ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

                                                     ກະຊວງການເງິນ                                                     

ເລກທີ 0477/ກງ

ນະຄອນຫຼວງວຽງຈັນ, ວັນທີ 11 ກຸມພາ 2020

 

          ເຖິງ: ກົມພາສີ, ບັນດາກອງຄຸ້ມຄອງພາສີ ແລະ ດ່ານພາສີສາກົນຊາຍແດນ ຂອບເຂດທົ່ວປະເທດ, ກົມສ່ວຍສາອາກອນ, ບັນດາສ່ວຍສາອາກອນປະຈໍາແຂວງ.

          ເລື່ອງ: ການເພີ່ມທະວີ ການຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມທາງສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017.

 

          - ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີສະບັບປັບປຸງບາງມາດຕາ ສະບັບເລກທີ 057/ສພຊ, ລົງວັນທີ 24 ທັນວາ 2014;

          - ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 144/ນຍ, ລົງວັນທີ 08 ພຶດສະພາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງການເງິນ;

          - ອີງຕາມ ໜັງສືຂອງກົມສ່ວຍສາອາກອນ ສະບັບເລກທີ 0367/ກສອ, ລົງວັນທີ 12 ກຸມພາ 2020;

          - ອີງຕາມ ສະໂນດນໍາສົ່ງຂອງກົມພາສີ ສະບັບເລກທີ 0623/ກພສ, ລົງວັນທີ 05 ກຸມພາ 2020.

 

ລັດຖະມົນຕີກະຊວງການເງິນ ແຈ້ງການ ດັ່ງນີ້:

1. ພາຫະນະທີ່ຂື້ນທະບຽນຢູ່ ສປປ ລາວ ທີ່ຈະເດີນທາງອອກໄປຕ່າງປະເທດ ຕ້ອງປະກອບເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການ ເຊັ່ນ: ທະບຽນລົດ, ໃບຢັ້ງຢືນການກວດກາເຕັກນິກ, ປື້ມອະນຸຍາດລົດຂົນສົ່ງລະຫວ່າງປະເທດ ຫຼື ໃບອະນຸຍາດນໍາອອກ-ນໍາເຂົ້າພາຫະນະຊົ່ວຄາວ, ສັນຍາປະກັນໄພພາຫະນະ ແລະ ເອກະສານອື່ນໆຕາມກົດໝາຍປະເທດສົ່ງອອກ ແລະ ປະເທດນໍາເຂົ້າກໍານົດໄວ້ ແລະ ມີອາຍຸການນໍາໃຊ້ຕາມກົດໝາຍ ແລະ ລະບຽບການ, ພ້ອມນັ້ນ ຈະຕ້ອງມີ “ໃບເສຍຄ່າທໍານຽມທາງປະຈໍາປີ ໃຫ້ຄົບຖ້ວນ” ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍ ຄ່າທໍານຽມທາງ, ‘ຖ້າບໍ່ດັ່ງນັ້ນ ຈະບໍ່ໄດ້ຮັບອະນຸຍາດໃຫ້ນໍາເອົາພາຫະນະດັ່ງກ່າວ ເດີນທາງອອກໄປຕ່າງປະເທດ’.

2. ມອບໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານຊາຍແແດນເອົາໃຈໃສ່ແນະນໍາໃຫ້ເຈົ້າຂອງພາຫະນະປະກອບເອກະສານ ແລະ ເສຍຄ່າທໍານຽມທາງໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການກໍານົດ.

3. ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈໍາແຂວງ ສົມທົບກັບ ດ່ານພາສີສາກົນຊາຍແດນ, ທະນາຄານການຄ້າ ຕ່າງປະເທດມະຫາຊົນ ຫຼື ທະນາຄານອື່ນທີ່ມີເງື່ອນໄຂ ຄົ້ນຄ້ວາການສ້າງຕັ້ງໜ່ວຍງານໃຫ້ບໍລິການຜ່ານ ລະບົບທະນາຄານ. ສໍາລັບການຈັດເກັບຄ່າທໍານຽມທາງຢູ່ຕາມດ່ານພາສີສາກົນທີ່ມີເງື່ອນໄຂພຽງພໍ ເພື່ອອໍານວຍຄວາມສະດວກແກ່ເຈົ້າຂອງພາຫະນະ. ສໍາລັບ ດ່ານພາສີສາກົນທີ່ຍັງບໍ່ມີເງື່ອນໄຂພຽງພໍໃນການບໍລິການເກັບຄ່າທໍານຽມທາງແບບທັນສະໄໝແມ່ນມອບໃຫ້ເຈົ້າໜ້າທີ່ພາສີປະຈໍາດ່ານ ດໍາເນີນການຈັດເກັບຄ່າທໍານຽມທາງ ເພື່ອມອບເຂົ້າງົບປະມານຕາມລະບຽບການ.

4. ໃນການຈັດຕັ້ງປະຕິບັດຕົວຈີງມອບໃຫ້ບັນດາກອງຄຸ້ມຄອງພາສີ, ດ່ານພາສີສາກົນ, ສ່ວຍສາອາກອນປະຈໍາແຂວງ ແລະ ຂະແໜງການກ່ຽວຂ້ອງ ປະສານສົມທົບກັນຈັດຕັ້ງເຜີຍແຜ່ຄໍາແນະນໍາສະບັບນີ້ໃຫ້ສັງຄົມໄດ້ຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນຕາມຄາດໝາຍ.

          ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

 

ລັດຖະມົນຕີກະຊວງການເງິນ

ສົມດີ ດວງດີ

# ຫົວຂໍ້ ດາວໂຫຼດ
1 Notification No. 0477 / MOF on 18 February 2020 in increasing implementation of the Presidential Decree No. 001 / OP on 20 September 2017 PDF
2 ແຈ້ງການ ເລກທີ 0477/ກງ, ລົງວັນທີ 18 ກຸມພາ 2020 ກ່ຽວກັບ ການເພີ່ມທະວີ ການຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທໍານຽມທາງ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.