ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕີພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ
ກົມການນຳເຂົ້າ ແລະ ສົ່ງອອກ        ເລກທີ 0983/ກຂອ.ບຂອ
ນະຄອນຫຼວງວຽງຈັນ, ວັນທີ 28 ກຸມພາ 2020 

ແຈ້ງການ

 ຮຽນ :  ບັນດາຫົວໜ່ວຍທຸລະກິດນຳເຂົ້າ ແລະ ຈຳໜ່າຍພາຫະນະທົ່ວປະເທດ

ເລື່ອງ : ໂຈະຊົ່ວຄາວການອະນຸຍາດນຳເຂົ້າຍານພາຫະນະທີ່ນຳໃຊ້ພະລັງງານໄຟຟ້າທຸກປະເພດເພື່ອມາຈຳ ໜ່າຍນຳໃຊ້ທົ່ວໄປ

  • ອີງຕາມແຈ້ງການ ຂອງ ກົມຂົນສົ່ງ ເລກທີ 03092/ກຂສ, ລົງວັນທີ 10 ກຸມພາ 2020.
  • ອີງຕາມບົດບັນທຶກກອງປະຊຸມ ທີ່ ກົມຂົນສົ່ງ ຄັ້ງວັນທີ 21 ກຸມພາ 2020.

  ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຊາບວ່າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງ ການນຳເຂົ້າຍານພາຫະນະທີ່ນຳໃຊ້ໄຟຟ້າທຸກປະເພດ ສອດຄ່ອງກັບລະບຽບຫຼັກການຂອງພາກພື້ນ ແລະ ສາກົນ, ຮັບປະກັນໄດ້ມາດຕະຖານຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້. ສະນັ້ນ, ນັບແຕ່ວັນທີ 02 ມີນາ 2020 ເປັນຕົ້ນໄປ, ກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ໂຈະການອະນຸຍາດນຳເຂົ້າພາຫະນະປະເພດລົດໄຟຟ້າທຸກປະເພດທີ່ນຳເຂົ້າ ມາຈຳໜ່າຍນຳໃຊ້ທົ່ວໄປ ໄວ້ເປັນການນຳໃຊ້ຊົ່ວຄາວ (ຕາມແຈ້ງການ ຂອງ ກົມຂົນສົ່ງ ເລກທີ 03092/ກຂສ, ລົງວັນທີ 10 ກຸມພາ 2020) ຈົນກ່ວາກົມຂົນສົ່ງ ຈະສຳເລັດການສ້າງລະບຽບການຄຸ້ມຄອງຍານພາຫະນະ ປະເພດດັ່ງກ່າວ.

     ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ຫົວໜ້າກົມ

ສຸລິຍົນ ພິລາວົງ

 

# ຫົວຂໍ້ ດາວໂຫຼດ
1 Notification on the suspension of the authorization to import all electric vehicles for selling in the country No. 0983/ DIMEX.IMEXDiv, dated 28 February 2020 PDF
2 ແຈ້ງການກ່ຽວກັບ ການໂຈະຊົ່ວຄາວການອອກອະນຸຍາດນໍາເຂົ້າຍານພາຫະນະທີ່ນໍາໃຊ້ພະລັງງານໄຟຟ້າທຸກປະເພດ ເພື່ອມາຈໍາໜ່າຍນໍາໃຊ້ທົ່ວໄປ ເລກທີ 0983/ກຂອ.ບຂອ, ລົງວັນທີ 28 ກຸມພາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.