ໃນວັນທີ 06 ທັນວາ 2019, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ຈັດກອງປະຊຸມທາບທາມຮ່າງດຳລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ຂອງ ສປປ ລາວ ໂດຍການເປັນປະທານຂອງທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີຜູ້ເຂົ້າຮ່ວມຈາກບັນດາຂະແໜງການທັງພາກລັດ ແລະ ເອກະຊົນຫຼາຍກວ່າ 60 ທ່ານ. ກອງປະຊຸມຄັ້ງນີ້ມີຈຸດປະສົງ ຮີບໂຮມ ແລະ ສະຫລຸບເນື້ອໃນອັນສໍາຄັນ ຈາກທັງພາກລັດ ແລະ ທຸລະກິດ ຂັ້ນສູນກາງ ເພື່ອປະກອບເຂົ້າໃນຮ່າງດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກຂອງ ສປປ ລາວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຍິ່ງຂຶ້ນ ເພື່ອຈະໄດ້ນໍາສະເໜີເຂົ້າໃນກອງປະຊຸມລັດຖະບານ ທີ່ກໍາລັງຈະຈັດຂື້ນ ໃນຕົ້ນປີ 2020 ນີ້.

      ໃນພິທີເປີດ ແລະ ປິດ ໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນມີ ມະນີວົງ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງມີຄໍາເຫັນກ່ຽວກັບ ສະພາບປະຈຸບັນຂອງ ການນໍາໃຊ້ຂໍ້ມູນຂ່າວສານ ແລະ ເຕັກໂນໂລຍີ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ໄດ້ເຮັດໃຫ້ມີການປັບປ່ຽນວິຖີຊີວິດໄປນໍາຢ່າງຫລີກລ່ຽງບໍ່ໄດ້ ໂດຍການຫັນມາເປັນການຄ້າ ແບບການຄ້າທາງເອເລັກໂຕຣນິກ ຊຶ່ງຖືວ່າເປັນຮູບແບບທຸລະກິດໃໝ່ ທີ່ມີປະສິດທິພາບສູງ ແລະ ເປັນທ່າແຮງໜຶ່ງທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມ ເຊິ່ງວ່າຜູ້ທີ່ໄດ້ຮັບຜົນປະໂຫຍດສູງສຸດກໍ່ຄື ທຸລະກິດຂະໜາດນ້ອຍ ແລະ ກາງ ລວມເຖິງຈຸນລະວິສາຫະກິດ ເນື່ອງຈາກວ່າການໃຊ້ຕົ້ນທືນຕໍ່າ, ບໍ່ມີອຸປະສັກຫລາຍ ແລະ ວ່ອງໄວທັນໃຈ ໂດຍການເຂົ້າເຖິງຕະຫລາດຕ່າງປະເທດໄດ້ທົ່ວທຸກມຸມໂລກ ທີ່ມີການນໍາໃຊ້ອີນເຕີເນັດ.

      ເຊິ່ງວ່າ, ຈຸດປະສົງຂອງດຳລັດສະບັບນີ້ແມ່ນເພື່ອ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ແລະ ກວດກາການຄ້າທາງເອເລັກໂຕຣນິກ ຢູ່ ສປປ ລາວ ເພື່ອເຮັດໃຫ້ ມີການພັດທະນາ, ທັນສະໄໝ ແລະ ເຊື່ອຖືໄດ້ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ຜູ້ຄ້າທາງເອເລັກໂຕຣນິກ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

      (ຮ່າງ) ດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ໄດ້ມີບາງເນື້ອໃນດັ່ງນີ້:

      ມາດຕາ  14. ການຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ: ການຂໍອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ແມ່ນການສະເໜີ ເພື່ອຂໍສິດໃນການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ. ການຂໍອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ລະບຽບການ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ກຳນົດ. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ດຳເນີນທຸລະກິດ ກ່ອນການມີຜົນບັງຄັບໃຊ້ຂອງດຳລັດສະບັບນີ້ ຕ້ອງຂໍອະນຸຍາດດຳເນີນທຸລະກິດ ຕາມຂັ້ນຕອນ ແລະ ລະບຽບການ ທີ່ກະຊວງອຸດສາຫະກຳ ແລະ ການຄ້າກຳນົດ ນັບແຕ່ມື້ປະກາດໃຊ້ດຳລັດສະບັບນີ້ ເປັນຕົ້ນໄປ.

      ມາດຕາ  21. ການລະເມີດສັນຍາການຄ້າທາງເອເລັກໂຕຣນິກ ແມ່ນມີເນື້ອວ່າ: ການລະເມີດສັນຍາການຄ້າທາງເອເລັກໂຕຣນິກ ແມ່ນ ການບໍ່ປະຕິບັດຕາມສັນຍາທີ່ຕົກລົງກັນໄວ້ ຈະເປັນທັງໝົດ ຫລື ບາງສ່ວນ ຂອງສັນຍາ ກໍໄດ້ ເຊັ່ນ: ບໍ່ຖືກຄຸນລັກສະນະ ຂອງ ສິນຄ້າ ແລະ ບໍລິການ, ບໍ່ປະຕິບັດຕາມເວລາ ແລະ ສະຖານທີ່ ທີ່ກຳນົດໄວ້ໃນສັນຍາ ຫຼື ປະຕິເສດການປະຕິບັດສັນຍາ. ໃນກໍລະນີ ຄູ່ສັນຍາຝ່າຍໃດຫນຶ່ງ ຫາກລະເມີດສັນຍາການຄ້າທາງເອເລັກໂຕຣນິກທີ່ໄດ້ຕົກລົງກັນ ຝ່າຍນັ້ນ ຕ້ອງຮັບຜິດຊອບ ໃຊ້ແທນຄ່າເສຍຫາຍທີ່ເກີດຂຶ້ນ ເວັ້ນເສັຍແຕ່ການລະເມີດສັນຍານັ້ນ ຫາກເກີດຂຶ້ນຍ້ອນເຫດສຸດວິໄສ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.