ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ       ເລກທີ 4585/ກງ
ນະຄອນຫຼວງ​ວຽງຈັນ, ວັນທີ 14 ພະຈິກ 2019

ແຈ້ງການ

ເຖິງ: - ທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ
- ຫົວໜ້າພະແນກການເງິນແຂວງ, ນະຄອນຫຼວງ.
- ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳ ແຂວງ, ນະຄອນຫຼວງ, ສ່ວຍສາອາກອນປະຈຳ ເມືອງ, ເທດສະບານ, ນະຄອນ.

ເລື່ອງ: ການຈັດຕັ້ງປະຕິບັດເກັບອາກອນປະເພດຕ່າງໆຈາກຜູ້ດຳເນີນທຸລະກິດ ກ່ຽວກັບ ກາເຟ ຫຼື ຜົນຜະລິດກະສິກຳ.

  • ອີງຕາມ ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015;
  • ອີງຕາມ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ສະບັບເລກທີ 48/ສພຊ, ລົງວັນທີ 20 ມິຖຸນາ 2018;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017;
  • ອີງຕາມ ບົດລາຍງານຂອງກົມສ່ວຍສາອາກອນ ສະບັບເລກທີ 1432/ກສອ, ລົງວັນທີ 22 ເມສາ 2019.

   ເພື່ອເຮັດໃຫ້ການຈັດເກັບອາກອນປະເພດຕ່າງໆ ຈາກຜູ້ດຳເນີນທຸລະກິດ ກ່ຽວກັບກາເຟ ຫຼື ຜົນຜະລິດກະສິກຳ ໄດ້ຖືກຈັດຕັ້ງຢ່າງຖືກຕ້ອງ, ຄົບຖ້ວນ, ທັນເວລາ ຕາມລະບຽບ ແລະ ກົດໝາຍໄດ້ກຳນົດໄວ້ໃນແຕ່ລະໄລຍະ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ລັດຖະມົນຕີກະຊວງການເງິນອອກແຈ້ງການ ດັ່ງນີ້:

1. ໃຫ້ລົບລ້າງແຈ້ງການ ສະບັບເລກທີ 2391/ກງ, ລົງວັນທີ 05 ຕຸລາ 2007 ແລ້ວໃຫ້ຈັດຕັ້ງປະຕິບັດການເກັບອາກອນປະເພດຕ່າງໆຈາກຜູ້ດຳເນີນທຸລະກິດ ກ່ຽວກັບກາເຟ ຫຼື ຜົນຜະລິດກະສິກຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຢ່າງເຂັ້ມງວດ;

2. ໃຫ້ອຳນາດການປົກຄອງຂັ້ນແຂວງ ພິຈາລະນາລົບລ້າງບັນດາ ແຈ້ງການ ຫຼື ຄຳສັ່ງ ກ່ຽວກັບການເກັບລາຍຮັບສ່ວຍສາອາກອນ ທີ່ຂັດກັບກົດໝາຍກຳນົດ ທີ່ໄດ້ອອກຢູ່ຂັ້ນແຂວງ ແລະ ເມືອງ;

3. ໃຫ້ທຸກຫົວໜ່ວຍທຸລະກິດ ກ່ຽວກັບ ກາເຟ ຫຼື ຜົນຜະລິດກະສິກຳ ນຳໃຊ້ໃບເກັບເງິນທີ່ມີຮູບແບບຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ, ຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີໄດ້ກຳນົດໄວ້, ປະຕິບັດການແຈ້ງ ແລະ ມອບ ພັນທະອາກອນຕ່າງໆ ຜ່ານລະບົບອາກອນທັນສະໄໝ (ລະບົບ Tax Ris) ເພື່ອຫຼີກລ້ຽງການເກັບອາກອນແບບເປັນຖ້ຽວ ຫຼື ເກັບອາກອນກຳໄລແບບບັງຄັບ, ຖ້າຫາກບໍ່ປະຕິບັດການຖືບັນຊີຢ່າງຖືກຕ້ອງ, ຄົບຖ້ວນ, ບໍ່ແຈ້ງ ແລະ ມອບອາກອນຕາມກົດໝາຍກຳນົດ ແລະ ບໍ່ນຳໃຊ້ໃບເກັບເງິນທີ່ຖືກຕ້ອງ ນອກຈາກຈະຖືກຄິດໄລ່ໃຫ້ເສຍອາກອນກຳໄລແບບບັງຄັບ ແລະ ອາກອນປະເພດອື່ນຕາມກົດໝາຍກຳນົດແລ້ວ ຍັງຈະຖືກປັບໃໝຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;

4. ໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳ ແຂວງ, ເມືອງ, ເທດສະບານ, ນະຄອນ ເຂັ້ມງວດໃນການຄຸ້ມຄອງ ແລະ ຕິດຕາມການມອບພັນທະອາກອນ ຂອງບັນດາຫົວໜ່ວຍທຸລະກິດ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍໄດ້ກຳນົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ລັດຖະມົນຕີ

ສົມດີ ດວງດີ

 

# ຫົວຂໍ້ ດາວໂຫຼດ
1 Notification on the implementation of various types of taxes of coffee or agricultural businesses, No 4585/MOF, dated 14 November 2019. PDF
2 ແຈ້ງການ ກ່ຽວກັບ ການຈັດຕັ້ງປະຕິບັດເກັບອາກອນປະເພດຕ່າງໆຈາກຜູ້ດໍາເນີນທຸລະກິດ ກ່ຽວກັບ ກາເຟ ຫລື ຜົນຜະລິດກະສິກໍາ ເລກທີ 4585/ກງ ວັນທີ 14 ພະຈິກ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.