງກອງປະຊຸມ ທຸລະກິດລາວຄັ້ງທີ 11 ໃນປີ 2018 ຜ່ານມາ ແມ່ນຮີບໂຮບໄດ້ 23 ບັນຫາຫລັກ ເປັນບູລິມາສິດ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ເຊິ່ງຕິດພັນດ້ານ ສ່ວຍສາອາກອນ, ການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ, ການກໍ່ຕັ້ງທຸລະກິດ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ, ແລະ ຂົງເຂດ ອື່ນໆ ເຊິ່ງໄດ້ແກ້ໄຂແລ້ວ 7 ບັນຫາ ແລະ ອີກ 16 ບັນຫາທີ່ຍັງຄົງຄ້າງ ແມ່ນໄດ້ຍົກຂື້ນມາທີ່ ກອງປະຊຸມໃນຄັ້ງນີ້ ເພື່ອຫາແນວທາງແກ້ໄຂເພີ້ມເຕີບໄປແຕ່ລະບາດກ້າວ.

 

ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

 

ກອງປະຊຸມທຸລະກິດລາວ ຄັ້ງທີ 12 ໄດ້ຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໃນວັນທີ 12 ພະຈິກ 2019 ເຊິ່ງມີຜູ້ເຂົ້າຮ່ວມ ຫຼາຍກວ່າ 500 ທ່ານ ຈາກຂະແໜງການທີກ່ຽວຂ້ອງຕ່າງໆ ທັງຈາກພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນອີກຫລາຍໆພາກສ່ວນ. ໃຫ້ກຽດເປັນປະທານຮ່ວມ 3 ທ່ານ ໂດຍແມ່ນ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອຸເດດ ສຸວັນນະວົງ, ຄະນະປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

 

ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

 

ກອງປະຊຸມທຸລະກິດລາວໃນຄັ້ງນີ້ ມີເປົ້າໝາຍເພື່ອການພົບປະປຶກສາຫາລື ແລະ ຮັບຟັງລາຍງານສະຫລຸບຜົນຂອງການຈັດຕັ້ງປະຕິບັດ ລະຫວ່າງພາກລັດ ແລະ ພາກທຸລະກິດ ໃນໄລຍະຫນຶ່ງປີຜ່ານມາ ວ່າໄດ້ມີການປັບປຸງແກ້ໄຂບັນຫາທີ່ເປັນບູລິມາສິດດ້ານໄດໃຫ້ດີຂື້ນ ແລະ ຍັງມີຂອດຊ່ອງວ່າງໄດທີ່ຍັງພົບຂໍ້ຫຍຸ້ງຍາກ, ສາເຫດຂອງບັນຫານັ້ນແມ່ນຫຍັງ ແລ້ວຈະມີທິດທາງແກ້ໄຂແນວໄດ. ອີງຕາມບົດລາຍງານຂອງກອງປະຊຸມ ທຸລະກິດລາວຄັ້ງທີ 11 ໃນປີ 2018 ຜ່ານມາ ແມ່ນຮີບໂຮບໄດ້ 23 ບັນຫາຫລັກ ເປັນບູລິມາສິດ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ ເຊິ່ງຕິດພັນດ້ານ ສ່ວຍສາອາກອນ, ການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ, ການກໍ່ຕັ້ງທຸລະກິດ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ, ແລະ ຂົງເຂດ ອື່ນໆ ເຊິ່ງໄດ້ແກ້ໄຂແລ້ວ 7 ບັນຫາ ແລະ ອີກ 16 ບັນຫາທີ່ຍັງຄົງຄ້າງ ແມ່ນໄດ້ຍົກຂື້ນມາທີ່ ກອງປະຊຸມໃນຄັ້ງນີ້ ເພື່ອຫາແນວທາງແກ້ໄຂເພີ້ມເຕີບໄປແຕ່ລະບາດກ້າວ.

 

ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

 

ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບກຽດກ່າວປິດພິທີໂດຍ ທ່ານນາຍົກລັດຖະມົນຕີທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໂດຍທ່ານໄດ້ກ່າວໄວ້ວ່າ ລັດຖະບານ ມີຄວາມມຸ້ງໝັ້ນ ແລະ ຄວາມພະຍາຍາມສູງສຸດ ໃນການອໍານວຍຄວາມສະດວກການດໍາເນີນທຸລະກິດ ແລະ ສະພາບແວດລ້ອມຂອງການດໍາເນີນທຸລະກິດ ໂດຍສະເພາະ ປະເດັນດ້ານພາສີອາກອນນໍາເຂົ້າ ແລະ ການສົ່ງອອກຜະລິດຕະພັນທ້ອງຖີ່ນໄປສູ່ຕະຫລາດສາກົນ ເຊິ່ງວ່າການປັບປຸງໃນຂົງເຂດການດໍາເນີນທຸລະກິດ ກໍ່ສາມາດສົ່ງເສີມການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ ໂດຍການປັບປຸງກົນໄກຄຸ້ມຄອງຂອງພາກລັດ ໃນຂັ້ນຕອນການຂໍອະນຸຍາດຕ່າງໆ ແລະ ປັບປຸງດ້ານລະບຽບກົດໝາຍໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບຕົວຈິງ ເພື່ອຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ.

ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

 

ທ່ານ ນາຍົກ ຍັງໄດ້ແນະນໍາເພີ້ມເຕີບກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແມ່ນບົນພື້ນຖານການຮັກສາວັດທະນະທໍາປະເພນີ, ສິ່ງແວດລ້ອມ ແລະ ຄວາມຍືນຍົງຂອງຊັບພະຍາກອນ ໂດຍຍົກໃຫ້ເຫັນເຖິງ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍ ການອະນຸລັກ ມໍລະດົກແຫ່ງຊາດ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເລກທີ 03/ປທທ ທີ່ຈະໄດ້ຮັບການປັບປຸງຄືນໃໝ່ໃຫ້ແທດເໝາະກັບສະພາບໃນປະຈຸບັນ.

ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

 

ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ
 
ຮູບພາບຈາກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

 

ແຫລ່ງຂ່າວ:

  • ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ: https://lncci.la/lo/the-12th-lao-business-forum/
  • ໜັງສືພີມ ວຽງຈັນທາມ ວັນທີ 13 ພະຈິກ 2019, ໜ້າຫລັກ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.