ພາບປະກອບ ຂໍ້ມູນຂອງວັນທີ 19 ມີນາ 2020

 

       ໃນປະຈຸບັນ ກະຊວງສາທາລະນະສຸກ ແມ່ນສຸມໃສ່ການເຝົ້າລະວັງພະຍາດ ອັກເສບປອດຮຸນແຮງ ຈາກເຊື້ອພະຍາດ ໂຄວິດ-19 ຢ່າງເຂັ້ມງວດ. ສໍາລັບການນໍາໃຊ້ເຕັກນິກການກວດ ທີ່ໃຊ້ເຄື່ອງທົດສອບແບບໄວ (Rapid Test) ແມ່ນເຕັກນິກການກວດວິເຄາະທີ່ມີຄວາມວ່ອງໄວ, ລາຄາຖືກ ແລະ ສາມາດເຂົ້າເຖິງໄດ້ທຸກສະຖານທີ ໂດຍສະເພາະບ່ອນຫ່າງໄກຊອກຫລີກ.

ພາບປະກອບ

         

       ອີງຕາມ ຄໍາສັ່ງນໍາຍົກລັດຖະມົນຕີ ແມ່ນຫ້າມບຸກຄົນ, ນິຕິບຸກຄົນ, ບັນດາສະຖານທີ່ບໍລິການສາທາລະນະສຸກ ແຕ່ລະຂັ້ນ ທັງພາກລັດ ແລະ ເອກະຊົນ ນໍາເຂົ້າ, ຈໍລະຈອນຈໍາໜ່າຍ ແລະ ນໍາໃຊ້ເຄື່ອງທົດສອບແບບໄວ (Rapid Test) ເພື່ອວິເຄາະຊອກຫາການຕິດເຊື້ອພະຍາດອັກເສບປອດຮຸນແຮງ ຈາກເຊື້ອຈຸລະໂລກ ໂກໂຣນາ ສາຍພັນໃໝ່ ຫລື COVID-19, ເລກທີ 0246/ສທ, ລົງວັນທີ 03 ມີນາ 2020. ຖ້າລະເມີດຄໍາສັ່ງສະບັບດັ່ງກ່າວ ແມ່ນຈະຖືກກ່າວເຕືອນ ແລະ ລົງໂທດຕາມລະບຽບກົດໝາຍ.

ພາບປະກອບ

 

       ເນື່ອງຈາກວ່າ ການນໍາໃຊ້ເຄື່ອງກວດປະເພດນີ້ ຍັງບໍ່ສາມາດຮັບປະກັນເຖິງຄວາມຖືກຕ້ອງ ຂອງການບົ່ງມະຕິພະຍາດ ເຊີ່ງການກວດເຊື້ອພະຍາດຊະນິດດັ່ງກ່າວຕ້ອງໃຊ້ເວລາ ແລະ ໄປຕາມຂັ້ນຕອນຈິ່ງສາມາດກວດພົບເຫັນເຊື້ອພະຍາດ ໃນກໍລະນີໃຊ້ເວລາໃນການກວດສັ້ນເກີນໄປ ອາດມີຄວາມສ່ຽງເຮັດໃຫ້ຜົນກວດເກີດການອອກຜົນທີ່ຜິດພາດ ແລະ ຄາດເຄື່ອນ. ສະນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນເອົາໃຈໃສ່ ປະຕິບັດຕາມການແນະນໍາມາດຕະການປ້ອງກັນພະຍາດ ໃນແຕ່ລະໄລຍະຂອງກະຊວງສາທລະນະສຸກ.

ພາບປະກອບ

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.