ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງປ້ອງກັນຄວາມສະຫງົບ

ກົມໃຫຍ່ຕຳຫຼວດ

                                                                                ກົມຕຳຫຼວດເສດຖະກິດ                                                                                

ເລກທີ 701/302

ລົງວັນທີ 27/03/2020

 

ແຈ້ງການ

 

ເຖິງ: ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ພໍ່ແມ່ປະຊາຊົນ, ແມ່ຄ້າຊາວຂາຍ, ບັນດາຫົວໜ່ວຍທຸລະກິດ ຫຼື ບໍລິສັດ ຕ່າງໆ, ຢູ່ນະາຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ເພື່ອຊາບ.

ເລື່ອງ: ສະພາບການຂາຍຫວຍເຖື່ອນ, ບໍລິການຕູ້ເກມ, (SLOT MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆທີ່ຜິດກົດໝາຍ.

  • ອີງຕາມ ມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມ, ໝວດທີ 2 ຂອງປະມວນກົດໝາຍອາຍາ ທີ່ທ່ານປະທານປະເທດປະກາດໃຊ້ໃນວັນທີ 26  ມິຖຸນາ 2017.
  • ຄຳສັ່ງແນະນຳ ຂອງທ່ານ ລັດຖະມົນຕີ ກະຊວງການເງິນ ກ່ຽວກັບບັນຫາຄຸ້ມຄອງກິດຈະການຫວຍ ສະບັບເລກທີ 1332/ກງ, ລົງວັນທີ 17 /06 /2009.
  • ອີງຕາມ ແຈ້ງການຫ້ອງການກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່ຽວກັບຫ້າມບໍ່ໃຫ້ອອກໃບອະນຸຍາດ ສ້າງຕັ້ງສູນບໍລິການຕູ້ເກມໄຟຟ້າ (SLOT MACHINE) ໃນຂອບເຂດທົ່ວປະເທດ ສະບັບເລກທີ 157/ຫກ, ລົງວັນທີ 24 ເມສາ 2017.
  • ອີງຕາມ ແຈ້ງການຂອງທ່ານ ລັດຖະມົນຕີ, ຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ ວ່າດ້ວຍບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ຕິດພັນກັບການພະນັນ ສະບັບເລກທີ 1971/ຫສນຍ, ລົງວັນທີ 13/12/2017.
  • ອີງຕາມ  ຄຳເຫັນຊີ້ນຳຂອງທ່ານ ລັດຖະມົນຕີ ກະຊວງປ້ອງການຄວາມສະຫງົບ ຕາມບົດລາຍງານ ສະບັບເລກທີ 454/503, ລົງວັນທີ 11/12/2019.
  • ອີງຕາມ ແຈ້ງການຂອງທ່ານ ລັດຖະມົນຕີ, ຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ ວ່າດ້ວຍສະພາບການຂາຍຫວຍເຖື່ອນ, ຕູ້ເກມ (SLOT MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆ ທີ່ຜິດກົດໝາຍ ສະບັບເລກທີ 2253/ຫສນຍ, ລົງວັນທີ 25/12/2019.
  • ອີງຕາມ ຄຳແນະນຳຂອງທ່ານຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເພີ່ມທະວີ ແກ້ໄຂຕໍ່ສະພາບການຂາຍຫວຍເຖື່ອນ, ຕູ້ເກມ (SLOT MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆ ທີ່ຜິດກົດໝາຍ ສະບັບເລກທີ 02/ຕຫຼ, ລົງວັນທີ 19/03/2020.

ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຂໍຖືເປັນກຽດແຈ້ງທິດຊີ້ນຳຂອງຂັ້ນເທິງ ມາຍັງພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ພໍ່ແມ່ປະຊາຊົນ, ແມ່ຄ້າຊາວຂາຍ, ບັນດາຫົວໜ່ວຍທຸລະກິດ ຫຼື ບໍລິສັດ ຕ່າງໆ ທີ່ປະກອບອາຊີບບໍ່ໄດ້ຮັບອະນຸຍາດເຊັ່ນ: ການຂາຍຫວຍເຖື່ອນ, ການບໍລິການຕູ້ເກມ (SLOT MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆ ທີ່ຜິດກົດໝາຍ ແມ່ນໃຫ້ຢຸດເຊົາ, ຖ້າບໍ່ມີການຢຸດເຊົາ ແມ່ນຈະນຳໃຊ້ມາດຕະການດັ່ງລຸ່ມນີ້:

1. ມາດຕະການຕໍ່ຜູ້ທີ່ໃຫ້ການຂາຍຫວຍເຖື່ອນ, ການໃຫ້ບໍລິການຕູ້ເກມ (SLOT  MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆ ທີ່ຜິດກົດໝາຍ.

1.1. ໂດຍອີງໃສ່ ຄຳສັ່ງແນະນຳ ຂອງທ່ານ ລັດຖະມົນຕີ ກະຊວງການເງິນ ວ່າດ້ວຍການຄຸ້ມຄອງກິດຈະການຫວຍ ສະບັບເລກທີ 1332/ກງ, ລົງວັນທີ 17/06/2009 ແລະ ປະມວນກົດໝາຍອາຍາ ຄືດັ່ງນີ້:

  • ກະທຳຜິດຄັ້ງທີ່  01 : ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທີ່ມີການເຄື່ອນໄຫວ ພິມ-ຈຳໜ່າຍຫວຍທີ່ບໍ່ໄດ້ຮັບອະນຸຍາດ ຕ້ອງເຊີນມາເຮັດບົດບັນທຶກສຶກສາອົບຮົມ ຕັກເຕືອນ ໃຫ້ຢຸດເຊົາ, ກໍລະນີພົບເຫັນເຄື່ອງມື ວັດຖຸອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດ ແມ່ນຢຶດໄວ້ເພື່ອເປັນຂອງກາງຄະດີ.
  • ກະທຳຜິດຄັ້ງທີ່  02:  ບຸກຄົນ ຫຼື ນິຕິບຸກຄົນ, ການຈັດຕັ້ງຫາກຍັງສຶບຕໍ່ເຄື່ອນໄຫວ ພິມ-ຈຳໜ່າຍຫວຍທີ່ບໍ່ໄດ້ຮັບອະນຸຍາດ ຕ້ອງເຊີນມາຕັກເຕືອນ ພ້ອມທັງປັບໃໝ 50% ຂອງມູນຄ່າພິມ-ຈໍາໜ່າຍທີ່ກວດກາເຫັນ, ໃນກໍລະນີທີ່ໄດ້ຖືກປັບໃໝ 01 ຄັ້ງແລ້ວ ແຕ່ຍັງສຶບຕໍ່ລະເມີດ ຈະຖືກປັບໃໝຄັ້ງທີ່ 02 ເທົ່າກັບ 100% ຂອງມູນຄ່າພິມ-ຈຳໜ່າຍໃບຫວຍທີ່ກວດກາເຫັນ, ກໍລະນີພົບເຫັນເຄື່ອງມື ວັດຖຸອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດ ແມ່ນຢຶດໄວ້ເພື່ອເປັນຂອງກາງຄະດີ.
  • ກະທຳຜິດຄັ້ງທີ່  03 :  ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຫາກຍັງສຶບຕໍ່ເຄື່ອນໄຫວກະທຳຜິດ ຕ້ອງຖືກດຳເນີນຄະດີຢ່າງເດັດຂາດ ຕາມມາດຕາ 141: ການຫຼິ້ນການພະນັນທີ່ຕ້ອງຫ້າມ ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ.

1.2. ມາດຕະການຕໍ່ຜູ້ກະທຳຜິດ ບໍລິການຕູ້ເກມ (SLOT  MACHINE) ແລະ ເກມອອນລາຍ ທີ່ຜິດກົດໝາຍໂດຍອີງໃສ່ ແຈ້ງການຂອງຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເລື່ອງການອະນຸມັດໃຫ້ສ້າງຕັ້ງສູນບໍລິການຕູ້ເກມ (SLOT  MACHINE) ສະບັບເລກທີ 157/ຫກ, ລົງວັນທີ 24/04/2017 ແລະ ມາດຕາ 141: ການຫຼິ້ນການພະນັນທີ່ຕ້ອງຫ້າມ ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ຄືດັ່ງນີ້:

  • ກະທຳຜິດຄັ້ງທີ່ 01 : ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທີ່ມີການເຄື່ອນໄຫວ ບໍລິການຕູ້ເກມ (SLOT  MACHINE) ແລະ ເກມອອນລາຍ ທີ່ບໍ່ໄດ້ຮັບອະນຸຍາດ ເຊີນມາເຮັດບົດບັນທຶກສຶກສາອົບຮົມ ຕັກເຕືອນ ໃຫ້ຢຸດເຊົາ, ກໍລະນີພົບເຫັນເຄື່ອງມື ວັດຖຸອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດ ແມ່ນຢຶດໄວ້ເພື່ອເປັນຂອງກາງຄະດີ.
  • ກະທຳຜິດຄັ້ງທີ່ 02ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຍັງສຶບຕໍ່ກະທໍາຜິດ ຕ້ອງເຊີນເຂົ້າມາສອບສວນເອົາຄຳໃຫ້ການສາລະພາບຄວາມຜິດ ຕໍ່ເຈົ້າໜ້າທີ່ຕຳຫຼວດ ພ້ອມທັງປັບໃໝເປັນເງິນ ຈຳນວນ 200.000 ກີບ ຫາ 5.000.000 ກີບ, ກໍລະນີພົບເຫັນເຄື່ອງມື ວັດຖຸອຸປະກອນທີ່ນຳໃຊ້ເຂົ້າໃນການກະທຳຜິດ ແມ່ນຢຶດໄວ້ເພື່ອເປັນຂອງກາງຄະດີ.
  • ກະທຳຜິດຄັ້ງທີ່ 03: ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ຍັງສຶບຕໍ່ກະທໍາຜິດ ຕ້ອງຖືກນໍາໃຊ້ມາດຕະການທາງດ້ານກົດໝາຍຢ່າງເດັດຂາດ (ກັກຕົວ) ຕາມມາດຕາ 141:  ການຫຼິ້ນການພະນັນທີ່ຕ້ອງຫ້າມ ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ.

1.3. ມາດຕະການຕໍ່ຜູ້ກະທຳຜິດທີ່ເຄື່ອນໄຫວເຮັດທຸລະກຳຕ່າງໆ ທີ່ຜິດກົດໝາຍ ໂດຍອີງໃສ ແຈ້ງການຂອງທ່ານ ລັດຖະມົນຕີ ຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 2253/ຫສນຍ, ລົງວັນທີ 25/12/2019 ວ່າດ້ວຍການດໍາເນີນ ທຸລະກິດຕ່າງໆ ທີ່ຜິດກົດໝາຍ ແລະ ປະຕິບັດຕາມມາດຕາການທີ່ກ່ຽວຂ້ອງໃນປະມວນກົດໝາຍອາຍາ ທີທ່ານປະທານປະເທດປະກາດໃຊ້ໃນວັນທີ 26 ມິຖຸນາ 2017.

ດັ່ງນັ້ນ, ຈຶ່ງແຈ້ງການມາຍັງ ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ ພໍ່ແມ່ປະຊາຊົນ, ແມ່ຄ້າຊາວຂາຍບັນດາຫົວໜ່ວຍທຸລະກິດ ຫຼື ບໍລິສັດ ຕ່າງໆ, ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເພື່ອຊາບ ແລະ ປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ຫົວໜ້າກົມຕຳຫຼວດເສດຖະກິດ

ພັອ ປອ ຄໍາແຝງ ວັນດີໄຊ

 

 

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ຈາກ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບ ສະພາບການຂາຍຫວຍເຖື່ອນ, ບໍລິການຕູ້ເກມ (SLOT MACHINE), ເກມອອນລາຍ ແລະ ທຸລະກິດຕ່າງໆທີ່ຜິດກົດໝາຍ, ເລກທີ 701/302, ລົງວັນທີ 27 ມີນາ 2020 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.