ບຸກຄົນທີ່ມີສິດໄດ້ຮັບການປົກປ້ອງເຄື່ອງໝາຍການຄ້າ ແລະ ຊື່ການຄ້າ  ສາມາດຍື່ນຄໍາຮ້ອງຢູ່ນໍາ ກົມຊັບສິນທາງປັນຍາ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຍີແຂວງ, ນະຄອນຫລວງ ຕາມແບບພິມຂອງ ກົມຊັບສິນທາງປັນຍາ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຍີ ແຂວງ, ນະຄອນຫລວງ ຕາມແບບພິມຂອງ ກົມຊັບສິນທາງປັນຍາ ເຊິ່ງມີຂັ້ນຕອນດັ່ງນີ້:

ພາບປະກອບ

 

     1. ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ທີ່ຢື່ນຢູ່ນໍາກົມຊັບສິນທາງປັນຍາ ຫຼື ພະແນກວິທະນາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫລວງ ຕາມເງື່ອນໄຂຕໍ່າສຸດ ທີ່ໄດ້ລະບຸໃວ້ໃນ ມາດຕາ 33 ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ແລະ ມາດຕາ 7 ຂອງຂໍ້ຕົກລົງ ເລກທີ 2822/ກວຕ;

     2. ໃນກໍລະນີ ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ໄດ້ຍື່ນຜ່ານ ກົມຊັບສິນທາງປັນຍາ ທີ່ມີເອກະສານຄົບຖ້ວນຕາມເງື່ອນໄຂຕໍາ່ສຸດ ແມ່ນຕ້ອງໄດ້ອອກ ເລກທີຂາເຂົ້າ ແລະ ວັນທີຍື່ນ ຂອງຄໍາຮ້ອງນັ້ນ;

    3. ໃນກໍລະນີ ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ໄດ້ຍື່ນຜ່ານ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນຫຼວງ ທີ່ມີເອກະສານຄົບຖ້ວນຕາມເງື່ອນໄຂຕໍາ່ສຸດ ແມ່ນພະແນກຕ້ອງໄດ້ອອກ ເລກທີຂາເຂົ້າ ແລະ ວັນທີຍື່ນ ຂອງຄໍາຮ້ອງນັ້ນ ແລ້ວສົ່ງຕໍ່ໃຫ້ ກົມຊັບສິນທາງປັນຍາ ເພື່ອດໍາເນີນຂັ້ນຕອນດຽວກັນກັບການຍື່ນຜ່ານກົມ;

 

ພາບປະກອບ

     4. ໃນກໍລະນີ ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຫາກບໍ່ສອດຄ່ອງກັບເງື່ອນໄຂຕໍ່າສຸດ ແມ່ນຈະບໍ່ມີການຮັບເອກະສານ ຈາກ ພະແນກ ຫລື ກົມ ທີ່ກ່ຽວຂ້ອງ;

     5. ໃນກໍລະນີ ທີ່ຜູ້ຮ້ອງຂໍຈົດທະບຽນ ມີຈຸດປະສົງຂໍຖອນຄໍາຮ້ອງ ຫຼື ສະຫຼະສິດ ຫຼື ຖືກປະຕິເສດ ທີ່ໄດ້ຈ່າຍ ຄ່າທໍານຽມ ແລະ ຄ່າບໍລິການອື່ນໆ ແມ່ນຈະບໍ່ມີການສົ່ງເງິນຄືນ;

    6. ໃນກໍລະນີທີ່ ຜູ້ຮ້ອງຂໍຈົດທະບຽນຫາກຮຽກເອົາວັນບູລິມາສິດ ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ ຊຶ່ງມີໄລຍະເວລາຂໍຮັບວັນບູລິມາສິດ ສໍາລັບເຄື່ອງໝາຍການຄ້າ ແມ່ນ 6 ເດືອນ. ໃນກໍລະນີ ວັນສຸດທ້າຍຂອງໄລຍະເວລາດັ່ງກ່າວ ຫາກແມ່ນວັນພັກທາງລັດຖະການ ຫຼື ເປັນວັນທີ່ກົມບໍ່ເປີດຮັບຄໍາຮ້ອງ ກົມຕ້ອງຕໍ່ໄລຍະເວລາດັຫ່ງກ່າ່ວອອກໄປຈົນເຖິງວັນລັດຖະການ.

 

ພາບປະກອບ

 

  ສໍານວນຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ປະກອບມີເອກະສານ ເຊັ່ນ: ຄໍາຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ ຕາມແບບພິມຂອງກົມຊັບສິນທາງປັນຍາ, ໃບມອບສິດທີ່ເປັນຕົ້ນສະບັບ ໃນກໍລະນີທີ່ຍື່ນຜ່ານຜູ້ຕາງໜ້າ, ຮູບແຕ້ມ ຫຼື ຮູບຖ່າຍ ຫຼື ຮູບພາບ ຫຼື ຕົວຢ່າງເຄື່ອງໝາຍທີ່ຈະແຈ້ງ, ບົດອະທິບາຍກ່ຽວກັບສິນຄ້າ ຫຼື ການບໍລິການ ແລະ ໃບຮັບເງິນຄ່າທໍານຽມ ແລະ ຄ່າບໍລິການ.

 

     ລາຍລະອຽດອື່ນໆທີ່ ຂໍ້ຕົກລົງ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ, ເລກທີ 2822/ກວຕ, ລົງວັນທີ 17 ທັນວາ 2019.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.