ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້      ເລກທີ 0188/ກປ
ນະຄອນຫຼວງ​ວຽງຈັນ, ວັນທີ 08 ກຸມພາ 2019

ຂໍ້ຕົກລົງ

ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

  • ອີງຕາມ ກົດໝາຍວ່າດ້ວຍສັັດນ້ຳ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ກໍລະກົດ 2007;
  • ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ເລກທີ 06/ສພຊ, ລົງວັນທີ 24 ກໍລະກົດ 2007;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້;
  • ອີງຕາມໜັງສືສະເໜີຂອງ ກົມນະໂຍບາຍ ແລະ ນິຕິກຳ ເລກທີ 037/ກບນ, ລົງວັນທີ 04 ກຸມພາ 2019.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1​. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງຕັ້ງ, ຄຸ້ມຄອງ, ຕິດຕາມ ແລະ ກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ແນໃສ່ຊຸກຍູ້ສົ່ງເສີມການລ້ຽງ, ຂະຫຍາຍພັນ, ການທ່ອງທ່ຽວ ແລະ ການຊົມໃຊ້ ໂດຍບໍ່ສົ່ງຜົນກະທົບຕໍ່ທຳມະຊາດ, ສິ່ງແວດລ້ອມ ແລະ ຖິ່ນທີ່ຢູ່ອາໄສ ປະກອບສ່ວນເຂົ້າໃນການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ເປັນທ່າແຮງໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ມາດຕາ 2 ການສ້າງສວນສັດ

ການສ້າງສວນສັດ ແມ່ນການດຳເນີນທຸລະກິດລ້ຽງ ແລະ ຂະຫຍາຍພັນ ສັດປ່າ ເພື່ອບໍລິການທາງດ້ານທ່ອງທ່ຽວ, ການສະແດງລະຄອນສັດ ແລະ ແລກປ່ຽນທາງດ້ານວັດທະນະທຳ ແນໃສ່ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ປວງຊົນ ໂດຍສະເພາະ ອະນຸຊົນ ແລະ ເຍົາວະຊົນ ໃຫ້ຮູ້ຈັກອະນຸລັກ ແລະ ປົກປັກຮັກສາສັດປ່າໃນທຳມະຊາດ.

ມາດຕາ 3 ການສ້າງຟາມສັດປ່າ ແລະ ສວນພືດປ່າ

ການສ້າງຟາມສັດປ່າ ແລະ ສວນພືດປ່າ ແມ່ນການດຳເນີນທຸລະກິດ ກ່ຽວກັບການລ້ຽງ, ການປູກ ແລະ ຂະຫຍາຍພັນ ສັດປ່າ ແລະ ພືດປ່າ ເພື່ອສະໜອງການບໍລິໂພກ ແລະ ອຸປະໂພກ ໃຫ້ແກ່ສັງຄົມ ແລະ ເປັນສິນຄ້າຈຳໜ່າຍ ທັງພາຍໃນ ແລະ ຕ່າງປະເທດ.

ມາດຕາ 4 ການສ້າງ ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ

ການສ້າງ ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແມ່ນການດຳເນີນກິດຈະການລ້ຽງ, ສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ປິ່ນປົວ, ຟື້ນຟູ, ຮັກສາ ແລະ ຂະຫຍາຍພັນ ໂດຍສະເພາະ ຊະນິດທີ່ໃກ້ຈະສູນພັນ ໃຫ້ມີຄວາມຫຼາກຫຼາຍທາງດ້ານຊະນິດພັນ.

ມາດຕາ 5 ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສັດປ່າ ໝາຍເຖິງ ສັດລ້ຽງລູກດ້ວຍນ້ຳນົມ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ, ສັດປີກ ແລະ ແມງໄມ້ທຸກຊະນິດທີ່ເກີດ ແລະ ຂະຫຍາຍຕົວຢູ່ໃນປ່າທຳມະຊາດ ຫຼື ຖືກນຳເອົາຈາກທຳມະຊາດມາລ້ຽງ ແລະ ຂະຫຍາຍພັນ;
  2. ພືດປ່າ ໝາຍເຖິງ ພືດທຸກຊະນິດທີ່ເກີດ ແລະ ຂະຫຍາຍພັນໃນປ່າທຳມະຊາດ ຫຼື ຖືກນຳເອົາຈາກທຳມະຊາດມາປູກ ແລະ ຂະຫຍາຍພັນ;
  3. ຊະນິດພັນ ໝາຍເຖິງ ຊະນິດພັນສັດ ແລະ ພືດ ທີ່ມີຮູບຮ່າງ ແລະ ຄຸນລັກສະນາຄືກັນ ຫຼື ແຕກຕ່າງກັນ ຊຶ່ງແຕ່ລະຊະນິດພັນ ສາມາດປະສົມພັນ ແລະ ຂະຫຍາຍພັນໄດ້ ຕາມລັກສະນະສະເພາະຂອງແຕ່ລະຊະນິດພັນ;
  4. ສວນສັດ ໝາຍເຖິງ ສະຖານທີ່ ທີ່ລັດອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງສ້າງຂຶ້ນເພື່ອດຳເນີນກິດຈະການລ້ຽງ ແລະ ຂະຫຍາຍພັນ ສັດປ່າ ແນໃສ່ບໍລິການທາງດ້ານການທ່ອງທ່ຽວ, ສະແດງລະຄອນສັດ ແລະ ແລກປ່ຽນວັດທະນາທຳ;
  5. ຟາມລ້ຽງສັດປ່າ ໝາຍເຖິງ ສະຖານທີ່ ທີ່ລັດອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງຂຶ້ນເພື່ອດຳເນີນທຸລະກິດລ້ຽງ ແລະ ຂະຫຍາຍພັນ ສັດປ່າ ແນໃສ່ຕອບສະໜອງຄວາມຕ້ອງການຂອງສັງຄົມ;
  6. ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ໝາຍເຖິງ ສະຖານທີ່ ທີ່ລັດອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສ້າງຂຶ້ນເພື່ອດຳເນີນການປິ່ນປົວ, ຟື້ນຟູສຸຂະພາບ, ສຶກສາຄົ້ນຄວ້າທາງດ້ານວິທະຍາສາດ ແລະ ຂະຫຍາຍພັນ;
  7. ສັດປ່າ ແລະ ພືດປ່າບັນຊີ I ໝາຍເຖິງ ສັດປ່າ ແລະ ພືດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນ ຫຼື ມີຄວາມສ່ຽງຕໍ່ການສູນພັນ ທີ່ໄດ້ກຳນົດເປັນ ປະເພດຫວງຫ້າມ ທີ່ຈະຕ້ອງໄດ້ມີການຄຸ້ມຄອງຢ່າງເຂັ້ມງວດ, ຊຶ່ງບາງຊະນິດ ແມ່ນນອນໃນບັນຊີຂອງສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ Convention on International Trade in Edangered Species of Wild Fauna and Flora (CITES);
  8. ສັດປ່າ ແລະ ພືດປ່າ ບັນຊີ II ໝາຍເຖິງ ສັດປ່າ ແລະ ພືດປ່າປະເພດຄຸ້ມຄອງ ຊຶ່ງຕ້ອງໄດ້ມີການປົກປັກຮັກສາ ແລະ ນຳໃຊ້ແບບຍືນຍົງ, ຖ້າຫາກບໍ່ໄດ້ຮັບການຄຸ້ມຄອງ ແລະ ປົກປັກຮັກສາ ກໍຈະກ້າວໄປສູ່ການສູນພັນໃນອະນາຄົດ ຊຶ່ງບາງຊະນິດ ແມ່ນນອນໃນບັນຊີຂອງສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ CITES);
  9. ສັດປ່າ ແລະ ພືດປ່າ ບັນຊີ III ໝາຍເຖິງ ສັດປ່າ ແລະ ພືດປ່າ ປະເພດທົ່ວໄປທີ່ບໍ່ໄດ້ກຳນົດໄວ້ໃນບັນຊີ I ແລະ ບັນຊີ II;
  10. ສິ້ນສ່ວນສັດປ່າ ໝາຍເຖິງ ພາກສ່ວນໃດໜຶ່ງ ຂອງສັດປ່າ ເຊັ່ນ: ຫົວ, ຂາ, ຕີນ, ໜັງ, ເລືອດ, ເຂົາ, ນໍ, ງາ, ແຂ້ວ, ກະດູກ, ບີ, ນ້ຳມັນ, ໄຂ, ເກັດ, ອອງ, ຂົນ, ເລັບ, ຫາງ ແລະ ອະໄວຍະວະອື່ນ ຂອງສັດປ່າ;
  11. ຜະລິດຕະພັນສັດປ່າ ແລະ ພືດປ່າ ໝາຍເຖິງ ການນຳເອົາສິ້ນສ່ວນ ຂອງ ສັດປ່າ ແລະ ພືດປ່າ ມາປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ເຊັ່ນ ຢາປົວພະຍາດ, ເຄື່ອງປະດັບ ແລະ ເຄື່ອງໃຊ້ອື່ນ.

ມາດຕາ 6 ຫຼັກການສ້າງ ແລະ ຄຸ້ມຄອງ

ການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

  1. ຮັບປະກັນ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະ;
  2. ຮັບປະກັນບໍ່ໃຫ້ມີຜົນກະທົບທາງລົບຕໍ່ທຳມະຊາດ, ສິ່ງແວດລ້ອມ ແລະ ສັງຄົມ;
  3. ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງ ຄົນ, ສັດປ່າ ແລະ ພືດປ່າ;
  4. ຮັບປະກັນຜົນປະໂຫຍດທາງກົງ ແລະ ທາງອ້ອມຂອງລັດ, ຜູ້ປະກອບການ ແລະ ປະຊາຊົນ;
  5. ຮັບປະກັນໃຫ້ສອດຄ່ອງກັບ ສັນທິສັນຍາສາກົນວ່າດ້ວຍການຄ້າຂາຍ ຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES), ສົນທິສັນຍາ ແລະ ສັນຍາສາກົນອື່ນ ທີ່ ສປປ ລາວ ເປັນພາຄີ;

ມາດຕາ 7 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ແລະ ດຳເນີນກິດຈະການກ່ຽວກັບການສ້າງຕັ້ງ ແລະ ຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຢູ່ໃນ ສປປ ລາວ.

ໝວດທີ 2

ການສ້າງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ມາດຕາ 8 ການສ້າງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນກິດຈະການ ກ່ຽວກັບ ການສ້າງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຕ້ອງຂໍອະນຸຍາດຈາກຂະແໜງການກະສິກຳ ແລະ ປ່າໄມ້, ຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ ດັ່ງນີ້:

  1. ສັດປ່າ ແລະ ພືດປ່າ ບັນຊີ I ແມ່ນລັດຖະບານ ເປັນຜູ້ອະນຸຍາດຕາມການສະເໜີຂອງ ກະຊວງກະສິກຳ ແລະ ປ່າໄມ້ ໂດຍມີການປະສານສົມທົບກັບ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ;
  2. ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ໃນບັນຊີ II ແມ່ນ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ອະນຸຍາດ ຕາມການສະເໜີຂອງ ກົມປ່າໄມ້ ໂດຍມີການປະສານສົມທົບກັບ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
  3. ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ທີ່ໄດ້ກຳນົດໄວ້ໃນບັນຊີ III ແມ່ນພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ເປັນຜູ້ອະນຸຍາດຕາມການສະເໜີຂອງ ຂະແໜງປ່າໄມ້ ແຂວງ, ນະຄອນຫຼວງ ໂດຍມີການປະສານສົມທົບກັບ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ມາດຕາ 9 ການຂໍອະນຸຍາດ ສ້າງຕັ້ງ

ການຂໍອະນຸຍາດ ສ້າງຕັ້ງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຕ້ອງປະກອບເອກະສານ ດັ່ງນີ້:

  1. ໃບສະເໜີ ຫຼື ໃບຄຳຮ້ອງຂໍອະນຸຍາດສ້າງຕັ້ງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ ແລະ ສວນພືດປ່າ;
  2. ບົດວິພາກເສດຖະກິດ-ເຕັກນິກ ຫຼື ແຜນການດຳເນີນທຸລະກິດ;
  3. ບົກວິພາກຜົນກະທົບດ້ານສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ;
  4. ບົດລາຍງານ ແຜນຄຸ້ມຄອງຄວາມສ່ຽງ ຕໍ່ການສູນພັນສັດປ່າ ແລະ ພືດປ່າ (Non-demtriment Findings).

ພາຍຫຼັງໄດ້ຮັບຄຳຮ້ອງແລ້ວ ຕ້ອງດຳເນີນການຄົ້ນຄວ້າພາຍໃນ ສີ່ສິບຫ້າ ວັນ ນັບຕັ້ງແຕ່ວັນທີໄດ້ຮັບຄຳຮ້ອງ ເປັນຕົ້ນໄປ. ໃນກໍລະນີທີ່ບໍ່ມີເງື່ອນໄຂຄົບຖ້ວນ ແລະ ບໍ່ສາມາດອອກໃບອະນຸຍາດໃຫ້ໄດ້ ຕ້ອງແຈ້ງເປັນລາຍລັກອັກສອນ ພ້ອມທັງເຫດຜົນໃຫ້ຜູ້ສະເໜີໄດ້ຮັບຊາບ.

ມາດຕາ 10 ໃບອະນຸຍາດ ດຳເນີນກິດຈະການ ແລະ ການຕໍ່ໃບອະນຸຍາດ ດຳເນີນກິດຈະການ

ໃບອະນຸຍາດ ດຳເນີນກິດຈະການ ກະສິກຳ ແລະ ປ່າໄມ້ ມີອາຍຸນຳໃຊ້ ໜຶ່ງ ປີ. ພາຍຫຼັງໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດຳເນີນທຸລະກິດ ກະສິກຳ ແລະ ປ່າໄມ້ ແລ້ວ ຜູ້ປະກອບການຕ້ອງໄດ້ ນຳສະເໜີ ຫາຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອຂຶ້ນທະບຽນວິສາຫະກິດ.

ບຸກຄົນ, ນິຕິຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ຕໍ່ໃບອະນຸຍາດດຳເນີນກິດຈະການ ກະສິກຳ ແລະ ປ່າໄມ້ ຕ້ອງສະເໜີຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ທີ່ກ່ຽວຂ້ອງກ່ອນໝົດກຳນົດ ສີສິບຫ້າ ວັນ ໂດຍປະກອບເອກະສານ ດັ່ງນີ້:

  1. ສຳເນົາໃບຢັ້ງຢືນການມອບພັນທະອາກອນ ປະຈຳປີ;
  2. ສຳເນົາໃບທະບຽນວິສາຫະກິດ;
  3. ໃບອະນຸຍາດດຳເນີນກິດຈະການກະສິກຳ ແລະ ປ່າໄມ້;
  4. ບົດລາຍງານ ປະເມີນຄືນ ຜົນການຈັດຕັ້ງປະຕິບັດກິດຈະການ ລວມທັງ ບັນຊີ ການປ່ຽນແປງຈຳນວນ ແລະ ຊະນິດພັນຂອງສັດປ່າ ແລະ ພືດປ່າ ໂດຍໄດ້ຮັບການຢັ້ງຢືນ ຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ.

ມາດຕາ 11 ຊະນິດສັດປ່າ ແລະ ພືດປ່າ ທີ່ອະນຸຍາດໃຫ້ນຳມາລ້ຽງ ແລະ ຂະຫຍາຍພັນ

ຊະນິດ ສັດປ່າ ແລະ ພືດປ່າ ທີ່ອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນຳມາລ້ຽງ ແລະ ຂະຫຍາຍພັນ ຢູ່ໃນສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ແມ່ນຂຶ້ນກັບລັກສະນະ ແລະ ຈຸດພິເສດ ຂອງແຕ່ລະກິດຈະການ ດັ່ງນີ້:

  1. ສວນສັດ: ອະນຸຍາດ ໃຫ້ນຳເອົາສັດປ່າທຸກຊະນິດ ຊຶ່ງເປັນສາຍພັນລຸ້ນທີ 3 ຂຶ້ນໄປ ທີ່ນອນໃນບັນຊີ I, II ແລະ III ເຂົ້າມາລ້ຽງ ແລະ ຂະຫຍາຍພັນໄດ້, ແຕ່ຕ້ອງປະຕິບັດຕາມ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  2. ຟາມລ້ຽງສັດປ່າ: ອະນຸຍາດ ໃຫ້ນຳເອົາສັດປ່າ ທຸກຊະນິດ ຊຶ່ງເປັນສາຍພັນລຸ້ນທີ 3 ຂຶ້ນໄປ ທີ່ນອນໃນບັນຊີ II ແລະ III ເຂົ້າມາລ້ຽງ ແລະ ຂະຫຍາຍພັນໄດ້, ແຕ່ຕ້ອງປະຕິບັດຕາມ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  3. ສູນຟື້ນຟູ ແລະ ຂະຫຍາຍພັນສັດປ່າ: ອະນຸຍາດ ໃຫ້ນຳເອົາ ຊະນິດພັນສັດປ່າ ທຸກຊະນິດ ແລະ ທຸກປະເພດ ທີ່ຖືກໄພຂົ່ມຂູ່ຢ່າງໜັກ ແລະ ໃກ້ຈະສູນພັນ ລວມທັງສັດປ່າ ທີ່ໄດ້ຈາກແຫຼ່ງອື່ນ ເຊັ່ນ: ການຢຶດຂອງເຈົ້າໜ້າທີ່, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມອບໃຫ້ ເພື່ອນຳມາລ້ຽງ, ສຶກສາຄົ້ນຄວ້າວິທະຍາສາດ, ຂະຫຍາຍພັນ, ປິ່ນປົວ ແລະ ຟື້ນຟູສຸຂະພາບສັດ ແລ້ວປ່ອຍຄືນສູ່ທຳມະຊາດ ຫຼື ສະໜອງໃຫ້ແກ່ສວນສັດ;
  4. ສວນພືດປ່າ: ອະນຸຍາດ ໃຫ້ນຳເອົາ ພັນພືດທຸກຊະນິດ ທີ່ນອນໃນບັນຊີ I, II ແລະ III ມາປູກ ແລະ ຂະຫຍາຍພັນ, ແຕ່ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍປ່າໄມ້, ນິຕິກຳທີ່ກ່ຽວຂ້ອງ ແລະ ສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

ມາດຕາ 12 ການຂຶ້ນທະບຽນ ແລະ ແຈ້ງບັນຊີ ຊະນິດສັດປ່າ ແລະ ພືດປ່າ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບອະນຸຍາດສ້າງຕັ້ງ ສວນສັດປ່າ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຕ້ອງໄດ້ລາຍງານ ແລະ ແຈ້ງບັນຊີການປ່ຽນແປງ ຈຳນວນ ແລະ ຊະນິດພັນຂອງສັດປ່າ ແລະ ພືດປ່າ ໃນແຕ່ລະປີ ພ້ອມທັງ ຂຶ້ນທະບຽນ ນຳຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ທີ່ກຽວຂ້ອງ.

ມາດຕາ 13 ການປິ່ນປົວສັດປ່າ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນທຸລະກິດ ກ່ຽວກັບ ການສ້າງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ຕ້ອງໄດ້ເອົາໃຈໃສ່ຮັກສາ ແລະ ປິ່ນປົວສັດໃນເວລາສັດບາດເຈັບ ຫຼື ຕິດເຊື້ອພະຍາດຕ່າງໆ ໂດຍໃຫ້ມີໜ່ວຍງານສັດຕະວະແພດສຳລັບດູແລ ແລະ ປິ່ນປົວສັດປ່າ ລວມທັງສະກັດກັ້ນ, ຄວບຄຸມ ແລະ ຕ້ານການລະບາດຂອງພະຍາດສັດ. ໃນກໍລະນີພົບເຫັນສັດປ່າ ທີ່ນຳມາລ້ຽງເຫງົາ, ບາດເຈັບ ຫຼື ຕາຍ ໂດຍບໍ່ຮູ້ສາເຫດ ຕ້ອງລາຍງານຕໍ່ເຈົ້າໜ້າທີ່ສັດຕະວະແພດ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ.

ມາດຕາ 14 ການຄ້າຂາຍ ສັດປ່າ ແລະ ພືດປ່າ

ການຄ້າຂາຍສັດປ່າ ທີ່ໄດ້ນຳມາລ້ຽງ, ຂະຫຍາຍພັນ ແລະ ພືດປ່າທີ່ໄດ້ນຳມາປູກ ແລະ ຂະຫຍາຍພັນ ແມ່ນອະນຸຍາດສະເພາະສາຍພັນລຸ້ນທີ 2 ແລະ ລຸ້ນຕໍ່ໄປ ທີ່ນອນໃນບັນຊີ II ແລະ III ຊຶ່ງໄດ້ລ້ຽງ ແລະ ຂະຫຍາຍພັນ ຢູ່ໃນຟາມສັດປ່າ ແລະ ສວນພືດປ່າ ໂດຍໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES). ສຳລັບສັດປ່າ ແລະ ພືດປ່າທີ່ນອນໃນບັນຊີ I ແມ່ນບໍ່ອະນຸຍາດໃຫ້ຄ້າຂາຍ.

ມາດຕາ 15 ການເຄື່ອນຍ້າຍສັດປ່າ, ພືດປ່າ ແລະ ສິ້ນສ່ວນສັດປ່າ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງເຄື່ອນຍ້າຍ ສັດປ່າ, ພືດປ່າ ແລະ ສິ້ນສ່ວນສັດປ່າ ຈາກສະຖານທີ່ໜຶ່ງໄປສະຖານທີ່ອື່ນ ຢູ່ພາຍໃນປະເທດ ຕ້ອງໄດ້ຮັບອະນຸຍາດຈາກຂະແໜງການກະສິກຳ ແລະ ປ່າໄມ້ ແລະ ໄປຕາມເສັ້ນທາງທີ່ໄດ້ກຳນົດໃຫ້ ພ້ອມທັງແຈ້ງເອກະສານກ່ຽວຂ້ອງ ຕໍ່ເຈົ້າໜ້າທີ່ປະຈຳດ່ານກວດກາ ເປັນຕົ້ນ ໃບຢັ້ງຢືນສຸຂະພາບສັດປ່າ, ໃບຢັ້ງຢືນຖິ່ນກຳເນີດ, ໃບທະບຽນພິມສັດ.

ການເຄື່ອນຍ້າຍສັດປ່າ ແລະ ພືດປ່າ ຕ້ອງປະຕິບັດ ດັ່ງນີ້:

  1. ການເຄື່ອນຍ້າຍສັດປ່າ ແລະ ພືດປ່າ ບັນຊີ I ລະຫວ່າງແຂວງຕໍ່ແຂວງ ຕ້ອງໄດ້ຮັບອະນຸຍາດຈາກ ກະຊວງກະສິກຳ ແລະ ປ່າໄມ້ ຕາມການສະເໜີຂອງ ກົມປ່າໄມ້ ໂດຍຜ່ານການປະສານສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ. ສ່ວນສັດປ່າ ແລະ ພືດປ່າ ປະເພດອື່ນ ແມ່ນມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, ແຂວງ ທີ່ກ່ຽວຂ້ອງ ປະສານສົມທົບກັນ;
  2. ການເຄື່ອນຍ້າຍ ລະຫວ່າງເມືອງຕໍ່ເມືອງ ຕ້ອງໄດ້ຮັບອະນຸຍາດຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຕາມການສະເໜີຂອງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ;
  3. ການເຄື່ອນຍ້າຍ ລະຫວ່າງບ້ານຕໍ່ບ້ານ ຕ້ອງໄດ້ຮັບອະນຸຍາດຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ຕາມການສະເໜີຂອງອົງການປົກຄອງບ້ານ.

ໝວດທີ 3

ການນຳເຂົ້າ, ການສົ່ງອອກ, ສົ່ງອອກຄືນ ສັດປ່າ ແລະ ພືດປ່າ

ມາດຕາ 16 ການນຳເຂົ້າ, ການສົ່ງອອກ, ສົ່ງອອກຄືນ ສັດປ່າ ແລະ ພືດປ່າ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງນຳເຂົ້າ, ສົ່ງອອກ ແລະ ສົ່ງອອກຄືນ ສັດປ່າ ແລະ ພືດປ່າ ຕ້ອງແມ່ນຜູ້ທີ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດຳເນີນທຸລະກິດກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 8 ແລະ 9 ຂອງຂໍ້ຕົກລົງສະບັບນີ້ ເທົ່ານັ້ນ ໂດຍປະຕິບັດຕາມ ເງື່ອນໄຂສະເພາະທີ່ໄດ້ກຳນົດໄວ້ໃນມາດຕາ 16, 17 ແລະ 18 ຂອງຂໍ້ຕົກລົງສະບັບນີ້, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 17 ການນຳເຂົ້າ ສັດປ່າ ແລະ ພືດປ່າ

ການນຳເຂົ້າສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ I ຂອງສົນທິສັນຍາ CITES ແມ່ນອະນຸຍາດໃຫ້ສະເພາະ ເປົ້າໝາຍການແລກປ່ຽນວັດທະນະທຳ ແລະ ການຄົ້ນຄວ້າວິທະຍາສາດ ເທົ່ານັ້ນ.

ການນຳເຂົ້າສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສົນທິສັນຍາສາກົນ (CITES) ແມ່ນອະນຸຍາດໃຫ້ເພື່ອເປົ້າໝາຍດ້ານການຄ້າ ໂດຍມີແຜນຄຸ້ມຄອງຄວາມສ່ຽງຕໍ່ການສູນພັນ ສັດປ່າ ແລະ ພືດປ່າ (Non-detriment Findings).

ການນຳເຂົ້າ ສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ I,I ແລະ III ຂອງສົນທິສັນຍາສາກົນ (CITES) ຕ້ອງປະກອບມີເອກະສານ ດັ່ງນີ້:

  1. ໃບອະນຸຍາດສົ່ງອອກ ຈາກໜ່ວຍງານຄຸ້ມຄອງ CITES ຂອງປະເທດຕົ້ນທາງ;
  2. ໃບຢັ້ງຢືນຖິ່ນກຳເນີດ ຫຼື ແຫຼ່ງກຳເນີດ;
  3. ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ;
  4. ໃບສັນຍາລະຫວ່າງຜູ້ນຳເຂົ້າ ແລະ ຜູ້ສົ່ງອອກ;
  5. ລາຍການບັນຊີ ແລະ ຈຳນວນ ປະເພດສັດປ່າ ແລະ ພືດປ່າ;
  6. ໃບອະນຸຍາດນຳເຂົ້າ ຂອງໜ່ວຍງານຄຸ້ມຄອງ (CITES MA).

ມາດຕາ 18 ການສົ່ງອອກ ສັດປ່າ ແລະ ພືດປ່າ

ການສົ່ງອອກ ສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ I ຂອງສົນທິສັນຍາສາກົນ CITES ແມ່ນອະນຸຍາດສະເພາະ ເປົ້າໝາຍການແລກປ່ຽນວັດທະນະທຳ ແລະ ການຄົ້້ນຄວ້າວິທະຍາສາດ ເທົ່ານັ້ນ.

ການສົ່ງອອກ ສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສົນທິສັນຍາສາກົນ CITES ແມ່ນອະນຸຍາດ ເພື່ອເປົ້າໝາຍດ້ານການຄ້າ ໂດຍມີແຜນຄຸ້ມຄອງຄວາມສ່ຽງຕໍ່ການສູນພັນ ສັດປ່າ ແລະ ພືດປ່າ (Non-detriment Findings).

ການສົ່ງອອກ ສັດປ່າ ແລະ ພືດປ່າ ຕ້ອງປະກອບມີເອກະສານ ຄື:

  1. ໃບອະນຸຍາດນຳເຂົ້າ ຈາກໜ່ວຍງານຄຸ້ມຄອງ CITES ຂອງປະເທດປາຍທາງ;
  2. ໃບຢັ້ງຢືນຖິ່ນກຳເນີດ ຫຼື ແຫຼ່ງກຳເນີດ;
  3. ໃບຢັ້ງຢືນການຂະຫຍາຍພັນ;
  4. ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ;
  5. ໃບສັນຍາລະຫວ່າງຜູ້ສົ່ງອອກ ແລະ ຜູ້ນຳເຂົ້າ;
  6. ລາຍການບັນຊີ ແລະ ຈຳນວນ ປະເພດສັດປ່າ ແລະ ພືດປ່າ;
  7. ໃບອະນຸຍາດສົ່ງອອກ ຂອງໜ່ວຍງານຄຸ້ມຄອງ (CITES MA).

ມາດຕາ 19 ສົ່ງອອກຄືນ ສັດປ່າ ແລະ ພືດປ່າ

ການສົ່ງອອກຄືນ ສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ I ຂອງສົນທິສັນຍາສາກົນ CITES ແມ່ນອະນຸຍາດສະເພາະ ເປົ້າໝາຍການແລກປ່ຽນວັດທະນະທຳ ແລະ ການຄົ້້ນຄວ້າວິທະຍາສາດ ເທົ່ານັ້ນ.

ການສົ່ງອອກ ສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສົນທິສັນຍາສາກົນ CITES ແມ່ນອະນຸຍາດ ເພື່ອເປົ້າໝາຍດ້ານການຄ້າ ໂດຍມີແຜນຄຸ້ມຄອງຄວາມສ່ຽງຕໍ່ການສູນພັນ ສັດປ່າ ແລະ ພືດປ່າ (Non-detriment Findings).

ການສົ່ງອອກຄືນ ສັດປ່າ ແລະ ພືດປ່າ ຕ້ອງປະກອບມີເອກະສານ ຄື:

  1. ໃບອະນຸຍາດສົ່ງອອກ ຈາກໜ່ວຍງານຄຸ້ມຄອງ CITES ຂອງປະເທດຕົ້ນທາງ ແລະ ໃບອະນຸຍາດນຳເຂົ້າຈາກໜ່ວຍງານຄຸ້ມຄອງ CITES ປະເທດປາຍທາງ ໃນເມື່ອກ່ອນ;
  2. ມີໃບແຈ້ງຂຶ້ນທະບຽນພິມສັດ;
  3. ໃບຢັ້ງຢືນການຂະຫຍາຍພັນ;
  4. ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ;
  5. ລາຍການບັນຊີ ແລະ ຈຳນວນ ສັດປ່າ ແລະ ພືດປ່າ ທີ່ຈະສົ່ງອອກຄືນ;
  6. ໃບອະນຸຍາດສົ່ງອອກຄືນ ຂອງໜ່ວຍງານຄຸ້ມຄອງ CITES MA.
  7. ໃບຢັ້ງຢືນດ້ານວິທະຍາສາດ ຂອງໜ່ວຍງານວິທະຍາສາດ CITES SA;
  8. ໃບອະນຸຍາດນຳເຂົ້າຄືນ ຈາກອົງການທີ່ກ່ຽວຂ້ອງ ຂອງປະເທດປາຍທາງ.

ໝວດທີ 4

ສິດ ແລະ ພັນທະ ຂອງຜູ້ດຳເນີນກິດຈະການ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນສັດພືດປ່າ

ມາດຕາ 20 ສິດຂອງຜູ້ດຳເນີນກິດຈະການ

ຜູ້ດຳເນີນກິດຈະການກ່ຽວກັບ ສັດປ່າ ແລະ ພືດປ່າ ມີສິດປົກປັກຮັກສາ, ພັດທະນາ, ນຳໃຊ້, ໄດ້ຮັບໝາກຜົນ, ມອບໂອນ, ສືບທອດ, ສຶກສາຄົ້້ນຄວ້າ, ທົດລອງດ້ານວິທະຍາສາດ ແລະ ນຳໃຊ້ຜົນຂອງການຄົ້ນຄວ້າທົດລອງ, ການຂະຫຍາຍພັນ ແລະ ແລກປ່ຽນຂໍ້ມູນຂ່າວສານ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 21 ພັນທະຂອງຜູ້ດຳເນີນກິດຈະການ

ຜູ້ດຳເນີນກິດຈະການ ມີພັນທະຕົ້ນຕໍ ດັ່ງນີ້:

  1. ປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ;
  2. ອະນຸລັກ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດປ່າ ແລະ ພືດປ່າ ຢ່າງຍືນຍົງ ໂດຍບໍ່ສົ່ງຜົນກະທົບຕໍ່.ສິ່ງແວດລ້ອມ ແລະ ທຳມະຊາດ;
  3. ປະກອບສ່ວນ ສະກັດກັ້ນການລັກລອບຫາ, ລ່າ, ຊື້-ຂາຍ ສັດປ່າ ແລະ ທຳລາຍ ຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງພັນພືດ;
  4. ຕິດຕາມ, ກວດກາ ສຸຂະພາບສັດ, ພ້ອມທັງເຝົ້າລະວັງການລະບາດຂອງພະຍາດສັດ ແລະ ພືດ;
  5. ລາຍງານ ແລະ ສະໜອງຂໍ້ມູນ ການດຳເນີນກິດຈະການຂອງຕົນ ໃຫ້ແກ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນແຕ່ລະໄລຍະ;
  6. ເສຍຄ່າທຳນຽມ, ຄ່າບໍລິການ ແລະ ພັນອື່ນ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 5

ຂໍ້ຫ້າມ

ມາດຕາ 22 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ຊື້-ຂາຍ, ສົ່ງອອກ, ນຳເຂົ້າ ແລະ ນຳຜ່ານ ສັດປ່າ ແລະ ພືດປ່າທີ່ນອນໃນບັນຊີ I ຂອງສົນທິສັນຍາ CITES ເພື່ອຈຸດປະສົງທາງການຄ້າ;
  2. ລ່າ, ລັກລອບ ຊື້-ຂາຍ, ແລກປ່ຽນ, ມີໄວ້ຄອບຄອງ, ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ ແລະ ນຳຜ່ານ ສັດປ່າ ແລະ ພືດປ່າ ທີ່ນອນໃນບັນຊີ I, II ແລະ III ໂດຍບໍ່ໄດ້ຮັບອະນຸຍາດ;
  3. ນຳເອົາສັດປ່າ ທີ່ນອນໃນບັນຊີ I, II ແລະ III ຈາກປ່າທຳມະຊາດມາລ້ຽງ, ຂະຫຍາຍພັນ ຫຼື ສຶກສາຄົ້ນຄວ້າ ໂດຍບໍ່ໄດ້ຮັບອະນຸຍາດ;
  4. ຂຸດຄົ້ນ ແລະ ນຳເອົາພືດປ່າ ທີ່ນອນໃນບັນຊີ I, II ແລະ III ຈາກປ່າທຳມະຊາດເພື່ອນຳມາເພາະປູກ ແລະ ຂະຫຍາຍພັນ ເພື່ອຈຸດປະສົງທາງດ້ານການຄ້າ ໂດຍບໍ່ໄດ້ຮັບອະນຸຍາດ;
  5. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ ກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).\

ມາດຕາ 23 ຂໍ້ຫ້າມສຳລັບຜູ້ດຳເນີນກິດຈະການກ່ຽວກັບ ສັດປ່າ ແລະ ພືດປ່າ

ນອກຈາກຂໍ້ຫ້າມທົ່ວໄປ ທີ່ໄດ້ກຳນົດໃນມາດຕາ 22 ຂອງຂໍ້ຕົກລົງສະບັບນີ້, ຫ້າມຜູ້ດຳເນີນກິດຈະການກ່ຽວກັບ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ພືດປ່າ ມີພຶດຕິກຳ ດັ່ງນີ້:

  1. ສ້າງຕັ້ງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ພືດປ່າ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ລ່າ, ນຳມາລ້ຽງ, ຂະຫຍາຍພັນ, ສຶກສາຄົ້ນຄວ້າ, ລັກລອບຊີ້-ຂາຍ, ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ ແລະ ນຳຜ່ານ ສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ທີ່ນອນໃນບັນຊີ I, II ແລະ III ໂດຍບໍ່ໄດ້ຮັບອະນຸຍາດ;
  3. ຂຸດຄົ້ນ, ເກັບກູ້, ນຳມາເພາະປູກ, ຂະຫຍາຍພັນ, ສຶກສາຄົ້ນຄວ້າ, ລັກລອບຊື້-ຂາຍ, ນຳເຂົ້າ, ສົ່ງອອກຄືນ ແລະ ນຳຜ່ານ ພືດປ່າ ແລະ ຜະລິດຕະພັນພືດປ່າ ທີ່ນອນໃນບັນຊີ I, II ແລະ III ໂດຍບໍ່ໄດ້ຮັບອະນຸຍາດ;
  4. ຊື້, ຂາຍ, ການເຄື່ອນຍ້າຍ ຫຼື ການກະທຳໃດໆໃນເວລາສັດປ່າຕາຍ ໂດຍບໍ່ຮູ້ສາເຫດ;
  5. ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ແລະ ເຄື່ອນຍ້າຍສັດປ່າ ທີ່ຖືພາມານ ແລະ ຕິດເຊື້ອພະຍາດ;
  6. ນຳເອົາ ສັດປ່າ ທຸກຊະນິດ ຊຶ່ງເປັນສາຍພັນລຸ້ນທີ 1 ແລະ 2 ທີ່ນອນໃນບັນຊີ I, II ແລະ III ໂດຍບໍ່ໄດ້ຮັບອະນຸຍາດ ເຂົ້າມາລ້ຽງ ແລະ ຂະຫຍາຍພັນໃນສວນສັດ;
  7. ນຳເອົາສັດປ່າ ທຸກຊະນິດ ທີ່ນອນໃນບັນຊີ I ເຂົ້າມາລ້ຽງ ແລະ ຂະຫຍາຍພັນໃນຟາມສັດ;
  8. ນຳເອົາ ສັດປ່າ ໄປສະແດງ ໂດຍບໍ່ໄດ້ຮັບອະນຸຍາດ;
  9. ທໍລະມານ ສັດປ່າ ຫຼື ກະທຳການອື່ນ ທີ່ມີລັກສະນະໂຫດຫ້ຽມ, ທາລຸນ ຫຼື ລະເມີດຕໍ່ຫຼັກການ ສະຫວັດດີການສັດປ່າ;
  10. ສ້າງ ສວນສັດ, ຟາມສັດປ່າ ແລະ ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ຢູ່ໃນເຂດໃຈກາງເມືອງ ແລະ ເຂດຊຸມຊົນ;
  11. ໃຫ້ສິນບົນ, ຊື້ຈ້າງ, ກົດໜ່ວງທ່ວງດຶງ ແລະ ບໍ່ໃຫ້ຄວາມຮ່ວມມືໃນການປະຕິບັດວຽກງານ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ;
  12. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ ກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

ມາດຕາ 24 ຂໍ້ຫ້າມສຳລັບ ພະນັກງານ ແລະ ເຈົ້າໜ້າທີ່

ນອກຈາກຂໍ້ຫ້າມທົ່ວໄປ ທີ່ໄດ້ກຳນົດໃນມາດຕາ 22 ຂອງຂໍ້ຕົກລົງສະບັບນີ້, ຫ້າມພະນັກງານ ແລະ ເຈົ້າໜ້າທີ່ ມີພຶດຕິກຳ ດັ່ງນີ້:

  1. ສວຍໃຊ້ສິດ ແລະ ໜ້າທີ່, ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່, ໃຫ້ ຫຼື ຮັບສິນບົນ, ກົດໜ່ວງທ່ວງດຶງ ເພື່ອຜົນປະໂຫຍດສ່ວນຕົວ ຈາກຜູ້ດຳເນີນກິດຈະການ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  2. ເປີດເຜີຍຄວາມລັບຂອງລັດ, ປອມແປງເອກະສານ, ຂາດຄວາມຮັບຜິດຊອບຕໍ່ວຽກງານ ທີ່ໄດ້ມອບໝາຍ;
  3. ດຳເນີນ ກິດຈະການ ສວນສັດ, ຟາມສັດປ່າ ດ້ວຍຕົນເອງ ຫຼື ມີຫຸ້ນສ່ວນ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດຕໍ່ກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

ໝວດທີ 6

ການຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ມາດຕາ 25 ອົງການຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ກະຊວງກະສິກຳ ແລະ ປ່າໄມ້ ຄຸ້ມຄອງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກົມປ່າໄມ້ ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບ ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ແມ່ນອົງການດຽວກັນກັບ ອົງການຄຸ້ມຄອງ ປ່າໄມ້ ແລະ ທີ່ດິນໄມ້ ຊຶ່ງປະກອບມີ:

  1. ກະຊວງກະສິກຳ ແລະ ປ່າໄມ້ ໂດຍແມ່ນ ກົມປ່າໄມ້ ເປນເສນາທິການ;
  2. ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ໂດຍແມ່ນຂະແໜງປ່າໄມ້ ເປັນເສນາທິການ;
  3. ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ ໂດຍແມ່ນໜ່ວຍງານປ່າໄມ້ ເປັນເສນາທິການ.

ນອກຈາກນັ້ນ, ຍັງມີໜ່ວຍງານຄຸ້ມຄອງ (CITES MA) ທີ່ຂຶ້ນກັບ ກົມປ່າໄມ້ ແລະ ໜ່ວຍງານວິທະຍາສາດ (CITES SA) ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ມາດຕາ 26 ສິດ ແລະ ໜ້າທີ່ຂອງ ກົມປ່າໄມ້

ໃນການຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ກົມປ່າໄມ້ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ຄົ້ນຄວ້າ ສ້າງນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກງານຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເພື່ອສະເໜີຂັ້ນເທິງ ພິຈາລະນາ;
  2. ຄົ້ນຄວ້າ, ຜັນຂະຫຍາຍແນວທາງ ຍຸດທະສາດ, ແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ ແລະ ຈັດຕັ້ງປະຕິບັດ;
  3. ໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບການຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ລວມທັງສົນທິສັນຍາສາກົນ (CITES) ໃນຂອບເຂດທົ່ວປະເທດ;
  4. ປະສານສົມທົບກັບພາກສວນກ່ຽວຂ້ອງ ໃນການສຳຫຼວດ, ເກັບກຳຂໍ້ມູນ, ສຶກສາ, ຄົ້ນຄວ້າ, ການຍົກລະດັບ ແລະ ບຳລຸງ ພະນັກງານວິຊາການ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  5. ພົວພັນ, ຮ່ວມມື ແລະ ປ່ຽນຂໍ້ມູນຂ່າວາສານ ແລະ ເຂົ້າຮ່ວມປະຊຸມສຳມະນາ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  6. ຄົ້ນຄວ້າການອະນຸຍາດດຳເນີນກິດຈະການ ແລະ ປະກອບຄຳເຫັນ ກ່ຽວກັບການລົງທຶນດ້ານກິດຈະການສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  7. ປະສານສົມທົບ ກັບທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕຕິບັດວຽກງານການສຳຫຼວດ, ເກັບກຳຂໍ້ມູນກ່ຽວກັບການສ້າງຕັ້ງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  8. ຊຸກຍູ້, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານສ້າງຕັ້ງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ຢ່າງເປັນປົກກະຕິ;
  9. ນຳໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 27 ສິດ ແລະ ໜ້າທີ່ ຂອງຂະແໜງປ່າໄມ້ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງ ສວນສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຂະແໜງປ່າໄມ້ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບ ການສ້າງຕັ້ງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ລວມທັງສົນທິສັນຍາສາກົນ (CITES) ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  2. ໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານສ້າງຕັ້ງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ລວມທັງສົນທິສັນຍາສາກົນ (CITES) ໃຫ້ຜູ້ປະກອບການ ແລະ ປະຊາຊົນ ເຂົ້າໃຈເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ;
  3. ຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນການດຳເນີນກິດຈະການ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  4. ຄົ້ນຄວ້າ ແລະ ປະກອບຄຳເຫັນກ່ຽວກັບການລົງທຶນ, ການສ້າງຕັ້ງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເພື່ອສະເໜີຕໍ່ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ;
  5. ປຸກລະດົມຂົນຂວາຍ, ຍາດແຍ່ງການຮ່ວມມື ແລະ ລົງທຶນພາຍໃນ ແລະ ຕ່າງປະເທດ;
  6. ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການສຳຫຼວດ, ເກັບກຳ ສັງລວມຂໍ້ມູນ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  7. ສະຫຼຸບ, ລາຍງານຜົນການຈັດຕັ້ງປະຕິບັດວຽກງານໃຫ້ ກົມປ່າໄມ້ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;
  8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 28 ສິດ ແລະ ໜ້າທີ່ຂອງ ໜ່ວຍງານປ່າໄມ້ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ໜ່ວຍງານປ່າໄມ້ເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ຈັດຕັ້ງປະຕິບັດນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບ ການສ້າງຕັ້ງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຂອງຂັ້ນເທິງ;
  2. ເປັນເຈົ້າການ ໂຄສະນາເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານສ້າງຕັ້ງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ລວມທັງສົນທິສັນຍາສາກົນ (CITES) ໃຫ້ຜູ້ປະກອບການ ແລະ ປະຊາຊົນ ເຂົ້າໃຈເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ;
  3. ເປັນເຈົ້າການ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການສຳຫຼວດ, ເກັບກຳ ສັງລວມຂໍ້ມູນ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ລວມທັງຂຶ້ນບັນຊີ ແລະ ທະບຽນພິມສັດປ່າ ແລະ ພືດປ່າ;
  4. ເປັນເຈົ້າການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນການດຳເນີນກິດຈະການ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
  5. ສະຫຼຸບ, ລາຍງານຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ພາຍໃນເມືອງ, ເທດສະບານ ແລະ ນະຄອນ ໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງຂັ້ນເມືອງ ຢ່າງເປັນປົກກະຕິ;
  6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 29 ສິດ ແລະ ໜ້າທີ່ ຂອງໜ່ວຍງານຄຸ້ມຄອງ

ໜ່ວຍງານ ຄຸ້ມຄອງ (CITES MA) ແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບ ກົມປ່າໄມ້ ໂດຍແມ່ນພະແນກ ຄຸ້ມຄອງສັດນ້ຳ ແລະ ສັດປ່າ ເປັນເສນນາທິການ ຊຶ່ງມີິສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:

  1. ປະສານງານ ໃນລະດັບຊາດ ກັບ ກອງເລຂາອົງການ CITES ສາກົນ ແລະ ໜ່ວຍງານ CITES ຂອງບັນດາປະເທດ ທີ່ເປັນພາຄີ;
  2. ປະສານກັບໜ່ວຍງານ ວິທະຍາສາດ CITES ແລະ ໜ່ວຍງານບັງຄັບໃຊ້ກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຄວບຄຸມ ແລະ ສະກັດກັ້ນ ການຄ້າຂາຍສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ແລະ ສວນພືດປ່າ ທີ່ຜິດກົດໝາຍ;
  3. ຄວບຄຸມ ແລະ ຄຸ້ມຄອງການຄ້າຂາຍ, ການນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ ແລະ ນຳຜ່ານ ສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ແລະ ສວນພືດປ່າ ທີ່ນອນໃນບັນຊີຂອງສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  4. ປະສານສົມທົບກັບ ໜ່ວຍງານວິທະຍາສາດ (CITES SA) ຄົ້ນຄວ້າພິຈາລະນາການສະເໜີຂໍສົ່ງອອກ, ນຳເຂົ້າ, ສົ່ງອອກຄືນ ແລະ ນໍາຜ່ານ ສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ແລະ ສວນພືດປ່າ ທີ່ນອນໃນບັນຊີຂອງສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  5. ອອກໃບອະນຸຍາດ CITES ໃນການ ສົ່ງອອກ, ນຳເຂົ້າ, ສົ່ງອອກຄືນ ແລະ ນໍາຜ່ານ ສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ແລະ ສວນພືດປ່າ ເພື່ອຈຸດປະສົງທາງການຄ້າ, ການແລກປ່ຽນທາງດ້ານວັດທະນະທຳ ແລະ ການສຶກສາຄົ້ນຄວ້າ ຕາມສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  6. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານ CITES ພາຍໃນປະເທດຂອງຕົນ ໃຫ້ແກ່ກອງເລຂາ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ຢ່າງເປັນປົກກະຕິ;
  7. ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);;
  8. ນຳໃຊ້ສິດ ປລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

ມາດຕາ 30 ສິດ ແລະ ໜ້າທີ່ ຂອງໜ່ວຍງານວິທະຍາສາດ

ໜ່ວຍງານວິທະຍາສາດ (CITES SA) ແມ່ນໜ່ວຍງານໜຶ່ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງມີໜ້າທີ່ ຕົ້ນຕໍ ດັ່ງນີ້:

  1. ເປັນເຈົ້າການດຳເນີນການສຶກສາຄົ້ນຄວ້າ ທົດລອງ, ວິເຄາະ, ວິໄຈ ແລະ ພິສູດ ແຫຼ່ງກຳມະພັນ (DNA) ພ້ອມທັງອອກໃບຢັ້ງຢືນ ແຫຼ່ງກຳມະພັນ ສັດປ່າ ແລະ ພືດປ່າ;
  2. ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການສຶກສາຄົ້ນຄວ້າ ແລະ ສ້າງແຜນຄຸ້ມຄອງຄວາມສ່ຽງຕໍ່ການສູນພັນສັດປ່າ ແລະ ພືດປ່າ (Non-detriment Findings) ໃນບັນຊີຂອງອົງການ CITES ສາກົນ;
  3. ສະໜອງ ແລະ ແລກປ່ຽນຂໍ້ມູນ ຜົນຂອງການສຶກສາຄົ້ນຄວ້າ ໃຫ້ແກ່ໜ່ວຍງານຄຸ້ມຄອງ CITES (CITES MA) ແລະ ພາກສ່ວນທີ່ກ່ຽວຂ້ອງ;
  4. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານວິທະຍາສາດ (CITES SA) ພາຍໃນປະເທດຂອງຕົນ ໃຫ້ແກ່ໜ່ວຍງານຄຸ້ມຄອງ CITES ແລະ ກອງເລຂາອົງການ CITES ສາກົນ ຢ່າງປົກກະຕິ;
  5. ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບ ວຽກງານ CITES;
  6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

ໝວດທີ 7

ການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ມາດຕາ 31 ອົງການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ອົງການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ແມ່ນອົງການດຽວກັນກັບ ອົງການກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ.

ມາດຕາ 32 ສິດ ແລະ ໜ້າທີ່ ຂອງອົງການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ອົງການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ແມ່ນໜ່ວຍງານບັງຄັບໃຊ້ກົດໝາຍ (Law Enforcement Authority) ຊຶ່ງເປັນການຈັດຕັ້ງໜຶ່ງ ທີ່ຂຶ້ນກັບກົມປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເປັນເຈົ້າການສົມທົບ ກັບ ພາກສ່ວນທີ່ກ່ຽວຂ້ອງ ກວດກາ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ລະບຽບການ ກ່ຽວກັບ ການສ້າງຕັ້ງ, ການຄຸ້ມຄອງ ແລະ ດຳເນີນກິດຈະການສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  2. ໂຄສະນາເຜີຍແຜ່ ກົດໝາຍ ແລະ ລະບຽບການ ກ່ຽວກັບ ວຽກງານກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ແລະ ການດຳເນີນຄະດີຊັບພະຍາກອນປ່າໄມ້ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ;
  3. ຄົ້ນຄວ້າ, ພິຈາລະນາ ຄຳຮ້ອງ, ຄຳສະເໜີ ຂອງປະຊາຊົນ ຫຼື ການຈັດຕັ້ງ ກ່ຽວກັບການລະເມີດກົດໝາຍ ແລະ ນິຕິກຳ ກ່ຽວກັບສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ;
  4. ເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES);
  5. ກວດກາ ການຊື້-ຂາຍ, ການເຄື່ອນຍ້າຍ, ການນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ ແລະ ນຳຜ່ານ ສັດປ່າ, ສິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ ແລະ ພືດປ່າ ຂອງຜູ້ປະກອບການ ໃນຂອບເຂດທົ່ວປະເທດ;
  6. ດຳເນີນການສືບສວນ-ສອບສວນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການດຳເນີນກິດຈະການສ້າງຕັ້ງສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ, ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ປະມວນກົດໝາຍອາຍາ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;
  7. ສະເໜີ ໃຫ້ພາກສ່ວນກ່ຽວຂ້ອງ ອອກຄຳສັ່ງໂຈະ ຫຼື ຍົກເລີກ ການດຳເນີນກິດຈະການສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  8. ສະໜອງ ແລະ ແລກປ່ຽນຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ໃຫ້ແກ່ໜ່ວຍງານຄຸ້ມຄອງ (CITES MA) ແລະ ພາກສ່ວນທີ່ກ່ຽວຂ້ອງ;
  9. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດ ກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນ ກ່ຽວກັບວຽກງານ CITES ພາຍໃນປະເທດຂອງຕົນ ໃຫ້ແກ່ໜ່ວຍງານຄຸ້ມຄອງ CITES ແລະ ກອງເລຂາສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES) ຢ້່ງປົກກະຕິ;
  10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະ ສົນທິສັນຍາສາກົນວ່າດ້ວຍການຄ້າຂາຍຊະນິດພັນ ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງຊາດ (CITES).

ມາດຕາ 33 ຮູບການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ

ການກວດກາ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ມີສາມ ຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປັກກະຕິ ແມ່ນການກວດກາຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ ກວດກາສັດນ້ຳ ແລະ ສັດປ່າ ໂດຍມີການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ ຊຶ່ງຕ້ອງປະຕິບັດຢ່າງໜ້ອຍ ໜຶ່ງເທື່ອຕໍ່ປີ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດກາ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ແຈ້ງໃຫ້ຜູ້ຮັບຜິດຊອບສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ຮູ້ລ່ວງໜ້າຢ່າງໜ້ອຍ ຊາວສີ່ ຊົ່ວໂມງ;
  3. ການກວດກາແບບກະທັນຫັນ ແມ່ນການກວດກາຢ່າງຮີບດ່ວນ ຫາກເຫັນວ່າມີຄວາມຈຳເປັນ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາ ຮູ້ລ່ວງໜ້າ.

ການກວດກາ ແມ່ນດຳເນີນທັງການກວດກາເອກະສານ ແລະ ການລົງກວດກາການຈັ້ດຕັ້ງປະຕິບັດຕົວຈິງ ໃນສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ.

ໝວດທີ 8

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 34 ນະໂຍບາຍ ຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ເປັນຕົ້ນ ການປົກປັກຮັກສາ, ພັດທະນາສັດປ່າ ແລະ ພືດປ່າ, ສະກັດກັ້ນ, ປ້ອງກັນການບຸກລຸກ ທຳລາຍຖິ່ນທີ່ຢູ່ອາໄສ ແລະ ເຂດອະນຸລັກພັນ ສັດປ່າ ແລະ ພືດປ່າ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 35 ມາດຕະການ ຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ລະເມີດ ຂໍ້ຕົກລົງສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໄໝ, ຮັບຜິດຊອບທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີເບົາ ຫຼື ໜັກ.

ໝວດທີ 9

ບົດບັນຍັດສຸດທ້າຍ

ມາດຕາ 36 ການຈັດຕັ້ງປະຕິບັດ

ມອບໃຫ້ ກົມປ່າໄມ້ ແລະ ກົມກວດກາປ່າໄມ້ ເປັນເຈົ້າການ ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 37 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ແລະ ນຳໃຊ້ໄດ້ ນັບແຕ່ວັນລົງລາຍເຊັນ ແລະ ພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບ ຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ລັດຖະມົນຕີ

ປອ. ລຽນ ທິແກ້ວ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຂຶ້ນທະບຽນຜູ້ນໍາເຂົ້າ - ສັດປ່າປະເພດ II ແລະ III ຂອງ CITES ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ນໍາເຂົ້າ ສັດປ່າປະເພດ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດ ດຳເນີນກິດຈະການກະສິກຳ ແລະ ປ່າໄມ້ ຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
2 ຮຽກຮ້ອງໃຫ້ມີການຂຶ້ນທະບຽນຜູ້ສົ່ງອອກ - ສັດປ່າປະເພດ II ແລະ III ຂອງ CITES ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ສົ່ງອອກ ສັດປ່າປະເພດ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດ ດຳເນີນກິດຈະການກະສິກຳ ແລະ ປ່າໄມ້ ຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
3 ຫ້າມນໍາເຂົ້າສັດປ່າໃນບັນຊີປະເພດ I ຂອງ CITES ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ສັດປ່າ ຕາມບັນຊີ I ຂອງ CITESແມ່ນຫ້າມນໍາເຂົ້າ. ຖ້າມີຄວາມຈໍາ ເປັນນໍາເຂົ້າ ຕ້ອງໄດ້ຮັບການເຫັນດີ ຈາກລັດຖະບານ ໂດຍສະເໜີຜ່ານກະຊວງກະສິກຳ ແລະ ປ່າໄມ້
  1. ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
4 ຫ້າມສົ່ງອອກສັດປ່າ ໃນບັນຊີປະເພດ I ຂອງ CITES ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ສັດປ່າຕາມບັນຊີ I ຂອງ CITES ແມ່ນຫ້າມສົ່ງອອກ. ຖ້າມີຄວາມຈໍາ ເປັນສົ່ງອອກ ຕ້ອງໄດ້ຮັບການເຫັນດີ ຈາກລັດຖະບານ ໂດຍສະເໜີຜ່ານກະຊວງກະສິກຳ ແລະ ປ່າໄມ້
  1. ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
5 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ - ສັດປ່າປະເພດ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດປ່າຕາມບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້
  1. ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
6 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ - ສັດປ່າ ໃນບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າສັດປ່າຕາມບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
7 ຮຽກຮ້ອງໃຫ້ຂໍອະນຸຍາດນຳເຂົ້າ - ພືດປ່າປະເພດ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດປ່າຕາມບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
8 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກ - ພືດປ່າປະເພດ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກພືດປ່າຕາມບັນຊີ II ແລະ III ຂອງ CITES ຕ້ອງໄດ້ຮັບອະນຸຍາດຈາກກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
9 ຫ້າມນໍາເຂົ້າພືດປ່າໃນບັນຊີປະເພດ I ຂອງ CITES ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ພື່ດປ່າ ຕາມບັນຊີ I ຂອງ CITESແມ່ນຫ້າມນໍາເຂົ້າ. ຖ້າມີຄວາມຈໍາ ເປັນນໍາເຂົ້າ ຕ້ອງໄດ້ຮັບການເຫັນດີ ຈາກລັດຖະບານ ໂດຍສະເໜີຜ່ານກະຊວງກະສິກຳ ແລະ ປ່າໄມ້
  1. ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
10 ຫ້າມສົ່ງອອກພືດປ່າ ໃນບັນຊີປະເພດ I ຂອງ CITES ສິນຄ້າເກືອດຫ້າມ ກະຊວງ ກະສິກຳ ແລະ ປ່າໄມ້ ພືດປ່າຕາມບັນຊີ I ຂອງ CITES ແມ່ນຫ້າມສົ່ງອອກ. ຖ້າມີຄວາມຈໍາ ເປັນສົ່ງອອກ ຕ້ອງໄດ້ຮັບການເຫັນດີ ຈາກລັດຖະບານ ໂດຍສະເໜີຜ່ານກະຊວງກະສິກຳ ແລະ ປ່າໄມ້
  1. ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ເລກທີ 05/ນຍ, ລົງວັນທີ 08 ພຶດສະພາ 2018
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
11 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນຈາກ ປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ, ໃບອະນຸຍາດນໍາເຂົ້າ ຂອງໜ່ວຍງານ CITES MA ຈາກປະເທດຕົ້ນທາງ.
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
12 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ພືດປ່າປະເພດ II ແລະ III ຂອງ CITES ນໍາເຂົ້າ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນຈາກ ປະເທດຕົ້ນທາງ ເຊັ່ນ: ໃບອະນຸຍາດນໍາເຂົ້າ ຂອງໜ່ວຍງານ CITES MA ຈາກປະເທດຕົ້ນທາງ. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
13 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ສົ່ງອອກ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນຈາກ ປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນການຂະຫຍາຍພັນ, ໃບຢັ້ງຢືນສຸຂະພາບ ຫຼື ໃບຢັ້ງຢືນປອດພະຍາດ
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
14 ຮຽກຮ້ອງໃຫ້ມີໃບຢັ້ງຢືນຈາກປະເທດຕົ້ນທາງ - ພືດປ່າປະເພດ II ແລະ III ຂອງ CITES ສົ່ງອອກ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນຈາກ ປະເທດຕົ້ນທາງ ເຊັ່ນ: ໃບຢັ້ງຢືນການຂະຫຍາຍພັນ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
15 ຮຽກຮ້ອງໃຫ້ມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ນໍາເຂົ້າ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດຈາກ ປະເທດຕົ້ນທາງ
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
16 ຮຽກຮ້ອງໃຫ້ມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດຕົ້ນທາງ - ພືດປ່າປະເພດ II ແລະ III ຂອງ CITES ນໍາເຂົ້າ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການນໍາເຂົ້າພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດຈາກ ປະເທດຕົ້ນທາງ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
17 ຮຽກຮ້ອງໃຫ້ມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດຕົ້ນທາງ - ສັດປ່າປະເພດ II ແລະ III ຂອງ CITES ສົ່ງອອກ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກສັດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດຈາກ ປະເທດຕົ້ນທາງ
  1. ກົດໝາຍ ວ່າດ້ວຍ ສັດນໍ້າ ແລະ ສັດປ່າ ເລກທີ 07/ສພຊ, ລົງວັນທີ 24 ທັນວາ 2007
  2. ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019
9999-12-31 ALL
18 ຮຽກຮ້ອງໃຫ້ມີໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ຈາກປະເທດຕົ້ນທາງ - ພືດປ່າປະເພດ II ແລະ III ຂອງ CITES ສົ່ງອອກ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກພືດປ່າ ທີ່ນອນໃນບັນຊີ II ແລະ III ຂອງສັນຍາ CITES ຕ້ອງມີໃບຢັ້ງຢືນແຫຼ່ງກໍາເນີດຈາກ ປະເທດຕົ້ນທາງ ຂໍ້ຕົກລົງ ວ່າດ້ວຍການສ້າງ ແລະ ຄຸ້ມຄອງ ສວນສັດ, ຟາມສັດປ່າ, ສູນຟື້ນຟູ ແລະ ຂະຫຍາຍພັນ ສັດປ່າ ແລະ ສວນພືດປ່າ ເລກທີ 0188/ກປ, ລົງວັນທີ 03 ກຸມພາ 2019 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.