ໃນວັນທີ 18-20 ພະຈິກ 2019, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມກອງປະຊຸມການທົບທວນ ນະໂຍບາຍການຄ້າ ຂອງ ສປປ ລາວ ທີ່ເຈນີວາ, ປະເທດສະວິດເຊີແລນ, ໂດຍມີ ເອກອັກຄະລັດຖະທູດຟີລິບປິນປະຈຳ ອົງການການຄ້າໂລກ (ອຄລ) ເປັນປະທານ, ເອກອັກຄະລັດຖະທູດຝຣັ່ງ ເປັນຜູ້ນຳພາການສົນທະນາ ແລະ ກອງເລຂາ ອຄລ ເປັນຄະນະ. ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນນະໂຍບາຍການຄ້າຂອງປະເທດສະມາຊິກໃນຂອບສັນຍາ ອຄລ ຊຶ່ງທຸກສະມາຊິກ ຕ້ອງໄດ້ທົບທວນນະໂຍບາຍການຄ້າຂອງຕົນ. ໃນນັ້ນ ສະມາຊິກທີ່ມີສ່ວນແບ່ງທາງການຄ້າໃນ 4 ອັນດັບຕົ້ນຂອງໂລກ ແມ່ນຈະໄດ້ທົບທວນນະໂຍບາຍການຄ້າທຸກໆ 3 ປີ, ສະມາຊິກທີ່ມີສ່ວນແບ່ງທາງການຄ້າໃນ 16 ອັນດັບຖັດຈາກນັ້ນ ແມ່ນຈະໄດ້ທົບທວນທຸກໆ 5 ປີ, ແລະ ປະເທດດ້ອຍພັດທະນາ ແມ່ນທຸກໆ 7 ປີ. ສໍາລັບ ສປປ ລາວ, ການທົບທວນນະໂຍບາຍການຄ້າຄັ້ງນີ້ ແມ່ນເປັນຄັ້ງທໍອິດ ນັບແຕ່ເຂົ້າເປັນສະມາຊິກ ອຄລ ໃນປີ 2012 ແລະ ກໍເປັນປີດຽວກັນກັບການສະເຫຼີມສະຫຼອງຄົບຮອບ 30 ປີ ຂອງການສ້າງຕັ້ງກົນໄກການທົບທວນນະໂຍບາຍການຄ້າຂອງ ອຄລ.

ຄະນະຜູ້ແທນຂອງ ສປປ ລາວ ໄດ້ລາຍງານການຈັດຕັ້ງປະຕິບັດແຜນງານຂອງຕົນ ແລະ ການພັດທະນາເສດຖະກິດ-ສັງຄົມ ພາຍຫຼັງການເຂົ້າເປັນສະມາຊິກ ອຄລ ໂດຍສະເພາະ ແມ່ນການ​ປັບປຸງບັນດາ​ນິຕິ​ກຳ​ຕ່າງໆ​ ໃຫ້​ມີ​ຄວາມ​ໂປ່​ງ​​ໃສ. ການອຳນວຍຄວາມສະດວກທາງການຄ້າ​ ເປັນຕົ້ນແມ່ນ ການຫຼຸດຜ່ອນຂອດຂັ້ນ-ຂັ້ນຕອນການນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນຕ້ອງກະທັດຮັດ ແລະ ວ່ອງໄວ ແນ​ໃສ່ສ້າງ ສປປ ລາວ ໃຫ້ເປັນລັດ ແຫ່ງກົດໝາຍ ​ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃນການດຳເນີນທຸລະກິດ ແລະ ດຶງດູດການລົງທຶນ. ຄຽງຄູ່ກັນນີ້, ສປປ ລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ​ເຂົ້າໃນ​ການ​ເຈລະຈາ​ຮອບພັດທະນາ​ໂດ​ຮາ ແລະ ສະໜັບສະໜູນການປະຕິຮູບ ອຄລ, ພ້ອມທັງ ບັນດາບັນຫາໃໝ່ທີ່ກໍາລັງປຶກສາຫາລືກັນ ໂດຍການປະກອບສ່ວນໃນການອອກຖະແຫຼງການຮ່ວມກັບບັນດາສະມາຊິກ ອຄລ ເຊັ່ນ: ການຄ້າຜ່ານທາງເອເລັກໂຕຣນິກ, ການສົ່ງເສີມຈຸລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ແລະ ການອຳນວຍຄວາມສະດວກດ້ານການລົງທຶນ.  

ຄະນະຜູ້ແທນຂອງ ສປປ ລາວ ຍັງໄດ້ຊີ້ແຈງ-ອະທິບາຍ ຕໍ່ຄໍາຖາມ ແລະ ຄໍາຄິດເຫັນຂອງບັນດາປະເທດສະມາຊິກທີ່ໄດ້ສົ່ງໃຫ້ກ່ອນ ແລະ ຖາມເພີ່ມຕື່ມໃນກອງປະຊຸມ ຊຶ່ງສັງລວມແລ້ວມີທັງໝົດ 209 ຄຳຖາມຈາກ 23 ປະເທດ. ຄໍາຖາມສ່ວນໃຫ່ຍທີ່ປະເທດສະມາຊິກໃຫ້ຄວາມສົນໃຈ ແມ່ນກ່ຽວກັບ ຂັ້ນຕອນການອະນຸຍາດລົງທຶນ, ການຫ້າມການສົ່ງອອກໄມ້ ແລະ ແຮ່ທາດທີ່ບໍ່ໄດ້ຮັບການປຸງແຕ່ງ, ການຈັດສັນ ສຳປະທານບໍ່ແຮ່, ແຜນນະໂຍບາຍພະລັງງານ ແລະ ການຜະລິດ, ບາງບັນຫາດ້ານລະບຽບການ ແລະ ການບໍລິການດ້ານການເງິນ, ບັນຫາທາງດ້ານຄົມມະນາຄົມ, ແຜນພັດທະນາການຄົມມະນາຄົມຂົນສົ່ງທາງບົກ ແລະ ທາງລົດໄຟ, ແຜນວຽກທີ່ກ່ຽວຂ້ອງກັບການຄ້າທາງເອເລັກໂຕຣນິກ ແລະ ການທ່ອງທ່ຽວ ແລະ ອື່ນໆ.

ຜ່ານການລາຍງານ, ຊີ້ແຈງ-ອະທິບາຍຄໍາຖາມ ແລະ ຄວາມສົນໃຈຂອງບັນດາປະເທດສະມາຊິກ ໃນກອງປະຊຸມໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ສປປ ລາວ ຕໍ່ຜົນສະເລັດໃນການພັດທະນາເສດຖະກິດ-ສັງຄົມ ໄລຍະຜ່ານມາ ເຊີ່ງມີບາງບາງບັນຫາຜົ້ນເດັ່ນທີ່ ສປປ ລາວ ປະຕິບັດໄດ້ ດັ່ງລຸ່ມນີ້:

  • ​ສປປ ລາວ ມີແຜນຫຼຸດຜົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2024;
  • ສປປ ລາວ ໄດ້ພະຍາຍາມຈັດຕັ້ງປະຕິບັດພັນທະໃນຂອບສັນຍາ ອຄລ ເປັນຕົ້ນ ແມ່ນການຫຼຸດຜ່ອນອັດຕາພາສີ ແລະ ລົບລ້າງອັດຕາພາສີສູງສຸດ;
  • ສປປ ລາວ ສາມາດປະຕິບັດໄດ້ໃນລະດັບໜຶ່ງ ຕໍ່ກັບຄໍາໝັ້ນສັນຍາຕ່າງໆ ໃນແຜນດໍາເນີນງານວຽກງານ ອຳນວຍຄວາມສະດວກດ້ານການຄ້າ ປີ 2017-2022 ເຊິ່ງມີຈຸດປະສົງເພື່ອຈັດຕັ້ງປະຕິບັດມາດຕະການ TFA ໂດຍເລັ່ງໃສ່ເວລາ ແລະ ການຫຼຸດຕົ້ນທຶນທາງການຄ້າ ເຊັ່ນວ່າ: ການຈັດຕັ້ງປະຕິບັດ ການບໍລິການປະຕູດຽວ ຜ່ານລະບົບເອເລັກໂຕຣນິກ, ຊໍາລະພາສີ-ອາກອນຜ່ານລະບົບ SmartTex, SmartVAT.;
  • ສປປ ລາວ ໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍ ມາດຕະຖານແຫ່ງຊາດ ປີ 2014 ແລະ ການຈັດວາງມາດຕະຖານແຫ່ງຊາດ ເຫັນວ່າສ່ວນໃຫຍ່ ໃກ້ຄຽງກັບມາດຕະຖານສາກົນ;
  • ສປປ ລາວໄດ້ຍື່ນແຈ້ງກ່ຽວກັບໝວດ A, B ແລະ C ຂອງຂໍ້ຕົກລົງອຳນວຍຄວາມສະດວກດ້ານການຄ້າ (TFA);
  • ສປປ ລາວ ໄດ້ລິເລີ່ມສະໜັບສະໜູນ ການອຳນວຍຄວາມສະດວກດ້ານການລົງທຶນ ເພື່ອການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ........ອື່ນໆ.

ເຖິງຢ່າງໃດກໍ່ຕາມ ອົງການການຄ້າໂລກ ໄດ້ຊຸກຍູ້ໃຫ້ ສປປ ລາວ ສືບຕໍ່ດຳເນີນການປະຕິຮູບເສດຖະກິດໃຫ້ເຂັ້ມແຂງ. ສຸມໃສ່ການເຮັດໃຫ້ເສດຖະກິດມີຄວາມຫຼາກຫຼາຍ ແລະ ເພີ່ມກຳລັງການຜະລິດເພື່ອເພີ່ມປະສິດຕິພາບ ແລະ ຜົນຜະລິດທີ່ຫຼາຍຂຶ້ນ ໂດຍເລີ່ມການປະຕິຮູບໃນຂົງເຂດຕ່າງໆເຊັ່ນ: ການເຂົ້າເຖິງຂໍ້ມູນຂ່າວສານ, ມູນໃຊ້ອີເລັກໂທຣນິກເຂົ້າໃນການບໍລິຫານງານ, ຕ້ານການສໍ້ລາດບັງຫຼວງ, ການສົ່ງເສີມການລົງທືນ, ແລະ ການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ. ສະມາຊິກ ອົງການການຄ້າໂລກກໍ່ຍິນດີທີ່ລັດຖະ ບານແຫ່ງ ສປປ ລາວ ໃນໄລຍະຜ່ານມາ ໄດ້ເອົາໃຈໃສ່ປະຕິຮູບການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດຂອງຕົນ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.