ນໍ້າຕານ ເປັນສິນຄ້າຊະນິດໜຶ່ງ ທີ່ ລັດຖະບານ ສສ ຫວຽດນາມ ຄຸ້ມຄອງໃນການນໍາເຂົ້າ ເພື່ອປົກປ້ອງຜູ້ຜະລິດພາຍໃນ ແລະ ທັງເປັນການສ້າງຄວາມສົມດຸນລະຫວ່າງການສະໜອງ ແລະ ຄວາມຕ້ອງການບໍລິໂພກ ໂດຍການຈໍາກັດໂຄຕ້າການນໍາເຂົ້າ ເຮັດໃຫ້ບັນດາປະເທດອາຊຽນ ທີ່ຜະລິດນໍ້າຕານ ພົບຄວາມຫຍຸ້ງຍາກສົມຄວນໃນການສົ່ງອອກສິນຄ້າປະເພດນີ້ ເຂົ້າໄປຕະລາດ ສສ ຫວຽດນາມ ໃນຫຼາຍປີຜ່ານມາ.

ຮູບພາບປະກອບ ຈາກອີນເຕີເນັດ

     

 ເພື່ອຈັດຕັ້ງປະຕິບັດຕາມພັນທະຕໍ່ກັບກຸ່ມອາຊຽນ ຂອງລັດຖະບານ ສສ ຫວຽດນາມ  ແລະ ຂໍ້ຕົກລົງ ສະບັບເລກທີ130 / NQ-CP, ລົງວັນທີ 17 ຕຸລາ 2018. ກະຊວງ ອຸດສາຫະກໍາ ແລະ ການຄ້າໄດ້ອອກຂໍ້ຕົກລົງສະບັບເລກທີ23/2019/TT.BCT ເພື່ອຍົກເລີກການອອກໂຄຄ້າ ນໍາເຂົ້ານໍ້າຕານ (ລະຫັດອັດຕາພາສີ 1701) ເລີ້ມແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ ສໍາລັບຜະລິດຕະພັນນໍ້າຕານ ທີ່ມີແຫຼ່ງກໍາເນີດສິນຄ້າຈາກບັນດາປະເທດສະມາຊິກອາຊຽນ.

ພາບປະກອບຈາກອີນເຕີເນັດ

     

 ພາຍຫຼັງແຈ້ງການສະບັບດັ່ງກ່າວມີຜົນບັງຄັບໃຊ້ ການນໍາເຂົ້າຜະລິດຕະພັນນໍ້າຕານ ທີ່ມີແຫຼ່ງກໍາເນີດສິນຄ້າຈາກບັນດາປະເທດສະມາຊີິກອາຊຽນ ແມ່ນຈະຖືກຍົກເລີກໂຄຕ້ານໍາເຂົ້າ  ໝາຍຄວາມວ່າ ບໍ່ຈໍາກັດຈໍານວນຜະລິດຕະພັນໃນການນໍາເຂົ້ານໍ້າຕານເຂົ້າປະເທດຕົນ. ສໍາລັບອັດຕາພາສີໃນການນໍາເຂົ້ານໍ້າຕານ ຈາກ ສປປ ລາວ ທີ່ນໍາໃຊ້ ຟອມ S ແມ່ນ 2,5% ຟອມ D ແມ່ນ 5%.

 

ແຫລ່ງຂໍ້ມູນ:

https://moit.gov.vn/tin-chi-tiet/-/chi-tiet/quy-%C4%91inh-viec-khong-ap-dung-han-ngach-thue-quan-nhap-khau-%C4%91uong-co-xuat-xu-tu-cac-nuoc-asean-17048-22.html

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.