ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ​ການເງິນ
ກົມພາສີ      ເລກທີ 01446/ກພສ ​
ນະຄອນຫຼວງ​ວຽງຈັນ, ວັນທີ 13 ມີນາ 2020

ຂໍ້ຕົກລົງ

ວ່າດ້ວຍການມອບສິດໃນການອະນຸຍາດ ໃຫ້ນຳສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ກ່ອນການແຈ້ງພາສີເປັນລາຍລະອຽດ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ສະບັບປັບປຸງບາງມາດຕາ ເລກທີ 57/ສພຊ,​ ລົງວັນທີ 24 ທນັວາ 2014.
  • ອີງຕາມ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ.
  • ອີງຕາມ ບົດແນະນຳຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ສະບັບເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 ວ່າດ້ວຍການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາຫະກິດ.
  • ອີງຕາມ ການຕົກລົງເຫັນດີເປັນເອກະພາບຂອງຄະນະກົມພາສີ ຄັ້ງວັນທີ 18 ກຸມພາ 2020.

ກົມພາສີ ຕົກລົງ:

ມາດຕາ 01: ມອບສິດໃຫ້ຫົວໜ້າດ່ານພາສີສາກົນ ພິຈາລະນາອະນຸຍາດອອກໃບແຈ້ງພາສີຄ້ຳປະກັນ (IM8) ດັ່ງນີ້:

  1. ການນຳເຂົ້າ ວັດຖຸດິບ, ວັດຖຸອຸປະກອນ ແລະ ອື່ນໆ ມາຮັບໃຊ້ການຜະລິດ ເປັນອັນຮີບດ່ວນ ຂອງບັນດາວິສາຫະກິດລົງທຶນ ທີ່ໄດ້ມີໜັງສືຢັ້ງຢືນຈາກຂະແໜງແຜນການ ແລະ ການລົງທຶນ ຂັ້ນສູນກາງ ຫຼື ທ້ອງຖິ່ນ.
  2. ການນຳເຂົ້າ ເຄື່ອງອຸປະກອນຮັບໃຊ້ທາງການແພດ ເປັນຕົ້ນ ວັກແຊັງ, ນ້ຳຢາວິເຄາະ ແລະ ເຄື່ອງມືການແພດ.
  3. ການນຳເຂົ້າ ເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸອຸປະກອນ, ເຄື່ອງມືຮັບໃຊ້ໃນໄລຍະສຸກເສີນ ທີ່ເກີດໄພພິບັດ.
  4. ການນຳເຂົ້າ ສັດມີຊີວິດ, ສິນຄ້າບູດເນົ່າໄວ ແລະ ສິນຄ້າທີ່ເກັບໃນອຸນນະພູມສະເພາະ.

ມາດຕາ 02: ມອບສິດໃຫ້ຫົວໜ້າກອງຄຸ້ມຄອງພາສີ ພິຈາລະນາອະນຸຍາດໃຫ້ດ່ານພາສີສາກົນ ອອກໃບແຈ້ງພາສີຄ້ຳປະກັນ (IM8) ດັ່ງນີ້:

  1. ການນຳເຂົ້າ ສິນຄ້າ, ເຄື່ອງຂອງ ທີ່ນຳເຂົ້າມາ ເພື່ອງານວາງສະແດງ ແລະ ຈຳໜ່າຍສິນຄ້າ.
  2. ການນຳເຂົ້າວັດຖຸອຸປະກອນ, ເຄື່ອງມືສ້ອມແປງ ແລະ ການສຳຫຼວດອອກແບບ.

ມາດຕາ 03: ການນຳເຂົ້າສິນຄ້າ, ເຄື່ອງຂອງ ທີ່ບໍ່ນອນໃນມາດຕາ 1 ແລະ 2 ແມ່ນກົມພາສີເປັນຜູ້ພິຈາລະນາອະນຸມັດ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 04: ການອະນຸຍາດໃຫ້ສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີບ່ອນນຳເຂົ້າ ຕາມມາດຕາ 1 ແລະ 2 ຂ້າງເທິງ ຕ້ອງມີການອະນຸຍາດ ຫຼື ຢັ້ງຢືນ ຂອງຂະແໜງການລັດກ່ຽວຂ້ອງ ແລະ ປະຕິບັດຕາມມາດຕາ 27 ຂອງກົດໝາຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011. ໂດຍໃຫ້ດ່ານພາສີບ່ອນນຳເຂົ້າ ເປັນເຈົ້າການເລັ່ງທວງການຊຳລະສະສາງ ພາຍໃນເວລາ ທີ່ກົດໝາຍ ແລະ ລະບຽບການກ່ຽວຂ້ອງກຳນົດ, ພ້ອມທັງສະຫຼຸບສັງລວມລາຍງານ ໃຫ້ກອງຄຸ້ມຄອງພາສີ ແລະ ກົມພາສີ ເປັນແຕ່ລະເດືອນ.

ມາດຕາ 05: ມອບໃຫ້ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ດ່ານພາສີຊາຍແດນສາກົນໃນຂອບເຂດທົ່ວປະເທດ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ, ໃນການຈັດຕັ້ງປະຕິບັດຕົວຈິງຫາກພົບຂໍ້ຫຍຸ້ງຍາກ ໃຫ້ລາຍງານ ກົມພາສີ ເພື່ອຂໍທິດຊີ້ນຳໃນການແກ້ໄຂ ບົນພື້ນຖານກົດໝາຍ ແລະ ລະບຽບການ.

ມາດຕາ 06: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ, ບັນດານິຕິກຳອື່ນໆ ທີ່ກົມພາສີໄດ້ອອກຜ່ານມາ ຫາກຂັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

 

# ຫົວຂໍ້ ດາວໂຫຼດ
1 The decision on the permission to take off goods and items from customs checkpoints or warehouses before official declares with customs. No. 01446 / DOC, dated 13 March 2020. PDF
2 ຂໍ້ຕົກລົງ ວ່າດ້ວຍການມອບສິດໃນການອະນຸຍາດ ໃຫ້ນໍາສິນຄ້າ, ເຄື່ອງຂອງ ອອກຈາກສາງ ຫຼື ດ່ານພາສີ ກ່ອນການແຈ້ງພາສີເປັນລາຍລະອຽດ ເລກທີ 01446/ກພສ, ລົງວັນທີ 13 ມີນາ 2020. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.