ເຈົ້າແຂວງສາລະວັນ ໄດ້ມີແຈ້ງການ ປິດດ່ານປະເພນີ ແລະ ປ້ອມເຂົ້າ - ອອກ ເປັນການຊົ່ວຄາວ ໃນໄລຍະການລະບາດຂອງພະຍາດ ໂຄວິດ - 19, ເລກທີ 03/ຈຂ.ສວ, ລົງວັນທີ 17 ມີນາ 2020. ແຂວງສາລະວັນ ມີຊາຍແດນຕິດກັບ ສສ ຫວຽດນາມ ແລະ ລາຊະອານາຈັກໄທ ມີດັ່ງນີ້:

ພາບປະກອບ

 

       1. ດ່ານປະເພນີ ແລະ ປ້ອມ ລະຫວ່າງ ແຂວງສາລະວັນ ກັບ ສສ ຫວຽດນາມ: ດ່ານປະເພນີໂກະຕ່າຍ - ຮົງເວີນ, ດ່ານປະເພນີອາສົກ - ກ໋ອກ ແລະ ປ້ອມອາຈາ.

       2. ດ່ານປະເພນີ ແລະ ປ້ອມ ລະຫວ່າງ ແຂວງສາລະວັນ ກັບ ລາຊະອານາຈັກໄທ: ດ່ານປະເພນີຄັນທຸງໄຊ, ປ້ອມບ້ານຄອງຫຼວງ, ປ້ອມບ້ານສະນົມ, ປ້ອມບ້ານຫົງຊາຍທອງ, ປ້ອມບ້ານນາໂພສີ, ປ້ອມບ້ານດອນໝາກເກືອ, ປ້ອມບ້ານແກ້ງຫຍ້າພືດ - ປາກເອືອເຖື່ອນ, ປ້ອມບ້ານທ່າຄັນຊຸມຊິວ ແລະ ປ້ອມບ້ານຄໍາຕື້. ລວມຈຸດອື່ນໆຕາມໝູ່ບ້ານເຊິ່ງໜ້າຊາຍແດນ ລາວ - ໄທ ແລະ ລາວ - ຫວຽດນາມ

ໃນກໍລະນີຈໍາເປັນທີ່ຕ້ອງໄດ້ ເຂົ້າ-ອອກ ຈາກແຂວງສາລະວັນ-ຫວຽດນາມ ແມ່ນສາມາດໄປຜ່ານດ່ານສາກົນ ລະໄລ (ຍົກເວັ້ນ ບໍ່ໃຫ້ມີການນໍາເຂົ້າຍານພາຫະນະລົດຈັກ ເພື່ອຄ້າຂາຍ ຢູ່ບໍລິເວນຊາຍແດນ ເມືອງສະໝ້ວຍ ແລະ ຈຸດອື້ນໆ ຢ່າງເຂັ້ມງວດ) ແລະ ແຂວງສາລະວັນ - ໄທ ແມ່ນຜ່ານດ່ານທ້ອງຖີ່ນປາກຕະພານ.

ພາບປະກອບ

 

       ເຈົ້າແຂວງເຊກອງ ໄດ້ມີ ແຈ້ງການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີຊົ່ວຄາວລະຫວ່າງແຂວງເຊກອງ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ, ເລກທີ 36/ຫວຂ.ຊກ, ລົງວັນທີ 13 ມີນາ 2020. ເຊິ່ງມີລາຍລະອຽດດັ່ງນີ້: ດ່ານດາກຕະອອກ, ດ່ານດາກປາຣ, ດ່ານຕະວາງ ແລະ ດ່ານກະໂກຼ

ພາບປະກອບ

 

       ເຈົ້າແຂວງອັດຕະປື ໄດ້ມີ ແຈ້ງການປິດດ່ານທ້ອງຖີ່ນ ແລະ ດ່ານປະເພນີເຂົ້າ-ອອກຊົ່ວຄາວ ລະຫວ່າງແຂວງອັດຕະປື-ແຂວງກອນຕູມ ສສ ຫວຽດນາມ ແລະ ອັດຕະປື - ແຂວງຊຽງແຕງ ແລະ ລັດຕະນະຄີລີ ຣາຊາອານະຈັກ ກໍາປູເຈຍ, ເລກທີ 244/ຫວຂ.ອປ, ລົງວັນທີ 13 ມີນາ 2020. ເຊິ່ງມີລາຍລະອຽດດັ່ງນີ້: ດ່ານດາກຕະອອກ, ດ່ານດາກປາຣ, ດ່ານຕະວາງ ແລະ ດ່ານກະໂກຼ. ສໍາລັບແຂວງອັດຕະປື ມີ: ດ່ານພູບາງ (ເມືອງພູວົງ), ດ່ານ ຟໍ 1 ເຂດວັງຕັດ (ເມືອງຊານໄຊ), ດ່ານເຊປຽນ (ເມືອງສະໜາມໄຊ) ແລະ ດ່ານປະເພນີ ຟ2, ຟ3, ຟ4, ຟ5 ແລະ ຟ6 (ກໍລະນີຈໍາຕ້ອງອອກຈາກ ສປປ ລາວ ແມ່ນສາມາດໄປຜ່ານດ່ານສາກົນ ພູເກືອ-ເບິອິ - ສໍາລັບ ສສ ຫວຽດນາມ ແລະ ດ່ານສາກົນໜອງນົກຂຽນ ສໍາລັບຣາຊາອານະຈັກກໍາປູເຈຍ).

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.