ພາບປະກອບຈາກອີນເຕີເນັດ

 

       ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ່ 8 ແມ່ນມີຈຸດປະສົງເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ-ຂັ້ນຕອນ ຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ເຊິ່ງຈະວັດລະດັບຄວາມຍາກງ່າຍຂອງການຄ້າລະຫວ່າງປະເທດ ທີ່ຕິດພັນກັບສາມຂອບເຂດຄື: ຂອບເຂດທີ່ໜຶ່ງແມ່ນ ຄວາມຖືກຕ້ອງຂອງເອກະສານ ໝາຍເຖິງ ການຄຸ້ມຄອງການຂົນສົ່ງ, ການຮັບເອກະສານ, ການກະກຽມ ແລະ ການຍື່ນເອກະສານເພື່ອການຂົນສົ່ງ, ການເກັບກູ້, ການກວດກາ ທີ່ຢູ່ ທ່າເຮືອ ຫລື ເຂດຊາຍແດນ. ຂອບເຂດທີ່ສອງແມ່ນ ຄວາມສອດຄ່ອງກັບລະບຽບການດ້ານຊາຍແດນ ໝາຍເຖິງການກວດກາພາສີ ແລະ ການກວດກາໂດຍອົງການອື່ນໆ ເພື່ອຄຸ້ມຄອງ ແລະ ການກວດກາການຈັດຕັ້ງປະຕິບັດທີ່ເກີດຂື້ນຢູ່ທ່າເຮືອເສດຖະກິດ ຫລື ຊາຍແດນ. ຂອບເຂດທີ່ສາມແມ່ນ ການຂົນສົ່ງພາຍໃນປະເທດ ແມ່ນໝາຍເຖິງການຍົກຍ້າຍ ຫລື ບໍ່ໄດ້ຍົກຍ້າຍສິນຄ້າ ທີ່ເກັບໃວ້ຢູ່ສາງ ຫລື ທ່າເຮືອ/ຊາຍແດນ ແລະ ຄວາມຫລ້າຊ້າໃນເວລາຂົນສົ່ງທາງບົກເນື່ອງຈາກ ການສັນຈອນທີ່ຕິດຂັດ ແລະ ການກວດກາຕາມເສັ້ນທາງຂອງ ຕຳຫຼວດຈາລະຈອນ.

ພາບປະກອບຈາກ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020)

 

ພາບປະກອບຈາກ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020)

 

       ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ (ກຄອຄ) ໄດ້ເປັນເຈົ້າການ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກຳນົດແຜນການລະອຽດໃນການ ປັງປຸງນິຕິກຳ ແລະ ກິດຈະກຳບູລິມະສິດ ທີ່ຕິດພັນກັບຕົວຊີ້ວັດການຄ້າລະຫວ່າງປະເທດ ໃນບົດສຳຫຼວດຄວາມຍາກງ່າຍຂອງການດຳເນີນທຸລະກິດ (Ease of Doing Business / EDB) ຂອງທະນາຄານໂລກ ຄື: ການນຳເຂົ້າຊິ້ນສ່ວນຍານພາຫະນະເພື່ອມາປະກອບຢູ່ໂຮງງານ ແລະ ການສົ່ງອອກແຮ່ທາດ.  ເປົ້າໝາຍຂອງການຈັດຕັ້ງປະຕິບັດແຜນດັ່ງກ່າວແມ່ນ ໃຫ້ສາມາດບັນລຸຕາມເປົ້າໝາຍ ພາຍໃນປີ 2022 ກໍ່ຄື ຫຼຸດຜ່ອນເວລາໃນການນຳເຂົ້າ-ສົ່ງອອກສິນຄ້າ ລົງ 50% ແລະ ຄ່າໃຊ້ຈ່າຍ ລົງ 30%.

ພາບປະກອບຈາກອີນເຕີເນັດ

 

ລາຍລະອຽດ ກ່ຽວກັບ ແຜນວຽກປັບປຸງຕົວຊີ້ວັດທີ່ 8 ການຄ້າລະຫວ່າງປະເທດ ສໍາລັບ ສປປ ລາວ ໄລຍະ ປີ 2020-2022.

 

ແຫລ່ງຂໍ້ມູນເພີ່ມເຕີບ:

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.