ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ   ເລກທີ 2204/ຫສນຍ

ນະຄອນຫຼວງວຽງຈັນ, ວັນທີ 17 ທັນວາ 2019

ແຈ້ງການ

  • ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ
  • ທ່ານເຈົ້າແຂວງເຊກອງ

ເລື່ອງ: ການສະເໜີຂໍຍົກລະດັບດ່ານທ້ອງຖິ່ນ ດາກຕະອ໊ອກ (ແຂວງເຊກອງ)-ນາມຢາງ (ແຂວງກວາງນາມ) ຂື້ນເປັນດ່ານສາກົນ.

  • ອີງຕາມ ໜັງສືສະເໜີ ຂອງກະຊວງການຕ່າງປະເທດ ສະບັບເລກທີ 9380/ຕປທ.ຫຄຊ1, ລົງວັນທີ 27/11/2019.
  • ອີງຕາມ ການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 16/12/2019.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບວ່າ:  “ ເຫັນດີໃຫ້ຍົກລະດັບດ່ານທ້ອງຖິ່ນ ດາກຕະອ໊ອກ, ແຂວງເຊກອງ ຂື້ນເປັນດ່ານສາກົນ ຕາມການສະເໜີ ຂອງກະຊວງການຕ່າງປະເທດ”. ມອບໃຫ້ແຂວງເຊກອງ ສົມທົກັບ ກະຊວງການຕ່າງປະເທດ ດຳເນີນການຕາມລະບຽບທີ່ໄດ້ກຳນົດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ລັດຖະມົນຕີ

ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ເພັດ ພົມພິພັກ

 

# ຫົວຂໍ້ ດາວໂຫຼດ
1 Announcement on a traditional checkpoint, Dak Ta Ok (Xekong Province, Laos) and Nam Giang (Quang Nam Province, Vietnam), to be upgraded into an international checkpoint, No 2204 / PMO on 17 December 2019. PDF
2 ແຈ້ງການກ່ຽວກັບການຍົກລະດັບດ່ານທ້ອງຖີ່ນ ດາກຕະອ໊ອກ (ແຂວງເຊກອງ) ແລະ ນາມຢາງ (ແຂວງກວາງນາມ) ຂື້ນເປັນດ່ານສາກົນ ເລກທີ 2204/ຫສນຍ ວັນທີ 17 ທັນວາ 2019 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.