ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ເລກທີ 66/ສພຊ ວັນທີ 17 ມິຖຸນາ 2019 (ສະບັບປັບປຸງ)  ແມ່ນມີຈຸດປະສົງຫລັກເພື່ອ ກໍານົດ ຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງສ່ວຍສາອາກອນ ໃຫ້ມີຄວາມເປັນເອກະພາບ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນ, ຊຸກຍູ້ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ປະຕິບັດການເສຍອາກອນ ແລະ ການດໍາເນີນທຸລະກິດ ໃຫ້ມີການຂະຫຍາຍຕົວໄປຕາມທິດທາງຍືນຍົງ ແນ່ໃສ່ຮັບປະກັນຂຸດຄົ້ນທ່າແຮງລາຍຮັບດ້ວຍການເກັບອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ຍຸຕິທໍາ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ.

       ການຄຸ້ມຄອງສ່ວຍສາອາກອນ ແມ່ນການຈັດຕັ້ງປະຕິບັດ ຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບສ່ວຍສາອາກອນ ທີ່ເປັນເຄື່ອງມືຂອງລັດ ໃນການດັດສົມເສດຖະກິດແຫ່ງຊາດ ດ້ວຍການພັດທະນາລະບົບຄຸ້ມຄອງທີ່ທັນສະໄໝ, ສ້າງຖານຂໍ້ມູນຂອງຫົວໜ່ວຍທຸລະກິດ ແລະ ຖານລາຍຮັບໃຫ້ຖືກຕ້ອງ, ຄົບຖ້ວນ, ໃຫ້ການບໍລິການ ແລະ ອໍານວຍຄວາມສະດວກ, ການເກັບລາຍຮັບ, ຕິດຕາມ, ກວດກາ ການມອບພັນທະສ່ວຍສາອາກອນຕາມກົດໝາຍ.

       ການຊໍາລະສ່ວຍສາອາກອນ ແມ່ນພັນທະເປັນເງິນຂອງບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ມີ ລາຍໄດ້ ຫລື ລາຍຮັບຈາກການດໍາເນິນທຸລະກິດ, ການຊົມໃຊ້ສິນຄ້າ ຫລື ການບໍລິການ, ນໍາໃຊ້ທີ່ດີນ ແລະ ຊັບສິນ ແລະ ການເຄື່ອນໄຫວອື່ນ ຢູ່ ສປປ ລາວ ແລະ ຕ່າງປະເທດ ຊຶ່ງຕ້ອງເສຍຕາມທີ່ໄດ້ກໍານົດໃວ້ໃນກົດໝາຍ.

ໃນນັ້ນ, ກໍລະນີມີ ການຍົກເວັ້ນ ຫລື ຫລຸດຜ່ອນພັນທະ ສ່ວຍອາກອນ ດັ່ງນີ້:

1. ຕາມສົນທິສັນຍາ ເພື່ອຫລີກເວັ້ນການເກັບອາກອນຊໍ້າຊ້ອນ ແລະ ສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ ແລະ ສົນທິສັນຍາອື່ນທີ່ ສປປ ລາວ ເປັນພາຄີ;

2. ຕາມບົດບັນຍັດ ທີ່ໄດ້ກໍານົດໃວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ;

3. ຕາມມະຕິຂອງສະພາແຫ່ງຊາດ ສໍາລັບໂຄງການທີ່ມີຄວາມຈໍາເປັນ ແລະ ສໍາຄັນລະດັບຊາດ ບົນພື້ນຖານການສະເໜີຂອງລັດຖະບານ;

4. ຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສໍາລັບໂຄງການທີ່ມີຄວາມຈໍາເປັນ ແລະ ຮີບດ່ວນໃນກໍລະນີເຫດສຸດວິໄສ ຫລື ໄພທໍາມະຊາດ ເຊັ່ນ: ພະຍຸ, ພະຍາດລະບາດ, ນໍ້າຖ້ວມ, ໄພແຫ້ງແລ້ງ, ແຜ່ນດິນໄຫວ, ອັກຄີໄພ ແລະ ເຫດການອື່ນ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫລວງຫລາຍ, ບາງໂຄງການກໍ່ສ້າງໂຄງລ່າງພື້ນຖານລະດັບຊາດ ເພື່ອເຊື່ອມໂຍງ, ເຊື່ອມຈອດ ພາກພື້ນ ແລະ ສາກົນ ບົນພື້ນຖານການສະເໜີຂອງລັດຖະບານ.

       ດັ່ງນັ້ນ, ກົດໝາຍສະບັບປັບປຸງໃໝ່ນີ້ຈຶ່ງແນ່ໃສ່ການຄຸ້ມຄອງ ແລະ ປະຕິບັດໃຫ້ເປັນລະບົບທີ່ດີຂື້ນກ່ວາເກົ່າ ບົນພື້ນຖານ ຄວາມວ່ອງໄວ, ສະດວກ, ທັນສະໄໝ ແລະ ມີຄວາມໂປ່ງໃສ ໃນການເກັບກໍາຂໍ້ມູນການເສຍສ່ວຍສາອາກອນ ແລະ ພັນທະຕ່າງໆທີ່ໄດ້ເຂົ້າຄັງເງິນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນ ມີຄວາມຍຸດຕິທໍາ ເປັນເອກະພາບກັນທົ່ວປະເທດ ແລະ ເປັນລະບົບທີ່ມີມາດຕະຖານທີ່ໜ້າເຊື່ອຖື ເປັນອັນດຽວກັນ.

 

ລາຍລະອຽດ ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ)  ເລກທີ 66/ສພຊ ວັນທີ 17 ມິຖຸນາ 2019  ກະລຸນາກົດ

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.