ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ

ເລກທີ 1159 /ກງ

ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2019

 

ຄຳແນະນຳ

ວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ

 (Authorized Economic Operators)

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011;
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລທີ 144/ນຍ, ລົງວັນທີ 8 ພຶດສະພາ 2017 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  •  ອີງຕາມບົດລາຍງານຂອງກົມພາສີ ສະບັບເລກທີ 01513/ກພສ, ລົງວັນທີ 26 ກຸມພາ 2019.

 

ລັດຖະມົນຕີກະຊວງການເງິນ ອອກຄຳແນະນຳ ດັ່ງນີ້:

  1. ຈຸດປະສົງ

ບົດແນະນຳສະບັບນີ້ກຳນົດຫຼັກການ, ລະບຽບການ, ເງື່ອນໄຂ, ມາດຕະການ, ກົນໄກ ແລະ ວິທີການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ ເພື່ອຮັບປະກັນສິດ, ຄວາມຍຸຕິທຳ ແລະ ຄວາມໂປ່ງໃສໃນການອຳນວຍຄວາມສະດວກທາງດ້ານການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ໃຫ້ແກ່ຜູ້ປະກອບການມາດຕະຖານເອອີໂອ; ຮັບປະກັນຄວາມປອດໄພທາງດ້ານການຄ້າ ແລະ ແນໃສ່ຍົກສູງການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ ແລະ ເຂັ້ມງວດ.

  1. ຂອບເຂດການນຳໃຊ້

ຄຳແນະນຳສະບັບນີ້ ນຳໃຊ້ສຳລັບການຈັດຕັ້ງປະຕິບັດແຜນງານຜູ້ປະກອບການມາດຕະຖານເອອີໂອ ຊຶ່ງອະນຸຍາດໃຫ້ຜູ້ປະກອບການທີ່ເຄື່ອນໄຫວທຸລະກິດຕິດພັນກັບການນຳເຂົ້າ,​ ສົ່ງອອກສິນຄ້າ, ເຄື່ອງຂອງ ເຊັ່ນ: ຜູ້ນຳເຂົ້າສິນຄ້າ, ຜູ້ສົ່ງອອກສິນຄ້າ, ຜູ້ປະກອບການຜະລິດສິນຄ້າ, ຜູຸ້ບໍລິການຂົນສົ່ງສິນຄ້າ, ຜູ້ບໍລິການຈັດສົ່ງສິນຄ້າ, ຜູ້ບໍລິການສາງພັກສິນຄ້າ, ຜູ້ບໍລິການແຈ້ງພາສີ ແລະ ອື່ນໆ ສາມາດສະໝັກເຂົ້າຮ່ວມແຜນງານດັ່ງກ່າວໄດ້.

  1. ການອະທິບາຍຄຳສັບ
  • ຜູ້ປະກອບການ ຫຼື Economic Operator: ໝາຍເຖິງບໍລິສັດ ຫຼື ອົງການຈັດຕັ້ງທີ່ເຄື່ອນໄຫວທຸລະກິດທີ່ກ່ຽວຂ້ອງກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ແລະ ການຂົນສົ່ງສິນຄ້າຜ່ານແດນສາກົນ ເຊັ່ນ: ຜູ້ນຳເຂົ້າສິນຄ້າ, ຜູ້ສົ່ງອອກສິນຄ້າ, ຜູ້ບໍລິການຂົນສົ່ງສິນຄ້າ, ຜູ້ບໍລິການຈັດສົ່ງສິນຄ້າ, ຜູ້ບໍລິການສາງສິນຄ້າ, ຜູ້ບໍລິການທ່າເຮືອ, ຜູ້ບໍລິການສະໜາມບິນ, ຜູ້ບໍລິການແຈ້ງພາສີ, ຜູ້ຜະລິດສິນຄ້າ ແລະ ຕົວແທນຈຳໜ່າຍສິນຄ້າເປັນຕົ້ນ.
  • ຜູ້ປະກອບການມາດຕະຖານເອອີໂອ ຫຼື Authorized Economic Operator (AEO): ໝາຍເຖິງຜູ້ປະກອບການທີ່ໄດ້ຮັບຮອງຢ່າງເປັນທາງການຈາກລັດຖະການພາສີ ໃຫ້ໄດ້ຮັບສິດທິພິເສດກ່ຽວກັບການປະຕິບັດຂັ້ນຕອນການແຈ້ງພາສີ ແລະ ການກວດປ່ອຍສິນຄ້າຕາມທີ່ໄດ້ກຳນົດໄວ້ໃນບົດແນະນຳສະບັບນີ້.
  • ແຜນງານຜູ້ປະກອບການມາດຕະຖານເອອີໂອ ຫຼື Authorized Economic Operator Program:  ໝາຍເຖິງ ແຜນງານທີ່ລັດຖະການພາສີສ້າງຂຶ້ນເພື່ອຊຸກຍູ້ສົ່ງເສີມຜູ້ປະກອບການທີ່ມີເງື່ອນໄຂເຂົ້າຮ່ວມປະຕິບັດແຜນງານດັ່ງກ່າວໂດຍປະຕິບັດຫຼັກການ, ລະບຽບການ, ກົນໄກ, ຂັ້ນຕອນ, ເງື່ອນໄຂ, ມາດຖານ,ມາດຕະການ ແລະ ວິທີການ ທີ່ໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້ຢ່າງເປັນເອກະພາບ.
  • ສັນຍາເອອີໂອ: ໝາຍເຖິງຂໍ້ຜູກພັນ ລະຫວ່າງລັດຖະການພາສີ ແລະ ຜູ້ປະກອບການມາດຕະຖານເອອີໂອ ເພື່ອກຳນົດສິດ, ພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍໃນການຈັດຕັ້ງປະຕິບັດແຜນງານຜູ້ປະກອບການເອອີໂອ.
  • ໃບຢັ້ງຢືນເອອີໂອ: ໝາຍເຖິງເອກະສານຮັບຮອງສະຖາພາບຂອງຜູ້ປະກອບການມາດຕະຖານເອອີໂອ ຊຶ່ງອອກໂດຍຫົວໜ້າກົມພາສີ.
    1. ຫຼັກການ

ການດຳເນີນແຜນງານຜູ້ປະກອບການເອອີໂອ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

  • ຕ້ອງຮັບປະກັນການຈັດຕັ້ງປະຕິບັດສອດຄ່ອງກັບກົດໝາຍ ແລະ ລະບຽບການກ່ຽວຂ້ອງ; ເພື່ອເພີ່ມທະວີການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການທີ່ເຄື່ອນໄຫວຢ່າງຖືກຕ້ອງ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງເດັດຂາດ;
  • ຕ້ອງປະຕິບັດສອດຄ່ອງກັບຫຼັກການ ແລະ ວິທີການ ຂອງສາກົນ ໂດຍສະເພາະແມ່ນ: ມາດຕະຖານທາງດ້ານຄວາມປອດໄພ ແລະ ການອຳນວຍຄວາມສະດວກຂອງການຄ້າສາກົນຂອງອົງການພາສີໂລກ (WCO Framework of Standard), ສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າຂອງອົງການການຄ້າໂລກ (WTO Trade Facilitation Agreement) ແລະ ສັນຍາສາກົນອື່ນໆ ທີ່ ສປປ ລາວ ເປັນພາຄີ;
  • ຕ້ອງປະຕິບັດຫຼັກການເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານເອອີໂອ ດ້ວຍຄວາມສະໝັກໃຈໂດຍຜູ້ປະກອບການທີ່ມີເງື່ອນໄຂຖືກຕ້ອງ ແລະ ຄົບຖ້ວນຕາມມາດຕະຖານທີ່ກຳນົດໃນລະບຽບການນີ້ສາມາດສະເໜີເຂົ້າຮ່ວມ ຫຼື ບໍ່ເຂົ້າຮ່ວມໂຄງການດັ່ງກ່າວ;
  • ຕ້ອງສ້າງເງື່ອນໄຂສະດວກເພື່ອສົ່ງເສີມບັນດາຜູ້ປະກອບການທີ່ມີເງື່ອນໄຂໃຫ້ເຂົ້າຮ່ວມແຜນງານດັ່ງກ່າວ ແນໃສ່ຍົກສູງການຮ່ວມມືລະຫວ່າງລັດຖະການພາສີ ແລະ ພາກຜູ້ປະກອບການ ໃນການເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.
    1. ເງື່ອນໄຂ ແລະ ມາດຕະຖານຂອງຜູ້ປະກອບການມາດຕະຖານເອອີໂອ

ຜູ້ປະກອບການທີ່ຈະເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານເອອີໂອ ຕ້ອງມີເງື່ອນໄຂ ແລະ ມາດຖານ ດັ່ງນີ້:

  1. ຕ້ອງແມ່ນຫົວໜ່ວຍທຸລະກິດທີ່ຂຶ້ນທະບຽນວິສາຫະກິດ ແລະ ຂຶ້ນທະບຽນຜູ້ເສຍອາກອນຢາງຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  2. ຕ້ອງຜ່ານການເຄື່ອນໄຫວດຳເນີນທຸລະກິດທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ຢ່າງໜ້ອຍສາມປີ ແລະ ມີການດຳເນີນການແຈ້ງພາສີເປັນລາຍລະອຽດຢ່າງໜ້ອຍ 250 (ສອງຮ້ອຍຫ້າສິບ) ຊຸດຕໍ່ປີ. ຖ້າເປັນບໍລິສັດທີ່ເປັນສາຂາ ຫຼື ເປັນຕົວແທນຂອງບໍລິສັດທີ່ເປັນການລົງທຶນຂອງຕ່າງປະເທດ ຊຶ່ງບໍລິສັດແມ່ໄດ້ຮັບການຢັ້ງຢືນເປັນຜູ້ປະກອບການເອອີໂອຢູ່ຕ່າງປະເທດແມ່ນຈະໄດ້ຮັບການພິຈາລະນາເປັນກໍລະນີສະເພາະ;
  3. ຕ້ອງມີປະຫວັດການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງການແຈ້ງພາສີເປັນຢ່າງຖືກຕ້ອງ; ມີອັດຕາການປະຕິບັດຖືກຕ້ອງໃນການແຈ້ງພາສີກວມເອົາຢ່າງໜ້ອຍ 98% (ເກົ້າສິບຫ້າສ່ວນຮ້ອຍ) ຂອງການແຈ້ງພາສີທັງໝົດ;
  4. ຕ້ອງບໍ່ຖືກດຳເນີນຄະດີທາງພາສີ ແລະ/ຫຼື ບໍ່ຖືກລົງໂທດໃນການກະທຳຜິດທາງພາສີເປັນເວລາສາມປີ ກ່ອນການສະເໜີເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານເອອີໂອ;
  5. ຕ້ອງນຳໃຊ້ລະບົບບັນຊີທີ່ສອດຄ່ອງກັບກົດໝາຍ ແລະ ລະບຽບການດ້ານການບັນຊີເຂົ້າໃນການບັນທຶກ ແລະ ເກັບຮັກສາຂໍ້ມູນ ແລະ ເອກະສານກ່ຽວກັບການດຳເນີນທຸລະກິດເຊັ່ນ: ການນຳເຂົ້າ, ສົ່ງອອກ, ການເກັບຮັກສາ, ການຫຸ້ມຫໍ່, ການຂົນສົ່ງ ແລະ ການແຈ້ງພາສີທີ່ຖືກຕ້ອງ, ຊັດເຈນ ແລະ ສາມາດກວດສອບໄດ້;
  6. ຕ້ອງເປັນຫົວໜ່ວຍທຸລະກິດທີ່ຖືບັນຊີນອນໃນລະບົບມອບພັນທະອາກອນມູນຄ່າເພີ່ມ ຂອງຂະແໜງສ່ວຍສາອາກອນ;
  7. ຕ້ອງມີສະພາບຄ່ອງທາງດ້ານການເງິນ, ສາມາດຊຳລະຄ່າພາສີ ແລະ ພັນທະອື່ນໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ. ບໍ່ມີສະພາບໜີ້ສິນຄຸມເຄືອ, ຄ້າງຊຳລະແກ່ຍາວ ຊຶ່ງຈະສົ່ງຜົນກະທົບການປະຕິບັດພັນທະດ້ານພາສີອາກອນ ແລະ ພັນທະອື່ນໃນຕໍ່ໜ້າ;
  8. ຕ້ອງມີລະບົບປ້ອງກັນຄວາມປອດໄພຂອງຂໍ້ມູນບໍລິສັດເພື່ອປ້ອງກັນບໍ່ໃຫ້ບຸກຄົນ ຫຼື ພາກສ່ວນທີ່ບໍ່ກ່ຽວຂ້ອງ ແລະ ບໍ່ໄດ້ຮັບອະນຸຍາດສາມາດເຂົ້າເຖິງຂໍ້ມູນຂອງບໍລິສັດໄດ້. ຜູ້ປະກອບການຕ້ອງນຳໃຊ້ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ (Information Technology) ເຂົ້າໃນການບັນທຶກ ແລະ ເກັບຮັກສາຂໍ້ມູນຕ່າງໆຢ່າງປອດໄພ. ຕ້ອງມີສະຖານສະເພາະສຳລັບການເກັບຮັກສາເອກະສານກ່ຽວກັບການແຈ້ງພາສີ ແລະ ອະນຸຍາດການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງເພື່ອປ້ອງກັນການຕົກເຮ່ຍເສຍຫາຍ ແລະ ສາມາດເຂົ້າເຖິງໄດ້ສະເພາະຜູ້ທີ່ໄດ້ຮັບອະນຸຍາດເທົ່ານັ້ນ;
  9. ຕ້ອງມີລະບົບປ້ອງກັນຄວາມປອດໄພ ກ່ຽວກັບ ສິນຄ້າ ແລະ ການຫຸ້ມຫໍ່ເພື່ອຮັບປະກັນການບັນຈຸສິນຄ້າໃສ່ພັດສະດຸຫຸ້ມຫໍ່ ແລະ ຕູ້ສິນຄ້າຖືກຕ້ອງ, ໄດ້ມາດຕະຖານ ແລະ ປອດໄພ. ຕ້ອງຕິດສະຫຼາກການຄ້າ ແລະ ສະແຕັມພາສີຢ່າງຖືກຕ້ອງ, ຕ້ອງນຳໃຊ້ສາຍລ໊ອກຕູ້ສິນຄ້າ ແລະ ມີມາດຕະການກວດກາສະພາບຕູ້ສິນຄ້າທຸກດ້ານ (ຝາດ້ານໜ້າ, ດ້ານຂ້າງ, ດ້ານຫຼັງ, ດ້ານພື້ນ ແລະ ເພດານ);
  10. ຕ້ອງມີລະບົບປ້ອງກັນຄວາມປອດໄພການຂົນສົ່ງສິນຄ້າໂດຍນຳໃຊ້ມາດຕະການກວດກາພາຫະນະຂົນສົ່ງຮອບດ້ານ ເພື່ອປ້ອງກັນການຊຸກເຊື່ອງສິ່ງຜິດກົດໝາຍ ໃນເວລາຂົນສົ່ງສິນຄ້າ;
  11. ຕ້ອງມີລະບົບປ້ອງກັນຄວາມປອດໄພອາຄານສະຖານທີ່. ອາຄານຂອງບໍລິສັດຕ້ອງກໍ່ສ້າງດ້ວຍວັດສະດຸຄຸນນະພາບດີ, ແໜ້ນໜາ; ມີການປ້ອງກັນອາຄານສະຖານທີ່ທີ່ແໜ້ນໜາໂດຍສະເພາະແມ່ນ: ຮົ້ວ, ປະຕູໂຂງເຂົ້າ-ອອກ ແລະ ປະຕູເຂົ້າອາຄານເປັນຕົ້ນ; ຕ້ອງມີພະນັກງານຮັກສາຄວາມປອດໄພ; ມີລະບົບຕິດຕາມການເຂົ້າ-ອອກຂອງຄົນ ແລະ ພາຫະນະ; ມີລະບົບກ້ອງວົງຈອນ CCTV, ມີລະບົບແສງສະຫວ່າງທີ່ພຽງພໍ, ມີການກຳນົດເຂດຫ້າມເຂົ້າ ແລະ ມີລະບົບແຈ້ງເຕືອນກໍລະນີມີຜູ້ບຸກລຸກເຂດຫ້າມເຂົ້າ;
  12. ຕ້ອງມີລະບົບປ້ອງກັນຄວາມປອດໄພຂອງພະນັກງານ. ມີການກວດກາປະຫັວດຂອງພະນັກງານທີ່ເຂົ້າໃໝ່ເພື່ອຮັບປະກັນວ່າຜູ້ກ່ຽວບໍ່ເຄີຍກະທຳຜິດຕໍ່ມາດຕະການຄວາມປອດໄພ, ກະທຳຜິດທາງພາສີ ຫຼື ກະທຳຜິດທາງອາຍາ; ມີການອອກບັດໃຫ້ແກ່ພະນັກງານທີ່ມີຮູບ ແລະ ລະຫັດປະຈຳຕົວຊັດເຈນ; ກຳນົດຂອບເຂດ ແລະ ສະຖານທີ່ທີ່ອະນຸຍາດໃຫ້ພະນັກງານແຕ່ລະລະດັບສາມາດເຂົ້າເຖິງໄດ້; ກໍລະນີມີພະນັກງານອອກຈາກບໍລິສັດຕ້ອງລົບລ້າງບັດພະນັກງານໂດຍທັນທີ;
  13. ຕ້ອງມີລະບົບຮັບປະກັນຄວາມປອດໄພຂອງຄູ່ຮ່ວມທຸລະກິດ. ຜູ້ປະກອບການເອອີໂອຕ້ອງປະເມີນການປະຕິບັດມາດຕະການດ້ານຄວາມປອດໄພຂອງຄູ່ຮ່ວມທຸລະກິດ ເຊັ່ນ: ຜູ້ສະໜອງວັດຖຸດິບ, ຜູ້ສະໜອງສິນຄ້າ, ຜູ້ສະໜອງການບໍລິການ ແລະ ລູກຄ້າເປັນຕົ້ນ. ການເຮັດສັນຍາກັບຄູ່ຮ່ວມທຸລະກິດຕ້ອງໄດ້ກຳນົດມາດຕະການດ້ານຄວາມປອດໄພທີ່ຊັດເຈນ ແລະ ມີກົນໄກຕິດຕາມການປະຕິບັດຢ່າງເຂັ້ມງວດ;
  14. ຕ້ອງມີລະບົບແຈ້ງເຕືອນ ແລະ ແກ້ໄຂໄພສຸກເສີນ. ຕ້ອງສ້າງຄູ່ມືກ່ຽວກັບຮັບມືກໍລະນີເກີດໄພທີ່ບໍ່ຄາດຄິດເຊັ່ນ: ໄຟໄໝ້, ນ້ຳຖ້ວມ ແລະ ການກໍ່ການຮ້າຍເປັນຕົ້ນ. ຕ້ອງມີການຝຶກຊ້ອມຍົກຍ້າຍຄົນອອກຈາກອາຄານກໍລະນີເກີດເຫດສຸກເສີນ. ຕ້ອງຕິດຕັ້ງອຸປະກອນແຈ້ງເຕືອນ ແລະ ເຄື່ອງມືປ້ອງກັນໄພຂັ້ນພື້ນຖານ.
  15. ຄວາມຮັບຜິດຊອບຂອງຜູ້ປະກອບການມາດຕະຖານເອອີໂອ

ບໍລິສັດທີ່ຈະເຂົ້າຮ່ວມແຜນງານເອອີໂອ ຕ້ອງມີຄວາມຮັບຜິດຊອບ ດັ່ງນີ້:

  1. ຕ້ອງຮັບປະກັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ, ກົດໝາຍ, ລະບຽບການ, ນະໂຍບາຍ ແລະ ນິຕິກຳລຸ່ມກົດໝາຍອື່ນໆ ທີ່ກ່ຽວຂ້ອງກັບການນຳເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຢ່າງເຂັ້ມງວດ;
  2. ຕ້ອງແຕ່ງຕັ້ງບຸກຄົນ ຫຼື ໜ່ວຍງານຮັບຜິດຊອບຕິດຕໍ່ພົວພັນ ແລະ ປະສານງານກັບລັດຖະການພາສີ ໂດຍສະເພາະແມ່ນການສະໜອງຂໍ້ມູນກ່ຽວກັບບໍລິສັດ, ສິນຄ້າ, ການນຳເຂົ້າ-ສົ່ງອອກສິນຄ້າ ແລະ ອື່ນໆ;
  3. ຕ້ອງຈັດຝຶກອົບຮົມໃຫ້ແກ່ພະນັກງານພາຍໃນບໍລິສັດ ກ່ຽວກັບຂະບວນການຈັດສົ່ງສິນຄ້າ, ຄວາມສ່ຽງໃນການເຄື່ອນຍ້າຍສິນຄ້າ, ການດຳເນີນທຸລະກຳກັບຄູ່ຮ່ວມການຄ້າ, ການແຈ້ງພາສີ ແລະ ອື່ນໆ;
  4. ຕ້ອງໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ພາສີໃນການລົງກວດກາສະຖານທີ່ຂອງບໍລິສັດ ເຊັ່ນ: ຫ້ອງການ, ສາງ, ລະບົບປ້ອງກັນໄພ ແລະ ອື່ນໆ;
  5. ຕ້ອງໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ພາສີໃນການສະໜອງຂໍ້ມູນ ແລະ ເອກະສານເພື່ອການກວດສອບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ.
  6. ສິດ ຂອງຜູ້ປະກອບການມາດຕະຖານເອອີໂອ

ບໍລິສັດຜູ້ປະກອບການມາດຕະຖານເອອີໂອ ມີສິດສະເໜີໃຫ້ລັດຖະການພາສີອຳນວຍຄວາມສະດວກໃນການກວດປ່ອຍສິນຄ້າຂອງຕົນ ເປັນກໍລະນີພິເສດ ດັ່ງນີ້:

  1. ມີສິດສະເໜີໃຫ້ລັດຖະການພາສີດຳເນີນການກວດກາ ແລະ ຮັບຮອງເອກະສານແຈ້ງພາສີ ກ່ອນລ່ວງໜ້າສິນຄ້າມາຮອດດ່ານ 7 ວັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍພາສີ;
  2. ມີສິດສະເໜີໃຫ້ລັດຖະການພາສີ ເພື່ອດຳເນີນການກວດກາສິນຄ້າຕົວຈິງຢູ່ສາງຂອງຕົນເອງ ເພື່ອຫຼຸດຜ່ອນການຄວບຄຸມກວດກາຢູ່ດ່ານພາສີຊາຍແດນ;
  3. ມີສິດສະເໜີໃຫ້ລັດຖະການພາສີ ພິຈາລະນາໃຫ້ບໍລິການນອກໂມງລັດຖະການ ໃນກໍລະນີມີຄວາມຈຳເປັນຮີບດ່ວນ;
  4. ມີສິດສະເໜີໃຫ້ລັດຖະການພາສີປັບປຸງຂັ້ນຕອນ, ກົນໄກ ແລະ ວິທີການ ເພື່ອທະວີການອຳນວຍຄວາມສະດວກທາງດ້ານການຄ້າ ໂດຍສອດຄ່ອງກັບກົດໝາຍ, ລະບຽບການພາຍໃນ ແລະ ລະບຽບການສາກົນ.
  5. ຄວາມຮັບຜິດຊອບຂອງລັດຖະການພາສີ

ລັດຖະການພາສີຕ້ອງປະຕິບັດມາດຕະການອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການມາດຕະຖານເອອີໂອ ເປັນອັນສະເພາະ ຄື:

  1. ຕ້ອງໃຫ້ບູລິມະສິດໃນການກວດປ່ອຍສິນຄ້າ ຂອງຜູ້ປະກອບການມາດຕະຖານເອອີໂອ ເຊັ່ນ: ການຈັດປ່ອງຮັບເອກະສານສະເພາະ ແລະ ການກວດກາດ້ານຂໍ້ມູນ ແລະ ເອກະສານຂອງຜູ້ປະກອບການເອອີໂອ ກ່ອນການກວດກາເອກະສານແຈ້ງພາສີທົ່ວໄປ;
  2. ຕ້ອງຕັ້ງຄ່າຄວາມສ່ຽງການແຈ້ງພາສີຂອງຜູ້ປະກອບການມາດຕະຖານເອອີໂອ ໃຫ້ເປັນຄ່າຄວາມສ່ຽງຕ່ຳ ເພື່ອດຳເນີນການກວດກາສິນຄ້າຕົວຈິງໜ້ອຍທີ່ສຸດ. ໃນກໍລະນີມີຄວາມຈຳເປັນຕ້ອງກວດກາສິນຄ້າຕົວຈິງເນື່ອງຈາກລະບົບບໍລິຫານຄວາມສ່ຽງແຈ້ງບອກເປັນການແຈ້ງທີ່ມີຄວາມສ່ຽງສູງຕ້ອງໃຫ້ບູລິມະສິດກວດກາສິນຄ້າຂອງຜູ້ປະກອບການມາດຕະຖານເອອີໂອກ່ອນການກວດກາສິນຄ້າຂອງຜູ້ປະກອບການທົ່ວໄປ ແລະ ອະນຸຍາດໃຫ້ດຳເນີນການກວດກາສິນຄ້າຕົວຈິງຢູ່ສາງຂອງຜູ້ປະກອບການມາດຕະຖານເອອີໂອ;
  3. ກໍລະນີຜູ້ປະກອບການມາດຕະຖານເອອີໂອ ດຳເນີນການແຈ້ງພາສີລ່ວງໜ້າກ່ອນສິນຄ້າມາຮອດ່ານ, ເຈົ້າໜ້າທີ່ພາສີຕ້ອງດຳເນີນການກວດກາເອກະສານ, ຮັບຮອງການແຈ້ງ ແລະ ຮັບຊຳລະຄ່າພາສີ ແລະ ພັນທະອື່ນກ່ອນສິນຄ້າມາຮອດດ່ານ. ເມື່ອສິນຄ້າມາຮອດດ່ານແມ່ນໃຫ້ດຳເນີນການກວດປ່ອຍສິນຄ້າໂດຍທັນທີ;
  4. ກໍລະນີຜູ້ປະກອບການມາດຕະຖານເອອີໂອ ສະເໜີໃຫ້ເປີດບໍລິການກວດປ່ອຍສິນຄ້ານອກໂມງລັດຖະການ. ລັດຖະການພາສີຕ້ອງພິຈາລະນາຕາມການສະເໜີໂດຍອີງໃສ່ຄວາມພ້ອມທາງດ້ານເຄື່ອງມື ແລະ ບຸກຄະລາກອນ ເພື່ອຮັບປະກັນປະສິດທິພາບຂອງການປະຕິບັດງານ;
  5. ຕ້ອງສ້າງຕັ້ງໜ່ວຍງານເອອີໂອຢູ່ກົມພາສີ ເພື່ອປະຕິບັດໜ້າທີ່ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາກ່ຽວກັບການດຳເນີນຂັ້ນຕອນການແຈ້ງພາສີໃຫ້ແກ່ຜູ້ປະກອບການມາດຕະຖານເອອີໂອ. ໜ່ວຍງານດັ່ງກ່າວຕ້ອງຢູ່ພາຍໃຕ້ການນຳພາ-ຊີ້ນຳໂດຍກົງຂອງຫົວໜ້າກົມພາສີ.
  6. ຂັ້ນຕອນການສະເໜີຂໍການຢັ້ງຢືນເປັນຜູ້ປະກອບການມາດຕະຖານເອອີໂອ

ຜູ້ປະກອບການທີ່ມີຈຸດປະສົງເຂົ້າຮ່ວມແຜນງານເອອີໂອ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງລຸ່ມນີ້:

  1. ຕ້ອງປະເມີນຜົນຕົນເອງຕາມແບບຟອມທີ່ກົມພາສີກຳນົດ (ແບບຟອມດັ່ງກ່າວສາມາດດາວໂຫຼດຈາກເວັບໄຊ໌ກົມພາສີ). ຜູ້ປະກອບການສາມາດຂໍຄຳອະທິບາຍຈາກກົມພາສີກ່ຽວກັບການຕື່ມຂໍ້ມູນໃສ່ແບບຟອມ ແລະ ຂໍ້ກຳນົດຕ່າງໆ ກ່ຽວກັບ ການເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານເອອີໂອ;
  2. ຍື່ນໜັງສືສະເໜີເຖິງຫົວໜ້າກົມພາສີ ເພື່ອແຈ້ງເຈດຈຳນົງຂອງບໍລິສັດທີ່ມີຄວາມຕ້ອງການເປັນຜູ້ປະກອບການມາດຕະຖານເອອີໂອດ້ວຍຄວາມສະໝັກໃຈ. ພ້ອມທັງຄັດຕິດບົດປະເມີນຜົນດ້ວຍຕົນເອງ ແລະ ເອກະສານທີ່ກ່ຽວຂ້ອງ.
  3. ຂັ້ນຕອນການກວດກາເງື່ອນໄຂ ແລະ ມາດຖານຂອງຜູ້ປະກອບການເອອີໂອ
    1. ພາຍຫຼັງໄດ້ຮັບໜັງສືຈາກຜູ້ປະກອບການ, ກົມພາສີຕ້ອງດຳເນີນການກວດກາຂໍ້ມູນ ແລະ ເອກະສານທົງໝົດໃຫ້ສຳເລັດ ແລະ ແຈ້ງຜົນການກວດກາໃຫ້ຜູ້ປະກອບການຮັບຊາບຢ່າງເປັນລາຍລັກອັກສອນພາຍໃນ 5 ວັນລັດຖະການ ຄື:
  4. ຖ້າຜູ້ປະກອບການໃດມີເງື່ອນໄຂ ແລະ ມາດຖານຖືກຕ້ອງຕາມລະບຽບການສະບັບນີ້, ກົມພາສີ ຕ້ອງແຈ້ງການເຖິງຜູ້ປະກອບການເພື່ອລົງກວດສະຖານທີ່ຕົວຈິງ ພາຍໃນ 5 ວັນຫຼັງຈາກອອກແຈ້ງການ.
  5. ສຳລັບຜູ້ປະກອບການທີ່ບໍ່ຜ່ານເງື່ອນໄຂ ແລະ ມາດຖານທີ່ກຳນົດໃນລະບຽບການສະບັບນີ້, ກົມພາສີ ຕ້ອງແຈ້ງການໃຫ້ຜູ້ກ່ຽວກັບຮັບຊາບ ພ້ອມທັງໃຫ້ຄຳແນະນຳໃນການປັບປຸງໃຫ້ຖືກຕ້ອງຕາມເງື່ອນໄຂ ແລະ ມາດຖານ.
    1. ພາຍຫຼັງສຳເລັດການລົງກວດກາສະຖານທີ່ຕົວຈິງ, ກົມພາສີ ຕ້ອງດຳເນີນການ ດັ່ງນີ້:
  6. ກໍລະນີ ຜົນການກວດກາສະຖານທີ່ຕົວຈິງ ຫາກເຫັນວ່າຜູ້ປະກອບການມີເງື່ອນໄຂ ແລະ ມາດຖານຄົບຖ້ວນ, ຖືກຕ້ອງ ກົມພາສີ ຕ້ອງອອກໜັງສືຢັ້ງຢືນໃຫ້ເປັນຜູ້ປະກອບການມາດຕະຖານເອອີໂອ ພາຍໃນ 5 ວັນລັດຖະການ ຫຼັງຈາກສຳເລັດການກວດກາສະຖານທີ່ຂອງຜູ້ປະກອບການ.
  7. ກໍລະນີ ຜົນການກວດກາສະຖານທີ່ຕົວຈິງ ຫາກພົບເຫັນສິ່ງບໍ່ຖືກຕ້ອງ, ກົມພາສີ ຕ້ອງອອກແຈ້ງການເຖິງບໍລິສັດດັ່ງກ່າວຮັບຊາບ ພ້ອມທັງໃຫ້ຄຳແນະນຳໃນການປັບປຸງ.
    1. ຜູ້ປະກອບການທີ່ໄດ້ຮັບແຈ້ງການຈາກກົມພາສີ ວ່າມີເງື່ອນໄຂ ແລະ ມາດຖານຖືກຕ້ອງຕາມລະບຽບການ ຕ້ອງເຂົ້າມາເຊັນສັນຍາກັບກົມພາສີ ພາຍໃນ 5 ວັນຫຼັງຈາກໄດ້ຮັບແຈ້ງພາສີ.
  8. ການອະນຸມັດ

ມອບໃຫ້ຫົວໜ້າກົມພາສີເປັນຜູ້ອະນຸມັດໃບຢັ້ງຢືນຜູ້ປະກອບການມາດຕະຖານເອອີໂອ ຊຶ່ງມີອາຍຸນຳໃຊ້ສາມປີ. ກົມພາສີຕ້ອງດຳເນີນການປະເມີນຜົນການເຄື່ອນໄຫວຂອງຜູ້ປະກອບການມາດຕະຖານເອອີໂອ. ຖ້າເຫັນວ່າຜູ້ກ່ຽວເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຈຶ່ງພິຈາລະນາຕໍ່ອາຍຸໃບຢັ້ງຢືນດັ່ງກ່າວ.

  1. ການເຊັນສັນຍາເອອີໂອ

ຜູ້ປະກອບການມາດຕະຖານເອອີໂອ ຕ້ອງເຊັນສັນຍາຄ້ຳປະກັນຢ່າງເປັນລາຍລັກອັກສອນກັບກົມພາສີ ເພື່ອຮັບປະກັນການເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບການ. ແບບຟອມຮ່າງສັນຍາເອອີໂອ ໄດ້ລະບຸໃນເອກະສານຊ້ອນທ້າຍ 1.

  1. ກາໝາຍເອອີໂອ

ກົມພາສີ ເປັນຜູ້ອອກແບບ ແລະ ນຳໃຊ້ກາໝາຍເອອີໂອ (AEO Logo). ກາໝາຍເອອີໂອ ຕ້ອງສະແດງໃຫ້ເຫັນລັກສະນະຊາດ, ຄວາມທັນສະໄໝ, ຄວາມເປັນມາດຕະຖານ ແລະ ການເຊື່ອມໂຍງສາກົນ. ຜູ້ປະກອບການມາດຕະຖານເອອີໂອ ສາມາດນຳໃຊ້ກາໝາຍດັ່ງກ່າວໃນການໂຄສະນາທຸລະກິດຂອງຕົນ ເຊັ່ນ: ພິມໃສ່ຫົວເອກະສານ, ນາມບັດ, ສະຕິກເກີ້, ໂບຣຊົວ ແລະ ອື່ນໆ.

  1. ການກວດສອບຄືນການແຈ້ງພາສີ

ກົມພາສີ ຕ້ອງສ້າງແຜນ ແລະ ດຳເນີນການກວດສອບຄືນການແຈ້ງພາສີ ຕໍ່ບັນດາຜູ້ປະກອບການມາດຕະຖານເອອີໂອ ຫຼາຍກວ່າຜູ້ປະກອບການທົ່ວໄປ ເພື່ອຮັບປະກັນການເຄື່ອນໄຫວທີ່ຖືກຕ້ອງຂອງຜູ້ປະກອບການມາດຕະຖານເອອີໂອ ໂດຍໃຫ້ປະຕິບັດຕາມ ໝວດທີ 1, ພາກທີ X ຂອງກົດໝາຍວ່າດ້ວຍພາສີ ແລະ ບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

  1. ການຮັກສາຂໍ້ມູນຄວາມລັບ

ທຸກຂໍ້ມູນການພົວພັນລະຫວ່າງລັດຖະການພາສີ ແລະ ຜູ້ປະກອບການມາດຕະຖານເອອີໂອ ຕ້ອງຖືກເກັບຮັກສາເປັນຄວາມລັບ. ຖ້າຜູ້ປະກອບການມາດຕະຖານເອອີໂອ ຕ້ອງການເຜີຍແຜ່ຂໍ້ມູນກ່ຽວກັບມາດຕະການຄວບຄຸມ ແລະ ການອະນຸມັດຂອງ ລັດຖະການພາສີ ຕ້ອງໄດ້ຈາກກົມພາສີເສຍກ່ອນ.

 

  1. ມາດຕະການຕໍ່ຜູ້ລະເມີດ

ກົມພາສີ ຕ້ອງຕິດຕາມ ແລະ ປະເມີນຜົນການເຄື່ອນໄຫວຂອງຜູ້ປະກອບການມາດຕະຖານເອອີໂອ ເປັນແຕ່ລະໄລຍະຢ່າງໃກ້ສິດ. ກໍລະນີພົບເຫັນການກະທຳຜິດທີ່ເປັນການລະເມີດສັນຍາ ແລະ ລະບຽບການ, ມອບໃຫ້ກົມພາສີ ປະຕິບັດມາດຕະການຕາມຂັ້ນຕອນ ຄື: ສຶກສາອົບຮົມ, ຕັກເຕືອນ, ສັ່ງໂຈະຊົ່ວຄາວ, ສັ່ງຍົກເລີກຖາວອນ ແລະ ມາດຕະການອື່ນໆ ຕາມກົດໝາຍ.

  1. ການຈັດຕັ້ງປະຕິບັດ
    • ມອບໃຫ້ກົມພາສີ ສ້າງຄຳແນະນຳເພີ່ມເຕີມເພື່ອຈັດຕັ້ງຜັນຂະຫຍາຍຄຳແນະນຳສະບັບນີ້ ພ້ອມທັງດຳເນີນການເຜີຍແຜ່ໃຫ້ພະນັກງານ, ຜູ້ປະກອບການ ແລະ ສັງຄົມ ຮັບຊາບຢ່າງກວ້າງຂວາງ ເພື່ອຮັບປະກັນປະສິດທິຜົນຂອງການຈັດຕັ້ງປະຕິບັດ.
    • ໃຫ້ເລີ່ມປະຕິບັດແຜນງານຜູ້ປະກອບການມາດຕະຖານເອອີໂອ ໂດຍຄັດເລືອກເອົາຜູ້ປະກອບການທີ່ດຳເນີນທຸລະກິດກ່ຽວກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງຈັດຕັ້ງປະຕິບັດໄດ້ໜຶ່ງປີ ໃຫ້ມີການປະເມີນຜົນຄືນ ຖ້າເຫັນວ່າມີປະສິດທິຜົນ ແມ່ນໃຫ້ຜັນຂະຫຍາຍໄປສູ່ທຸລະກິດປະເທດອື່ນໆຕາມ ເງື່ອນໄຂຕົວຈິງ.
    • ຄຳແນະນຳສະບັບນີ້ມີຜົນສັກສິດຫຼັງລົງລາຍເຊັນ ແລະ ພາຍຫຼັງທີ່ລົງໃນຈົດໝາຍເຫດທາງລັດຖະການສິບ.

 

 

ລັດຖະມົນຕີກະຊວງການເງິນ

# ຫົວຂໍ້ ດາວໂຫຼດ
1 Instruction for managing Authorized Economic Operations, No 1159/MOF, dated 18 April 2019 PDF
2 ຄໍາແນະນໍາ ວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ (Authorized Economic Operators) ເລກທີ 1159/ກງ, ລົງວັນທີ 18 ເມສາ 2019. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.