ພາບປະກອບຈາກອີເຕີເນັດ

       

       ກະຊວງການເງິນ ໄດ້ມີແຈ້ງການ ກ່ຽວກັບ ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ວິສາຫະກິດທີ່ມີ ສາຂາ, ຕົວແທນ, ສາງ, ໂຮງງານ, ປໍ້ານໍ້າມັນ ແລະ ບັນດາໂຄງການຕ່າງໆ ລວມທັງຜູ້ຮັບເໝົາຫລັກ ແລະ ຜູ້ຮັບເໝົາຊ່ວງຕໍ່, ເລກທີ 0992/ກສອ, ລົງວັນທີ 30 ມີນາ 2020. ເຊິ່ງໄດ້ແບ່ງປະເພດຂອງການອອກ ເລກປະຈໍາຕົວຜູ້ເສຍອາກອນ ອອກເປັນ 2 ຂະແໜງການຫລັກກໍ່ຄື:

       

ພາບປະກອບຈາກອີເຕີເນັດ

       ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດ ແມ່ນໃຫ້ປະຕິບັດຕາມແຈ້ງການຂອງຫ້ອງການ ກະຊວງການເງິນ ເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019. ນອກຈາກນັ້ນ, ວິສາຫະກິດໄດທີ່ມີ ສາຂາ, ຕົວແທນ, ສາງ, ໂຮງງານ ແລະ ປໍ້ານໍ້າມັນ ທີ່ໄດ້ລະບຸໃວ້ດ້ານຫລັງຂອງໃບທະບຽນວິສາຫະກິດ ແມ່ນສາມາດນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນຄືກັນກັບຂອງບໍລິສັດແມ່ ຫາກແຕ່ຕ້ອງໄດ້ລະບຸລາຍລະອຽດຍ່ອຍທີ່ລ່ຽງຕາມລໍາດັບ ສາຂາ, ຕົວແທນ, ສາງ, ໂຮງງານ ແລະ ປໍ້ານໍ້າມັນ.

ພາບປະກອບຈາກອີເຕີເນັດ

 

       ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ຂະແໜງການຂອງລັດ, ໂຄງການ, ອົງການຈັດຕັ້ງສາກົນທີ່ຂື້ນ/ບໍ່ຂື້ນ ກັບລັດຖະບານ ເຊິ່ງຮ່ວມມີ ຜູ້ຮັບເໝົາຫລັກ ແລະ ຜູ້ຮັບເໝົາຊ່ວງຕໍ່ ທີ່ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ສ້າງຕັ້ງ ຢູ່ ສປປ ລາວ ແຕ່ໄດ້ມາເຄື່ອນໄຫວໂຄງການຕ່າງໆ ດັ່ງລາຍລະອຽດຕໍ່ໄປນີ້:

  • ສໍາລັບ ຂະແໜງການຂອງລັດ, ອົງການຈັດຕັ້ງສາກົນ ທີ່ຂື້ນ/ບໍ່ຂື້ນ ກັບລັດຖະບານ ແມ່ນຈະໄດ້ຮັບເລກປະຈໍາຕົວຜູ້ເສຍອາກອນໃໝ່ ຖ້າໃນກໍລະນີທີ່ຍັງບໍ່ທັນໄດ້ຮັບຕົວເລກດັ່ງກ່າວ. ເວັ້ນເສຍແຕ່ຫາກບັນດາຂະແໜງການທີ່ກ່າວມານີ້ ໄດ້ໃຊ້ເລກປະຈໍາຕົວຜູ້ເສຍອາກອນອັນດຽວກັບບໍລິສັດແມ່ ແມ່ນຕ້ອງໄດ້ລະບຸລາຍລະອຽດຍ່ອຍລຽງລໍາດັບ;
  • ສໍາລັບ ໂຄງການ ແມ່ນໃຫ້ປະຕິບັດຄືກັນກັບ ການອອກເລກປະຈໍາຕົວຜູ້ເສຍອາກອນ ທີ່ເປັນ ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດສ້າງຕັ້ງວິສາຫະກິດ;
ພາບປະກອບຈາກອີເຕີເນັດ
  • ສໍາລັບ ບຸກຄົນ, ນິຕິບຸກຄົນ ທີ່ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ສ້າງຕັ້ງ ຢູ່ ສປປ ລາວ ທີ່ໄດ້ມີສັນຍາຮັບເໝົາ ທັງເປັນຜູ້ຮັບເໝົາຫລັກ ຫລື ສືບຕໍ່ຮັບເໝົາ ທີ່ໄດ້ດໍາເນີນທັງໂຄງການດ່ຽວ ຫລື ຫລາຍໂຄງການ ເປັນເວລາຫລາຍກ່ວາ 3 ເດືອນ ແມ່ນໃຫ້ອອກເລກປະຈໍາຕົວຜູ້ເສຍອາກອນ ອັນດຽວກັບວິສາຫະກິດທີ່ໄດ້ຮັບອະນຸຍາດສ້າງຕັ້ງທົ່ວໄປ;
  • ສໍາລັບ ບຸກຄົນ, ນິຕິບຸກຄົນ ທີ່ບໍ່ມີພູມລໍາເນົາ ແລະ ບໍ່ໄດ້ສ້າງຕັ້ງ ຢູ່ ສປປ ລາວ ທີ່ໄດ້ມີສັນຍາຮັບເໝົາ ທັງເປັນຜູ້ຮັບເໝົາຫລັກ ຫລື ສືບຕໍ່ຮັບເໝົາ ທີ່ໄດ້ດໍາເນີນໂຄງການຕ່າງໆ ຢູ່ ສປປ ລາວ ບໍ່ເກີນ 6 ເດືອນ ແມ່ນໃຫ້ອອກເລກປະຈໍາຕົວຜູ້ເສຍອາກອນ ຂອງໂຄງການທີ່ມາເຄື່ອນໄຫວຜູ້ຮັບເໝົາຫລັກ ຫລື ຮັບເໝົາຊ່ວງຕໍ່.
ພາບປະກອບຈາກອີເຕີເນັດ

 

       ລາຍລະອຽດ ແຈ້ງການ ກ່ຽວກັບ ການອອກເລກປະຈໍາຕົວຜູ້ເສຍອາກອນໃຫ້ ວິສາຫະກິດທີ່ມີ ສາຂາ, ຕົວແທນ, ສາງ, ໂຮງງານ, ປໍ້ານໍ້າມັນ ແລະ ບັນກາໂຄງການຕ່າງໆ ລວມທັງຜູ້ຮັບເໝົາຫລັກ ແລະ ຜູ້ຮັບເໝົາຊ່ວງຕໍ່, ເລກທີ 0992/ກສອ, ລົງວັນທີ 30 ມີນາ 2020.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.