ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

                                                     ກະຊວງການເງິນ                                                    

ເລກທີ 0424/ກງ

ນະຄອນຫຼວງວຽງຈັນ, ວັນທີ 11 ກຸມພາ 2020

 

          ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ.

         ເລື່ອງ: ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ທີ່ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໃນປີ 2019.

 

          - ກົດໝາຍອາກອນວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ), ເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;

          - ກົດໝາຍວ່າດ້ວຍ ອາກອນລາຍໄດ້, ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019;

          - ກົດໝາຍວ່າດ້ວຍ ອາກອນຊົມໃຊ້, ສະບັບເລກທີ 70/ສພຊ, ລົງວັນທີ 19 ມິຖຸນາ 2019;

          - ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017.

 

          ກະຊວງການເງິນ ຖືເປັນກຽດ ແຈ້ງມາຍັງທຸກພາກສ່ວນຊາບວ່າ ກົດໝາຍອາກອນ 03 ສະບັບ ຄື: ກົດໝາຍວ່າການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ໄດ້ຖືກຮັບຮອງຈາກ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໃນປີ 2019 ແລ້ວນັ້ນ ໃຫ້ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ, ສໍາລັບພາກສ່ວນ ທີ່ໄດ້ປະຕິບັດພັນທະອາກອນ ປະຈໍາເດືອນ ມັງກອນ 2020 ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15 ທັນວາ 2015 ແລ້ວ ແມ່ນໃຫ້ສາມາດໄລ່ລຽງ ແລະ ດັດແກ້ຄືນໃໝ່ໄດ້.

          ສໍາລັບການນໍາເຂົ້າ ສິນຄ້າ ເຄື່ອງຂອງ ຈາກຕ່າງປະເທດ ແມ່ນໃຫ້ເລີ່ມປະຕິບັດອັດຕາອາກອນຊົມໃຊ້ຕາມກົດໝາຍ ວ່າດ້ວຍອາກອນຊົມໃຊ້ ສະບັບໃໝ່ ນັບແຕ່ວັນທີ 19 ກຸມພາ 2020 ເປັນຕົ້ນໄປ.

 

          ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດຮຽນມາຍັງທຸກພາກສ່ວນ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ຮອງນາຍົກລັດຖະມົນຕີ,

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 The Tax Administration, Income Tax and Consumer Tax Law were verified by the 7th ordinary session of the national assembly’s 8th legislature 2019. No 0424/MOF on 11 February 2020. PDF
2 ການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍອາກອນຊົມໃຊ້ ທີ່ຖືກຮັບຮອງຈາກ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໃນປີ 2019. ເລກທີ 0424/ກງ ວັນທີ 11 ກຸມພາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.