ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້                 ເລກທີ 2987/ກປ
ນະຄອນຫຼວງວຽງຈັນ, ວັນທີ 28 ມິຖຸນາ 2019

ຂໍ້ຕົກລົງ

ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບັນຊີພືດ ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນູຍາດກ່ອນນຳເຂົ້າ ສປປ ລາວ ໂດຍຜ່ານການວິໄຈຄວາມສ່ຽງສັດຕູພືດ

  • ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016.
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017.
  • ອີງຕາມ ໜັງສືສະເໜີຂອງກົມປູກຝັງ ສະບັບເລກທີ 1045/ກປຝ, ລົງວັນທີ 22 ພຶດສະພາ 2019.

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕົກລົງ:

ມາດຕາ 1. ຮັບຮອງ ແລະ ປະກາດໃຊ້ບັນຊີພືດ ຜະລິດຕະພັນພຶດ ແລະ ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນູຍາດນຳເຂົ້າ ໂດຍຜ່ານການວິໄຈຄວາມສ່ຽງສັດຕູພືດ ຈຳນວນ 136 ລາຍການ ຕາມເອກະສານຊ້ອນທ້າຍ “ກ” ຂອງຂໍ້ຕົກລົງສະບັບນີ້

ມາດຕາ 2. ມອບໃຫ້ກົມປູກຝັງ ແຈ້ງໃຫ້ອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງປະເທດສົ່ງອອກ ຫຼື ປະເທດຄູ່ຄ້າຮັບຊາບ.

  • ອອກຄຳແນະນຳດ້ານວິຊາການ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ     ແລະບັນດາແຂວງ, ດ່ານກັກກັນພືດ ໃນຂອບເຂດທົ່ວປະເທດ ແລະ ໃນພາກສ່ວນອື່ນທີ່ກ່ຽວຂ້ອງ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 3. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.  

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້

ບຸນຂວາງ ຄຳບຸນເຮືອງ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ບັນຊີພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ສປປ ລາວ ໂດຍຜ່ານການວິໄຈຄວາມສ່ຽງສັດຕູພືດ, ເລກທີ 2987/ກປ ວັນທີ 28 ມິຖຸນາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.